ໃນທີ່ສຸດ, ມື້ທີ່ຫລາຍຄົນອາດເຄີຍໄດ້ຍິນຂ່າວລືມາແດ່ແລ້ວ ກໍມາຮອດ ເມື່ອ Microsoft ປະກາດຢຸດດການໃຫ້ບໍລິການ Skype ຢ່າງເປັນທາງການໃນວັນນີ້ (5 ພຶດສະພາ 2025) ປິດສາກໜຶ່ງໃນໜ້າປະຫວັດສາດຂອງໂລກການສື່ສານອອນລາຍ ທີ່ເຄີຍປະຕິວັດວິທີການຕິດຕໍ່ສື່ສານຂອງຜູ້ຄົນທົ່ວໂລກມາຢ່າງຍາວນານ
ສຳລັບຜູ້ທີ່ຢູ່ໃນແວດວົງ IT ແລະ ຕິດຕາມຄວາມເຄື່ອນໄຫວຂອງເທັກໂນໂລຢີມາໂດຍຕະຫລອດ, ການຕັດສິນໃຈຄັ້ງນີ້ຂອງ Microsoft ອາດບໍ່ແມ່ນເລື່ອງທີ່ໜ້າແປກໃຈນັກ ເພາະໃນຊ່ວງຫລາຍປີທີ່ຜ່ານມາ ບໍລິສັດໄດ້ຜັກດັນແລະພັດທະນາ Microsoft Teams ຢ່າງຕໍ່ເນື່ອງ ໂດຍມຸ່ງຫວັງໃຫ້ເປັນສູນກາງການເຮັດວຽກຮ່ວມກັນ (Collaboration Hub) ທີ່ຄົບວົງຈອນຫລາຍກວ່າ
ຜົນກະທົບທີ່ຫລີກລ່ຽງບໍ່ໄດ້ ການປິດຕົວຂອງ Skype ຍ່ອມສົ່ງຜົນກະທົບຕໍ່ຜູ້ໃຊ້ງານຈຳນວນບໍ່ໜ້ອຍ ບໍ່ວ່າຈະເປັນຜູ້ໃຊ້ງານທົ່ວໄປ ຫລື ແມ່ນແຕ່ໃນພາກທຸລະກິດທີ່ຍັງຄົງພຶ່ງພາ Skype ໃນການສື່ສານຢູ່. ຜົນກະທົບຫລັກໆ ທີ່ເຫັນໄດ້ຊັດເຈນຄື:
ປິດເພື່ອຍ້າຍໄປ Microsoft Teams
ການຕັດສິນໃຈຍຸຕິ Skype ສະທ້ອນໃຫ້ເຫັນເຖິງວິໄສທັດຂອງ Microsoft ທີ່ຕ້ອງການລວມເຄື່ອງມືການສື່ສານແລະການເຮັດວຽກຮ່ວມກັນໄວ້ໃນແພັດຟອມດຽວຢ່າງ Microsoft Teams ເຊິ່ງນຳສະເໜີຄຸນສົມບັດທີ່ຫຼາກຫຼາຍແລະຄອບຄຸມກວ່າ Skype ບໍ່ວ່າຈະເປັນ:
ໂດຍສະຫຼຸບ
ການປິດຕົວຂອງ Skype ໃນມື້ນີ້ຖືເປັນອີກໜຶ່ງບົດຮຽນທີ່ສະແດງໃຫ້ເຫັນເຖິງພະລັງຂອງການປ່ຽນແປງໃນໂລກເທັກໂນໂລຢີ.
ບໍ່ມີສິ່ງໃດຄົງຢູ່ຕະຫຼອດໄປ ແລະ ການປັບຕົວໃຫ້ເຂົ້າກັບການປ່ຽນແປງເປັນສິ່ງສຳຄັນສຳລັບທັງຜູ້ໃຊ້ງານແລະອົງກອນຕ່າງໆ. ໃນຂະນະທີ່ Skype ປິດສາກລົງ, Microsoft Teams ກໍພ້ອມທີ່ຈະກ້າວເຂົ້າມາເປັນຜູ້ນຳໃນຍຸກສະໄໝໃໝ່ຂອງການສື່ສານແລະການເຮັດວຽກຮ່ວມກັນ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |