VP LANDSCAPE COVER (94)
ໝໍເຕືອນ "ພາວະສະໝອງເສື່ອມ" ບໍ່ແມ່ນພຽງແຕ່ພະຍາດຂອງຄົນເຖົ້າ
ຮຽບຮຽງໂດຍ:patthana
ເຜີຍແຜ່: 1 May, 2025

ໝໍເຕືອນ “ພາວະສະໝອງເສື່ອມ” ບໍ່ແມ່ນພຽງແຕ່ພະຍາດຂອງຄົນເຖົ້າ ແນະນຳໃຫ້ເຮັດ 3 ຂໍ້ນີ້ ປ້ອງກັນໄດ້ຕັ້ງແຕ່ໄວໜຸ່ມ ອະນາຄົດທ່ານຈະຂອບໃຈຕົນເອງ

ຄວາມສ່ຽງຂອງພະຍາດສະໝອງເສື່ອມອາດເລີ່ມສະສົມຕັ້ງແຕ່ຊ່ວງອາຍຸ 20 ປີ. ຈາກການຄົ້ນຄວ້າລ່າສຸດຂອງມະຫາວິທະຍາໄລໂຄລຳເບຍ, ສະຫະລັດອາເມຣິກາ ພົບວ່າ ປັດໄຈສ່ຽງຂອງພະຍາດອັລໄຊເມີ ເຊັ່ນ: ຄວາມດັນເລືອດສູງ, ໄຂມັນໃນເລືອດຜິດປົກກະຕິ ແລະ ການຂາດການອອກກຳລັງກາຍ ມີຜົນກະທົບຕໍ່ການເຮັດວຽກຂອງສະໝອງໃນກຸ່ມຄົນໄວໜຸ່ມ ເຖິງແມ່ນວ່າຍັງບໍ່ປາກົດອາການຊັດເຈນກໍຕາມ.

ນພ.ເຈິ້ງ ຊຸນອວີ່ ແພດຜູ້ຊ່ຽວຊານດ້ານປະສາດວິທະຍາ ໄດ້ໂພສຂໍ້ຄວາມຜ່ານເຟສບຸກ ລະບຸວ່າ ຄວາມສ່ຽງຂອງພະຍາດສະໝອງເສື່ອມອາດເລີ່ມສະສົມຢ່າງງຽບໆ ຕັ້ງແຕ່ຊ່ວງອາຍຸ 20 ປີ. ຫຼາຍຄົນມັກເຂົ້າໃຈວ່າພະຍາດນີ້ເປັນເລື່ອງຂອງຜູ້ສູງອາຍຸເທົ່ານັ້ນ ແຕ່ຄວາມຈິງແລ້ວ ສັນຍານເບື້ອງຕົ້ນອາດປາກົດຕັ້ງແຕ່ອາຍຸພຽງແຕ່ 24 ປີ.

ອ້າງອີງຈາກການຄົ້ນຄວ້າຊິ້ນໃໝ່ຂອງທີມມະຫາວິທະຍາໄລໂຄລຳເບຍທີ່ຕີພິມໃນວາລະສານ The Lancet Regional Health – Americas ເມື່ອເມສາ 2025 ພົບວ່າ ປັດໄຈສ່ຽງຂອງພະຍາດອັລໄຊເມີ ບໍ່ວ່າຈະເປັນຄວາມດັນເລືອດສູງ, ໄຂມັນໃນເລືອດຜິດປົກກະຕິ, ການບໍ່ອອກກຳລັງກາຍ ຫຼື ພາວະອັກເສບຊຳເຮື້ອ ລ້ວນສົ່ງຜົນກະທົບຕໍ່ສະໝອງຕັ້ງແຕ່ອາຍຸຍັງນ້ອຍ.

ນອກຈາກນີ້, ການສຶກສາຍັງພົບວ່າ ສະຖານະສຸຂະພາບຫົວໃຈແລະຫຼອດເລືອດ, ຕົວຊີ້ວັດຂອງການອັກເສບໃນຮ່າງກາຍ ແລະ ສານບົ່ງຊີ້ທາງຊີວະພາບທີ່ກ່ຽວຂ້ອງກັບພະຍາດອັລໄຊເມີ ລ້ວນມີຄວາມສຳພັນກັບຄວາມສາມາດດ້ານຄວາມຈື່ຈຳແລະການຄິດ ແມ່ນແຕ່ໃນກຸ່ມຄົນໜຸ່ມສາວ. ແລະ ທີ່ໜ້າສົນໃຈກໍຄື ໃນຜົນການທົດສອບສະໝອງ ຍັງພົບການປ່ຽນແປງພຽງເລັກນ້ອຍໃນກຸ່ມໄວລຸ່ນ ຊຶ່ງອາດເປັນສັນຍານເລີ່ມຕົ້ນຂອງຄວາມເສື່ອມທາງສະໝອງກ່ອນທີ່ອາການທາງຄລີນິກຈະປາກົດ.

ໝໍເຈິ້ງ ໄດ້ເຕືອນປະຊາຊົນວ່າ ການປ້ອງກັນພະຍາດສະໝອງເສື່ອມຄວນເລີ່ມຕັ້ງແຕ່ຕອນນີ້ ໂດຍແນະນຳໃຫ້ຫຼີກລ້ຽງເຄື່ອງດື່ມທີ່ມີນ້ຳຕານສູງ, ເຂົ້າຈີ່ ແລະ ເບເກີຣີແປຮູບ ເພາະສິ່ງເຫຼົ່ານີ້ສົ່ງຜົນເສຍຕໍ່ສະໝອງໂດຍກົງ. ພຶດຕິກຳໃນຊີວິດປະຈຳວັນ ເຊັ່ນ: ການຄວບຄຸມຄວາມດັນເລືອດ, ຄວາມຖີ່ໃນການອອກກຳລັງກາຍ, ການເລືອກອາຫານ, ການນອນຫຼັບ ແລະ ການຫຼຸດການອັກເສບໃນຮ່າງກາຍ ລ້ວນເປັນກຸນແຈສຳຄັນໃນການຮັກສາສຸຂະພາບສະໝອງແລະຊະລໍການເສື່ອມຂອງສະໝອງ.

ເພິ່ນເນັ້ນວ່າ “ການກິນໃຫ້ຖືກ, ນອນໃຫ້ພໍ ແລະ ລຸກຂຶ້ນເຄື່ອນໄຫວຮ່າງກາຍ” ບໍ່ໄດ້ເຮັດເພື່ອຊິກແພັກ ແຕ່ເພື່ອຮັກສາຄວາມຈື່ຈຳຂອງພວກເຮົາ. “ວາງຈອກຊານົມໄຂ່ມຸກແລະຂະໜົມລົງ ສະໝອງຂອງທ່ານຈະຂອບໃຈທ່ານເອງ”

ທ້າຍບົດຄວາມ, ນພ.ເຈິ້ງຍັງເສີມວ່າ ການຄົ້ນຄວ້ານີ້ອ້າງອີງຈາກການວິເຄາະຂໍ້ມູນໃນໂຄງການຄົ້ນຄວ້າລະດັບຊາດຂອງສະຫະລັດຯ ຊື່ວ່າ “ການສຶກສາໄລຍະຍາວດ້ານສຸຂະພາບຈາກໄວລຸ່ນສູ່ໄວຜູ້ໃຫຍ່” (Add Health) ໂດຍມີການຕິດຕາມກຸ່ມຕົວຢ່າງກວ່າ 10,000 ຄົນ ຕັ້ງແຕ່ໄວລຸ່ນຈົນເຖິງໄວຜູ້ໃຫຍ່ ໂດຍແບ່ງຊ່ວງອາຍຸເປັນ 24–34 ປີ ແລະ 34–44 ປີ ດຳເນີນການຜ່ານແບບສອບຖາມ, ການກວດສະມັດຕະພາບສະໝອງ, ການກວດຮ່າງກາຍ ແລະ ການວິເຄາະເລືອດ ເຮັດໃຫ້ໄດ້ຂໍ້ມູນທີ່ສຳຄັນກ່ຽວກັບຄວາມເສື່ອມຂອງສະໝອງຕັ້ງແຕ່ໄວໜຸ່ມ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-22T090748.902
ແຈ້ງການ ເຂື່ອນໄຟຟ້າເຊລະນອງ 1 ຈະເລີ່ມປ່ອຍນໍ້າ ວັນທີ 22 ຕຸລາ 2025 ເພື່ອກຽມຮັບມື ພາຍຸເຟິງເຊີນ.
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
ຢ່າລື່ມກົດຕິດຕາມ