ຮູ້ຈັກກັບ FODA: Fear of Dating Again ເປັນຫຍັງພວກເຮົາຈຶ່ງຢ້ານການອອກເດດອີກຄັ້ງ?
ມີຄຳເວົ້າວ່າ “ຢາກຮັກກໍ່ຕ້ອງສ່ຽງ” ແຕ່ໃນຍຸກທີ່ທຸກຢ່າງເບິ່ງຄືວ່າບໍ່ເປັນໃຈ ຫຼາຍຄົນເລືອກທີ່ຈະຢູ່ຄົນດຽວ ດີກວ່າຕ້ອງສ່ຽງກັບຄວາມຜິດຫວັງອີກຄັ້ງ ເຖິງແມ່ນວ່າຈະມີບາງຄັ້ງທີ່ຮູ້ສຶກເຫງົາ ແຕ່ກໍ່ສະບາຍໃຈກວ່າການທີ່ຕ້ອງເຂົ້າໄປພົວພັນກັບຄວາມສຳພັນທີ່ບໍ່ແນ່ນອນ
ເພາະແຄ່ໃຊ້ຊີວິດໃຫ້ລອດໃນຍຸກນີ້ກໍ່ເມື່ອຍພໍແລ້ວ ໜຶ່ງວັນມີ 24 ຊົ່ວໂມງ ໃຊ້ເຮັດວຽກໄປແລ້ວ 8 ຊົ່ວໂມງ ຕິດຢູ່ເທິງທ້ອງຖະໜົນອີກ 4 ຊົ່ວໂມງ ກັບຮອດຫ້ອງກໍ່ເດິກດື່ນ ແລ້ວຈະເອົາເວລາໃດໄປເດດ? ຈະໃຫ້ໄປນັ່ງທຳຄວາມຮູ້ຈັກຄົນໃໝ່ໆ ລົມກັນໄປມາ ກໍ່ຄົງເປັນເລື່ອງທີ່ຕ້ອງໃຊ້ພະລັງງານມະຫາສານເກີນກວ່າທີ່ໃຈຈະຮັບໄຫວ ບໍ່ພຽງແຕ່ນັ້ນ ຍັງຕ້ອງລຸ້ນອີກວ່າຄົນທີ່ລົມນຳຈະຈິງຈັງແຄ່ໃດ ຫຼື ສຸດທ້າຍຈະກາຍເປັນຄວາມສຳພັນທີ່ບໍ່ຊັດເຈນ ແລ້ວຕ້ອງເສຍເວລາຖິ້ມໄປໂດຍບໍ່ມີປະໂຫຍດ
ແຕ່ຖ້າສົມມຸດວ່າການອອກເດດເກີດຂຶ້ນຈິງ ມັນກໍ່ຄົງເຮັດໃຫ້ຫົວໃຈເຕັ້ນແຮງບໍ່ໜ້ອຍ ແຕ່ທີ່ຫົວໃຈເຕັ້ນ ບໍ່ແມ່ນເພາະຄວາມຕື່ນເຕັ້ນແບບເດີມໆ ຫາກແຕ່ເປັນຄວາມອຶດອັດແລະຫວັ່ນໃຈຫຼາຍກວ່າ
ບໍ່ແມ່ນເພາະເຮົາຍັງເຈັບຈາກຮັກຄັ້ງເກົ່າ ບໍ່ແມ່ນເພາະເຮົາບໍ່ເຊື່ອໃນຄວາມຮັກອີກຕໍ່ໄປ ແຕ່ເປັນເພາະ “ຄວາມຢ້ານ” ທີ່ກັດກິນຫົວໃຈໂດຍບໍ່ຮູ້ຕົວ
ແລ້ວເປັນຫຍັງ “ການອອກເດດ” ທີ່ເຄີຍເຮັດໃຫ້ຫົວໃຈພອງໂຕ ຈຶ່ງກາຍເປັນເລື່ອງທີ່ເຮັດໃຫ້ບາງຄົນຢ້ານກົວ?
ຫຼາຍຄົນອາດເຄີຍໄດ້ຍິນ FOMO (Fear of Missing Out) ຄວາມຢ້ານທີ່ຈະພາດອັນໃດບາງຢ່າງ ຈົນເຮັດໃຫ້ຕ້ອງຕິດຕາມສື່ສັງຄົມອອນໄລນ໌ຢູ່ຕະຫຼອດເວລາ ຫຼື ຖ້າເປັນຄົນທີ່ຕັດສິນໃຈອັນໃດບໍ່ຄ່ອຍໄດ້ ອາດຈະເຄີຍພົບກັບ FOBO (Fear of Better Options) ຄວາມຢ້ານວ່າຖ້າເລືອກໄປແລ້ວ ພໍໄປພົບຕົວເລືອກທີ່ດີກວ່າຈະເສຍດາຍ
ແຕ່ສຳລັບ FODA (Fear of Dating Again) ເປັນຄວາມຢ້ານທີ່ມັກເກີດຂຶ້ນກັບຄົນທີ່ໂສດມາດົນແລະບໍ່ໄດ້ອອກເດດມາສັກໄລຍະ ເມື່ອຄິດວ່າຈະຕ້ອງກັບໄປເດດອີກຄັ້ງ ກໍ່ອົດຮູ້ສຶກຫວັ່ນໄຫວ ກັງວົນ ແລະບໍ່ໝັ້ນໃຈໄດ້
ແລ້ວອັນໃດທີ່ເຮັດໃຫ້ຄົນເຮົາຢ້ານການອອກເດດ ທັງທີ່ຄັ້ງໜຶ່ງມັນເຄີຍເປັນສິ່ງທີ່ເຮັດໃຫ້ຫົວໃຈພອງໂຕ?
ສາເຫດຂອງ FODA: Fear of Dating Again
“ຄວາມຢ້ານ” ຄືສາເຫດຫຼັກໆຂອງທຸກຄວາມລັງເລ ຍິ່ງເຮົາບໍ່ໄດ້ລົມ ບໍ່ໄດ້ພົບພໍ້ ຫຼື ບໍ່ໄດ້ສານສຳພັນກັບໃຜມາດົນເທົ່າໃດ ຄວາມວິຕົກກັງວົນກໍ່ຍິ່ງກໍ່ຕົວຂຶ້ນໂດຍທຳມະຊາດຂອງມະນຸດ
ຢ້ານການຖືກປະຕິເສດ – ເຮົາຢ້ານວ່າຄວາມພະຍາຍາມທີ່ທຸ່ມເທໄປຈະຈົບລົງດ້ວຍການຖືກບໍ່ສົນໃຈ ຫຼື ບໍ່ເປັນທີ່ຕ້ອງການ
ຢ້ານຄວາມຜິດຫວັງ – ເຮົາຢ້ານວ່າທຸກຢ່າງຈະບໍ່ເປັນໄປຕາມທີ່ຫວັງ ແລະຈົບລົງດ້ວຍຄວາມເຈັບປວດແບບເດີມ
ຢ້ານການລົ້ມເຫຼວໃນຄວາມຮັກອີກຄັ້ງ – ຫາກເຄີຍຜ່ານປະສົບການທີ່ບໍ່ດີມາກ່ອນ ຫົວໃຈກໍ່ອາດສ້າງເກາະປ້ອງກັນ ບໍ່ໃຫ້ຕົນເອງຕ້ອງເຈັບປວດຊ້ຳໆແບບທີ່ເຄີຍເປັນ
ນອກຈາກຄວາມຢ້ານທີ່ກ່ຽວຂ້ອງກັບຄວາມສຳພັນແລ້ວ ປັດໄຈດ້ານຊີວິດແລະສັງຄົມ ກໍ່ອາດເປັນຕົວກະຕຸ້ນໃຫ້ເກີດອາການ FODA ໄດ້ເຊັ່ນກັນ
ຄວາມບໍ່ໝັ້ນຄົງທາງການເງິນ – ການອອກເດດອາດໝາຍເຖິງຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ຊຶ່ງສຳລັບບາງຄົນອາດເປັນພາລະທີ່ບໍ່ຢາກແບກຮັບ
ສຸຂະພາບແລະບຸກຄະລິກພາບ – ບາງຄົນອາດຮູ້ສຶກບໍ່ໝັ້ນໃຈໃນຮູບຮ່າງ ໜ້າຕາ ຫຼື ສຸຂະພາບຂອງຕົນເອງ ຈົນເຮັດໃຫ້ບໍ່ກ້າເປີດໃຈໃຫ້ໃຜໃໝ່ໆ
ຄວາມເຄີຍຊິນກັບການຢູ່ຄົນດຽວ – ຍິ່ງໂສດມາດົນເທົ່າໃດ ເຮົາກໍ່ຍິ່ງສ້າງ ‘ພື້ນທີ່ປອດໄພ’ ໃຫ້ຕົນເອງຫຼາຍຂຶ້ນ ບາງຄັ້ງອາດສະບາຍໃຈທີ່ຈະຢູ່ກັບຕົນເອງ ຫຼາຍກວ່າທີ່ຈະຕ້ອງຮຽນຮູ້ໃຜໃໝ່
ເຖິງຢ່າງໃດກໍ່ຕາມ ເຫັນຕົ້ນຕໍຂອງຄວາມຢ້ານແລ້ວ ຖາມວ່າຈະຮັບມືກັບ FODA ຢ່າງໃດ?
ປ່ຽນແງ່ມຸມ: ການອອກເດດກໍ່ຄືກັນກັບການກັບມາຂີ່ລົດຖີບອີກຄັ້ງ
ລອງນຶກເຖິງຄວາມຮູ້ສຶກຕອນທີ່ຝຶກຂີ່ລົດຖີບຈົນເປັນແລ້ວເລີກຂີ່ໄປ ຜ່ານໄປເປັນປີ ຈຶ່ງໄດ້ກັບມາຂີ່ລົດຖີບອີກຄັ້ງ ຕອນທຳອິດມັນອາດຈະເຕັມໄປດ້ວຍຄວາມກັງວົນ ຢ້ານລົ້ມ ຢ້ານເຈັບ ຕ້ອງໃຊ້ຂາຊ່ວຍພະຍຸງເປັນໄລຍະໆ ແຕ່ພໍຂີ່ໄປໄດ້ສັກພັກ ເຮົາກໍ່ຈັບຈັງຫວະໄດ້ ທ່າທາງດີຂຶ້ນ ແລະເລີ່ມຂີ່ໄດ້ຢ່າງໝັ້ນໃຈ ເຫດທີ່ເປັນແນວນັ້ນເພາະທີ່ຈິງແລ້ວ ທັກສະນີ້ບໍ່ເຄີຍຫາຍໄປໃສ ພຽງແຕ່ລໍຖ້າໃຫ້ເຮົາກັບມາຈັບມັນໃໝ່ອີກຄັ້ງເທົ່ານັ້ນ
ການອອກເດດຫຼັງຈາກຫ່າງຫາຍໄປດົນກໍ່ບໍ່ຕ່າງກັນ ຊ່ວງທຳອິດ ເຮົາອາດຮູ້ສຶກອາຍ ປະຫມ່າ ຫຼື ບໍ່ແນ່ໃຈວ່າຄວນເຮັດຕົວແນວໃດ ແຕ່ນັ້ນບໍ່ໄດ້ແປວ່າເຮົາລືມວິທີສ້າງຄວາມສຳພັນກັບໃຜສັກຄົນໄປແລ້ວ ພຽງແຕ່ຕ້ອງໃຫ້ເວລາຕົນເອງໄດ້ຄຸ້ນເຄີຍກັບບັນຍາກາດອີກຄັ້ງ ດຽວທຸກຢ່າງກໍ່ຈະຄ່ອຍໆ ໄຫຼລື່ນໄປເອງ
ຢ່າໃຈຮ້ອນ ປ່ອຍໃຫ້ທຸກຢ່າງເປັນໄປຕາມຈັງຫວະຂອງມັນ
ຖ້າຮູ້ວ່າໃຈຍັງບໍ່ພ້ອມ ກໍ່ບໍ່ຈຳເປັນຕ້ອງຟ້າວຮີບຫຼືກົດດັນຕົນເອງ ຄວາມຮັກບໍ່ແມ່ນເລື່ອງຂອງການແຂ່ງຂັນ ແຕ່ເປັນເລື່ອງຂອງຈັງຫວະທີ່ເໝາະສົມ ປ່ອຍໃຫ້ທຸກຢ່າງຄ່ອຍໆ ເປັນໄປຕາມທຳມະຊາດ ແລະໃຫ້ຕົນເອງໄດ້ມີເວລາທຳຄວາມຄຸ້ນເຄີຍກັບຄວາມຮູ້ສຶກໃໝ່ໆ ອີກຄັ້ງ
ມອງການເດດໃຫ້ເປັນເລື່ອງມ່ວນ
ແທນທີ່ຈະກົດດັນຕົນເອງວ່າ “ເດດນີ້ຕ້ອງພົບຄົນທີ່ໃຊ່” ຫຼື “ທຸກຢ່າງຕ້ອງອອກມາສົມບູນແບບ” ຈົນເຮັດໃຫ້ຄຽດໄປໝົດ ລອງປ່ຽນແງ່ມຸມໃຫ້ມັນເປັນພຽງການພົບພໍ້ຄົນໃໝ່ໆ ຄືກັນກັບການນັດພົບໝູ່ທີ່ຫາກໍ່ຮູ້ຈັກ ຈະໄດ້ບໍ່ຕ້ອງກັງວົນຈົນໝົດມ່ວນ ບໍ່ແນ່ວ່າບາງຄົນອາດບໍ່ໄດ້ໃຊ່ສຳລັບການເປັນຄົນຮັກ ແຕ່ກັບເຂົ້າກັນໄດ້ດີໃນຖານະໝູ່ສະໜິດກໍ່ໄດ້
ອ່ານມາຮອດຕອນນີ້ ຄົງພໍເຫັນພາບແລ້ວວ່າ ເປັນຫຍັງຄົນທີ່ຄອງຕົວເປັນໂສດມາດົນ ຈຶ່ງມີແນວໂນ້ມວ່າຈະຢ້ານການອອກເດດອີກຄັ້ງ ແລະຖ້າທ່ານກຳລັງຮູ້ສຶກແບບນີ້ຢູ່ ຂໍໃຫ້ຮູ້ວ່າທ່ານບໍ່ໄດ້ຢູ່ຄົນດຽວ
ທີ່ສຳຄັນ FODA ບໍ່ແມ່ນຈຸດຈົບຂອງຄວາມຮັກ ແຕ່ມັນເປັນພຽງຄວາມຢ້ານທີ່ເກີດຂຶ້ນຕາມທຳມະຊາດ ຫາກເຮົາຄ່ອຍໆ ປັບຕົວ ແລະໃຫ້ເວລາຕົນເອງໄດ້ທຳຄວາມຄຸ້ນເຄີຍກັບຄວາມສຳພັນອີກຄັ້ງ ບໍ່ແນ່…ການເດດຄັ້ງໜ້າ ອາດເປັນເດດທີ່ເຮັດໃຫ້ທ່ານບໍ່ຕ້ອງເຫງົາອີກຕໍ່ໄປກໍ່ເປັນໄດ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,479 | 21,690 |
![]() THB | 645.44 | 657.70 |
![]() EUR | 23,823 | 24,300 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |