VP LANDSCAPE COVER (64)
ນອນບໍ່ຫຼັບຕ້ອງເຮັດແນວໃດ
ຮຽບຮຽງໂດຍ:patthana
ເຜີຍແຜ່: 25 April, 2025

8 ວິທີແກ້ອາການນອນບໍ່ຫຼັບ ທີ່ຊ່ວຍໃຫ້ຫຼັບສະບາຍຂຶ້ນ

  1. ຈັດຫ້ອງນອນໃຫ້ເໝາະສົມແກ່ການນອນ, ເຊັກຮອບຫ້ອງໃຫ້ດີ, ຢ່າໃຫ້ມີສຽງລົບກວນແຊກເຂົ້າມາໄດ້. ຄວນປັບອຸນຫະພູມຫ້ອງໃຫ້ເໝາະສົມບໍ່ຮ້ອນຫຼືໜາວເກີນໄປ. ສຳຄັນເລີຍຄື ຫ້ອງນອນຄວນມືດສະໜິດ ເພື່ອການນອນຫຼັບທີ່ດີ ມີປະສິດທິພາບ.
  2. ຫຼີກລ່ຽງເຄື່ອງດື່ມທີ່ມີຄາເຟອີນ ຫຼັງຊ່ວງບ່າຍຈົນເຖິງຊ່ວງກ່ອນນອນ.
  3. ກ່ອນນອນ, ດື່ມນົມອຸ່ນໆ ສັກແກ້ວ ຈະຊ່ວຍໃຫ້ຫຼັບສະບາຍຍິ່ງຂຶ້ນ.
  4. ບໍ່ຄວນງີບຫຼັບໃນຕອນກາງເວັນ ເພາະອາດລົບກວນການນອນໃນຍາມຄ່ຳຄືນໄດ້. ຖ້າງ່ວງຈົນທົນບໍ່ໄຫວແທ້ໆ ກໍຢ່າງີບຫຼັບເກີນ 1 ຊົ່ວໂມງເປັນອັນຂາດ.
  5. ນອນໃຫ້ພຽງພໍ, ຢ່ານອນຫຼາຍເກີນໄປ. ຫຼັງຕື່ນນອນຄວນລຸກອອກຈາກຕຽງ ແລ້ວຍ່າງໄປສູດອາກາດຍາມເຊົ້າສະດີກວ່າ.
  6. ເຂົ້ານອນ ແລະ ຕື່ນນອນໃຫ້ເປັນເວລາ, ເຮັດໃຫ້ຕິດເປັນນິໄສ. ບໍ່ແມ່ນວ່າຄືນນີ້ນອນເດິກ, ມື້ອື່ນຂໍຕື່ນຊ້າສັກໜ້ອຍໄດ້ບໍ່? ຕອບເລີຍວ່າ ບໍ່ໄດ້, ບໍ່ດັ່ງນັ້ນ ອາດຈະກະທົບກັບເວລານອນ, ເຮັດໃຫ້ອາການນອນບໍ່ຫຼັບກັບມາອີກ.
  7. ຖ້ານອນບໍ່ຫຼັບເກີນ 15-20 ນາທີ, ຄວນລຸກອອກຈາກຕຽງມາຫາກິດຈະກຳອື່ນເຮັດ ເຊັ່ນ: ຟັງເພງ, ອ່ານໜັງສືວິຊາການຫຼືທຳມະ, ນ່າຈະຊ່ວຍໃຫ້ຮູ້ສຶກງ່ວງໄດ້ບໍ່ໜ້ອຍ. ຫຼີກລ່ຽງການເບິ່ງໂທລະທັດຫຼືຫຼິ້ນຄອມພິວເຕີ ເພາະແສງຈາກຈໍ ຈະກະຕຸ້ນໃຫ້ສະໝອງຕື່ນຕົວໄດ້.
  8. ອອກກຳລັງກາຍຢ່າງສະໝ່ຳສະເໝີ, ຢ່າງໜ້ອຍວັນລະ 30-45 ນາທີ, 3-4 ວັນຕໍ່ອາທິດ. ການອອກກຳລັງກາຍຈະຊ່ວຍຫຼຸດຄວາມຕຶງຄຽດທາງອາລົມແລະຮ່າງກາຍໄດ້. ຫາກອອກກຳລັງກາຍໃນຊ່ວງເຊົ້າ ແລະ ແລງໄດ້ຜົນດີທີ່ສຸດ. ບໍ່ຄວນອອກກຳລັງກາຍຕອນເດິກ ຫຼື ໃກ້ເວລານອນ ເພາະອຸນຫະພູມໃນຮ່າງກາຍຈະສູງຂຶ້ນແລະໄປກະຕຸ້ນສະໝອງໃຫ້ເຮັດວຽກ, ຈະເຮັດໃຫ້ເຮົາຫຼັບຍາກກວ່າເດີມ.

ງ່າຍບໍ່ລະ? ບໍ່ຈຳເປັນຕ້ອງຊື້ຫຍັງ ຫຼື ຂໍຄວາມຊ່ວຍເຫຼືອຈາກໃຜ, ແຄ່ປ່ຽນທີ່ຕົວເຮົາເອງເທົ່ານັ້ນ. ຮູ້ແບບນີ້ແລ້ວໃຜກຳລັງພົບກັບບັນຫາການນອນບໍ່ຫຼັບ, ຢ່າລືມນຳໄປໃຊ້ແລະບອກຕໍ່ກັນດ້ວຍເດີ. ທວງຄືນຄວາມສຸກໃນການນອນຂອງພວກເຮົາກັບມາກັນເທາະ!

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 20 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.10
668.63
european-union
EUR
24,323
24,810
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 20 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,580,000
48,110,000
46,965,000
48,219,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
Screenshot 2025-10-20 at 9.28.02 PM
ໄຟໄຫມ້ທີ່ສູນສິນຄ້າຂອງສະໜາມບິນ ສ້າງຜົນກະທົບຕໍ່ການສົ່ງອອກເສື້ອຜ້າຂອງບັງກະລາເທດ
jane - 2025-10-20T165736.536
ລະທຶກ! ເກີດເຫດເຄື່ອງບິນຂົນສົ່ງສິນຄ້າໄຖລົດອອກນອກລັນເວທີ່ສະໜາມບິນຮ່ອງກົງ ຕົກລົງທະເລ ເສຍຊີວິດ 2 ຄົນ
pele - 2025-10-20T135048.115
ຕົ້ນເດືອນພະຈິກ ເລີ່ມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V
jane - 2025-10-20T130720.703
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ເຟິງເຊິນ (Fengshen)
pele - 2025-10-20T102507.330
WEF ຄາດວ່າການລົງທຶນ AI ທົ່ວໂລກ ຈະລື່ນກາຍ 500 ຕື້ໂດລາ
jane - 2025-10-20T105313.768
ເຫດການແຜ່ນດິນໄຫວ ປະຈຳວັນທີ 20 ຕຸລາ 2025
pele - 2025-10-20T104445.789
ກຳປູເຈຍ: ປາບປາມການຫລອກລວງອອນລາຍ
jane - 2025-10-20T093332.560
ພະຍາກອນອາກາດ ປະຈຳວັັນທີ 20 ຕຸລາ 2025
istock-1271713477(1)
4 ອາຫານທີ່ບໍ່ຄວນ “ເກັບຄ້າງຄືນ” ອຸ່ນຊ້ຳກໍຍັງສ່ຽງອັນຕະລາຍ ຢ່າເສຍດາຍ ໃຫ້ຖິ້ມໄປເລີຍ!
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
ຢ່າລື່ມກົດຕິດຕາມ