site-cover (10)
ບໍ່ຢາກເປັນ "ພະຍາດອັລໄຊເມີ" ມີວິທີປ້ອງກັນ ແລະ ການກວດເຊັກຄວາມສ່ຽງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 28 April, 2025

 

  • ອັລໄຊເມີ ເປັນພະຍາດທີ່ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ແຕ່ຫາກຄົນໃນຄອບຄົວຄອຍສັງເກດຄວາມຜິດປົກກະຕິຂອງຜູ້ສູງອາຍຸໄດ້ໄວ ລວມເຖິງການດູແລເອົາໃຈໃສ່ຈະຊ່ວຍຄວບຄຸມພະຍາດອັລໄຊເມີໃນໄລຍະເລີ່ມຕົ້ນ ຊະລໍໃຫ້ເກີດພະຍາດຊ້າລົງ ຫຼືອາດບໍ່ເກີດພະຍາດເລີຍໄດ້.

 

  • ຜົນການສຶກສາພົບວ່າການມີວິຖີຊີວິດທີ່ມີສຸຂະພາບດີ ໄດ້ແກ່ ອອກກຳລັງກາຍ ອາຫານ ອາລົມ ແລະ ການນອນຫຼັບທີ່ດີ ຊ່ວຍປົກປ້ອງສະໝອງຈາກຄວາມເສື່ອມ ຫຼື ຊະລໍການເກີດພະຍາດອັລໄຊເມີໄດ້ເຖິງ 40%.

 

  • ການກວດພະຍາດອັລໄຊເມີສາມາດເຮັດໄດ້ຫຼາຍປີກ່ອນທີ່ຜູ້ປ່ວຍຈະເລີ່ມສະແດງອາການ ຊ່ວຍກວດຄົ້ນຫາກ່ອນທີ່ຈະເກີດພາວະສະໝອງເສື່ອມໃນອະນາຄົດ ແລະ ຊະລໍການດຳເນີນພະຍາດຂອງພາວະສະໝອງເສື່ອມທີ່ເກີດຂຶ້ນແລ້ວໃຫ້ຊ້າລົງໄດ້.

 

ແມ້ອາຍຸທີ່ຫຼາຍຂຶ້ນຈະເປັນໜຶ່ງໃນປັດໄຈສ່ຽງພະຍາດອັລໄຊເມີ ເນື່ອງຈາກຄວາມເສື່ອມຂອງທຸກອະໄວຍະວະໃນຮ່າງກາຍ ລວມເຖິງສະໝອງ ແຕ່ບໍ່ໄດ້ໝາຍຄວາມວ່າຜູ້ສູງອາຍຸທຸກຄົນຈະຕ້ອງເປັນ “ອັລໄຊເມີ“.

 

ອັລໄຊເມີ ເປັນພະຍາດທີ່ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ແຕ່ຫາກຄົນໃນຄອບຄົວຄອຍສັງເກດຄວາມຜິດປົກກະຕິຂອງຜູ້ສູງອາຍຸໃນເຮືອນໄດ້ໄວ ກວດພົບຕັ້ງແຕ່ເນິ່ນໆ ລວມເຖິງການດູແລເອົາໃຈໃສ່ຈາກລູກຫຼານ ຈະຊ່ວຍຄວບຄຸມພະຍາດໃນໄລຍະເລີ່ມຕົ້ນ ຊະລໍໃຫ້ເກີດພະຍາດຊ້າລົງ ຫຼື ອາດບໍ່ເກີດພະຍາດເລີຍກໍໄດ້.

 

ສັນຍານເຕືອນອັລໄຊເມີ

 

ອາການເລີ່ມຕົ້ນຂອງຜູ້ປ່ວຍອັລໄຊເມີຄືການສູນເສຍຄວາມຈຳລະຍະສັ້ນ ຊຶ່ງເປັນອາການໃກ້ຄຽງກັບອາການຂີ້ຫຼົງຂີ້ລືມຕາມທຳມະຊາດໃນຜູ້ສູງອາຍຸ ແຕ່ເມື່ອເວລາຜ່ານໄປຜູ້ປ່ວຍ 80-90% ຈະມີອາການທາງພຶດຕິກຳຫຼືທາງຈິດຮ່ວມດ້ວຍ.

 

ອາການຂອງ ພະຍາດອັລໄຊເມີ ຈະດຳເນີນໄປເລື້ອຍໆ ກິນເວລາຫຼາຍປີ ໂດຍຈະສະແດງອາການຕາມລະຍະເສື່ອມຂອງສະໝອງ 3 ລະຍະ ດັ່ງນີ້:

 

  • ລະຍະເລີ່ມຕົ້ນ ຫຼົງລືມ ຖາມຊ້ຳໆ ເວົ້າຊ້ຳໆ ໃນເລື່ອງເດີມ ອາລົມປ່ຽນແປງ ຫງຸດຫງິດງ່າຍ ແຕ່ສາມາດເຮັດກິດຈະວັດປະຈຳວັນໄດ້

 

  • ລະຍະກາງ ຄວາມຈຳຮ້າຍແຮງລົງ ສັບສົນ ລືມວັນເວລາ ນອນບໍ່ຫຼັບ ແລະ ທີ່ພົບບໍ່ຄື ຫຼົງທາງ ບາງຄັ້ງພົບອາລົມປ່ຽນແປງງ່າຍ ຫຼື ເກີດພາວະຊຶມເສົ້າ

 

  • ລະຍະທ້າຍ ເລີ່ມຕອບສະໜອງຕໍ່ສິ່ງອ້ອມຂ້າງໜ້ອຍລົງ ເກີດພາບຫຼອນ ຮຽກຮ້ອງຄວາມສົນໃຈ ຫຼື ກ້າວຮ້າວຂຶ້ນ. ອາການທາງກາຍ ເຊັ່ນ ຮັບປະທານອາຫານໜ້ອຍລົງ ເຄື່ອນໄຫວຊ້າ ຫຼື ບໍ່ສາມາດຍ່າງເອງໄດ້ ປັດສະວະ ຫຼືອາຈົ່ມ ເລັດ ເນື່ອງຈາກກັ້ນບໍ່ຢູ່ ແລະ ສູນເສຍຄວາມສາມາດໃນການໃຊ້ຊີວິດປະຈຳວັນ. ພູມຄຸ້ມກັນຄ່ອຍໆ ອ່ອນແອລົງ ນຳໄປສູ່ການຕິດເຊື້ອແລະເສຍຊີວິດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
pele - 2025-10-30T112203.287
ຜົວໃຊ້ປືນແກັບຍິງເມຍ ເສຍຊີວິດ ຍ້ອນໃຈຮ້າຍ ແລະ ຫຶງຫວງ
jane - 2025-10-30T111835.403
ນາຍຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ຣັດເຊຍ-ລາວ ໃນຕອນບ່າຍວັນທີ 29 ຕຸລາ 2025
site cover1 - 2025-10-30T101029.546
ແຮ່ແຣ້ເອີທ໌ Rare Earth ແມ່ນຫຍັງ ສຳຄັນແນວໃດ?
pele - 2025-10-30T095930.799
ປກສ ແຂວງວຽງຈັນ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ 13 ຄົນ
jane - 2025-10-30T093941.368
ແຈ້ງການປັບຂຶ້ນລາຄານ້ຳມັນທຸກປະເພດເລີ່ມ ວັນທີ​ 30 ຕຸລາ​ 2025 ດັ່ງລຸ່ມນີ້:
jane - 2025-10-30T090454.884
ລາຍງານສະພາບອາກາດປະຈໍາເຊົ້າວັນທີ 30 ຕຸລາ 2025
ຢ່າລື່ມກົດຕິດຕາມ