
ໃນເວລາ ປະມານ 1ໂມງກາງຄືນຂອງວັນທີ 29 ເມສາ 2025 ນີ້ ໄດ້ເກີດເຫດດິນສະໄລເຈື່ອນໄຫຼຊຸເຮືອນປະຊາຊົນ ບ້ານລາດກຶມ ເມືອງງາ ແຂວງອຸດົມໄຊ ຈຳນວນ 2 ຫຼັງ ເຮັດໃຫ້ມີຜູ້ສູນຫາຍຈໍານວນ 9 ຄົນ.
ທ່ານ ໂປະ ນາຍບ້ານລາດກຶ່ມ ເມືອງງາ ແຂວງອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນເວວາ ປະມານ 1 ໂມງປາຍ ໄດ້ເກີດມີຝົນຕົກໜັກ ເຮັດໃຫ້ຄູກັນນໍ້າຫ້ວຍສະຫຼອກ ທີ່ບໍສະສັດກໍ່ສ້າງເສັ້ນທາງໄດ້ກັ້ນໄວ້ ຮັບແຮງດັນນໍ້າບໍ່ຢູ່ ແລ້ວແຕກໄຫຼສຸເອົາເຮືອນ 2 ຫຼັງຢູແຄມຫ້ວຍດັ່ງກ່າວ ເຮັດໃຫ້ມີຜູ້ສູນຫາຍຈໍານວນ 9 ຄົນຄື:
ທ້າວ ອຸນຄໍາ ອາຍຸ 70 ປີ,
ທ້າວ ຈັນຄຳ ອາຍຸ 45 ປີ,
ນາງ ສາບ ອາຍຸ 37 ປີ,
ນາງ ທອງ ອາຍຸ 35 ປີ,
ທ້າວ ດອນ ອາຍຸ 30 ປີ,
ທ້າວ ສົມພົງ ອາຍຸ 3 ປີ,
ນາງ ພູ ອາຍຸ 5 ປີ ,
ນາງ ໝອນ ອາຍຸ 5 ປີ
ແລະ ນາງ ເມົາ ອາຍຸ 60 ປີ
ເຊິ່ງຄາດວ່າຜູ້ສູນຫາຍຈໍານວນ 9 ຄົນນັ້ນ ແມ່ນໄດ້ຖືກມວນນໍ້າ ແລະ ດິນໄຫຼຊຸລົງແມ່ນໍ້າຂອງ
ໃນປະຈຸບັນນີ້ ອົງການປົກຄອງເມືອງງາ ແລະ ການຈັດຕັ້ງບ້ານ ພ້ອມດ້ວຍພາກສວນກ່ຽວຂ້ອງພວມເລັ່ງຊອກຄົ້ນຫາຜູ້ສູນຫາຍ
ແຫຼ່ງທີ່ມາ:ເມືອງງາ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,270,000 | 45,800,000 |
![]() | 44,715,000 | 45,909,000 |














