ກົມຄວບຄຸມພະຍາດປະເທດໄທ ເຕືອນປະຊາຊົນຫຼີກລ້ຽງການບໍລິໂພກຊີ້ນສັດທີ່ບໍ່ປຸງສຸກ ຫຼື ສຳຜັດສັດທີ່ຕາຍໂດຍບໍ່ຮູ້ສາເຫດ ໂດຍສະເພາະງົວ, ຄວາຍ, ແບ້, ແກະ ຫຼັງໄດ້ຮັບການຢືນຢັນຜູ້ເສຍຊີວິດຈາກພະຍາດແອນແທຣກຊ໌ (Anthrax) 1 ລາຍ. ຫາກພົບສັດດັ່ງກ່າວສະແດງອາການເຈັບປ່ວຍຫຼືຕາຍຜິດປົກກະຕິໃຫ້ຮີບແຈ້ງເຈົ້າໜ້າທີ່ປະສຸສັດ ພ້ອມເນັ້ນຢ້ຳປະຊາຊົນຢ່າຕື່ນຕົກໃຈ ເນື່ອງຈາກກໍລະນີດັ່ງກ່າວຢູ່ໃນການຄວບຄຸມ, ປ້ອງກັນ ແລະ ສືບສວນພະຍາດໂດຍເຈົ້າໜ້າທີ່ດ້ານລະບາດວິທະຍາ
ເມື່ອວັນທີ 1 ພຶດສະພາ 2025, ນພ.ພານຸມາດ ຍານເວດສະກຸນ ອະທິບໍດີກົມຄວບຄຸມພະຍາດ ກ່າວເຖິງກໍລະນີພົບຜູ້ເສຍຊີວິດດ້ວຍພະຍາດແອນແທຣກຊ໌ (Anthrax) 1 ລາຍ ໃນແຂວງມຸກດາຫານວ່າ ຜູ້ປ່ວຍເປັນເພດຊາຍ ອາຍຸ 53 ປີ ພະຍາດປະຈຳຕົວເປັນພະຍາດເບົາຫວານ, ອາຊີບຮັບຈ້າງກໍ່ສ້າງ. ເລີ່ມມີຕຸ່ມບາດແຜຂຶ້ນບໍລິເວນມືຂ້າງຂວາເມື່ອວັນທີ 24 ເມສາ 2025 ແລະ ເຂົ້າຮັບການປິ່ນປົວທີ່ໂຮງໝໍວັນທີ 27 ເມສາ 2025.
ດ້ວຍອາການບາດແຜທີ່ມືເລີ່ມມີສີດຳຊັດເຈນຂຶ້ນ, ຕ່ອມນ້ຳເຫຼືອງໃຕ້ຮັກແຮ້ຂ້າງຂວາໂຕ ແລະ ມີອາການໜ້າມືດ, ຊັກເກັງ ກ່ອນເສຍຊີວິດໃນເວລາຕໍ່ມາ. ຂະນະເຂົ້າຮັບການປິ່ນປົວ, ແພດໄດ້ສົງໄສພະຍາດແອນແທຣກຊ໌ ຈຶ່ງເກັບຕົວຢ່າງສົ່ງກວດທາງຫ້ອງປະຕິບັດການທີ່ກົມວິທະຍາສາດການແພດ ແລະ ສະຖາບັນບຳລາດນະລາດູນ. ຜົນພົບເຊື້ອ Bacillus anthracis.
ຈາກການສືບສວນພະຍາດເບື້ອງຕົ້ນຄາດວ່າ ປັດໄຈສ່ຽງມາຈາກການຊຳແຫຼະງົວໃນງານບຸນຜ້າປ່າ ແລະ ມີການນຳເນື້ອງົວທີ່ຊຳແຫຼະໄປແຈກຈ່າຍໃຫ້ຮັບປະທານກັນພາຍໃນໝູ່ບ້ານ.
ຂະນະນີ້ທີມປະຕິບັດການສືບສວນຄວບຄຸມພະຍາດ ກົມຄວບຄຸມພະຍາດ ຮ່ວມກັບທີມສຳນັກງານປ້ອງກັນຄວບຄຸມພະຍາດທີ 10 ແຂວງອຸບົນລາຊະທານີ, ສຳນັກງານສາທາລະນະສຸກແຂວງ ແລະ ທີມປະສຸສັດໄດ້ລົງພື້ນທີ່ສືບສວນພະຍາດເບື້ອງຕົ້ນພົບຜູ້ສຳຜັດຈຳນວນ 247 ຄົນ, ແບ່ງເປັນຜູ້ທີ່ຊຳແຫຼະງົວ 28 ຄົນ ແລະ ຜູ້ທີ່ບໍລິໂພກເນື້ອງົວດິບ 219 ຄົນ.
ໄດ້ໃຫ້ຢາໃນກຸ່ມຜູ້ສຳຜັດສ່ຽງສູງ, ຢູ່ລະຫວ່າງດຳເນີນມາດຕະການປ້ອງກັນການຄວບຄຸມພະຍາດໃນພື້ນທີ່.
ພະຍາດແອນແທຣກຊ໌ເປັນພະຍາດຕິດຕໍ່ຮ້າຍແຮງຈາກສັດສູ່ຄົນທີ່ເກີດຈາກເຊື້ອແບັກທີເຣຍ Bacillus anthracis
ຊຶ່ງສະປໍຂອງເຊື້ອມີຄວາມທົນທານຕໍ່ສະພາບແວດລ້ອມ ແລະ ສາມາດກໍ່ໃຫ້ເກີດພະຍາດໄດ້ແມ່ນເວລາຈະຜ່ານໄປຫຼາຍປີ.
ແຫຼ່ງຮັງພະຍາດຫຼັກຂອງເຊື້ອ ຄື: ສັດຄ້ຽວເອື້ອງ ເຊັ່ນ: ງົວ, ຄວາຍ, ແບ້ ແລະ ແບ້, ຊຶ່ງສາມາດແຜ່ເຊື້ອສູ່ຄົນໄດ້ໂດຍກົງ.
ການຕິດເຊື້ອໃນຄົນສ່ວນໃຫຍ່ເກີດຈາກການສຳຜັດໂດຍກົງກັບສັດທີ່ຕິດເຊື້ອ ເຊັ່ນ: ການຊຳແຫຼະຊີ້ນສັດ, ການບໍລິໂພກຊີ້ນສັດດິບຫຼືປຸງບໍ່ສຸກ ຫຼື ການສຳຜັດກັບໜັງສັດຫຼືຂົນສັດທີ່ມີເຊື້ອ.
ຫຼັງໄດ້ຮັບເຊື້ອປະມານ 1 – 5 ວັນ, ຜູ້ປ່ວຍຈະມີອາການໄຂ້, ປວດຮາກ, ຮາກ, ເຈັບທ້ອງຮຸນແຮງ, ມີແຜຄ້າຍຢາສູບຈີ້, ຫາຍໃຈຂັດ, ຫາຍໃຈລຳບາກ. ຫາກມີອາການຮຸນແຮງມີໂອກາດເສຍຊີວິດສູງເຖິງ 80%.
ໂດຍຂໍ້ມູນຈາກກອງລະບາດວິທະຍາ ພົບຜູ້ປ່ວຍໃນປະເທດໄທ ປີ 2000 ລວມ 15 ລາຍ ບໍ່ມີຜູ້ເສຍຊີວິດ (ພິຈິດ 14 ລາຍ ແລະ ພິສະນຸໂລກ 1 ລາຍ)
ຊຶ່ງການລະບາດທີ່ພິຈິດມີຄວາມເປັນໄປໄດ້ວ່າສັດໄດ້ຮັບເຊື້ອກ່ອນທີ່ຈະເຄື່ອນຍ້າຍເຂົ້າພື້ນທີ່ແຂວງ. ສ່ວນໃນແຂວງພິສະນຸໂລກພົບວ່າ ຜູ້ຊຳແຫຼະມີບາດແຜ ໂດຍນຳຊາກແບ້ເຂົ້າມາຊຳແຫຼະຮັບປະທານເອງ.
ຫຼ້າສຸດໃນປີ 2017 ພົບຜູ້ປ່ວຍ 2 ລາຍ ໃນອຳເພີແມ່ສອດ ແຂວງຕາກ. ທັງຄູ່ໄດ້ຊຳແຫຼະຊາກແບ້ທີ່ນຳມາຈາກປະເທດມຽນມາໂດຍຖົກໜັງແບ້ດ້ວຍມືເປົ່າ.
ສ່ວນສະຖານະການໃນປະເທດທີ່ມີພື້ນທີ່ຕິດຊາຍແດນໄທ, ເມື່ອປີ 2024 ປະເທດລາວພົບຜູ້ຕິດເຊື້ອແອນແທຣກຊ໌ລວມ 129 ລາຍ ແລະ ມີຜູ້ເສຍຊີວິດ 1 ລາຍ ແລະ ເມື່ອເດືອນພຶດສະພາ 2023 ປະເທດຫວຽດນາມ ພົບການລະບາດພະຍາດແອນແທຣກຊ໌ ຈຳນວນ 3 ເຫດການ, ພົບຜູ້ປ່ວຍລວມ 13 ລາຍ ແລະ ຜູ້ສຳຜັດອີກ 132 ລາຍ ຈາກການຮັບປະທານຊີ້ນງົວແລະຄວາຍເຊັ່ນກັນ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,479 | 21,690 |
![]() THB | 645.44 | 657.70 |
![]() EUR | 23,823 | 24,300 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |