site-cover (54)
ສະຫະລັດ-ຈີນກຽມຕັ້ງໂຕະເຈລະຈາ! ຫວັງຄາຍສົງຄາມການຄ້າສຸດເດືອດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 May, 2025
ໝວດ: ຂ່າວ

ທີມເຈລະຈາການຄ້າຂອງທຣຳປ໌ ກຽມພົບຕົວແທນຈີນທີ່ເຈນີວາ 9-12 ພຶດສະພາ ນີ້ ເພື່ອຫາທາງລຸດຄວາມຕຶງຄຽດຈາກສົງຄາມການຄ້າທີ່ຮຸນແຮງທີ່ 2 ຊາດເກືອບຢຸດຊະງັກ ເສດຖະກິດໂລກສັ່ນຄອນ ການເຈລະຈາຄັ້ງນີ້ອາດເປັນແສງສະຫວ່າງປາຍອຸໂມງ ແຕ່ຈະພຽງພໍຢຸດຄວາມເສຍຫາຍໄດ້ຫຼືບໍ່?

 

ວັນນີ້ (7 ພຶດສະພາ 2025) ສົງຄາມການຄ້າລະຫວ່າງສະຫະລັດ ແລະ ຈີນ ເຊິ່ງປະທຸຮຸນແຮງດ້ວຍພາສີນຳເຂົ້າສູງສຸດໃນຮອບຫຼາຍທົດສະວັດ ກຳລັງເຖິງຈຸດປ່ຽນສຳຄັນ ທີມເຈລະຈາການຄ້າຂອງທຣຳປ໌ ກຽມພົບປະຕົວແທນຈີນທີ່ເຈນີວາ ປະເທດສະວິດເຊີແລນ ລະຫວ່າງວັນທີ 9-12 ພຶດສະພາ 2025

 

ນີ້ຄືການເຈລະຈາແບບຕົວຕໍ່ຕົວຄັ້ງທຳອິດ ນັບຕັ້ງແຕ່ທັງ 2 ຊາດເລີ່ມຕອບໂຕ້ດ້ວຍພາສີນຳເຂົ້າ 145% ຈາກສະຫະລັດ ສຳລັບສິນຄ້າຈີນ ແລະ 125% ຈາກຈີນສຳລັບສິນຄ້າສະຫະລັດ ການຄ້າ 2 ມະຫາອຳນາດເສດຖະກິດໂລກຊະງັກໜັກ ເສດຖະກິດທັງຄູ່ເສຍຫາຍ ແລະ ຫ່ວງໂສ້ອຸປະທານທົ່ວໂລກສະດຸດລົງ

[email protected] +856 21 417 234 ບໍລິສັດ ດາຕາຄອມ ຈຳກັດ Delivering complete technology solutions

 

ສະກັອດ ເບສເຊັນ ລັດຖະມົນຕີຄັງສະຫະລັດ ກ່າວເມື່ອວັນທີ 6 ພຶດສະພາ ວ່າ ການເຈລະຈາຄັ້ງນີ້ບໍ່ໜ້າຈະນຳໄປສູ່ຂໍ້ຕົກລົງການຄ້າທັນທີ ແຕ່ເປັນກ້າວແລກເພື່ອ “ລຸດຄວາມຮຸນແຮງ” ຂອງສະຖານະການ ພາສີທີ່ສູງເກີນໄປ ເຮັດໃຫ້ການຄ້າລະຫວ່າງສະຫະລັດ ແລະ ຈີນລຸດລົງຢ່າງໜ້າຕົກໃຈ ການຄາຍຄວາມຕຶງຄຽດ ອາດເປັນຂ່າວດີສຳລັບທຸລະກິດແລະຜູ້ບໍລິໂພກທັງໃນ 2 ປະເທດ ແລະ ທົ່ວໂລກ

 

ຂະນະນີ້ ສະຫະລັດ ເກັບພາສີຢ່າງໜ້ອຍ145% ສຳລັບສິນຄ້າຈີນສ່ວນໃຫຍ່ ສ່ວນຈີນຕອບໂຕ້ດ້ວຍພາສີ 125% ສຳລັບສິນຄ້າສະຫະລັດບາງປະເພດ ເຮືອບັນທຸກສິນຄ້າທີ່ໄດ້ຮັບການຍົກເວັ້ນພາສີເກືອບທັງໝົດເຖິງຝັ່ງແລ້ວ ແລະ ເຮືອທີ່ບັນທຸກສິນຄ້າຕ້ອງເສຍພາສີເລີ່ມມາເຖິງທ່າເຮືອ

 

ທຸລະກິດໃນສະຫະລັດ ແລະ ຈີນ ຈຶ່ງຕ້ອງເຜີຊີນທາງເລືອກທີ່ຍາກລຳບາກ ເຊັ່ນ: ຈ່າຍພາສີທີ່ເຮັດໃຫ້ຕົ້ນທຶນສິນຄ້າສູງຂຶ້ນກວ່າເທົ່າຕົວ ຫຼື ຢຸດຈຳໜ່າຍສິນຄ້ານັ້ນໄປເລີຍ ຜູ້ບໍລິໂພກທົ່ວໂລກຈຶ່ງອາດເຈີລາຄາສິນຄ້າທີ່ສູງຂຶ້ນ ແລະ ສິນຄ້າຂາດແຄນພາຍໃນບໍ່ກີ່ອາທິດ

 

ພາສີສຸດໂຫດນີ້ ໄດ້ສ້າງຮອຍແຜໃຫ້ທັງ 2 ເສດຖະກິດແລ້ວ ເສດຖະກິດສະຫະລັດຫົດຕົວໃນໄຕມາດທຳອິດຂອງປີ 2025 ເປັນຄັ້ງທຳອິດໃນຮອບ 3 ປີ ເນື່ອງຈາກທຸລະກິດເລັ່ງກັກຕຸນສິນຄ້າກ່ອນທີ່ພາສີ “Liberation Day” ຂອງທຣຳປ໌ຈະເລີ່ມບັງຄັບໃຊ້ໃນໄຕມາດທີ 2 ສ່ວນຈີນເຜີຊີນການຫົດຕົວຂອງກິດຈະກຳໂຮງງານໄວທີ່ສຸດໃນຮອບ 16 ເດືອນເມື່ອເດືອນ ເມສາ ລັດຖະບານຈີນກຳລັງກຽມມາດຕະການກະຕຸ້ນເສດຖະກິດເພີ່ມເຕີມເພື່ອແກ້ໄຂ້ສະຖານະການ

 

ນອກເໜືອຈາກຈີນ ທຣຳປ໌ຍັງກຳນົດພາສີຮ້ 10% ສຳລັບສິນຄ້ານຳເຂົ້າເກືອບທຸກປະເພດທົ່ວໂລກ ແລະ  25% ສຳລັບເຫຼັກ ອາລູມິນຽມ ລົດຍົນ ຊິ້ນສ່ວນຍານພາຫະນະ ແລະ ສິນຄ້າບາງຢ່າງຈາກເມັກຊິໂກແລະແຄນາດາ ສົງຄາມການຄ້າຄັ້ງນີ້ຈຶ່ງບໍ່ແມ່ນແຕ່ເລື່ອງສະຫະລັດ-ຈີນ ແຕ່ສົ່ງຜົນກະທົບວົງກວ້າງ

 

ນັກເສດຖະສາດຈາກ IMF, OECD ແລະ World Bank ເຕືອນວ່າ ນະໂຍບາຍພາສີຂອງທຣຳປ໌ອາດເຮັດໃຫ້ເສດຖະກິດໂລກຊະລໍຕົວຮຸນແຮງ ກະຕຸ້ນເງິນເຟີ້ ແລະ ສະຫະລັດອາດໄດ້ຮັບຜົນກະທົບໜັກທີ່ສຸດ ຈາກການຕອບໂຕ້ຂອງຊາດອື່ນໆ ນັກເສດຖະສາດສະຫະລັດ ແລະ ທະນາຄານໃຫຍ່ຫຼາຍແຫ່ງຄາດວ່າ ສະຫະລັດອາດເຂົ້າສູ່ພາວະຖົດຖອຍພາຍໃນປີນີ້

 

 

ສັນຍານການລະລາຍຄວາມຕຶງຄຽດ

 

ເບສເຊັນ ແລະ ເຈມສັນ ເກຣີຢາ ຜູ້ແທນການຄ້າສະຫະລັດ ຈະເດີນທາງໄປເຈນີວາເພື່ອພົບຕົວແທນຈີນ ລວມເຖິງ ປທນ.ສະວິດເຊີແລນ ຄາຣິນ ເຄລເລີ-ຊັດເຕີ ເບສເຊັນໃຫ້ສຳພາດກັບ Fox News ເມື່ອວັນທີ 6 ພຶດສະພາ ວ່າ ການເຈລະຈາຄັ້ງນີ້ເປັນພຽງຈຸດເລີ່ມຕົ້ນ ແລະ ລາວບໍ່ຄາດຫວັງຂໍ້ຕົກລົງໃຫຍ່ໃນທັນທີ “ພວກເຮົາຕ້ອງລຸດຄວາມຕຶງຄຽດກ່ອນຈຶ່ງຈະກ້າວຕໍ່ໄປໄດ້” ລາວກ່າວ

 

ທັງສະຫະລັດ ແລະ ຈີນ ເລີ່ມສົ່ງສັນຍານວ່າສະຖານະການປັດຈຸບັນບໍ່ຍືນຍົງ ເບສເຊັນ ແລະ ທຣຳປ໌ຍອມຮັບວ່າພາສີສູງເກີນໄປ ທຣຳປ໌ໃຫ້ສຳພາດ NBC News ເມື່ອອາທິດກ່ອນວ່າ ລາວຈະລຸດພາສີຈີນ “ໃນບາງຈຸດ” ເພື່ອໃຫ້ການຄ້າດຳເນີນຕໍ່ໄດ້ ດ້ານຈີນ ເຊິ່ງກ່ອນໜ້ານີ້ປະຕິເສດວ່າກຳລັງເຈລະຈາກັບສະຫະລັດ ປ່ຽນທ່າທີເມື່ອອາທິດກ່ອນ ໂດຍລະບຸວ່າກຳລັງພິຈາລະນາຂໍ້ສະເໜີຂອງສະຫະລັດ ເພື່ອເລີ່ມການເຈລະຈາ

 

ຈີນເຜີຊີນແຮງກົດດັນເສດຖະກິດຊະລໍຕົວ

 

ທະນາຄານກາງຈີນ (People’s Bank of China) ປະກາດລຸດອັດຕາສຳຮອງຂອງທະນາຄານລົງ 0.5% ເພື່ອເພີ່ມສະພາບຄ່ອງໃນລະບົບ ແລະ ລຸດອັດຕາດອກເບ້ຍ Reverse repurchase 7 ວັນ ລົງ 0.1% ເຊິ່ງຈະຊ່ວຍລຸດດອກເບ້ຍສິນເຊື່ອທີ່ຢູ່ອາໄສ ມາດຕະການເຫຼົ່ານີ້ສະແດງເຖິງຄວາມພະຍາຍາມເລັ່ງດ່ວນໃນການພະຍຸງເສດຖະກິດທ່າມກາງວິກິດ

 

ຈີນມັກກ່າວວ່າ “ບໍ່ມີໃຜຊະນະໃນສົງຄາມການຄ້າ” ແລະ ຄຳເວົ້ານີ້ຊັດເຈນຂຶ້ນໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມາ ພາສີທີ່ສູງລິບເຮັດໃຫ້ເສດຖະກິດທັງ 2 ຊາດເສຍຫາຍໜັກ ແລະ ການຄ້າສະຫະລັດ-ຈີນແທບຢຸດຊະງັກ ຂໍ້ມູນຈາກ Flexport ລະບຸວ່າ ຈຳນວນເຮືອຄອນເທນເນີຈາກຈີນໄປສະຫະລັດລຸດລົງ 60% ໃນເດືອນ ເມສາ ທະນາຄານ JPMorgan ຄາດວ່າການນຳເຂົ້າຈາກຈີນໄປສະຫະລັດອາດລຸດລົງເຖິງຮ້ອຍລະ 80 ໃນຊ່ວງເຄິ່ງຫຼັງຂອງປີ 2025

 

ໄຣອັນ ປີເຕີເຊັນ CEO ຂອງ Flexport ກ່າວກັບ CNN ວ່າການລຸດລົງເຖິງ 60% ຂອງຄອນເທນເນີໝາຍເຖິງສິນຄ້າລຸດລົງ 60% ເມື່ອສະຕັອກສິນຄ້າໝົດ ຈະເກີດການຂາດແຄນ ແລະ ລາຄາຈະພຸ່ງສູງ ທ່າເຮືອລອສແອນເຈລິສ ເຊິ່ງຄາດວ່າຈະຮັບເຮືອ 80 ລຳໃນເດືອນ ພຶດສະພາ ຕ້ອງປະເຊີນການຍົກເລີກເຖິງ 20% ແລະ ການເດີນເຮືອໃນເດືອນ ມິຖຸນາ ຖືກຍົກເລີກໄປແລ້ວ 13 ທ່ຽວ

 

ຢີນ ເຊໂລກາ ຜູ້ອຳນວຍການທ່າເຮືອລອສແອນເຈລິສ ກ່າວວ່າ “ອາທິດນີ້ ປະລິມານສິນຄ້າລຸດລົງ 35% ທຽບກັບປີກ່ອນ ແລະ ເຮືອທີ່ມາເຖິງເປັນລຳແລກທີ່ຕ້ອງເສຍພາສີຈາກຈີນແລະປະເທດອື່ນໆ ນີ້ຄືສາເຫດທີ່ປະລິມານສິນຄ້າຕ່ຳຫຼາຍ”

 

ປະຕິກິລິຍາຕະຫຼາດແລະແສງແຫ່ງຄວາມຫວັງ

 

ຂ່າວການເຈລະຈານຳຄວາມຫວັງມາສູ່ຕະຫຼາດການເງິນ ວໍລສະຕຣີດຕອບຮັບດ້ວຍຄວາມຄຶກຄັກ ດັດຊະນີ Dow Futures ພຸ່ງຂຶ້ນກວ່າ 200 ຈຸດ (ຮ້ອຍລະ 0.6) S&P 500 Futures ເພີ່ມຮ້ອຍລະ 0.7 ແລະ Nasdaq Futures ປັບຂຶ້ນຮ້ອຍລະ 0.8 ຕະຫຼາດເອເຊຍກໍຂະຫຍັບຂຶ້ນເລັກນ້ອຍໃນວັນທີ 6 ພ.ຄ.

 

ທັງ 2 ຊາດຍັງຫ່າງໄກຈາກຂໍ້ຕົກລົງໃຫຍ່ ທັງຄູ່ຢືນຢັນວ່າຕ້ອງການຜົນປະໂຫຍດທີ່ຊັດເຈນ ເບສເຊັນລະບຸວ່າການຄ້າກັບຈີນອາດຕ້ອງໃຊ້ເວລາ 2-3 ປີກວ່າຈະກັບສູ່ສະພາວະປົກກະຕິ ການເຈລະຈາທີ່ເຈນີວາຈຶ່ງເປັນພຽງກ້າວແລກທີ່ເປາະບາງ

 

ເຈມສັນ ເກຣີຢາ ຜູ້ແທນການຄ້າສະຫະລັດ ກ່າວໃນຖະແຫຼງການວ່າ “ຕາມຄຳສັ່ງຂອງ ປທນ.ທຣຳປ໌ ຂ້ອຍກຳລັງເຈລະຈາກັບຫຼາຍຊາດເພື່ອສ້າງສົມດຸນທາງການຄ້າ ເປີດຕະຫຼາດໃໝ່ ແລະ ປົກປ້ອງຄວາມໝັ້ນຄົງທາງເສດຖະກິດແລະຊາດຂອງສະຫະລັດ” ລາວຄາດຫວັງການປະຊຸມທີ່ມີຜົນລັບທີ່ເຈນີວາ

 

ດ້ານຈີນ ກະຊວງພາຍນິຊຈີນລະບຸວ່າ ຕົກລົງເຈລະຈາຫຼັງ “ປະເມີນຢ່າງຮອບຄອບ” ຕາມຄຳຮ້ອງຂໍຂອງສະຫະລັດ ຮອງນາຍົກລັດຖະມົນຕີ ເຮີ່ ລີ່ເຟີງ ຈະເປັນຕົວແທນຝ່າຍຈີນພົບເບສເຊັນທີ່ເຈນີວາ ກະຊວງຢ້ຳວ່າ ການເຈລະຈາຕ້ອງຢູ່ບົນພື້ນຖານຂອງຄວາມເຄົາລົບ ຄວາມເທົ່າທຽມ ແລະ ຜົນປະໂຫຍດຮ່ວມກັນ

 

 

“ຫາກສະຫະລັດເວົ້າຢ່າງເຮັດຢ່າງ ຫຼື ໃຊ້ການເຈລະຈາເປັນຂໍ້ອ້າງເພື່ອກົດດັນ ຈີນຈະບໍ່ຍອມ ແລະ ຈະບໍ່ລະຖິ້ມຫຼັກການຫຼືຄວາມຍຸຕິທຳເພື່ອຂໍ້ຕົກລົງໃດໆ”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 1 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,441
21,717
thailand (1)
THB
658.49
668.63
european-union
EUR
23,673
24,147
china
CNY
2,911
2,969
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-01T155504.108
"ທຣໍາ" ປະກາດເກັບພາສີນຳເຂົ້າສິນຄ້າລາວ 40% ເລີ່ມມີຜົນ 1 ສິງຫາ 2025 ນີ້
_cover - 2025-08-01T115812.240
ຂ່າວລື ! iPhone 17 Pro ມາພ້ອມກັບໜ້າຈໍປ້ອງກັນແສງສະທ້ອນ ແລະ ກ້ອງຊູມ 8x ຄັ້ງທຳອິດຂອງ Apple
pele - 2025-08-01T113820.089
ກອງພັນໃຫຍ່ 703 ເຝິກແອບມອດໄຟໄໝ້ລາມປ່າ ແລະ ຍົກ-ຢ່ອນກອບກູ້ຜູ້ປະສົບໄພ ດ້ວຍເຮືອບິນຂຶ້ນຊື່ MI-17 ປະຈໍາປີ 2025
_cover - 2025-08-01T111442.512
ທ່ານ​ ທອງລຸນ ສີ​ສຸ​ລິດ ປະທານ​ປະ​ເທດ​ລາວຢ້ຽມຢາມຣັດເຊຍຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ
pele - 2025-08-01T102941.120
ອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ແຂວງເຊກອງ
_cover - 2025-08-01T100247.382
ພົບເຫັນໂບມໃຫຍ່ 1,000 ປອນ ລະເບີດຕົກຄ້າງປາງສົງຄາມ ຢູ່ ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ
pele - 2025-08-01T095435.032
ພິມຄຳເຕືອນສຸຂະພາບຮູບແບບໃໝ່ໃສ່ຊອງ ແລະ ຕຸດຢາສູບ
_cover - 2025-08-01T093115.966
ແຈ້ງການມອດໄຟ ວັນທີ 01,02,03 ສິງຫາ 2025 ບາງເຂດໃນນະຄອນຫຼວງ
_cover - 2025-08-01T085749.133
ທຣຳປະກາດເກັບພາສີ 25% ສິນຄ້ານຳເຂົ້າຈາກອິນເດຍ ເລີ່ມ 1 ສິງຫາ ພ້ອມລົງໂທດເສີມ ເພາະຄ້າພະລັງງານແລະອາວຸດຈາກຣັດເຊຍ
pele - 2025-07-31T161421.096
ງານສັບປະດາແຟຊັ່ນລາວ 2025 "ຄືນແຫ່ງແຟຊັ່ນ ແລະ ວັດທະນະທຳ"
ຢ່າລື່ມກົດຕິດຕາມ