VP LANDSCAPE COVER (67)
"ປົດລັອກ" ຄວາມຮູ້ສຶກຜິດຫວັງໃນຕົນເອງ
ຮຽບຮຽງໂດຍ:patthana
ເຜີຍແຜ່: 25 April, 2025

ເພາະຊີວິດເປັນສິ່ງທີ່ບໍ່ແນ່ນອນ, ຄົນເຮົາຈຶ່ງພົບກັບເລື່ອງຜິດຫວັງໄດ້ສະເໝີ. ຊຶ່ງຈະສຸກຫຼືຈະທຸກ, ກໍຂຶ້ນຢູ່ກັບວ່າເຮົາຈະປົດລັອກຈາກຄວາມຮູ້ສຶກບໍ່ດີໄດ້ໄວປານໃດ. ຍິ່ງຖ້າເຮົາຫຼົມຈົມກັບມັນຫຼາຍ, ຊີວິດກໍຈະຫຼຸດພົ້ນຈາກຄວາມຮູ້ສຶກນັ້ນຍາກເຊັ່ນກັນ. ເຮົາຈຶ່ງຄວນຮຽນຮູ້ທີ່ຈະປົດລັອກຄວາມຮູ້ສຶກຜິດຫວັງຂອງຕົນເອງດ້ວຍ 7 ມຸມມອງນີ້, ເພື່ອທີ່ຈະໄດ້ກ້າວໜ້າຕໍ່ໄປໄດ້ ແລະ ໄປພົບກັບສິ່ງທີ່ດີກວ່າຂ້າງໜ້າ.

  1. ຂອບໃຈ-ຂໍໂທດຕົນເອງໃຫ້ເປັນ ບໍ່ວ່າຈະເປັນເລື່ອງດີຫຼືເລື່ອງຮ້າຍອັນໃດກໍຕາມ, ຕົວເຮົາເອງຄືຄົນທຳອິດທີ່ຕ້ອງພົບກັບທຸກຜົນໄດ້ຮັບ. ພົບທຸກມາເຮົາກໍທຸກ, ພົບສຸກມາເຮົາກໍສຸກນຳ. ສະນັ້ນບໍ່ວ່າຈະທຸກຫຼືສຸກ, ຂອບໃຈ-ຂໍໂທດຕົນເອງໃຫ້ເປັນ. ຂອບໃຈທີ່ພາຕົນເອງມາຮອດຈຸດທີ່ມີຄວາມສຸກໄດ້ ແລະ ຂໍໂທດທີ່ເຮັດໃຫ້ຕ້ອງມາພົບກັບຄວາມຜິດຫວັງ. ຈາກນັ້ນກໍໃຫ້ອະໄພຕົນເອງ, ເພາະຕາບໃດທີ່ຍັງມີລົມຫາຍໃຈ, ຕາບໃດທີ່ຍັງລືມຕາຂຶ້ນມາໃນເຊົ້າວັນໃໝ່ໄດ້, ແປວ່າເຮົາຍັງມີໂອກາດທີ່ຈະໄດ້ແກ້ໄຂ ແລະ ເລີ່ມຕົ້ນໃໝ່ໄດ້ສະເໝີ.
  2. ເລີກປຽບທຽບຕົນເອງກັບຄົນອື່ນ ກ່ອນອື່ນຕ້ອງຍອມຮັບຄວາມຈິງຂອງໂລກໃຫ້ໄດ້ກ່ອນ, ວ່າເລື່ອງຂອງຕົ້ນທຶນຊີວິດມັນເປັນປັດໄຈໜຶ່ງຂອງຄວາມສຳເລັດແທ້ໆ. ບໍ່ມີໃຜໃນໂລກນີ້ທີ່ເທົ່າກັນແທ້ໆ (ແບບນັ້ນມັນເປັນອຸດົມຄະຕິເກີນໄປ). ໃນເມື່ອເຮົາເລີ່ມຕົ້ນບໍ່ເທົ່າກັນ, ຄົນທີ່ນ້ອຍກວ່າກໍຕ້ອງພະຍາຍາມ ແລະ ເມື່ອຍຫຼາຍກວ່າເປັນທຳມະດາ, ເພື່ອທີ່ຈະຕາມທັນຄົນອື່ນເຂົາ. ສະນັ້ນ, ເລີກເອົາຕົນເອງໄປປຽບທຽບກັບຄົນອື່ນ ແລະ ບໍ່ຕ້ອງຮູ້ສຶກຜິດຫວັງອັນໃດໃນຕົວເອງ. ພະຍາຍາມໃນແບບຂອງເຮົາຕໍ່ໄປ, ມື້ໃດມື້ໜຶ່ງຕ້ອງພົບຄວາມສຳເລັດໃນແບບຂອງເຮົາເຊັ່ນກັນ.
  3. ຢ່າຍອມແພ້ທັງທີ່ຍັງບໍ່ສ່ຽງ ບາງຄົນບໍ່ເລີ່ມຕົ້ນເພາະຢ້ານແພ້ຢ້ານຜິດຫວັງ. ບໍ່ແມ່ນເລີຍ, ເຈົ້າຢ້ານທີ່ຈະສ່ຽງຕ່າງຫາກ. ການຢູ່ນິ້ງໆ ແລ້ວຍອມແພ້ໄປຕັ້ງແຕ່ຍັງບໍ່ລົງສະໜາມ, ມັນຮ້າຍແຮງກວ່າການລົງໄປແພ້ໃນເກມເສຍອີກ, ເພາະເທົ່າກັບວ່າຕົວເຮົາເອງນີ້ແຫຼະທີ່ຕັດໂອກາດຊະນະເຄິ່ງໜຶ່ງຂອງຕົນເອງໄປຈົນໝົດ. ຊຶ່ງຄວາມຈິງແລ້ວເຮົາຍັງມີໂອກາດອີກຕັ້ງ 50 ເປີເຊັນ. ສະນັ້ນ, ຖ້າບໍ່ເຫຼືອບ່າກວ່າແຮງ, ລອງສ່ຽງເຖາະ, ຈະໄດ້ຮູ້ວ່າລົດຊາດຊີວິດມັນເປັນແນວໃດ. ດີກວ່າເສຍໃຈທີ່ບໍ່ໄດ້ເຮັດ.
  4. ເລີກຍຶດຕິດກັບອະດີດທີ່ແກ້ໄຂບໍ່ໄດ້ ການຈົມຢູ່ກັບສິ່ງທີ່ແກ້ໄຂບໍ່ໄດ້ອີກແລ້ວເປັນເລື່ອງທີ່ເສຍເວລາຊີວິດ ແລະ ເສຍໂອກາດດີໆທີ່ສຸດ. ສິ່ງທີ່ຕ້ອງເຮັດຄື, ຍອມຮັບຄວາມຈິງວ່າໂລກນີ້ບໍ່ມີໃຜບໍ່ເຄີຍຜິດພາດ. ແກ້ໄຂ, ແລະ ເດີນໜ້າຕໍ່. ອັນໃດທີ່ເຮົາຄວບຄຸມບໍ່ໄດ້, ປ່ອຍມັນໄປສະ. ສິ່ງດຽວທີ່ຕ້ອງຈັດການກັບອະດີດ ຄື, ຢ່າໃຫ້ເກີດຊ້ຳແລ້ວຊ້ຳເລົ່າ. ຫາຊ່ອງໂຫວ່ໃຫ້ເຫັນແລ້ວຈັດການປິດມັນສະ ແລະ ກຽມຕົວຮັບມືກັບຄວາມຜິດຫວັງໄວ້ດ້ວຍໃນທຸກຄັ້ງ, ຈະໄດ້ບໍ່ເຈັບຫຼາຍ ເພາະກຽມໃຈໄວ້ບາງສ່ວນແລ້ວ.
  5. ຫາຄວາມສຸກນ້ອຍໆ ທ່າມກາງຄວາມຍ່ຳແຍ່ໃຫ້ເຫັນ ຮູ້ຫຼືບໍ່ວ່າຮອຍຍິ້ມນ້ອຍໆ ທີ່ເຮົາຍິ້ມໃຫ້ຕົນເອງເວລາພົບເລື່ອງບໍ່ດີມາມີຄວາມໝາຍຫຼາຍປານໃດ, ເພາະມັນສາມາດປອບໃຈໄດ້. ເຖິງຜົນໄດ້ຮັບຈະບໍ່ໄດ້ປ່ຽນ, ແຕ່ຕົວເຮົາເອງນີ້ແຫຼະທີ່ຈະຮູ້ສຶກດີ, ຮູ້ສຶກສະບາຍໃຈຂຶ້ນ. ພະຍາຍາມປັບວິທີຄິດ ແລະ ຊອກຫາໂອກາດທີ່ບໍ່ວ່າຈະນ້ອຍນິດແຄ່ໃດກໍຕາມໃຫ້ເຫັນ. ຖ້າໃຈເຮົາຍັງດີ, ແນ່ນອນວ່າສະຖານະການຮອບຂ້າງຈະຄ່ອຍໆຜ່ອນຄາຍຕາມ. ເມື່ອເວລາຜ່ານໄປ, ເລື່ອງບໍ່ດີທີ່ເຄີຍເກີດຂຶ້ນອາດກາຍເປັນພຽງແຕ່ເລື່ອງຕະຫຼົກໃນວົງເຫຼົ້າກໍໄດ້.
  6. ຢ່າສົນໃຈຄຳວິຈານແບບອະຄະຕິ ສັດຈະທຳຂອງໂລກຄື “ຄົນຮັກເທົ່າຜືນໜັງ, ຄົນຊັງເທົ່າຜືນເສື່ອ”. ເຮົາຕາມໃຈທຸກຄົນ ແລະ ເຮັດຕາມຄວາມຄາດຫວັງຂອງທຸກຄົນບໍ່ໄດ້. ການເປີດໃຈຍອມຮັບຄຳວິຈານເປັນສິ່ງດີ, ເພາະເປັນກະແຈໃຫ້ເຮົານຳໄປປັບປຸງແກ້ໄຂຕົນເອງໄດ້. ຍົກເວັ້ນຄຳວິຈານທີ່ຈ້ອງແຕ່ຈະໂຈມຕີ, ແບບທີ່ເຫັນໄດ້ວ່າບໍ່ຫວັງດີ, ມັນບໍ່ມີປະໂຫຍດກັບຊີວິດເຮົາເລີຍ, ແຖມຍັງບັ່ນທອນສຸຂະພາບຈິດອີກ. ສະນັ້ນ, ເປັນຕົວຂອງຕົວເອງດີທີ່ສຸດ. ບໍ່ເຮັດໃຫ້ໃຜເດືອດຮ້ອນກໍພໍແລ້ວ, ແລະ ຢ່າໃຫ້ຄ່າຄົນແບບນັ້ນ. ເຖິງແມ່ນເຮົາຈະເຮັດດີປານໃດ, ຄົນທີ່ຈະກຽດກໍກຽດຢູ່ດີ.
  7. ຢ່າຮີບຕັດສິນຄົນອື່ນ ໄວເກີນໄປທີ່ເຮົາຈະໄປຕັດສິນຄົນອື່ນຈາກການເຫັນເຂົາພຽງດ້ານດຽວ. ຢ່າຄາດຫວັງໃນຕົວຄົນອື່ນຈົນເຮົາເປັນທຸກເອງ “ຖ້າບໍ່ຄາດຫວັງ, ກໍຈະບໍ່ຜິດຫວັງ” ແລະ ມັນບໍ່ມີປະໂຫຍດທີ່ຈະເສຍເວລາຕົນເອງໄປນັ່ງຈັບຜິດຄົນອື່ນ. ເພາະຄົນເຮົາເຕີບໂຕມາໃນສະພາບແວດລ້ອມທີ່ຕ່າງກັນ, ຖືກອົບຮົມສັ່ງສອນມາຄົນລະແບບ. ອັນໃດທີ່ເຂົາເຮັດແລ້ວບໍ່ຖືກໃຈເຮົາ, ນັ້ນເປັນບັນຫາຂອງເຮົາທີ່ບໍ່ພໍໃຈເຂົາເອງ. ຖ້າບໍ່ແມ່ນເລື່ອງທີ່ເດືອດຮ້ອນກໍປ່ອຍໄປກໍໄດ້. ຈັດການກັບຄວາມຮູ້ສຶກຕົນເອງງ່າຍກວ່າປ່ຽນແປງຄົນອື່ນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 20 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,494
21,770
thailand (1)
THB
661.11
671.29
european-union
EUR
24,091
24,573
china
CNY
2,915
2,973
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-20T152654.259
ຈີນພັດທະນາຫຸ່ນຍົນທີ່ສາມາດຖືພາແທນມະນຸດ ເປັນໂຕທຳອິດຂອງໂລກ ແລະ ຈະເປີດຕົວຢ່າງເປັນທາງການພາຍໃນ 1 ປີ
pele - 2025-08-20T111617.259
ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
pele - 2025-08-20T100635.516
ສຳເລັດການຝຶກອົບຮົມດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ
_cover - 2025-08-18T162202.386
ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ
_cover - 2025-08-18T155432.824
ການບໍ່ຖູແຂ້ວກ່ອນນອນ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ອ້າງອີງຈາກບົດຄົ້ນຄ້ວາປະເທດຢີ່ປຸ່ນ
pele - 2025-08-18T154019.544
ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວຮຽນຈາກຈີນ
pele - 2025-08-18T151419.969
ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ
pele - 2025-08-18T135756.072
ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ
site cover1 (81)
Samsung ແລ່ນຕາມ iPhone ໃນສະຫະລັດ ກະຕຸ້ນກະແສມືຖືຫນ້າຈໍພັບໄດ້
pele - 2025-08-18T112120.219
ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ
ຢ່າລື່ມກົດຕິດຕາມ