site-cover (47)
8 ກຸ່ມຄົນ "ຢ່າດື່ມກາເຟ" ຢຸດຊວນໄພພິບັດເຂົ້າສູ່ຮ່າງກາຍ ພວກເຮົາຮູ້ຕົວຫຼືຍັງ?!
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 6 May, 2025

ເຖິງແມ່ນວ່າກາເຟຈະເປັນເຄື່ອງດື່ມທີ່ຫຼາຍຄົນມັກຫຼາຍທີ່ສຸດ ດ້ວຍກິ່ນຫອມ ແລະ ລົດຊາດຂົມກົມກ່ອມອັນເປັນເອກະລັກ ແຕ່ສຳລັບບາງຄົນ ການດື່ມກາເຟອາດບໍ່ແມ່ນເລື່ອງດີຕໍ່ສຸຂະພາບສະເໝີໄປ ເພາະອາດກໍ່ໃຫ້ເກີດຜົນຂ້າງຄຽງຮຸນແຮງຈົນນຳໄປສູ່ບັນຫາສຸຂະພາບແບບບໍ່ຮູ້ຕົວ ໂດຍສະເພາະໃນ 8 ກຸ່ມຄົນຕໍ່ໄປນີ້ ທີ່ບົດຄວາມຈາກເວັບໄຊ SOHA ທາງຝັ່ງຫວຽດນາມ ໄດ້ກ່າວຢ້ຳເຕືອນເປັນພິເສດດ້ວຍຄວາມເປັນຫ່ວງ

 

 

1. ຜູ້ທີ່ມີບັນຫາກ່ຽວກັບພະຍາດຫົວໃຈ

 

ຄາເຟອີນເປັນສານກະຕຸ້ນທີ່ສົ່ງຜົນໂດຍກົງຕໍ່ລະບົບປະສາດແລະຫົວໃຈ ຫາກເປັນຜູ້ທີ່ມີພາວະຫົວໃຈເຕັ້ນຜິດຈັງຫວະ ຄວາມດັນເລືອດສູງ ຫຼື ພະຍາດຫຼອດເລືອດຫົວໃຈ ຄາເຟອີນອາດເຮັດໃຫ້ອາການຮ້າຍແຮງຂຶ້ນ ເຊັ່ນ: ໃຈສັ່ນ ເມື່ອຍງ່າຍ ຫຼື ເຈັບໜ້າເອິກ ນອກຈາກນີ້ຍັງມີຜົນຕໍ່ການຫົດຕົວຂອງຫຼອດເລືອດ ເຮັດໃຫ້ຫົວໃຈເຮັດວຽກໜັກຂຶ້ນອີກ

 

2. ຜູ້ທີ່ມີພາວະວິຕົກກັງວົນ ຫຼື ເປັນພະຍາດນອນບໍ່ຫຼັບຊຳເຮື້ອ

 

ຄາເຟອີນສາມາດກະຕຸ້ນການຫຼັ່ງອະດຣີນາລິນ ຊຶ່ງເປັນຮໍໂມນຄວາມກົດດັນ ສົ່ງຜົນໃຫ້ຜູ້ທີ່ມີພາວະວິຕົກກັງວົນມີອາການຮ້າຍແຮງຂຶ້ນ ເຊັ່ນ: ກະສັບກະສ່າຍ ຫງຸດຫງິດ ນອນບໍ່ຫຼັບ ແລະ ເກີດວົງຈອນ “ຍິ່ງເມື່ອຍຍິ່ງກິນ ຍິ່ງກິນຍິ່ງນອນບໍ່ຫຼັບ” ທີ່ທຳລາຍສຸຂະພາບຢ່າງງຽບໆ

 

3. ຜູ້ທີ່ມີບັນຫາກ່ຽວກັບກະເພາະອາຫານ

 

ກາເຟມີຄວາມເປັນກົດສູງ ແລະ ຍັງສົ່ງເສີມການຫຼັ່ງກົດໃນກະເພາະ ຊຶ່ງອາດກະຕຸ້ນໃຫ້ອາການຂອງພະຍາດກະເພາະ ລຳໄສ້ແປປວນ ຫຼື ກົດໄຫຼຍ້ອນກຳເລີບ ໂດຍສະເພາະໃນຜູ້ທີ່ມີແຜໃນກະເພາະຫຼືພາວະຫຼອດອາຫານອັກເສບ

 

4. ແມ່ຍິງຖືພາ ແລະ ຄຸນແມ່ໃຫ້ນົມລູກ

 

ໃນຊ່ວງຖືພາ ຮ່າງກາຍຈະກຳຈັດຄາເຟອີນໄດ້ຊ້າລົງ ຄາເຟອີນຈຶ່ງສາມາດສົ່ງຜ່ານໄປຍັງເດັກນ້ອຍໃນທ້ອງແລະອາດສົ່ງຜົນຕໍ່ການພັດທະນາການ ເຊັ່ນ ຄວາມສ່ຽງຕໍ່ການແທ້ງລູກ ເກີດກ່ອນກຳນົດ ຫຼື ນ້ຳໜັກແຮກເກີດຕ່ຳ ນອກຈາກນີ້ ຄາເຟອີນຍັງສາມາດຜ່ານເຂົ້າສູ່ນ້ຳນົມແລະສົ່ງຜົນໃຫ້ເດັກນ້ອຍຮູ້ສຶກຫງຸດຫງິດຫຼືຫຼັບຍາກ

 

5. ເດັກນ້ອຍແລະໄວຮຸ່ນ

 

ລະບົບປະສາດແລະຫົວໃຈຂອງເດັກຍັງບໍ່ພັດທະນາເຕັມທີ່ ການບໍລິໂພກຄາເຟອີນອາດສົ່ງຜົນກະທົບ ເຊັ່ນ: ໃຈສັ່ນ ສະມາທິສັ້ນ ວິຕົກກັງວົນ ຫຼື ນອນຫຼັບບໍ່ສະນິດ ແລະ ຍັງມີຄວາມສ່ຽງໃນການຫຼຸດການດູດຊຶມແຄລຊຽມທີ່ຈຳເປັນຕໍ່ການຈະເລີນເຕີບໂຕຂອງກະດູກ

 

6. ຜູ້ປ່ວຍພະຍາດຄໍພອກເປັນພິດ (ພາວະໄທຣອຍເປັນພິດ)

 

ພະຍາດນີ້ເຮັດໃຫ້ຕ່ອມໄທຣອຍຜະລິດຮໍໂມນເກີນຄວາມຈຳເປັນຢູ່ແລ້ວ ຄາເຟອີນຈະໄປກະຕຸ້ນໃຫ້ເກີດອາການຮຸນແຮງຂຶ້ນ ເຊັ່ນ ໃຈສັ່ນ ເຫື່ອອອກຫຼາຍ ຫຼື ຮູ້ສຶກບໍ່ສະບາຍຕົວ ຊຶ່ງອາດເຮັດໃຫ້ອາການຄວບຄຸມຍາກຂຶ້ນ

 

7. ຜູ້ທີ່ໃຊ້ຢາບາງປະເພດ

 

ຄາເຟອີນສາມາດເກີດປະຕິກິລິຍາກັບຢາ ເຊັ່ນ ຢາກະຕຸ້ນປະສາດ ຫຼື ຢາກ່ອມປະສາດ ເຮັດໃຫ້ຢາອອກລິດແຮງຂຶ້ນຫຼືຫຼຸດປະສິດທິພາບລົງ ຈຶ່ງຄວນປຶກສາແພດຫຼືເພສັດຊະກອນກ່ອນດື່ມກາເຟເປັນປະຈຳ

 

8. ຜູ້ທີ່ໄວຕໍ່ຄາເຟອີນ

 

ບາງຄົນມີຄວາມໄວຕໍ່ຄາເຟອີນໂດຍທຳມະຊາດ ແມ່ນແຕ່ດື່ມໃນປະລິມານນ້ອຍກໍອາດມີອາການບໍ່ພຶງປະສົງ ເຊັ່ນ ວິງວຽນ ໃຈສັ່ນ ຄື້ນເຂົ້າ ຫຼື ປວດຫົວ ຫາກທ່ານພົບວ່າເມື່ອດື່ມກາເຟແລ້ວມີອາການເຫຼົ່ານີ້ ຄວນພິຈາລະນາຢຸດຫຼືຫຼຸດປະລິມານການບໍລິໂພກລົງ

 

ທ້າຍທີ່ສຸດຢ່າລືມຈົດຈຳໄວ້ສະເໝີວ່າ ກາເຟອາດເປັນ “ໝູ່ທີ່ດີ” ຂອງຫຼາຍຄົນໃນຍາມຢາກນອນ ແຕ່ສຳລັບກຸ່ມສ່ຽງດັ່ງທີ່ກ່າວຂ້າງເທິງ ມັນອາດກາຍເປັນ “ໄພງຽບ” ທີ່ບັ່ນທອນສຸຂະພາບຢ່າງບໍ່ຮູ້ຕົວ ດັ່ງນັ້ນ ຫາກທ່ານຢູ່ໃນກຸ່ມໃດກຸ່ມໜຶ່ງ ຢ່າລືມຟັງສຽງຮ່າງກາຍ ແລະ ປຶກສາຜູ້ຊ່ຽວຊານກ່ອນຈະຍົກຈອກກາເຟຂຶ້ນມາດື່ມອີກຄັ້ງ!

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (89)
ແຈ້ງການປິດນ້ຳປະປາຊົ່ວຄາວ ໃນເຂດເມືອງ ໄຊທານີ ວັນທີ 31 ພຶດສະພາ 2025
VP LANDSCAPE COVER - 2025-05-30T155146.682
ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX
site_cover (87)
ຄະນະກຳມະການກຳກັບຫຼັກຊັບແລະຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ຖອນຟ້ອງຄະດີແພ່ງຕໍ່ Binance
VP LANDSCAPE COVER - 2025-05-30T153929.861
ແຕ່ງຕັ້ງທ່ານ ຄໍາໜັ້ນ ສໍປະເສີດ ເປັນຮັກສາການເລຂາພັກເມືອງຍົມມະລາດ
site_cover (86)
ຄິມຈົງອຶນຄວບຄຸມການຊ້ອມຍິງປືນໃຫຍ່ ຈຳລອງສະຖານະການຄືກັບສົງຄາມຈິງ
VP LANDSCAPE COVER - 2025-05-30T150000.747
ຄາດ​ວ່າ ຕີ​ມໍເລັ​ດສະເຕ​ ຈະ​ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການພາຍ​ໃນ​ປີ​ນີ້
site_cover (84)
ຮູ້ຈັກ 5 ສະໝຸນໄພ ທີ່ຊ່ວຍໃຫ້ບໍ່ຢາກສູບຢາ
site_cover (83)
ເກີດລະເບີດຮຸນແຮງທີ່ໂຮງງານສານເຄມີຈີນ ເສຍຊີວິດແລ້ວ 5 ຄົນ ບາດເຈັບຫຼາຍສິບຄົນ
site_cover (82)
ເລກນຳໂຊກປະຈຳຕົວ ຂອງຄົນທັງ 12 ລາສີ ເສີມພະລັງບວກໃຫ້ຊີວິດ
site_cover (81)
ຄ່າຍລົດຈີນ BYD ປະເຊີນວິກິດ! ບຣາຊີລຟ້ອງເຮັດໃຫ້ເສຍເງິນ 1.5 ພັນລ້ານ ຂໍ້ຫາຄ້າມະນຸດ-ໃຊ້ແຮງງານທາດ
ຢ່າລື່ມກົດຕິດຕາມ