
ເອັກຊ໌ເຜີງ (XPENG) ປິດຍອດຂາຍ 4 ເດືອນທຳອິດຂອງປີ 2025 ລວມໃນທຸກປະເທດໄດ້ 129,053 ຄັນ ເພີ່ມຂຶ້ນ 313%
ເມື່ອທຽບກັບຊ່ວງດຽວກັນຂອງປີທີ່ແລ້ວ ພ້ອມພັດທະນາ AI ຕົວໃໝ່ ເພື່ອຮອງຮັບຍານພາຫະນະໄຟຟ້າ ໂດຣນ ຫຸ່ນຍົນຮິວແມນອຍດ໌
ສຕາດອັບຍານພາຫະນະໄຟຟ້າຂອງຈີນ ເອັກຊ໌ເຜີງ ເຮັດຍອດຂາຍໃນເດືອນເມສາ 2025 ໄດ້ 35,045 ຄັນ ເຊິ່ງຖືເປັນເດືອນທີ 6 ຕິດຕໍ່ກັນ ທີ່ມີຍອດຂາຍເກີນ 30,000 ຄັນຕໍ່ເດືອນ ຂະນະທີ່ຍອດຂາຍເດືອນມັງກອນ-ເມສາ ລວມ 129,053 ຄັນ ເພີ່ມຂຶ້ນ 313% ເມື່ອທຽບກັບຊ່ວງດຽວກັນຂອງປີທີ່ແລ້ວ
ທັງນີ້ໃນງານ Auto Shanghai 2025 ທີ່ພຶ່ງຈົບໄປ ເອັກຊ໌ເຜີງ ນຳນະວັດຕະກຳໃໝ່ ທີ່ຈະມີ AI ເປັນຕົວຂັບເຄື່ອນ ທັງຫຸ່ນຍົນຮິວແມນອຍດ໌ IRON ດ້ວຍມືທີ່ຂະຫຍັບໄດ້ 22 ຮູບແບບ ຂອງການເຄື່ອນໄຫວ (22-DOF hands) ແລະ ສັກກະຍະພາບໃນການສົນທະນາຢ່າງເປັນທຳມະຊາດ
ສຳລັບ AI Brain ເຈເນເຣຊັນໃໝ່ ມີຈຳນວນພາຣາມິເຕີສູງກວ່າ VLA (Vision-Language-Action) ທົ່ວໄປ 35 ເທົ່າ ສາມາດປັບໃຫ້ເໝາະສົມກັບສະຖານະການຂັບຂີ່ທີ່ສັບຊ້ອນໄດ້ແບບຣຽວໄທມ໌ ໂດຍມີແຜນນຳໄປໃຊ້ກັບຍານພາຫະນະໄຟຟ້າ ແລະ ລົດບິນໄດ້ອີກດ້ວຍ
ສຳລັບປະເທດໄທ ໂດຍ MGC-ASIA ເຮັດຕະຫຼາດເອັສຢູວີ XPENG G6 ລາຄາເລີ່ມຕົ້ນ 1,439,000 ບາດ ແລະ ລົດຕູ້ XPENG X9 ລາຄາເລີ່ມຕົ້ນ 2,399,000 ບາດ ມາພ້ອມແພັກເກດ
- Wall Box ພ້ອມຕິດຕັ້ງ 1 ຄັ້ງ
- ຜ້າຢາງປູພື້ນພາຍໃນລົດ
- ເຄື່ອງຊາດໄຟຟ້າແບບພົກພາ
- ບໍລິການຊ່ວຍເຫຼືອສຸກເສີນ 24 ຊົ່ວໂມງ ນານສູງສຸດ 5 ປີ
- ຮັບປະກັນຄຸນນະພາບສິນຄ້າ 5 ປີ ຫຼື 120,000 ກິໂລແມັດ
- ປະກັນຄຸນນະພາບແບັດເຕີຣີ່ HV ແລະ ມໍເຕີຂັບເຄື່ອນ 8 ປີ ຫຼື 160,000 ກິໂລແມັດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |














