VP LANDSCAPE COVER (91)
ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ເຕືອນກ່ຽວ​ກັບ ຄວາມ​ພະ​ຍາ​ຍາມ​ແຊກ​ຊຶມ​ຂ​ອງ ຈີນ ແລ້ວປະ​ຕິ​ຍານ​ຈະ​ໃຊ້​ມາດ​ຕະ​ການ​ຕອບ​ໂຕ້
ຮຽບຮຽງໂດຍ:patthana
ເຜີຍແຜ່: 1 May, 2025

ປະ​ທານ​າ​ທິ​ບໍ​ດີ ໄຕ້​ຫວັນ ທ່ານ ລາຍ ຈິງ ເຕ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ຈີນ ໄດ້ຂະ​ຫຍາຍ​ອິ​ດ​ທິ​ພົນ ແລະ ແຊກ​ຊຶມ​ເຂົ້າ​ສູ່​ເກາະ​ປະ​ຊາ​ທິ​ປະ​ໄຕ​ແຫ່ງນີ້ ຫຼາຍ​ຂຶ້ນ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ວ່າ​ຈະ​ໃຊ້​ມາດ​ຕະ​ການ​ເພື່ອ​ຮັບ​ມື​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ ປັກ​ກິ່ງ ໃນ​ການ “ດູດ​ຊຶມ” ໄຕ້​ຫວັນ.

ໄຕ້​ຫວັນ ໄດ້​ກ່າວ​ຫາ ຈີນ ກ່ຽວ​ກັບ ການ​ເພີ່ມ​ການ​ຊ້ອມ​ລົບ, ວາງ​ມາດ​ຕະ​ການ​ລົງ​ໂທດ​ດ້ານ​ການ​ຄ້າ ແລະ ຄອບງຳ​ການ​ໂຄ​ສະ​ນາ​ຕ່າງໆ​ຕໍ່​ເກາະ​ດັ່ງ​ກ່າວ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ ເພື່ອ​ບັງ​ຄັບ​ໃຫ້​ເກາະ​ນັ້ນ​ຍອມ​ຮັບ​ເອົາ​ການ​ອ້າງ​ເອົາ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ຈີນ.

ໃນ​ການ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຫຼັງ​ຈາກ​ຈັດ​ກອງ​ປະ​ຊຸມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ດ້ານ​ຄວາ​ມ​ໝັ້ນ​ຄົງ, ທ່ານ ລາຍ ກ່າວ​ວ່າ ປັກ​ກິ່ງ ໄດ້​ໃຊ້​ປະ​ຊາ​ທິ​ປະ​ໄຕ​ຂອງ ໄຕ້​ຫວັນ ເພື່ອ “ດູ​ດ​ຊຶມ​” ສະ​ມາ​ຊິກຫຼາກຫຼາຍ​ຂອງ​ສັງ​ຄົມ, ລວມ​ທັງກຸ່ມ ອາ​ຊະ​ຍາ​ກອນ, ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ໃນ​ສື່ມວນ​ຊົນ ຕະຫຼອ​ດ​ເຖິງ​ເຈົ້າ​ໜ້າ​ທີ່​ທະ​ຫານ ແລະ ຕຳຫຼວດ​ທັງ​ໃນ​ປັດ​ຈຸ​ບັນ ແລະ ອະ​ດີດ.

ທ່ານ ລາຍ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖ​ະ​ແຫຼງຂ່າວທີ່​ອອກ​ອາ​ກາດ​ສົດ​ຈາກ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ​ວ່າ “ພວກ​ເຂົາ (ຈີນ) ກຳ​ລັງ​ດຳ​ເນີນ​ກິດ​ຈະ​ກຳ​ຕ່າງໆ​ເຊັ່ນ​ການ​ແບ່ງ​ແຍກ, ທຳ​ລາຍ​ລ້າງ ແລະ ການ​ໂຄ່ນ​ລົ້ມ​ຈາກ​ພາຍ​ໃນ​ພວກ​ເຮົາ.”

ຫ້ອງ​ການ​ກິດ​ຈະ​ການ​ໄຕ້​ຫວັນຂອງ ຈີນ ບໍ່​ໄດ້​ຕອບ​ຕໍ່​ການ​ຂໍ​ຄຳ​ເຫັນ​ໃນ​ທັນ​ທີ.

ໃນ​ການ​ອ້າງ​ເຖິງ​ຂໍ້​ມູນ​ລັດ​ຖະ​ບານ, ທ່ານ ລາຍ ໄດ້​ກ່າວ​ວ່າ 64 ຄົນ​ຖືກ​ຕັ້ງ​ຂໍ້ກ່າວ​ຫາ​ສຳ​ລັບ​ການ​ສອດ​ແນມຂອງ ຈີນ ເມື່ອ​ປີ​ກາຍນີ້, ເຊິ່ງຫຼາຍກວ່າ​ສາມ​ເທົ່າ​ໃນ​ປີ 2021. ທ່ານ​ກ່າວ​ວ່າສ່ວນຫຼາຍ​ແມ່ນ​ເຈົ້າ​ໜ້າ​ທີ່​ທະ​ຫານ​ທັງ​ອະ​ດີດ ແລະ ປັດ​ຈຸ​ບັນ.

ທ່ານ​ລາຍ​ກ່າວ​ວ່າ “ຫຼາຍ​ຄົນ​ເປັນ​ຫ່ວງວ່າ​ປະ​ເທດ​ຂອງ​ພວກ​ເຮົາ, ເສ​ລີ​ພາບ​ທີ່​ໄດ້​ມາ​ຢ່າງ​ອິດ​ເມື່ອຍ ແລະ ປະ​ຊາ​ທິ​ປະ​ໄຕ ແລະ ຄວາມ​ຈະ​ເລີນ​ຮັ່ງ​ມີ​ຈະ​ສູນ​ເສຍ​ໄປ, ເທື່ອ​ລະ​ໜ້ອຍ, ຍ້ອນ​ການ​ໂຄ​ສະ​ນາ​ເພື່ອ​ອິດ​ທິ​ພົນ ແລະ ການ​ຄອບ​ງຳ​ທີ່​ວ່ານີ້.”

ດ້ວຍ​ຄວາມ​ພະ​ຍາ​ຍາມ​ດັ່​ງ​ກ່າວນີ້ ທ່ານ ລາຍ ກ່າວ​ວ່າ ຈີນ​ໄດ້​ຈັດ​ຕັ້ງ​ສິ່ງ​ທີ່​ກົດ​ໝາຍ​ຕໍ່​ຕ້ານ​ການ​ແຊກ​ຊຶມ​ຂອງ ໄຕ້​ຫວັນ ກຳ​ນົດ​ໃຫ້​ເປັນ “ກອງ​ກຳ​ລັງ​ຕ່າງ​ຊາດ​ທີ່​ເປັນ​ສັດ​ຕູ.”

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ສະ​ເໜີ​ມາດ​ຕະ​ການ​ທາງ​ກົດ​ໝາຍ ແລະ​ ເສດ​ຖະ​ກິດ 17 ປະ​ການ, ລວມ​ມີ​ການກວດ​ສອບ​ຢ່າງ​ເຂັ້ມ​ງວດ​ ກ່ຽວ​ກັບ ການ​ຂໍ​ສະ​ມັກ​ຢ້ຽມ​ຢາມ ຫຼື ອາ​ໄສ​ຢູ່​ໂດຍ​ຄົນ ຈີນ ແລະ ຂໍ້​ສະ​ເໜີ​ເພື່ອ​ສືບ​ຕໍ່​ການ​ດຳ​ເນີນ​ງານ​ຂອງ​ສານ​ທະ​ຫານ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 9 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
645.44
657.70
european-union
EUR
23,823
24,300
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (65)
ຖອດລະຫັດຄວາມສ່ຽງ 'ນວດຜິດວິທີ' ໂດຍສະເພາະໃນຜູ້ປ່ວຍພະຍາດປະຈຳຕົວ
Copy of site cover (18)
Grand Theft Auto 6 ເປີດເຜີຍຕົວຢ່າງ Vice City ພ້ອມດ້ວຍລາຍລະອຽດບາງສ່ວນຂອງເນື້ອເລື່ອງ
site-cover (64)
ຜູ້ບໍລິຫານເອໄອຢ້ຳສະຫະລັດຕ້ອງເພີ່ມສົ່ງອອກຊິບຈຶ່ງຈະນຳໜ້າຈີນ
site-cover (63)
ຈີນ-ລັດເຊຍຮ່ວມປົກປ້ອງອຳນາດຢູເອັນ-ຜົນປະໂຫຍດປະເທດກຳລັງພັດທະນາ
Copy of site cover (52)
ຕ້ອງແຊມປ໌ເທົ່ານັ້ນ! ອາໂມຣິມ ອອກມາກ່າວວ່າ ແມນຢູ ເຂົ້າຊິງບໍ່ມີຄວາມໝາຍຫາກບໍ່ໄດ້ແຊມປ໌
site-cover (62)
ຝຸ່ນດວງຈັນ "ຫາຍາກກວ່າຄຳ" ເດີນທາງຈາກຈີນມາເຖິງອັງກິດແລ້ວ
site-cover (61)
ສະຫະລັດ-ອັງກິດຍົກຍ່ອງຂໍ້ຕົກລົງການຄ້າທີ່ບັນລຸເປັນຊາດທຳອິດ
Copy of site cover (51)
Alibaba ເປີດເຜີຍວິທີ ZeroSearch ໃຫ້ AI ຮຽນຮູ້ການຄົ້ນຫາດ້ວຍຕົນເອງ ຫຼຸດຄ່າໃຊ້ຈ່າຍໃນການສອນໂມເດລໄດ້ຢ່າງມະຫາສານ
site-cover (60)
ສະໝອງກັບລຳໄສ້ຮ່ວມກັນເຮັດວຽກ ຄວບຄຸມອາລົມຂອງຄົນເຮົາໄດ້ແນວໃດ?
site-cover (59)
ຄຳເຕືອນຈາກໝໍຍີ່ປຸ່ນ: ເຄື່ອງດື່ມ 5 ຊະນິດ ທີ່ເບິ່ງຄືວ່າດີຕໍ່ສຸຂະພາບ ແຕ່ທຳລາຍຕັບບໍ່ໜ້ອຍກວ່າເຫລົ້າເບຍ
ຢ່າລື່ມກົດຕິດຕາມ