site-cover (19)
ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 50 ປີວັນປົດປ່ອຍພາກໃຕ້ຫວຽດນາມ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 April, 2025
ໝວດ: ຂ່າວ

ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

 

 

ຕອນບ່າຍຂອງວັນທີ 29 ເມສາ 2025 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ເດີນທາງໄປຍັງ ນະຄອນໂຮ່ຈິມິນ ເພີ່ມກຽມເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 30 ເມສາ 2025 ທີ່ຈະມາເຖິງນີ້,

 

ໂອກາດດັ່ງກ່າວ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບສະຫາຍ ໂຕເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດ ນາມ.

 

ໃນການພົບປະ ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ສົມກຽດ ເຊິ່ງເຕັມໄປດ້ວຍໄມຕິຈິດມິດຕະພາບ, ຄວາມສາມັກຄີພິເສດ ຖານສະຫາຍອ້າຍນ້ອງ ທີ່ ສະຫາຍ ໂຕເລີມ ແລະ ບັນດາສະ ຫາຍການນໍາຫວຽດນາມ ກໍ່ຄື ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈິມິນ ທີ່ມີຕໍ່ຄະນະ; ສະແດງຄວາມຊົມເຊີຍ ພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມ ສະຫຼອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ.

 

 

 

ພ້ອມນີ້ຍັງໄດ້ພ້ອມກັນແລກປ່ຽນບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈ, ໄດ້ແຈ້ງໃຫ້ກັນຊາບ ສະພາບພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດໃນໄລຍະຜ່ານມາ, ແລກປ່ຽນ ຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ ແລະ ຕີລາຄາສູງຕໍ່ ສາຍພົວພັນຮ່ວມມືຂອງສອງປະເທດ ທີ່ສືບຕໍ່ມີການຂະຫຍາຍຕົວຂຶ້ນສູ່ລະດັບສູງກວ່າເກົ່າ, ການຮ່ວມມືດ້ານການ ເມືອງສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ນັບມື້ນັບໃກ້ຊິດ ສະໜິດສະໜົມ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ;

 

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະ ຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ສຶກສານັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດ ໄດ້ເປັນຢ່າງດີ.

ພາຍຫຼັງສຳເລັດການພົບປະ ສອງເລຂາທິການໃຫຍ່ແລ້ວ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ຍັງໄດ້ພົບປະ ກັບ ສະຫາຍ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍເນື່ອງໃນໂອກາດສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ.

 

 

ສະຫາຍໄດ້ເນັ້ນໜັກວ່າ ມະຫາໄຊຊະນະລະດູບານໃໝ່ ໃນບັ້ນຮົບ ໂຮ່ຈີມິນ ທີ່ລືຊື່ ເມື່ອວັນທີ 30 ເມສາ 1975, ເປັນໄຊຊະນະທີ່ຍິ່ງໃຫຍ່ສະຫວ່າງສະໄຫວ, ມີຄວາມໝາຍປະຫວັດສາດ, ເປັນໝາກຜົນຂອງການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ, ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສໍາເລັດພາລະກໍາໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວ ເຊິ່ງເປັນຂີດໝາຍປະຫວັດສາດ, ກ້າວເຂົ້າສູ່ສັງກາດໃໝ່ ແຫ່ງຄວາມເປັນເອກະລາດແຫ່ງຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.

 

 

ໄຊຊະນະດັ່ງກ່າວ ແມ່ນໝາກຜົນຂອງຄວາມສາມັກຄີ ແລະ ຮ່ວມສໍາພັນສູ້ຮົບຂອງປະຊາຊົນ 3 ຊາດອິນດູຈີນ ແລະ ໄດ້ກາຍເປັນກໍາລັງແຮງອັນມະຫາສານຊຸກຍູ້ຂະບວນການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວບັນດາເຜົ່າ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ກໍຄື ເປັນກໍາລັງແຮງສະໜັບສະໜູນຢ່າງແຮງກ້າ ໃຫ້ແກ່ບັນດາຂະບວນການຕໍ່ສູ້ທີ່ຮັກຫອມສັນຕິພາບໃນໂລກ.

 

 

ໃນວັນດຽວກັນ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລາວ ຍັງໄດ້ເຂົ້າຮ່ວມພິທີປະດັບການຍ້ອງຍໍຫຼຽນໄຊ ຈາກ ລັດຖະບານ ສປປ ລາວ ໃຫ້ແກ່ການນຳ ແລະ ອະດິດການນຳຂັ້ນສູງຂອງ ຫວຽດນາມ ທີ່ໄດ້ມີບັນດາຜົນງານດີ ເດັ່ນໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ