VP LANDSCAPE COVER (89)
ຮອງລັດຖະມົນຕີ ກະຊວງ ຮສສ ພົບປະ ຢ້ຽມຢາມຜູ້ອອກແຮງງານ ຢູ່ໂຮງງານຕັດຫຍິບ
ຮຽບຮຽງໂດຍ:patthana
ເຜີຍແຜ່: 1 May, 2025


ຂປລ. ຕອນບ່າຍຂອງວັນທີ
28 ເມສາ 2025, ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ ລົງເຄື່ອນໄຫວ ຢ້ຽມຢາມໂຮງງານຕັດຫຍິບ ລາວຢາມາກິ ຈຳກັດ ແລະ ບໍລິສັດ ໂກລິງ ລາວ ຈຳກັດ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ (ນວ) ເພື່ອພົບປະກັບຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານເນື່ອງໃນໂອກາດ ວັນກຳມະກອນສາກົນ ພຶດສະພາ 2025 ແນໃສ່ຊຸກຍູ້ສົ່ງເສີມເຮັດໃຫ້ແຮງງານລາວ ກໍຄື ໂຮງງານຕັດຫຍິບ ຢູ່ ສປປ ລາວ ດຳເນີນກິດຈະການ ໄດ້ຢ່າງໂລ່ງລ່ຽນຖືກຕ້ອງຕາມລະບຽບການ ແລະ ກົດໝາຍ ຂອງ ສປປ ລາວ.
ໂອກາດດັ່ງກ່າວ, ຜູ້ຕາງໜ້າຈາກໂຮງງານ ຕັດຫຍິບທັງສອງແຫ່ງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ກໍຄື ຂະບວນການຜະລິດຕ່າງໆ ຢູ່ພາຍໃນໂຮງງານ, ລວມທັງຂໍ້ ສະດວກ, ຂໍ້ຫຍຸ້ງຍາກໃນການກຳເນີນທຸລະກິດ ໃຫ້ທ່ານຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍຄະນະຮັບຊາບ. ໃນນັ້ນ, ໂຮງງານຕັດຫຍິບ ລາວຢາມາກິ ຈຳກັດ ເປັນໂຮງງານ ຜະລິດເສື້ອຜ້າ ເພື່ອສົ່ງອອກໄປຕ່າງປະເທດ ເປັນຕົ້ນ ສົ່ງອອກໄປປະເທດ ໄທ, ຍີ່ປຸ່ນ ແລະ ເອີຣົບ ສາມາດຜະລິດເສື້ອຜ້າ 1.500 ໂຕຕໍ່ມື້, ສາມາດສ້າງລາຍຮັບ ໃຫ້ແຮງງານລາວ ຕ່ຳສຸດ 1.600.000 ກີບຕໍ່ເດືອນ (ສຳລັບພະນັກເຂົ້າໃໝ່). ນອກນີ້, ຍັງມີຄ່າສະຫວັດດີການອື່ນ ເປັນຕົ້ນຄ່າລົດ, ຄ່າເຂົ້າ, ຄ່າມາວຽກປົກກະຕິ, ຄ່າເຮັດວຽກເກີນເວລາ ແລະ ຖ້າບໍ່ຂາດວຽກ ຜູ້ໜຶ່ງຈະມີລາຍຮັບ ຫລາຍກວ່າ 4 ລ້ານກີບຕໍ່ເດືອນ. ໂຮງງານດັ່ງກ່າວ, ມີພະນັກງານທັງໝົດ 280 ຄົນ, ເຖິງຢ່າງໃດກໍຕາມ ໂຮງງານຍັງຂາດແຄນ ແຮງງານຫລາຍກວ່າ 100 ຄົນ ເຊິ່ງບັນຫາດັ່ງກ່າວ, ສົ່ງຜົນໃຫ້ໂຮງງານ ບໍ່ສາມາດຕອບສະໜອງ ກັບຄວາມຕ້ອງການຂອງຕະຫລາດ ຈາກຄວາມຕ້ອງການ 2.000 ກວ່າໂຕຕໍ່ມື້. ສຳລັບ ບໍລິສັດ ໂກລິງ ລາວ ຈຳກັດ, ມີພະນັກງານທັງໝົດ 2.000 ກວ່າຄົນ, ກຳເນີນທຸລະກິດຕັດຫຍິບເກີບ ເຊິ່ງສາມາດຜະລິດໄດ້ຫລາຍກວ່າ 73.000 ຄູ່ ເພື່ອສົ່ງອອກໄປຫລາຍປະເທດ ເຊັ່ນ: ອາເມລິກາ, ເຢຍລະມັນ, ເອີຣົບ, ການາດາ, ໂປໂລຍ ແລະ ອື່ນໆ. ສຳລັບເງິນເດືອນ ລວມທັງສະຫວັດດີການຕ່າງໆ ແມ່ນ 4 ລ້ານກວ່າກີບຕໍ່ເດືອນ. ທັງສອງໂຮງງານດັ່ງກ່າວ, ໄດ້ມີສະຫວັດດີການ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເປັນຕົ້ນ ມີທີ່ພັກໃຫ້ຢູ່ບໍ່ໄດ້ເສຍຄ່າ, ມີເງິນອຸດໜູນຕ່າງໆ ແລະ ບໍລິການອື່ນໆ ໃຫ້ກັບພະນັກງານ ຢູ່ພາຍໃນໂຮງງານຢ່າງທົ່ວເຖິງ.
ໂອກາດນີ້, ທ່ານ ນາງ ແກ້ວ ຈັນທະວີໄຊ ໄດ້ສະແດງຄວາມຊົມເຊີຍ ຕໍ່ຈັດຕັ້ງປະຕິບັດວຽກງານ ຂອງສອງໂຮງງານດັ່ງກ່າວ ກໍຄື ຜູ້ບໍລິຫານໂຮງງານ ແລະ ແຮງງານທຸກຄົນ ທີ່ໄດ້ມີຄວາມ ຂະຫຍັ່ນ, ຫ້າວຫັນ ພ້ອມກັນຈັດຕັ້ງປະຕິບັດ ພາລະບົດບາດ, ໜ້າທີ່ຂອງຕົນເອງດ້ວຍຄວາມຮັບຜິດຊອບ ໂດຍສະເພາະ ຜູ້ບໍລິຫານໂຮງງານ ທີ່ສາມາດຂັບເຄື່ອນ ທຸລະກິດຂອງຕົນເອງ ເຊິ່ງໄດ້ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຂຶ້ນໄປເລື້ອຍໆ. ພ້ອມກັນນັ້ນ, ໂຮງງານຍັງໄດ້ມີຄວາມເອົາໃຈໃສ່ ໃນການເບິ່ງແຍງ ດ້ານເງື່ອນໄຂການເຮັດວຽກ, ສຸຂະພາບ ແລະ ຄວາມປອດໄພຂອງແຮງງານ ເປັນຕົ້ນ ສະຫວັດດີການແຮງງານ ຕິດພັນກັບເງິນເດືອນ-ຄ່າແຮງງານ, ການເຂົ້າສູ່ລະບົບ ປະກັນສັງຄົມ, ສ້າງວຽກເຮັດງານທຳໃຫ້ ແກ່ແຮງານລາວ ໄດ້ມີວຽກເຮັດງານທຳ, ມີລາຍຮັບ, ກຸ້ມຢູ່ກຸ້ມກິນ, ທັງເປັນການປະກອບສ່ວນຊຸກຍູ້ ແລະ ດຶງດູດເອົາແຮງງານລາວ ເຂົ້າມາເຮັດ ວຽກຢູ່ພາຍໃນ ປະເທດ, ຫລຸດຜ່ອນອັດຕາ ການຫລັງໄຫລຂອງແຮງງານລາວ ອອກໄປເຮັດວຽກຢູ່ຕ່າງປະເທດຕື່ມອີກ.
ຂ່າວ-ພາບ: ກິດຕາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-13T163234.534
ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
ຢ່າລື່ມກົດຕິດຕາມ