site-cover (8)
ຜູ້ໃຊ້ງານ ChatGPT ທະລຸ 160 ລ້ານຄົນຕໍ່ມື້ ຫຼາຍກວ່າ Gemini 4 ເທົ່າ ແຕ່ Google ຫວັງເລັ່ງເຄື່ອງໄລ່ນຳໃຫ້ທັນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 April, 2025

 

ໃນສົງຄາມການຕໍ່ສູ້ດ້ານເອໄອ ລະຫວ່າງກູເກິລ ແລະ ໂອເພນເອໄອ ໃນດ້ານໜຶ່ງສາມາດເບິ່ງໄດ້ວ່າໂອເພນເອໄອເປັນຜູ້ນຳໃນຕະຫຼາດນີ້ ແຕ່ການທີ່ກູເກິລມີຊ່ອງທາງການນຳສະເໜີໃນຫຼາກຫຼາຍຊ່ອງທາງ ເຮັດໃຫ້ມີໂອກາດສ້າງຂໍ້ໄດ້ປຽບໃນການເພີ່ມໂອກາດການເຂົ້າເຖິງ ແຕ່ກູເກິລຍັງພົບຄວາມທ້າທາຍໃນດ້ານກົດລະບຽບຊຶ່ງອາດສົ່ງຜົນຕໍ່ຜະລິດຕະພັນຂອງກູເກິລໃນພາບລວມ.

 

ຂໍ້ມູນຫຼ້າສຸດໃນເດືອນມີນາ 2025 ຊຶ່ງເປັນຕົວເລກທີ່ກູເກິລເປີດເຜີຍໃນຊ່ວງລະຫວ່າງການພິຈາລະນາຄະດີກັບກະຊວງຍຸຕິທຳສະຫະລັດຯ ລະບຸວ່າ Gemini ມີຜູ້ໃຊ້ງານລາຍວັນ (DAU) ປະມານ 35 ລ້ານຄົນ. ໃນທາງກົງກັນຂ້າມ, ນັກວິເຄາະຈາກບາເຄລສ໌ ປະເມີນວ່າ ChatGPT ມີ DAU ປະມານ 160 ລ້ານຄົນ ຊຶ່ງຫຼາຍກວ່າ Gemini ເຖິງ 4ເທົ່າ.

 

 

ຕົວເລກດັ່ງກ່າວອາດຕ່ຳກວ່າຄວາມເປັນຈິງ ເນື່ອງຈາກແຊມ ອັລທ໌ແມນ ຊີອີໂອ ແລະ ຜູ້ຮ່ວມກໍ່ຕັ້ງໂອເພນເອໄອ ເປີດເຜີຍເມື່ອເດືອນເມສາວ່າ ChatGPT ມີຜູ້ໃຊ້ງານລາຍອາທິດ (WAU) ເຖິງ 500 ລ້ານຄົນ ເຖິງຈະເປັນຫົວໜ່ວຍວັດທີ່ກວ້າງກວ່າ DAU ແຕ່ກໍຊີ້ໃຫ້ເຫັນເຖິງຖານຜູ້ໃຊ້ທີ່ໃຫຍ່ກວ່າຫຼາຍ.

 

 

ປັດໄຈທີ່ເຮັດໃຫ້ Gemini ຍັງມີຕົວເລກທີ່ໜ້ອຍກວ່າ ChatGPT ນັ້ນເຂົ້າໃຈໄດ້. ນັ້ນແມ່ນເພາະ Gemini ເປີດຕົວຊ້າກວ່າ ChatGPT ຫຼາຍພໍສົມຄວນ ໂດຍ Gemini ເປີດຕົວໃຫ້ໃຊ້ງານບົນ iOS ທົ່ວໂລກເມື່ອເດືອນພະຈິກ 2024 ຄິດເປັນເວລາເກືອບ 18 ເດືອນຫຼັງຈາກ ChatGPT ເປີດຕົວໃຫ້ໃຊ້ງານບົນ iPhone.

 

 

ນອກຈາກນີ້, ກູເກິລເລີ່ມຕົ້ນການພັດທະນາແຊດບອດດ້ວຍຊື່ “Bard” ກ່ອນທີ່ຈະປ່ຽນຊື່ມາເປັນ Gemini ໃນພາຍຫຼັງ ຊຶ່ງສ່ວນນີ້ໄດ້ສ້າງຄວາມສັບສົນຂອງຜູ້ບໍລິໂພກ.

 

 

ເຖິງຢ່າງໃດກໍຕາມ, ເມື່ອຂະຫຍາຍມຸມມອງອອກຈາກແອັບພລິເຄຊັນດ່ຽວໆ ແລະ ພິຈາລະນາລະບົບນິເວດທັງໝົດຂອງກູເກິລ ສະຖານະການຈະປ່ຽນໄປ.

 

ທັງນີ້ Google Search ຍັງຄົງມີຖານຂະໜາດໃຫຍ່ກວ່າ ChatGPT ດ້ວຍຜູ້ໃຊ້ງານລາຍເດືອນ (MAU) ຫຼາຍກວ່າ 2 ພັນລ້ານຄົນ ແລະ ຜູ້ໃຊ້ງານລາຍວັນ (DAU) ປະມານ 1.5 ພັນລ້ານຄົນ.

 

ເຖິງວ່າຖານຜູ້ໃຊ້ ChatGPT ຈະເຕີບໃຫຍ່ຂຶ້ນຈົນມີ DAU ຄິດເປັນປະມານ 10 ເປີເຊັນຂອງ Google Search ໃນເດືອນມີນາ 2025 ແຕ່ການເຂົ້າເຖິງທີ່ຝັງແໜ້ນຂອງກູເກິລຜ່ານລະບົບ Search ແລະ ການລວມເຂົ້າກັບລະບົບປະຕິບັດການ Android ຍັງຄົງເປັນຂໍ້ໄດ້ປຽບທີ່ບໍ່ມີໃຜທຽບໄດ້ ແມ້ແບຣນດ໌ນັ້ນຈະມີຄວາມແຂງແກ່ງຢ່າງ ChatGPT ຂອງໂອເພນເອໄອກໍຕາມ.

 

ການເຕີບໂຕຂອງ Gemini ໃນຊ່ວງຫຼັງ ຊຶ່ງມີ DAU ເພີ່ມຂຶ້ນເກືອບສີ່ເທົ່າຕັ້ງແຕ່ເດືອນຕຸລາ 2024 ສ່ວນໃຫຍ່ມາຈາກການຕິດຕັ້ງລ່ວງໜ້າ ຫຼື Pre-installation ບົນອຸປະກອນຂອງ Android ຫຼາຍກວ່າການດາວໂຫຼດໂດຍສະໝັກໃຈ ຊຶ່ງສະທ້ອນເຖິງຄວາມສຳເລັດໃນອະດີດຂອງ Google Search ທີ່ອາໄສການເປັນຄ່າເລີ່ມຕົ້ນເທິງອຸປະກອນຫຼາຍພັນລ້ານເຄື່ອງ ຊຶ່ງກໍລະນີນີ້ລວມເຖິງ iPhone ດ້ວຍ.

 

ຂະນະທີ່ຕົວເລກຜູ້ໃຊ້ງານ ChatGPT ສະທ້ອນມາຈາກຄວາມໄດ້ປຽບຈາກການເປັນຜູ້ມາກ່ອນ ແລະ ຄວາມສາມາດຂອງ OpenAI ທີ່ມີການເປີດຕົວຟີເຈີໃໝ່ອອກມາຢ່າງຕໍ່ເນື່ອງ.

 

ແຕ່ຟີເຈີແຊດບອດຂອງ Gemini ຖືວ່າມາຊ້າກວ່າ ແຕ່ກໍຍັງມີໂອກາດໄລ່ຕາມທັນ ໂດຍສະເພາະການຜະນວກລວມເຂົ້າກັບ Google Search ຊຶ່ງຈະເຮັດໃຫ້ເຕັກໂນໂລຢີນີ້ເຂົ້າເຖິງຜູ້ໃຊ້ຫຼາຍກວ່າ 2 ພັນລ້ານຄົນຕໍ່ເດືອນ ແລະ ປະມານ1.5 ພັນລ້ານຄົນຕໍ່ວັນໃນທັນທີ.

 

ນອກຈາກນີ້, ກູເກິລຍັງຜັກດັນໃຫ້ Gemini ຕິດຕັ້ງມາພ້ອມກັບອຸປະກອນ Android ຫຼາຍພັນລ້ານເຄື່ອງຜ່ານຂໍ້ຕົກລົງກັບຜູ້ຜະລິດສະມາດໂຟນທຸກແບຣນດ໌ ເຊັ່ນ: ຊຳຊຸງ, ອົບໂປ້ ແລະ ຊຽວໝີ່ ເປັນຕົ້ນ.

 

ແນ່ນອນວ່າ ແຊມ ອັລທ໌ແມນ ກໍຕະຫນັກເຖິງຄວາມສຳຄັນຂອງຊ່ອງທາງການເຂົ້າເຖິງຜູ້ໃຊ້ ໂດຍໂອເພນເອໄອມີແນວຄິດທີ່ຈະຊື້ Google Chrome ຫາກກູເກິລຖືກກະຊວງຍຸຕິທຳຂອງສະຫະລັດຯ ບັງຄັບໃຫ້ກູເກິລຂາຍ Chrome ອອກໄປ.

 

ໃນກໍລະນີນີ້, ຫາກວັດກັນທີ່ການມີສ່ວນຮ່ວມໂດຍກົງກັບ AI ໃນສະພາບແວດລ້ອມທີ່ສ້າງຂຶ້ນເພື່ອ AI ໂດຍສະເພາະ (AI-native setting) ChatGPT ຄືຜູ້ນຳຢ່າງຊັດເຈນ.

 

ແຕ່ຫາກລວມການເຂົ້າເຖິງໃນລະດັບແພລັດຟອມ ໂດຍສະເພາະຜ່ານລະບົບປະຕິບັດການ Android ແລະ Google Search ເຂົ້າໄປດ້ວຍ ກູເກິລຈະມີຂໍ້ໄດ້ປຽບທາງການແຂ່ງຂັນທີ່ແຂງແກ່ງ ຊຶ່ງບໍລິສັດໄດ້ໃຊ້ປະໂຫຍດຈາກຈຸດນີ້ມານານແລ້ວໃນຜະລິດຕະພັນຕ່າງໆ ຕະຫຼອດຊ່ວງເວລາທີ່ຜ່ານມາ.

 

ເຖິງຢ່າງໃດກໍຕາມ, ມີຄວາມທ້າທາຍທີ່ໜ້າອຶດອັດໃຈສຳລັບກູເກິລຄື ການທີ່ກະຊວງຍຸຕິທຳສະຫະລັດຯ ກຳລັງກວດສອບກົນລະຍຸດການຈັດຈຳໜ່າຍຂອງບໍລິສັດ ຊຶ່ງອາດເຮັດໃຫ້ຄວາມພະຍາຍາມໃນການປະສົມປະສານ Gemini ເຂົ້າກັບ Google Search ແລະ ລະບົບປະຕິບັດການ Android ຢ່າງແນບແໜ້ນເຮັດໄດ້ຍາກຂຶ້ນ.

 

ທ້າຍທີ່ສຸດແລ້ວ, ນີ້ບໍ່ແມ່ນການແຂ່ງຂັນທີ່ມີຜູ້ຊະນະພຽງລາຍດຽວ ແຕ່ເປັນການຕໍ່ສູ້ລະຫວ່າງລະບົບນິເວດກັບແອັບພລິເຄຊັນ ແລະ ເມື່ອກົດລະບຽບສົ່ງຜົນກະທົບຕໍ່ກົນລະຍຸດການຄວບລວມຂອງກູເກິລ ແລະ ໂອເພນເອໄອ ຂະຫຍາຍການປະສົມປະສານລວມຂອງຕົວເອງ ຊ່ອງວ່າງອາດແຄບລົງ ແຕ່ໃນປັດຈຸບັນນີ້ ຜົນລັບຂອງການແຂ່ງຂັນຂຶ້ນຢູ່ກັບວ່າກຳລັງເບິ່ງຈາກມຸມໃດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 25 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
632.47
642.46
european-union
EUR
23,857
24,335
china
CNY
2,871
2,928
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (11)
ນັກປີນພູຟູຈິໄດ້ຮັບການຊ່ວຍເຫຼືອ 2 ຄັ້ງ ເພາະກັບໄປເອົາໂທລະສັບທີ່ເຮັດຫາຍ
VP LANDSCAPE COVER (78)
ການພົວພັນຮ່ວມມື ລະຫວ່າງ ລາວ-ຣັດເຊຍມີຜົນສຳເລັດໃນຫຼາຍດ້ານ
Copy of site cover (29)
ຊິແມ່ນ ແມນຢູ ຫຼື ບໍ່? ໂຢເຄເຣສ ຕອບຮັບຂໍ້ສະເໜີຍ້າຍທີມຮຽບຮ້ອຍແລ້ວ!
site-cover (10)
ບໍ່ຢາກເປັນ "ພະຍາດອັລໄຊເມີ" ມີວິທີປ້ອງກັນ ແລະ ການກວດເຊັກຄວາມສ່ຽງ
VP LANDSCAPE COVER (75)
ການວິໄຈສຶກສາອຸປະນິໄສ "ການໃຊ້ໂທລະສັບໃນຂະນະຂັບລົດ" ສະທ້ອນ 3 ພຶດຕິກຳທາງຈິດ ລວມທັງໄຊໂຄພາດ!
site-cover (9)
4 ບົດຮຽນວາງແຜນການເງິນ ສະບັບຄົນອາເມລິກາ "Gen Z" ທີ່ຄົນໃກ້ບຳນານ "ຮຽນຮູ້" ໄດ້ ເລີ່ມຕົ້ນດີ ມີໄຊ
VP LANDSCAPE COVER (74)
ໄພງຽບຂອງຄົນຕິດຈໍ! ໝໍເຕືອນແລ້ວ ການໃຊ້ມືຖືຫຼາຍເກີນໄປເຮັດໃຫ້ "ສະໝອງເສື່ອມ" ໂດຍບໍ່ຮູ້ຕົວ
Copy of site cover (28)
ຕຳນານເຊື່ອປີໜ້າ ອາເຊນໍ ຈະຄວ້າແຊັມພຣີເມຍລີກ ເໜືອຄູ່ແຂ່ງ 10 ແຕ້ມ
VP LANDSCAPE COVER (73)
ຄະນະກຳມາທິການແມ່ນ້ຳຂອງສະຫຼອງຄົບຮອບ 30 ປີ, ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືພາກພື້ນ
site-cover (8)
ຜູ້ໃຊ້ງານ ChatGPT ທະລຸ 160 ລ້ານຄົນຕໍ່ມື້ ຫຼາຍກວ່າ Gemini 4 ເທົ່າ ແຕ່ Google ຫວັງເລັ່ງເຄື່ອງໄລ່ນຳໃຫ້ທັນ
ຢ່າລື່ມກົດຕິດຕາມ