site-cover (20)
ທຣຳ ສົ່ງເສີມ "ການຂຸດຄົ້ນແຮ່ເລິກໃຕ້ທະເລ" ເລັ່ງຍາດແຮ່ທີ່ຫາຍາກແຂ່ງກັບຈີນ ໂດຍບໍ່ສົນເລື່ອງສິ່ງແວດລ້ອມ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 April, 2025
ໝວດ: ຂ່າວ

ປະທານາທິບໍດີໂດນັລ ທຣຳ ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານເມື່ອວັນພະຫັດທີ່ຜ່ານມາ (24/4/2025) ເພື່ອເລັ່ງລັດຂະບວນການສຳຫຼວດ ແລະ ຂໍອະນຸຍາດດຳເນີນການຂຸດແຮ່ໃຕ້ທະເລໃນນ່ານນ້ຳສະຫະລັດ ແລະ ນ່ານນ້ຳສາກົນ.

 

ເຈົ້າໜ້າທີ່ລະດັບສູງຂອງລັດຖະບານເປີດເຜີຍວ່າ ນ່ານນ້ຳຂອງສະຫະລັດມີແຮ່ສຳຄັນຫຼາຍກວ່າ 1 ພັນລ້ານຕັນ ລວມເຖິງທອງແດງ, ໂຄບອລ, ນິກເກິລ, ສັງກະສີ, ແລະ ແມງການີສ ຊຶ່ງລ້ວນຈຳເປັນຕໍ່ການຜະລິດຊິບຄອມພິວເຕີ, ແບັດເຕີຣີ, ແລະ ຜະລິດຕະພັນທີ່ກ່ຽວຂ້ອງກັບພະລັງງານສະອາດ.

 

ການເລັ່ງພັດທະນາອຸດສາຫະກໍາໃໝ່ນີ້ມີເປົ້າໝາຍເພື່ອຫຼຸດການເພິ່ງພາແຫຼ່ງແຮ່ຈາກຕ່າງປະເທດ ໂດຍສະເພາະຈາກຈີນ ຊຶ່ງປັດຈຸບັນຄວບຄຸມຫ່ວງໂສ້ອຸປະທານແຮ່ສຳຄັນສ່ວນໃຫຍ່ຂອງໂລກ ແລະ ໄດ້ໃຊ້ການຈຳກັດການສົ່ງອອກແຮ່ເປັນເຄື່ອງມືກົດດັນສະຫະລັດໃນສົງຄາມການຄ້າລະຫວ່າງສອງປະເທດ.

 

“ພວກເຮົາເພິ່ງພາແຫຼ່ງແຮ່ຈາກຕ່າງປະເທດມາດົນເກີນໄປແລ້ວ ແລະ ການປະກາດຄັ້ງນີ້ຖືເປັນກ້າວສຳຄັນໃນການນຳຊັບພະຍາກອນທີ່ຈຳເປັນຕໍ່ຄວາມໝັ້ນຄົງຂອງປະເທດກັບມາຢູ່ໃນມືພວກເຮົາເອງ” ເຈົ້າໜ້າທີ່ອາວຸໂສກ່າວ.

 

ເຖິງຢ່າງໃດກໍຕາມ, ອຸດສາຫະກໍາການຂຸດແຮ່ໃຕ້ທະເລຍັງຢູ່ໃນຂັ້ນຕອນເລີ່ມຕົ້ນໃນລະດັບໂລກ, ຍັງບໍ່ມີການດໍາເນີນການເຊິງການຄ້າຢ່າງແທ້ຈິງແຕ່ຢ່າງໃດ.

 

ຄໍາສັ່ງຝ່າຍບໍລິຫານຂອງທຣຳກໍານົດໃຫ້ກະຊວງການຄ້າເລັ່ງຂະບວນການອອກໃບອະນຸຍາດສໍາຫຼວດ ແລະ ດໍາເນີນການເຊິງການຄ້າ, ໃນຂະນະດຽວກັນກໍມອບໝາຍໃຫ້ກະຊວງພາຍໃນກໍານົດແນວທາງອະນຸມັດໃບອະນຸຍາດໃນເຂດໄຫຼ່ທະວີບພາຍນອກຂອງສະຫະລັດ.

 

ການດໍາເນີນການນີ້ຈະເປີດທາງໃຫ້ບໍລິສັດຕ່າງໆສາມາດຫຼີກລ່ຽງການພິຈາລະນາຂອງອົງການບໍລິຫານກົ້ນສະມຸດສາກົນ (ISA) ຊຶ່ງເປັນໜ່ວຍງານສະຫະປະຊາຊາດທີ່ມີໜ້າທີ່ກໍານົດກົດລະບຽບສໍາລັບອຸດສາຫະກໍາຂຸດແຮ່ໃຕ້ທະເລ, ແຕ່ຍັງບໍ່ສາມາດສະຫຼຸບກົດລະບຽບໄດ້ເນື່ອງຈາກຄວາມເຫັນແຕກຕ່າງລະຫວ່າງປະເທດສະມາຊິກ.

 

ໃນຂະນະດຽວກັນ, ນັກວິທະຍາສາດເຕືອນວ່າການເຮັດເໝືອງໃຕ້ທະເລ, ຊຶ່ງເປັນໜຶ່ງໃນລະບົບນິເວດທີ່ມະນຸດຮູ້ຈັກໜ້ອຍທີ່ສຸດ, ອາດສ້າງຄວາມເສຍຫາຍຖາວອນຕໍ່ສິ່ງມີຊີວິດໃນທະເລ.

 

ຫຼາຍປະເທດຈຶ່ງຮຽກຮ້ອງໃຫ້ມີການຊະລໍຫຼືລະງັບການເຮັດເໝືອງດັ່ງກ່າວຈົນກວ່າຈະມີຂໍ້ມູນດ້ານຜົນກະທົບພຽງພໍ.

 

ສ່ວນບໍລິສັດເໝືອງແຮ່ໃຕ້ທະເລມອງວ່າຄວາມກັງວົນເຫຼົ່ານີ້ເກີນຈິງ, ພ້ອມຢືນຢັນວ່າການເຮັດເໝືອງໃຕ້ທະເລເປັນທາງເລືອກທີ່ຍືນຍົງກວ່າການເຮັດເໝືອງແຮ່ເທິງບົກ, ຊຶ່ງມີບັນຫາດ້ານສິ່ງແວດລ້ອມແລະສິດທິມະນຸດຢ່າງກວ້າງຂວາງ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (89)
ແຈ້ງການປິດນ້ຳປະປາຊົ່ວຄາວ ໃນເຂດເມືອງ ໄຊທານີ ວັນທີ 31 ພຶດສະພາ 2025
VP LANDSCAPE COVER - 2025-05-30T155146.682
ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX
site_cover (87)
ຄະນະກຳມະການກຳກັບຫຼັກຊັບແລະຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ຖອນຟ້ອງຄະດີແພ່ງຕໍ່ Binance
VP LANDSCAPE COVER - 2025-05-30T153929.861
ແຕ່ງຕັ້ງທ່ານ ຄໍາໜັ້ນ ສໍປະເສີດ ເປັນຮັກສາການເລຂາພັກເມືອງຍົມມະລາດ
site_cover (86)
ຄິມຈົງອຶນຄວບຄຸມການຊ້ອມຍິງປືນໃຫຍ່ ຈຳລອງສະຖານະການຄືກັບສົງຄາມຈິງ
VP LANDSCAPE COVER - 2025-05-30T150000.747
ຄາດ​ວ່າ ຕີ​ມໍເລັ​ດສະເຕ​ ຈະ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການພາຍ​ໃນ​ປີ​ນີ້
site_cover (84)
ຮູ້ຈັກ 5 ສະໝຸນໄພ ທີ່ຊ່ວຍໃຫ້ບໍ່ຢາກສູບຢາ
site_cover (83)
ເກີດລະເບີດຮຸນແຮງທີ່ໂຮງງານສານເຄມີຈີນ ເສຍຊີວິດແລ້ວ 5 ຄົນ ບາດເຈັບຫຼາຍສິບຄົນ
site_cover (82)
ເລກນຳໂຊກປະຈຳຕົວ ຂອງຄົນທັງ 12 ລາສີ ເສີມພະລັງບວກໃຫ້ຊີວິດ
site_cover (81)
ຄ່າຍລົດຈີນ BYD ປະເຊີນວິກິດ! ບຣາຊີລຟ້ອງເຮັດໃຫ້ເສຍເງິນ 1.5 ພັນລ້ານ ຂໍ້ຫາຄ້າມະນຸດ-ໃຊ້ແຮງງານທາດ
ຢ່າລື່ມກົດຕິດຕາມ