
ຢາງລົດຍົນ 1 ເສັ້ນ ໃຊ້ໄດ້ຈັກປີຫຼືຈັກກິໂລແມັດ?
ໂດຍທົ່ວໄປແລ້ວຢາງລົດຍົນແຕ່ລະເສັ້ນ ຈະມີອາຍຸການໃຊ້ງານປະມານ 4 – 5 ປີ ຫຼື ປະມານ 50,000 – 80,000 ກິໂລແມັດ ນັບຕັ້ງແຕ່ວັນທີ່ເລີ່ມໃຊ້ງານຄັ້ງທຳອິດ.
ເຖິງຢ່າງໃດກໍຕາມ, ອາຍຸການໃຊ້ງານທີ່ແທ້ຈິງຂອງຢາງຈະແປຜັນຂຶ້ນຢູ່ກັບລັກສະນະການໃຊ້ງານ ລວມເຖິງສະພາບຂອງລະບົບຊ່ວງລ່າງລົດດ້ວຍ. ຫາກລົດໃຊ້ງານເທິງຖະໜົນທີ່ມີສະພາບບໍ່ລຽບພຽງ ແລະ ອາກາດຮ້ອນເປັນປະຈຳ ຈະເຮັດໃຫ້ເນື້ອຢາງເສື່ອມສະພາບໄວຂຶ້ນ ແລະ ຫາກລົດມີອາການສູນລໍ້ບ້ຽວ, ໂຊກອັບເສື່ອມສະພາບ ກໍສົ່ງຜົນໃຫ້ຢາງມີການສຶກຫໍຜິດປົກກະຕິໄດ້ເຊັ່ນກັນ.
ສັນຍານບົ່ງບອກວ່າຄວນປ່ຽນຢາງ
- ດອກຢາງສຶກຫຼໍ – ເມື່ອດອກຢາງສຶກຫຼໍຈົນເຖິງສະພານຢາງ ຫຼື ມີດອກຢາງເຫຼືອຕໍ່າກວ່າ 2 ມິລລິແມັດ ຄວນປ່ຽນຢາງໃໝ່ ເພື່ອປະສິດທິພາບການຮີດນໍ້າ
- ຢາງມີຮອຍແຕກ ຫຼື ບວມ – ຫາກພົບຮອຍແຕກ, ຮອຍບວມ ຫຼື ຮອຍຈີກຂາດເທິງຢາງ ຄວນປ່ຽນຢາງໃໝ່ທັນທີ
- ຢາງມີອາຍຸເກີນ 5 ປີ – ເຖິງແມ່ນວ່າດອກຢາງຈະຍັງບໍ່ສຶກຫຼໍ ແຕ່ຫາກຢາງມີອາຍຸເກີນ 5 ປີ ຄວນປ່ຽນຢາງໃໝ່ ເພາະເນື້ອຢາງຈະເສື່ອມສະພາບຕາມອາຍຸ
- ລົດມີອາການສັ່ນ ຫຼື ຄວບຄຸມຍາກ – ຫາກລົດມີອາການສັ່ນ ຫຼື ຄວບຄຸມຍາກຂະນະຂັບຂີ່ ອາດເປັນສັນຍານວ່າມີບັນຫາຢາງບວມ ກໍລະນີນີ້ຄວນປ່ຽນໃໝ່ເຊັ່ນກັນ
ວິທີຊ່ວຍໃຫ້ຢາງມີອາຍຸການໃຊ້ງານຍາວນານຂຶ້ນ
1. ໝັ່ນກວດສອບຊ່ວງລ່າງ – ຫາກຊ່ວງລ່າງມີສະພາບສົມບູນ ມີຜົນຊ່ວຍໃຫ້ການສຶກຫຫຼໍຂອງດອກຢາງເປັນໄປຢ່າງເໝາະສົມ ຈະຊ່ວຍໃຫ້ຢາງມີອາຍຸການໃຊ້ງານຍາວນານຍິ່ງຂຶ້ນ
2. ສັບປ່ຽນຢາງທຸກໆ 10,000 ກມ. – ການສັບປ່ຽນຢາງຈະຊ່ວຍໃຫ້ຢາງມີການສຶກຫຼໍໃກ້ຄຽງກັນທັງ 4 ເສັ້ນ ຫາກບໍ່ມີການສັບປ່ຽນຢາງເລີຍ ຢາງລໍ້ຄູ່ໜ້າຈະມີການສຶກຫຼໍໄວກວ່າຢາງລໍ້ຄູ່ຫຼັງ
3. ເລືອກຢາງຄຸນນະພາບດີ – ຄວນເລືອກຢາງທີ່ມີຊື່ສຽງເປັນທີ່ນິຍົມຂອງຕະຫຼາດ ຊຶ່ງຈະມາພ້ອມຄຸນນະພາບແລະອາຍຸການໃຊ້ງານທີ່ຍາວນານ ປອດໄພຕໍ່ການຂັບຂີ່ຫຼາຍກວ່າ
ການດູແລຮັກສາຢາງລົດຍົນຢ່າງສະໝໍ່າສະເໝີ ຈະຊ່ວຍໃຫ້ທ່ານຂັບຂີ່ໄດ້ຢ່າງປອດໄພ ແລະ ຍືດອາຍຸການໃຊ້ງານຂອງຢາງໄດ້.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |