VP LANDSCAPE COVER (83)
ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ
ຮຽບຮຽງໂດຍ:patthana
ເຜີຍແຜ່: 30 April, 2025
ໝວດ: ຂ່າວ

ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ.

ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ, ອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການກົດຂີ່ຂູດຮີດ, ບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານ ໂດຍບໍ່ມີເວລາພັກຜ່ອນ, ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ອອກແຮງງານໜັກແຕ່ຄ່າແຮງງານພັດຕໍ່າ, ບໍ່ມີການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກ, ບໍ່ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງຂຶ້ນເລື້ອຍໆ. ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຈຶ່ງໄດ້ຈັດຕັ້ງກັນເປັນກຸ່ມ, ເປັນຂະບວນເພື່ອລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ ເຊິ່ງຂະບວນການຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດໃນປີ 1764.

ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດທີ່ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນປະເທດອາເມລິກາຢູ່ຕົວເມືອງຊິກາໂກ ໄດ້ມີການຕໍ່ສູ້ໂດຍອີງໃສ່ເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນ, ມີກຳມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະ ອື່ນໆ, ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນ ໃນມື້ໜຶ່ງ 8 ຊົ່ວໂມງ.

ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກຳມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມລິກາເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສໍາຄັນໃຫຍ່ຫຼວງ ຂອງຊົນຊັ້ນກຳມະກອນໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ.

ມາໃນວັນທີ 1 ເດືອນພຶດສະພາປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ເປີດຂຶ້ນຢູ່ນະຄອນຫຼວງປາຣີ (ປະເທດຝຣັ່ງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ, ມາຈາກ 22 ປະເທດເອີຣົບ, ອາເມລິກາ ແລະ ອາກຊັງຕິນ, ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ” ນັບແຕ່ນັ້ນມາ “ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ”.

ສໍາລັບ ການສະ​ເຫຼີ​ມສະຫຼອງວັນ​ກໍາມະກອນ​ສາກົນ ປີນີ້ ແມ່ນ​ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025).

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 22 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
44,480,000
45,010,000
43,946,000
45,119,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-22T162436.067
ແຈ້ງການມອດໄຟ ວັນທີ 24,25,26/10/2025 ລາຍລະອຽດຕາມແຈ້ງການດັ່ງລຸ່ມນີ້:
jane - 2025-10-22T153803.826
ປະທານປະເທດ ຈະເດີນທາງເຂົ້າຮ່ວມພິທີລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກໍາທາງໄຊເບີ ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ
jane - 2025-10-22T151307.079
ຂ່າວຕ່າງປະເທດລາຍງານວ່າກອງທັບມຽນມາບຸກຈັບແກ້ງສໍ້ໂກງທາງອອນລາຍ ສາມາດຄວບຄຸມແຮງງານໄດ້ກວ່າ 2,000 ຄົນ.
jane - 2025-10-22T144514.440
ນາຍຍົກເຂົ້າຮ່ວມເປີດງານວາງສະແດງສິນຄ້າ ຂອງສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ
jane - 2025-10-22T141530.830
ວາງກຳລັງເຈົ້າໜ້າທີ່ 2,015 ສະຫາຍ ປ້ອງກັນງານບຸນນະ ມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າປະຈຳປີ 2025 ນີ້
jane - 2025-10-22T131038.612
ຂ່າວຕ່າງປະເທດລາຍງານວ່າພາຍຸໝາຍເລກ 12 “Fengshen” ກຳລັງເຂົ້າໃກ້ດານັງ ພົບວ່ານໍ້າໃນແມ່ນໍ້າຂອງດານັງມີລະດັບສູງ
jane - 2025-10-22T120311.944
ຕອນເຊົ້າມືດຂອງວັນທີ 22 ຕຸລາ 2025 ເຫດລົດເກັງເສຍຫຼັກ ຕໍາລົດຈອດຢູ່ຂ້າງທາງແລ້ວໄຟໄໝ້.
jane - 2025-10-22T090748.902
ແຈ້ງການ ເຂື່ອນໄຟຟ້າເຊລະນອງ 1 ຈະເລີ່ມປ່ອຍນໍ້າ ວັນທີ 22 ຕຸລາ 2025 ເພື່ອກຽມຮັບມື ພາຍຸເຟິງເຊີນ.
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
ຢ່າລື່ມກົດຕິດຕາມ