VP LANDSCAPE COVER (93)
ການໃຫ້ສໍາປະທານທີ່ດິນ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນລາວຢ່າງຫຼວງຫຼາຍຂຶ້ນ
ຮຽບຮຽງໂດຍ:patthana
ເຜີຍແຜ່: 1 May, 2025

ເຈ້າຫນ້າທີ່ຂັ້ນສູງພາຍໃນຄະນະກວດກາສູນກາງພັກ ເປີດເຜີຍວ່າ ການກວດກາສໍາປະທານທີ່ດິນໃນໄລຍະປີ 2023-2024 ສາມາດດໍາເນີນການກວດກາໄດ້ 524 ໂຄງການ ກວມເອົາ 21% ຂອງຈໍານວນສໍາປະທານທັງໝົດ 2,495 ໂຄງການໃນທົ່ວປະເທດນັ້ນ ພົບວ່າ ມີ 438 ໂຄງການໃນຈໍານວນ 524 ໂຄງການດັ່ງກ່າວນັ້ນ ໄດ້ອະນຸຍາດຢ່າງຜິດກົດໝາຍສົ່ງເສີມການລົງທຶນ ຫາກແຕ່ເປັນ​ການ​ສວຍ​ໃຊ້​ອຳນາດໜ້າ​ທີ່​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດ ຂອງ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ໃນ​ທຸກ​ຂັ້ນ ​ເປັນ​ປັດ​ໄຈ​ຕົ້ນຕໍ ຈຶ່ງໄດ້ພາໃຫ້ເກີດການຂັດແຍ້ງຢ່າງກວ້າງຂວາງກ່ຽວກັບສິດການເປັນເຈົ້າຂອງທີ່ດິນລະຫວ່າງ ປະຊາຊົນລາວ ກັບບໍລິສັດລາວ ແລະຕ່າງປະເທດ ທີ່ໄດ້ຮັບສຳປະທານນັ້ນ ໂດຍສະເພາະບັນດາບໍລິສັດທີ່ນັກລົງທຶນຈີນເປັນເຈົ້າຂອງນັ້ນ ກໍແມ່ນພາກສ່ວນທີ່ຂັດແຍ້ງກັບປະຊາຊົນລາວ ຫລາຍທີ່ສຸດ ເພາະວ່າ ປະຊາຊົນລາວ ທີ່ຖືກເວນຄືນທີ່ດິນນັ້ນ ໄດ້ຮັບຄ່າຊົດເຊີຍທີ່ບໍ່ຍຸຕິທຳ ດັ່ງເຈົ້າໜ້າທີ່ໃນຄະນະກວດກາພັກ ໃຫ້ການຢືນຢັນວ່າ “ໃນປະ​ຈຸ​ບັນນີ້ ນັກລົງທືນເອກະຊົນທັງພາຍໃນ ແລະ ຕ່າງປະເທດ ກໍແມ່ນລ້ວນແຕ່ເຫັນວ່າ ມີບັນຫາບາງບ່ອນກະເກີດມີການທັບຊ້ອນເນື້ອທີ່ມີບັນຫາຂັດແຍ້ງເກີດຂຶ້ນ ບາງບ່ອນກໍແຕະຕ້ອງເຖິງບັນຫາການຜະລິດ ເຂດທັບການຜະລິດຂອງພໍ່ແມ່ ປະຊາຊົນບັນດາເຜົ່າ ຫຼາຍໂຄງການກະບໍ່ປະຕິບັດຕາມເນື້ອໃນຂອງສັນຍາ ບໍ່ປະຕິບັດຕາມກົດໝາຍ ໂດຍສະເພາະແມ່ນບັນຫາການຊໍາລະສະສາງ ບັນຫາຄ່າເຊົ່າສໍາປະທານທີ່ດິນໃຫ້ແກ່ລັດຖະບານ ຍິ່ງ​ໄປ​ກວ່າ​ນັ້ນ ພໍ່​ແມ່ປະຊາຊົນຊົນບັນດາ​ເຜົ່າ​ຢູ່​ໃນ​ເຂດ​ຂອງ​ໂຄງການ ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງປະຕິບັດ ກະບໍ່ໄດ້ຮັບການພັດທະນາ ເຫັນວ່າ ຊີວິດການເປັນຢູ່ຂອງປະຊາຊົນ ຖືວ່າບໍ່ມີການຫັນປ່ຽນ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ​ຢືນຢັນ​ວ່າ ໃນປະຈຸ​ບັນ ມີ​ປະຊາຊົນ​ລາວ 628,000 ກວ່າ​ຄອບຄົວ ໄດ້​ຖື​ຄອງ​ທີ່​ດິນຍູ່​ໃນ​ເຂດປ່າ​ສະຫງວນ​ຂອງ​ລັດ ​ເຊິ່ງຈະ​ຕ້ອງຖືກຍົກເລີກ​ສິດ​ໃນ​ການ​ຖືຄອງ​ທີ່​ດິນ​ດັ່ງກ່າວ​ ທັ້ງຍັງຈະຕ້ອງຖືກ​ຍົກຍ້າຍໄປຢູ່ເຂດຈັດສັນໃໝ່ອີກດ້ວຍ ແຕ່ລັດຖະບານກະບໍ່ສາມາດ ດໍາເນີນການດັ່ງກ່າວໄດ້ ເນື່ອງຈາກບໍ່ມີງົບປະມານສະຫນັບສະຫນູນ ຊຶ່ງກໍເຊັ່ນດຽວກັບການຍົກເລີກສໍາປະທານທີ່ດິນ 438 ໂຄງການ ຕາມຄໍາສັ່ງຂອງສໍານັກງານນາຍົກລັດຖະມົນຕີ ທີ່ຍັງບໍ່ສາມາດດຳເນີນການໄດ້ຢ່າງເປັນຮູບປະທໍາ ລວມທັງບໍ່ສາມາດຈັດຕັ້ງປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງກັບການອອກໃບອະນຸຍາດ ແລະການຍົກເລີກສໍາປະທານທີ່ດິນໄດ້ຢ່າງແທ້ຈິງອີກດ້ວຍ ໂດຍເຖິງແມ່ນວ່າ ຜູ້ໄດ້ຮັບສໍາປະທານສ່ວນໃຫຍ່ຈະບໍ່ປະຕິບັດຕາມສັນຍາການລົງທຶນກໍຕາມ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ຢືນຢັນວ່າ “ມີຄໍາສັ່ງສຸດທ້າຍຈາກ ສໍານັກງານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ພວກເຮົາເລັ່ງກວດກາ ແລະຍົກເລີກ 438 ໂຄງການໃຫ້ສຳເລັດ ປະຈຸບັນນີ້ ພວກເຮົາກໍໄດ້ສຳເລັດກວດກາແລ້ວຍູ່ 16 ແຂວງ ຍົກເວັ້ນ 2 ແຂວງ ກໍຄື ແຂວງຜົ້ງສາລີ ແລະ ນະຄອນຫຼວງທີ່ຈະຕ້ອງໄດ້ເຮັດວຽກຮ່ວມກັນ ແຕ່ວ່າ ໃນການເຮັດວຽກຢູ່ແຂວງພວກເຮົາໄດ້ເຮັດບົດບັນທຶກພ້ອມກັນແລ້ວ ແລະມີບັນຊີໂຄງການທີ່ບໍ່ມີການເຄື່ອນໄຫວເນາະ ປັດຈຸບັນ ຕາມຕົວເລກທີ່ພວກເຮົາເກັບກໍາໄດ້ໃນທົ່ວ​ປະ​ເທດນີ້​ມີ​ເກືອບ 2,500 ໂຄງ​ການ ແຕ່ວ່າ ​ກໍມີໂຄງ​ການທີ່ບໍ່​ມີການເຄື່ອນໄຫວກໍຂ່ອນຂ້າງຫລາຍ ຫາກແຕ່ວ່າ ຕາມກົດໝາຍທີ່ດິນຂອງພວກເຮົາທີ່ກຳນົດໄວ້ ຫລະແມ່ນໂຄງການໃດທີ່ບໍ່ມີການເຄື່ອນໄຫວ ເຖິງແມ່ນວ່າ ມີພັນທະກໍຕາມ ກໍຕ້ອງໄດ້ມີການຍົກເລີກ ແລະປະຕິບັດພັນທະ.”

ໂດຍອີງຕາມລາຍງານຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລະບຸວ່າ ການອະນຸຍາດໃຫ້ສຳປະທານທີ່ດິນ 2,495 ໂຄງການ ມີເນື້ອທີ່ລວມກວ້າງກວ່າ 11 ລ້ານເຮັກຕາ ແຕ່ວ່າ ກໍໄດ້ມີການນຳໃຊ້ທີ່ດິນຕົວຈິງພຽງແຕ່ 600,000 ກວ່າເຮັກຕາ ຫຼື 5% ເທົ່ານັ້ນຂອງເນື້ອທີ່ສຳປະທານທັງໝົດ ສ່ວນສາເຫດທີ່ພາໃຫ້ເກີດການຂັດແຍ້ງກັນຢ່າງແຜ່ຫຼາຍໃນສັງຄົມລາວ ກໍເພາະວ່າ ປະຊາຊົນລາວຜູ້ທີ່ຖືກຍາດແຍ່ງເອົາທີ່ດິນນັ້ນ ໄດ້ຮັບການຊົດເຊີຍໃນອັດຕາທີ່ຕໍ່າຫຼາຍ ເມື່ອທຽບໃສ່ລາຄາຕົວຈິງໃນປັດຈຸບັນນີ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 20 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,494
21,770
thailand (1)
THB
661.11
671.29
european-union
EUR
24,091
24,573
china
CNY
2,915
2,973
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-18T162202.386
ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ
_cover - 2025-08-18T155432.824
ການບໍ່ຖູແຂ້ວກ່ອນນອນ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ອ້າງອີງຈາກບົດຄົ້ນຄ້ວາປະເທດຢີ່ປຸ່ນ
pele - 2025-08-18T154019.544
ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວຮຽນຈາກຈີນ
pele - 2025-08-18T151419.969
ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ
pele - 2025-08-18T135756.072
ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ
site cover1 (81)
Samsung ແລ່ນຕາມ iPhone ໃນສະຫະລັດ ກະຕຸ້ນກະແສມືຖືຫນ້າຈໍພັບໄດ້
pele - 2025-08-18T112120.219
ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ
pele - 2025-08-18T105103.677
ມອບ-ຮັບລາງວັນ ປະກວດຊາວໜຸ່ມດີເດັ່ນຄັ້ງທຳອິດ ຂອງ ສປປ ລາວ
site cover1 (79)
ແມນຢູ ເລີ່ມຕົ້ນລະດູການ ພຣີເມ່ຍລີກ ນັດທຳອິດ ເສຍຄາບ້ານໃຫ້ ອາຣເຊນໍລ 0-1
site cover1 (80)
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ການສະຫນັບສະຫນູນດ້ານໂທລະຄົມ ໃຫ້ກັບ ສະຫະພັນບານເຕະແຫ່ງຊາດລາວ ໄລຍະເວລາ 3 ປີ 2025-2028
ຢ່າລື່ມກົດຕິດຕາມ