ໃນວັນທີ 26 ເມສາ 2025, ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ນຳພາກ້ອນກໍາລັງສວນສະໜາມກອງທັບປະຊາຊົນລາວ ເຝີກຊ້ອມການເດີນສວນສະໜາມ ຢູ່ສະຖານທີ່ພັກເຊົາ ສ.ຣັດເຊຍ
ເພື່ອເຮັດໃຫ້ກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ມີຄວາມເຂັ້ມແຂງທາງດ້ານຈັງຫວະເຕັກນິກເດີນສວນສະໜາມ ທັງເປັນການເຝິກກຳລັງແຮງກາຍ, ແຮງໃຈ, ເຮັດໃຫ້ກ້ອນກຳລັງກອງທັບປະຊາຊົນລາວ ຮັບປະກັນຄວາມພ້ອມໃນການເຂົ້າຮ່ວມສວນສະໜາມ ເນື່ອງໃນວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ເຊິ່ງຈະໄດ້ຈັດຂື້ນໃນວັນທີ 9 ພຶດສະພາ 2025 ທີ່ນະຄອນຫຼວງມົດສະກູ ສ.ຣັດເຊຍ ໃຫ້ມີຄຸນນະພາບ ແລະ ໄດ້ຮັບໝາກຜົນສູງ.
ໃນວັນທີ 27 ເມສາ 2025 ກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມຫັດແອບປະສານກັບກ້ອນກຳລັງຂອງບັນດາປະເທດທີ່ເຂົ້າຮ່ວມ ເປັນຄັ້ງທຳອິດ ຢູ່ທີ່ສະໜາມຫັດແອບ”ອາລາບິນໂນ” ເພື່ອກະກຽມ ແລະ ຮັບປະກັນ ໃຫ້ການເຂົ້າຮ່ວມພິທີສວນສະໜາມດັ່ງກ່າວ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |