ປະຊາຊົນຂຸດພົບເຫັນລະເບີດຂະໜາດ 500 ປອນ ເຂດບ້ານສົບເລົ່າ ເມືອງຫົວເມືອງ ແຂວງຫົວພັນ
ອີງຕາມໂຄງການເກັບກູ້ລະເບີດຂອງອົງການ ເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ ໄດ້ລາຍງານໃນວັນທີ 1 ພຶດສະພາ 2025 ຜ່ານມາ, ໄດ້ຮັບແຈ້ງວ່າປະຊາຊົນບ້ານ ສົບເລົ່າ ເມືອງຫົວເມືອງ ແຂວງຫົວພັນ ໄດ້ພົບເຫັນລະເບີດຂະໜາດໃຫຍ່ໃນຂະນະການບຸກເບີກດິນສໍາລັບປຸກເຮືອນ.
ຕາມການລາຍງານລະເບີດດັ່ງກ່າວ ແມ່ນ ໂບມໃຫຍ່ຖິ້ມຈາກຍົນ ລຸ້ນ MK82 ຂະໜາດ 500 ປອນ.
ຕໍ່ມາໃນວັນທີ 2 ພຶດສະພາ ທາງທີມເກັບກູ້ລະເບີດ ກໍໄດ້ເຄື່ອນຍ້າຍລະເບີດດັ່ງກ່າວ ໄປທີ່ສະໜາມທໍາລາຍລະເບີດທີ່ ບ້ານ ນາສາມ ເພາະບໍ່ສາມາດທໍາລາຍກັບທີ່ໄດ້ ເນື່ອງຈາກວ່າຈຸດທີ່ພົບລະເບີດແມ່ນຢູ່ໃນເຂດຊຸມຊົນ.
ພາຍຫຼັງ ການເຄື່ອນຍ້າຍສໍາເລັດ ທາງທີມງານກໍໄດ້ວາງແຜນການທໍາລາຍໂບມໃຫຍ່ດັ່ງກ່າວໃນວັນທີ 3 ພຶດສະພາ ເຊິ່ງການທໍາລາຍ ແມ່ນສໍາເລັດ ແລະ ປອດໄພຕາມການວາງແຜນຂອງທີມງານ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |