site-cover (34)
ຂໍ້ມູນລັບ! ປາກິສະຖານອ້າງອິນເດຍກຽມທະຫານ "ໂຈມຕີ" ພາຍໃນ 36 ຊົ່ວໂມງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 May, 2025
ໝວດ: ຂ່າວ

ປາກິສະຖານອ້າງມີ “ຂໍ້ມູນໜ້າເຊື່ອຖື” ວ່າອິນເດຍກຳລັງວາງແຜນໂຈມຕີທາງທະຫານພາຍໃນ 24-36 ຊົ່ວໂມງ. ທ່າມກາງຂໍ້ພິພາດຮຸນແຮງໃນແຄດເມຍ, ສ້າງຄວາມຕຶງຄຽດເພີ່ມຂຶ້ນ. ສະຫະລັດ ແລະ ຈີນ ຮຽກຮ້ອງທັງ 2 ຝ່າຍຢັບຢັ້ງຊັ່ງໃຈ. ໂລກຈັບຕາວິກິດນິວເຄລຍທີ່ອາດປະທຸຂຶ້ນໄດ້

 

ເມື່ອວັນທີ 30 ເມສາ 2025, CNN ລາຍງານວ່າ ປາກິສະຖານອອກມາເຕືອນ, ອ້າງວ່າໄດ້ຮັບ “ຂໍ້ມູນໜ້າເຊື່ອຖື” ຊຶ່ງບົ່ງຊີ້ວ່າອິນເດຍມີແຜນຈະດຳເນີນການໂຈມຕີທາງທະຫານຕໍ່ປາກິສະຖານພາຍໃນ 24-36 ຊົ່ວໂມງ. ຂໍ້ກ່າວຫານີ້ເກີດຂຶ້ນທ່າມກາງຄວາມຕຶງຄຽດທີ່ເພີ່ມສູງຂຶ້ນລະຫວ່າງ 2 ຊາດທີ່ມີອາວຸດນິວເຄລຍ ຫຼັງເຫດກໍ່ການຮ້າຍເມື່ອອາທິດກ່ອນ ຊຶ່ງຄ່າຊີວິດນັກທ່ອງທ່ຽວ 26 ຄົນໃນເມືອງປາຮາລກັມ ເຂດແຄດເມຍທີ່ຢູ່ພາຍໃຕ້ການຄວບຄຸມຂອງອິນເດຍ.

 

ທ່ານອັດຕາອຸລລາ ທາຣາຣ໌ ລັດຖະມົນຕີສາລະສົນເທດຂອງປາກິສະຖານ ເປີດເຜີຍຜ່ານໂພສຕ໌ບົນແພລຕຟອມ X ໃນຊ່ວງກາງດຶກວ່າ “ປາກິສະຖານມີຂໍ້ມູນໜ້າເຊື່ອຖືວ່າອິນເດຍຕັ້ງໃຈຈະດຳເນີນການໂຈມຕີທາງທະຫານຕໍ່ປາກິສະຖານໃນອີກ 24-36 ຊົ່ວໂມງ” ໂດຍເພິ່ນບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບຫຼັກຖານທີ່ສະໜັບສະໜູນຂໍ້ກ່າວຫານີ້. ທາຣາຣ໌ຍັງລະບຸວ່າ ຫາກອິນເດຍລົງມືທາງທະຫານໃດໆ ຈະໄດ້ຮັບການຕອບໂຕ້ຢ່າງແນ່ນອນແລະເດັດຂາດ.

 

ຄວາມຕຶງຄຽດຄັ້ງນີ້ມີຈຸດເລີ່ມຕົ້ນຈາກເຫດໂຈມຕີເມື່ອວັນທີ 22 ເມສາ 2025 ຊຶ່ງກຸ່ມຕິດອາວຸດສັງຫານນັກທ່ອງທ່ຽວ 26 ຄົນໃນເມືອງປາຮາລກັມ. ອິນເດຍກ່າວຫາວ່າປາກິສະຖານຢູ່ເບື້ອງຫຼັງເຫດການນີ້ ຂະນະທີ່ປາກິສະຖານປະຕິເສດແລະສະເໜີໃຫ້ມີການສອບສວນໂດຍຄະນະກຳມະການທີ່ເປັນກາງ. ອິນເດຍຍັງບໍ່ໄດ້ສະແດງຄວາມເຫັນຢ່າງເປັນທາງການຕໍ່ຂໍ້ກ່າວຫາຂອງທາຣາຣ໌.

 

“ແຄດເມຍ” ເປັນໜຶ່ງໃນຈຸດປະທະທີ່ອັນຕະລາຍທີ່ສຸດໃນໂລກ ໂດຍທັງອິນເດຍແລະປາກິສະຖານຄວບຄຸມບາງສ່ວນຂອງດິນແດນນີ້ ແຕ່ທັງ 2 ຝ່າຍອ້າງສິດຄອບຄອງທັງໝົດ. 2 ຊາດທີ່ມີອາວຸດນິວເຄລຍນີ້ ເຄີຍທຳສົງຄາມກັນ 3 ຄັ້ງໃນແຄດເມຍຕັ້ງແຕ່ໄດ້ຮັບເອກະລາດຈາກອັງກິດເມື່ອເກືອບ 80 ປີກ່ອນ. ເຫດໂຈມຕີເມື່ອອາທິດກ່ອນຈຸດຊົນວນຄວາມໂກດແຄ້ນໃນອິນເດຍ ໂດຍ ນາຍົກລັດຖະມົນຕີ ນະເຣນທຣາ ໂມດີ ຢູ່ພາຍໃຕ້ແຮງກົດດັນຢ່າງໜັກໃຫ້ຕອບໂຕ້ດ້ວຍກຳລັງທະຫານ.

 

ໃນອະດີດ, ອິນເດຍເຄີຍດຳເນີນການໂຈມຕີທາງອາກາດໃນດິນແດນປາກິສະຖານໃນປີ 2562 ຫຼັງເຫດໂຈມຕີກຸ່ມກະບົດໃນແຄດເມຍທີ່ຄວບຄຸມໂດຍອິນເດຍ ຊຶ່ງເປັນການບຸກເຂົ້າໄປໃນດິນແດນປາກິສະຖານຄັ້ງທຳອິດນັບຕັ້ງແຕ່ສົງຄາມປີ 2019. ເຫດການຫຼ້າສຸດໃນປາຮາລກັມ ເຮັດໃຫ້ນານາຊາດກັງວົນວ່າອິນເດຍອາດຕອບໂຕ້ໃນລັກສະນະດຽວກັນ. ໂມດີໃຫ້ຄຳໝັ້ນໃນສຸນທອນພົດເມື່ອອາທິດກ່ອນວ່າຈະຕາມລ່າຜູ້ກໍ່ເຫດ “ເຖິງສຸດຂອບໂລກ”.

 

 

ສະຫະລັດຯ – ຈີນ ຮຽກຮ້ອງ 2 ຊາດຮ່ວມເຈລະຈາຫຼຸດຄວາມຕຶງຄຽດ

 

ສະຫະລັດຯ ແລະ ຈີນ ຮຽກຮ້ອງໃຫ້ທັງ 2 ຝ່າຍຢັບຢັ້ງຊັ່ງໃຈ.

 

ມາຣ໌ໂກ ຣູບິໂອ ລັດຖະມົນຕີຕ່າງປະເທດສະຫະລັດຯ ໄດ້ລົມກັບ ລັດຖະມົນຕີຕ່າງປະເທດອິນເດຍ ແລະ ນາຍົກລັດຖະມົນຕີປາກິສະຖານ ເຊບາສ ຊາຣິຟ ເພື່ອກະຕຸ້ນໃຫ້ທັງ 2 ຊາດຮ່ວມມືກັນ “ຫຼຸດຄວາມຕຶງຄຽດ”.

 

ຣູບິໂອຍັງຮຽກຮ້ອງໃຫ້ປາກິສະຖານຮ່ວມມືໃນການສືບສວນເຫດໂຈມຕີໃນປາຮາລກັມ ແລະ ຜັກດັນໃຫ້ມີການສື່ສານໂດຍກົງລະຫວ່າງ 2 ຊາດ.

 

ຂະນະທີ່ ຫວັງ ອີ້ ລັດຖະມົນຕີຕ່າງປະເທດຈີນ ກ່າວກັບ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຕ່າງປະເທດປາກິສະຖານ ວ່າຄວາມຂັດແຍ້ງລະຫວ່າງອິນເດຍແລະປາກິສະຖານ “ຈະບໍ່ເປັນຜົນດີຕໍ່ຜົນປະໂຫຍດພື້ນຖານຂອງທັງ 2 ຝ່າຍ” ແລະ ອາດເປັນໄພຕໍ່ຄວາມໝັ້ນຄົງໃນພູມິພາກ.

 

ການທີ່ສະຫະລັດແລະຈີນອອກມາຮຽກຮ້ອງໃຫ້ຢັບຢັ້ງຊັ່ງໃຈສະທ້ອນເຖິງຄວາມກັງວົນຂອງນານາຊາດຕໍ່ຜົນກະທົບທີ່ອາດເກີດຂຶ້ນຈາກຄວາມຂັດແຍ້ງໃນພູມິພາກທີ່ມີຄວາມອ່ອນໄຫວທາງຍຸດທະສາດ.

 

ອິນເດຍເປັນພັນທະມິດສຳຄັນຂອງສະຫະລັດໃນການຕໍ່ຕ້ານອິດທິພົນຂອງຈີນໃນອິນໂດ-ປາຊີຟິກ ຂະນະທີ່ປາກິສະຖານມີຄວາມສຳພັນໃກ້ຊິດກັບຈີນຜ່ານໂຄງການ Belt and Road. ຄວາມຊັບຊ້ອນຂອງຄວາມສຳພັນນີ້ເຮັດໃຫ້ການໄກ່ເກ່ຍຂອງມະຫາອຳນາດມີຄວາມທ້າທາຍ.

 

ຫຼັງເຫດໂຈມຕີໃນປາຮາລກັມ, ທັງອິນເດຍແລະປາກິສະຖານຫຼຸດລະດັບຄວາມສຳພັນທາງການທູດຢ່າງວ່ອງໄວ. ອິນເດຍຍົກເລີກວີຊາຂອງພົນລະເມືອງປາກິສະຖານ ແລະ ປາກິສະຖານຕອບໂຕ້ດ້ວຍມາດຕະການດຽວກັນ. ທັງ 2 ຝ່າຍສັ່ງໃຫ້ພົນລະເມືອງແລະນັກການທູດຂອງອີກຝ່າຍເດີນທາງກັບປະເທດກ່ອນວັນທີ 30 ເມສາ.

 

ອິນເດຍຍັງລະງັບການເຂົ້າຮ່ວມໃນສົນທິສັນຍາແມ່ນ້ຳສິນທຸ ຊຶ່ງເປັນຂໍ້ຕົກລົງສຳຄັນຕັ້ງແຕ່ປີ 1960 ທີ່ກຳນົດການແບ່ງປັນນ້ຳຈາກລະບົບແມ່ນ້ຳສິນທຸ ຊຶ່ງເປັນຊັບພະຍາກອນສຳຄັນສຳລັບກະສິກຳໃນປາກິສະຖານແລະອິນເດຍຕອນເໜືອ.

 

ປາກິສະຖານລະບຸວ່າການຢຸດຫຼືປ່ຽນເສັ້ນທາງນ້ຳທີ່ເປັນຂອງປາກິສະຖານຖືເປັນ “ການກະທຳທີ່ເທົ່າກັບສົງຄາມ”.

 

ນອກຈາກນີ້, ທັງ 2 ຊາດ ຍັງເພີ່ມການສະແດງແສນຍານຸພາບທາງທະຫານໃນຊ່ວງອາທິດທີ່ຜ່ານມາ ໂດຍປາກິສະຖານຍິງໂດຣນຂອງອິນເດຍທີ່ຖືກກ່າວຫາວ່າໃຊ້ໃນການຈາລະກຳໃນແຄດເມຍເມື່ອວັນອັງຄານທີ່ຜ່ານມາ (29 ເມສາ 2025) ຂະນະທີ່ກອງທັບເຮືອອິນເດຍລະບຸວ່າໄດ້ທົດສອບການໂຈມຕີດ້ວຍຂີປະນາວຸດໄລຍະໄກເມື່ອ 2 ວັນກ່ອນ ເພື່ອສະແດງຄວາມພ້ອມຂອງແພລຕຟອມ, ລະບົບ ແລະ ລູກເຮືອສຳລັບການໂຈມຕີທີ່ແມ່ນຢຳ.

 

ຄວາມຕຶງຄຽດຍັງທະວີຂຶ້ນບໍລິເວນແນວຄວບຄຸມ (Line of Control) ໂດຍມີການຍິງປະທະກັນເປັນຄືນທີ 6 ຕິດຕໍ່ກັນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-13T163234.534
ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
ຢ່າລື່ມກົດຕິດຕາມ