site-cover (24)
ຈີນຍຶດດອນຊາຍຂະໜາດນ້ອຍກາງທະເລຈີນໃຕ້ ຟິລິບປິນຕອບໂຕ້ຢ່າງໃດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 April, 2025
ໝວດ: ຂ່າວ

ສໍານັກຂ່າວຊີຊີທີວີ (CCTV) ຂອງຈີນລາຍງານຂ່າວດ້ວຍການເຜີຍແຜ່ພາບເຈົ້າໜ້າທີ່ໜ່ວຍຍາມຊາຍຝັ່ງ 4 ນາຍ, ສວມຊຸດສີດໍາລ້ວນ, ໃນມືຖືທຸງຊາດຈີນ ໄດ້ຍຶດສັນຊາຍນ້ອຍໆໃນທະເລຈີນໃຕ້, ຊຶ່ງເປັນການຍົກລະດັບຂໍ້ພິພາດລະດັບພູມິພາກກັບຟິລິບປິນ, ຊຶ່ງຕັ້ງຢູ່ເທິງແນວປະການັງແຊນດີເຄ, ໃນໝູ່ເກາະສແປຣັດລີ, ຊຶ່ງເປັນພື້ນທີ່ພິພາດທາງທະເລໃນທະເລຈີນໃຕ້.

 

ສໍານັກຂ່າວຊີຊີທີວີ ກ່າວວ່າ ຈີນໄດ້ “ດໍາເນີນການຄວບຄຸມທາງທະເລ ແລະ ບັງຄັບໃຊ້ອໍານາດອະທິປະໄຕຂອງລັດ” ເໜືອແນວປະການັງດັ່ງກ່າວໃນເດືອນເມສາ.

 

ເຖິງຢ່າງໃດກໍຕາມ, ທັງຈີນ ແລະ ຟິລິບປິນຕ່າງອ້າງສິດເທິງເກາະຕ່າງໆໃນທະເລຈີນໃຕ້, ໂດຍທາງການຟິລິບປິນກ່າວເມື່ອວັນອາທິດທີ່ຜ່ານມາ (27 ເມສາ) ວ່າພວກເຂົາເຈົ້າເປັນເຈົ້າຂອງສັນດອນຊາຍ 3 ແຫ່ງ, ພ້ອມກັບເຜີຍແຜ່ພາບເຈົ້າໜ້າທີ່ຊູທຸງຊາດໃນລັກສະນະຮຽນແບບພາບຖ່າຍຂອງຈີນ.

 

 

ຍັງບໍ່ຊັດເຈນວ່າດອນຊາຍແຫ່ງໜຶ່ງທີ່ໜ່ວຍງານດ້ານຄວາມໝັ້ນຄົງຂອງຟິລິບປິນເດີນທາງໄປນັ້ນຄືແຊນດີເຄຫຼືບໍ່, ແຕ່ໃນຖະແຫຼງການຂອງກອງກໍາລັງສະເພາະກິດແຫ່ງຊາດທາງທະເລຟິລິບປິນຕາເວັນຕົກ (NTF-WPS) ລະບຸວ່າ ເຫັນ “ການປະກົດຕົວຢ່າງຜິດກົດໝາຍ” ຂອງເຮືອຍາມຊາຍຝັ່ງຂອງຈີນທີ່ຢູ່ຫ່າງຈາກສັນດອນຊາຍແຫ່ງໜຶ່ງໃນໄລຍະ 1,000 ຫຼາ (914 ແມັດ) ລວມເຖິງເຮືອຕິດອາວຸດຈີນຈໍານວນ 7 ລໍາ.

 

“ປະຕິບັດການນີ້ສະທ້ອນໃຫ້ເຫັນເຖິງຄວາມທຸ່ມເທ ແລະ ຄວາມມຸ່ງໝັ້ນຢ່າງແນ່ວແນ່ຂອງລັດຖະບານຟິລິບປິນໃນການປົກປ້ອງອະທິປະໄຕ, ສິດອະທິປະໄຕ, ແລະ ເຂດອໍານາດອະທິປະໄຕຂອງລັດໃນທະເລຟິລິບປິນຕາເວັນຕົກ” ແຖລງການລະບຸ.

 

 

ຂໍ້ພິພາດລະຫວ່າງສອງປະເທດທະວີຄວາມຕຶງຄຽດຫຼາຍຂຶ້ນ ໂດຍມີການປະເຊີນໜ້າກັນຫຼາຍເທື່ອ, ລວມເຖິງການຕຳກັນ ແລະ ການປະທະກັນລະຫວ່າງເຮືອຂອງທັງສອງຊາດ.

 

ແຊນດີເຄຢູ່ໃກ້ກັບດ່ານທະຫານຂອງຟິລິບປິນຊຶ່ງຕັ້ງຢູ່ເທິງເກາະທິຕູ ຫຼື ຮູ້ຈັກກັນໃນອີກຊື່ວ່າ ປັກ-ອາຊາ, ໂດຍເປັນສະຖານທີ່ທີ່ລາຍງານວ່າທາງລັດຖະບານຟິລິບປິນໃຊ້ຕິດຕາມການເຄື່ອນໄຫວຂອງຈີນໃນພື້ນທີ່ນີ້.

 

ບໍ່ມີສັນຍານວ່າຈີນກຳລັງຍຶດຄອງເກາະຂະໜາດ 200 ຕາລາງແມັດຢ່າງຖາວອນ, ແລະ ມີລາຍງານວ່າໜ່ວຍຍາມຊາຍຝັ່ງຂອງຈີນໄດ້ຖອນອອກໄປແລ້ວ.

 

ທາງທຳນຽບຂາວຍັງບອກອີກວ່າລາຍງານການຍຶດແນວປະການັງຂອງຈີນນັ້ນ “ໜ້າເປັນຫ່ວງຢ່າງຍິ່ງ ຫາກເປັນເລື່ອງຈິງ”.

 

ດ້ານເວັບໄຊທ໌ໄຟແນນເຊຍໄທມ໌ສ ລາຍງານຄວາມເຫັນຂອງ ເຈມສ໌ ຮິວວິດສ໌ ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ໂດຍເຂົາເຕືອນວ່າ “ການກະທຳເຊັ່ນນີ້ຄຸກຄາມສະຖຽນລະພາບໃນພູມິພາກ ແລະ ລະເມີດກົດໝາຍລະຫວ່າງປະເທດ” ແລະ ກ່າວອີກວ່າ ທຳນຽບຂາວກຳລັງ “ປຶກສາຫາລືເລື່ອງນີ້ກັບພັນທະມິດຂອງພວກເຮົາຢ່າງໃກ້ຊິດ”.

 

ຄວາມເຄື່ອນໄຫວຂອງຈີນເກີດຂຶ້ນຂະນະທີ່ກອງທັບສະຫະລັດ ແລະ ຟິລິບປິນ ກຳລັງດຳເນີນການຊ້ອມຮົບປະຈຳປີທີ່ຮຽກວ່າການຝຶກຊ້ອມບາລິກັນຕັນ, ຊຶ່ງຈີນວິພາກວ່າການຊ້ອມຮົບດັ່ງກ່າວເປັນການຍົ່ວຍຸ ເນື່ອງຈາກຈະມີກຳລັງພົນເຂົ້າຮ່ວມຫຼາຍກວ່າ 17,000 ນາຍ ເຂົ້າຮ່ວມໃນອີກບໍ່ເທົ່າໃດມື້ຂ້າງໜ້ານີ້.

 

ເມື່ອວັນອາທິດທີ່ຜ່ານມາ, ຍັງມີການຍິງຂີປະນາວຸດຈາກລະບົບບູລະນາການປ້ອງກັນໄພທາງອາກາດຂອງນາວິກະໂຍທິນສະຫະລັດ ອອກຈາກຊາຍຝັ່ງທາງຕອນເໜືອຂອງຟິລິບປິນ, ຊຶ່ງເປັນການທົດສອບການຍິງຈິງຄັ້ງທີ 2 ຂອງລະບົບທີ່ຖືກສົ່ງໄປຍັງຟິລິບປິນ.

 

ນອກຈາກນີ້, ການຊ້ອມຮົບດັ່ງກ່າວຍັງມີການໃຊ້ NMESIS ຊຶ່ງເປັນລະບົບຂີປະນາວຸດຕໍ່ຕ້ານເຮືອຂອງສະຫະລັດອີກດ້ວຍ.

 

ສະຫະລັດ ແລະ ຟິລິປິນກຳລັງຊ້ອມຮົບຮ່ວມກັນ

 

ກອງທັບຟິລິບປິນກ່າວວ່າ ການຝຶກຊ້ອມດັ່ງກ່າວເປັນໄປເພື່ອການປ້ອງກັນປະເທດ ແຕ່ກໍເນັ້ນຢ້ຳດ້ວຍວ່າບໍ່ໄດ້ມຸ່ງເປົ້າໄປຍັງປະເທດໃດປະເທດໜຶ່ງ.

 

“ການຝຶກອົບຮົມແບບນີ້ມີຄ່າຢ່າງຍິ່ງຕໍ່ພວກເຮົາ” ຈອນ ເລຮານ ເຈົ້າໜ້າທີ່ກົມທະຫານຊາຍຝັ່ງນາວິກະໂຍທິນທີ 3 ກ່າວ.

 

ການຝຶກຊ້ອມດັ່ງກ່າວຍັງຊ່ວຍບັນເທົາຄວາມຢ້ານກົວໃນໝູ່ຂອງພັນທະມິດສະຫະລັດ ຊຶ່ງກັງວົນວ່າໂດນັລ ທຣຳ ອາດຍົກເລີກການສະໜັບສະໜູນທາງທະຫານລະຍະຍາວນານຫຼາຍປີໃນພູມິພາກນີ້.

 

ໂດຍໃນການເດີນທາງມາຢ້ຽມຢາມກຸງມະນິລາຂອງ ພີທ ເຮກເຊທ ລັດຖະມົນຕີປ້ອງກັນປະເທດຂອງສະຫະລັດ, ເຂົາກ່າວວ່າ ລັດຖະບານສະຫະລັດເພີ່ມຄວາມເປັນພັນທະມິດກັບຟິລິບປິນເປັນ “ສອງເທົ່າ” ແລະ ມຸ່ງໝັ້ນທີ່ຈະ “ສ້າງການປ້ອງປາມໃໝ່” ຕໍ່ຈີນ.

 

ເຖິງຢ່າງໃດກໍຕາມ, ຂໍ້ພິພາດເລື່ອງດິນແດນໃນທະເລຈີນໃຕ້ດຳເນີນມາຍາວນານຫຼາຍສັດຕະວັດ, ແຕ່ຄວາມຕຶງຄຽດເລີ່ມມີຫຼາຍຂຶ້ນໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ.

 

ຈີນອ້າງສິດໃນດິນແດນທີ່ໃຫຍ່ທີ່ສຸດຊຶ່ງຢູ່ໃນພື້ນທີ່ທີ່ຖືກແບ່ງເຂດດ້ວຍສິ່ງທີ່ຮຽກວ່າ “ເສັ້ນປະ 9 ເສັ້ນ” ຊຶ່ງລາກທອດຍາວໄປທາງໃຕ້ ແລະ ທາງຕາເວັນອອກຫຼາຍຮ້ອຍໄມຈາກແຂວງໄຫຫຼຳຊຶ່ງຢູ່ທາງຕອນໃຕ້ສຸດຂອງຈີນ

 

ໂດຍທາງລັດຖະບານຈີນສະໜັບສະໜູນການອ້າງສິດທີ່ກວ້າງໃຫຍ່ໄພສານເຊັ່ນນີ້ດ້ວຍການສ້າງເກາະທຽມ ແລະ ສົ່ງເຮືອອອກມາລາດຕະເວນ.

 

ໃນຂະນະດຽວກັນ, ກໍມີປະເທດອື່ນໆທີ່ອ້າງສິດເທິງເກາະ ແລະ ເຂດຕ່າງໆ ແຂ່ງຂັນກັບຈີນ ເຊັ່ນ: ຫວຽດນາມ, ຟິລິບປິນ, ໄຕ້ຫວັນ, ມາເລເຊຍ, ລວມເຖິງບຣູໄນ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
jane (26)
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ
site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຢ່າລື່ມກົດຕິດຕາມ