site-cover (31)
ຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ.
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 May, 2025
ໝວດ: ຂ່າວ

ຂະບວນການຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886 – 1 ພຶດສະພາ 2025) ຈັດຂຶ້ນໃນວັນທີ 1 ພຶດສະພາ 2025,

 

 

ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີທ່ານ ປະລິນຍາເອກ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງ ສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຜູ້ນໍາພັກ – ລັດ, ທ່ານ ລັດຖະມົນຕີ, ຮອງລົດຖະມົນຕີ, ຄະນະປະທານ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຄະນະນໍານະຄອນຫຼວງວຽງຈັນ, ຄະນະນໍາສະຫະພັນກຳມະບານບັນດາກະຊວງ, ອົງການ, ນະຄອນຫຼວງ, ພະນັກງານ-ລັດຖະກອນ, ສະມາຊິກກຳມະບານ, ກຳມະກອນ ແລະ ມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

 

 

ທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ກ່າວເປີດງານຄັ້ງນີ້ວ່າ: ຈຸດປະສົງການສ້າງຂະບວນການແມ່ນ ເພື່ອລະນຶກເຖິງປະຫວັດແຫ່ງການກຳເນີດເຕີບໃຫຍ່ຂອງວັນກຳມະກອນສາກົນ ຄົບຮອບ 139 ປີ

 

 

ເຊິ່ງເປັນວັນທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ ສໍາລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກຄີກັນລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງຕົນ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຈາກພວກນາຍທຶນ, ໃນທ້າຍສະຕະວັດທີ 18 ຫາ ຕົ້ນສະຕະວັດທີ 19 ມີຫຼາຍປະເທດໃນເອີຣົບ ແລະ ອາເມລິກາໄດ້ສໍາເລັດການໂຄ້ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ.

 

ບັນດາປະເທດເຫຼົ່ານັ້ນ ຈຶ່ງໄດ້ກ້າວເຂົ້າສູ່ການຜະລິດແບບອຸດສາຫະກໍາ, ກໍ່ສ້າງ ແລະ ຂະຫຍາຍໂຮງຈັກ, ໂຮງງານຂຶ້ນຫຼາຍແຫ່ງ. ຈາກນັ້ນ, ຈໍານວນກຳມະກອນ ແລະ ຊາວຜູ້ອອກແຮງງານ ກໍໄດ້ເຕີບໃຫຍ່ຂະຫຍາຍຕົວໄປຄຽງຄູ່ກັບການຜະລິດໃນສັງຄົມ.

 

ຢູ່ພາຍໃຕ້ການປົກຄອງ ຂອງພວກນາຍທຶນ ຊົນຊັ້ນກໍາມະກອນ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ຊີວິດການເປັນຢູ່ ນັບມື້ນັບທຸກຍາກ, ລຳບາກ ພວກນາຍທຶນໄດ້ບັງຄັບໃຫ້ກຳມະກອນອອກແຮງງານ 14 ຫາ 15 ຊົ່ວໂມງຕໍ່ມື້ ແຕ່ໄດ້ຄ່າແຮງງານຕໍ່າ, ການປ້ອງກັນສຸຂະພາບ, ຄວາມປອດໄພບໍ່ດີ ແລະ ບໍ່ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງນັບມື້ນັບຮຸນແຮງ;

 

ຍ້ອນສາເຫດດັ່ງກ່າວ ຈຶ່ງມີຫຼາຍຂະບວນການຂອງກຳມະກອນລຸກຂຶ້ນຕໍ່ສູ້ ທວງເອົາສິດ ແລະ ຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ໂດຍໂຄ້ນລົ້ມ ລະບອບນາຍທຶນ ເພື່ອປະຕິບັດຄໍາຂວັນ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດ ເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ, ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນປາງໃຫຍ່ ທີ່ມີຄວາມໝາຍສໍາຄັນຢ່າງຍິ່ງຂອງຊົນຊັ້ນ ກຳມະກອນ ແລະ ຜູ້ອອກແຮງງານໃນທົ່ວໂລກ, ເປັນວັນແຫ່ງມະຫາສາມັກຄີຂອງ ຊົນຊັ້ນກຳມະກອນທົ່ວໂລກ ທີ່ໄດ້ສະແດງພະລັງແຮງທີ່ເຂັ້ມແຂງຂອງຕົນ ແລະ ມີການສະເຫຼີມສະຫຼອງຢ່າງຄຶກຄື້ນໃນແຕ່ລະປີຢູ່ຫຼາຍປະເທດໃນທົ່ວໂລກ.

 

ຈາກນັ້ນໃນພິທີກໍໄດ້ມີການຮ່ວມກັນຕັດແຖບຜ້າ, ພ້ອມທັງເປີດຂະບວນການຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ, ໂດຍເລີ່ມຍ່າງແຕ່ປະຕູໄຊ ໄປຫາ ຫໍຄໍາ ແລ້ວກັບມາຫາສວນປະຕູໄຊຢ່າງເປັນຂະບວນຟົດຟື້ນ.

ທີ່ມາ: ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
Screenshot 2025-10-20 at 9.28.02 PM
ໄຟໄຫມ້ທີ່ສູນສິນຄ້າຂອງສະໜາມບິນ ສ້າງຜົນກະທົບຕໍ່ການສົ່ງອອກເສື້ອຜ້າຂອງບັງກະລາເທດ
jane - 2025-10-20T165736.536
ລະທຶກ! ເກີດເຫດເຄື່ອງບິນຂົນສົ່ງສິນຄ້າໄຖລົດອອກນອກລັນເວທີ່ສະໜາມບິນຮົງກົງ ຕົກລົງທະເລ ເສຍຊີວິດ 2 ຄົນ
pele - 2025-10-20T135048.115
ຕົ້ນເດືອນພະຈິກ ເລີ່ມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V
ຢ່າລື່ມກົດຕິດຕາມ