VP LANDSCAPE COVER (100)
Call Center ຢູ່ໃນເຂດເສດຖະກິດພິເສດສາມຫຼຽມຄຳ ຖືກຈັບສົ່ງກັບຄືນປະ​ເທດໄປແລ້ວ ແຕ່ປັດຈຸບັນຍັງມີອີກຫຼືບໍ່
ຮຽບຮຽງໂດຍ:patthana
ເຜີຍແຜ່: 7 May, 2025

ກຸ່ມແກັ່ງຫຼອກລວງ ຫຼື Call Center ຢູ່ໃນເຂດເສດຖະກິດພິເສດສາມຫຼຽມຄຳ ຖືກຈັບສົ່ງກັບຄືນປະ​ເທດໄປແລ້ວ ແຕ່ປັດຈຸບັນຍັງມີອີກຫຼືບໍ່

ໃນຂະນະທີ່ປະເທດເພື່ອນບ້ານກຳລັງກວດລ້າງກຸ່ມຫລອກລວງຈີນ ຫຼື ຄອລ ເຊັ່ນເຕີ້ (Call Center) ທັງຢູ່ໃນປະເທດແລະນອກປະເທດ ຢ່າງເອົາຈິງເອົາຈັງ ສ່ວນຢູ່ໃນລາວ ກໍປະກົດວ່າ ມີກຸ່ມດັ່ງກ່າວຕັ້ງສຳນັກງານຢູ່ໃນເຂດພິເສດສາມລຽມຄຳ ຫຼື ທີ່ເອີ້ນວ່າ ຄິງໂຣມັນ ກາຊີໂນ ເຊັ່ນກັນ ເຊິ່ງພວກເຮົາມີລາຍງານມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຂດເສດຖະກິດພິເສດສາມຫຼຽມຄຳ ຫຼື GTSEZ ແມ່ນຕັ້ງຢູ່ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງປະເທດລາວ ເຊິ່ງປັດຈຸບັນໄດ້ກາຍເປັນສູນກາງຂອງກຸ່ມແກັ່ງ Call Center ແລະ ບັນດາການສໍ້ໂກງຫຼາກຫຼາຍຮູບແບບເຊັ່ນ: ການສໍ້ໂກງດ້ານເທັກໂນໂລຈີ (Cyber Crime), ການສໍ້ໂກງດ້ານການເງິນ ແລະ ການຄ້າມະນຸດ. ບັນຫານີ້ ບໍ່ພຽງແຕ່ສົ່ງຜົນຕໍ່ປະເທດລາວເທົ່ານັ້ນ ແຕ່ມັນຍັງສົ່ງຜົນອອກໄປສູ່ປະເທດໃກ້ຄຽງອີກດ້ວຍ. ການປາບປາມຫຼ້າສຸດໃນລາວ ເຮັດໃຫ້ຜູ້ທີ່ເຮັດວຽກ ຫຼື ເຈົ້າຂອງກິດຈະການຢູ່ທີ່ເຂດພິເສດຫຼາຍຄົນ ຕ້ອງໄດ້ຍ້າຍຖິ່ນຖານ, ໂດຍສະເພາະແມ່ນຄົນຈີນ ທີ່ເຮັດວຽກກັບກຸ່ມແກັ່ງ Call Center ໃນລາວ ທີ່ໄດ້ລົບໜີໄປທີ່ ແຂວງຊຽງຣາຍ ຂອງປະເທດໄທ ໃນເດືອນສິງຫາ ປີ 2024 ທີ່ຜ່ານມາ ສົ່ງຜົນໃຫ້ ຄົນຈີນ 2 ຄົນໄດ້ຖືກຈັບໃນເມືອງຊຽງແສນ ໃນຂໍ້ຫາເຂົ້າເມືອງມາແບບຜິດກົດໝາຍ ແລະກ່ອນໜ້ານັ້ນ ໃນເດືອນດຽວກັນ ກໍ່ຍັງມີ ຄົນຈີນ 7 ຄົນ ແລະຄົນໄທອີກ 2 ຄົນ ກໍໄດ້ຖືກຈັບໃນຂໍ້ຫາຂົນອຸປະກອນທີ່ໃຊ້ໃນການສໍ້ໂກງເຂົ້າມາປະເທດໄທ. ເຫດການເຫຼົ່ານີ້ ໄດ້ຊີ້ໃຫ້ເຫັນເຖິງບັນຫາການສໍ້ໂກງທີ່ແຜ່ຂະຫຍາຍໄປປະເທດອ້ອມຂ້າງ ເຊິ່ງມີຈຸດເລີ່ມຕົ້ນຢູ່ທີ່ປະເທດລາວ.

ເຈົ້າໜ້າທີ່ຢູ່ອົງການບໍ່ຂຶ້ນກັບລັດຖະບານ ທ່ານນຶ່ງ ໄດ້ໃຫ້ທັດສະນະກ່ຽວກັບບັນຫາດັ່ງກ່າວຕໍ່ວີໂອເອ ວ່າ “ບັນຫານີ້ ມັນສົ່ງຜົນກະທົບຕໍ່ສັງຄົມ ຂະນະນີ້ຄິດວ່າ ພວກທີ່ເຂົາເຈົ້າບໍ່ໄດ້ເປັນຄົນທະນັດເລື້ອງເທັກໂນໂລຍີຫຍັງຫຼາຍ ຄົນທີ່ເຂົາເຈົ້າມີຄົນສູງອາຍຸທີ່ທຸກມື້ນີ້ ໃຜກະນຳໃຊ້ສະມາດໂຟນອີ່ຫຍັງໝົດທຸກຄົນເນາະ ກະຄືເຂົ້າທາງອິນເຕີເນັດງ່າຍໆນັ້ນນີ້ນັ້ນ ແຕ່ວ່າ ເຂົາເຈົ້າກະຍັງໂລເທັກຢູ່ ບໍ່ທໍ່ເຈເນີເຣຊັນຂອງພວກເຮົາວ່າຊັ້ນສະ ກະອາດຈະໄດ້ຫລົງເຊື່ອສິ່ງພວກນີ້ມັນງ່າຍຂຶ້ນເພາະວ່າ ທຸກມື້ນີ້ ຄອລເຊັ່ນເຕີ ກະສາມາດທີ່ຈະໂທມາລົມເຮັດເປັນສຽງນັ້ນສຽງນີ້ຫຍັງກະໄດ້ໝົດຫັ້ນນະ ແລ້ວມັນກໍສາມາດຫລອກຄົນສູງອາແນ່ ຫຼື ຄົນທີ່ເຂົາເຈົ້າໂລເທັກແນ່ ເຂົາເຈົ້າບໍ່ໄດ້ຕິດຕາມຂ່າວສານແນ່ ໄດ້ງ່າຍຂຶ້ນເນາະ ອັນນັ້ນແມ່ນຜົນກະທົບໃນຕອນນີ້ ປະມານນັ້ນ.”

ທ່ານນາງຍັງກ່າວຕື່ມວ່າ ຢາກໃຫ້ລັດຖະບານລາວ ອອກມາປະຕິບັດການຢ່າງເອົາຈິງເອົາຈັງແບບດຽວກັນກັບລັດຖະບານໄທ ທີີ່ກຳລັງເຮັດຢູ່ໃນປັດຈຸບັນນີ້.

ເພື່ອຕອບສະໜອງຕໍ່ການຂະຫຍາຍຕົວຂອງກຸ່ມແກັ່ງ Call Center ທີ່ຜິດກົດໝາຍໃນເຂດເສດຖະກິດພິເສດ (GTSEZ), ລັດຖະບານລາວ ກໍ່ໄດ້ເອົາມາດຕະການຕ່າງໆ ແລະປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ້. ພາຍໃນປີ 2022 ຫາ 2024 ທາງການລາວ ແລະຈີນ ໄດ້ບຸກເຂົ້າໄປທັບມ້າງກຸ່ມຄອລເຊັນເຕີ້ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ໄດ້ບົ່ງຊີ້ ໜ່ວຍງານ ຫຼື ກຸ່ມແກັ່ງທີ່ສໍ້ໂກງໄດ້ທັງໝົດ 306 ຈຸດ, ເຊິ່ງໃຊ້ແຮງງານບຸກຄະລາກອນທັງໝົດ 15,970 ຄົນ. ໃນນັ້ນມີທັງຄົນລາວ ແລະ ແຮງງານຕ່າງດ້າວ. ເຈົ້າໜ້າທີ່ຕຳຫຼວດໄດ້ຮື້ຖອນໜ່ວຍງານເຫຼົ່ານັ້ນ ໄປໄດ້ 63 ຈຸດ ເຊິ່ງເຮັດໃຫ້ໜ່ວຍງານ ຫຼື ກຸ່ມແກັ່ງອື່ນໆ ຢຸດດຳເນີນການ ແລະ ບາງສ່ວນໄດ້ປ່ຽນໄປເຮັດທຸລະກິດທີ່ຖືກກົດໝາຍ. ໃນເດືອນສິງຫາ 2024 ລັດຖະບານໄດ້ອອກຄຳສັ່ງທີ່ເດັດຂາດ ໃຫ້ກຸ່ມແກັ່ງ Call Center ທີ່ຜິດກົດໝາຍທັງໝົດ ຕ້ອງຍ້າຍອອກຈາກເຂດ GTSEZ. ເຊິ່ງພາຍຫຼັງທີ່ມີຄຳສັ່ງອອກໄປ ໃນວັນທີ 25 ສິງຫາ 2024 ຄຳສັ່ງດັ່ງກ່າວ ໄດ້ເຮັດໃຫ້ມີການບຸກຄົ້ນ ແລະຈັບກຸມບຸກຄົນທີ່ກ່ຽວຂ້ອງກັບການສໍ້ໂກງເປັນຈຳນວນຫຼາຍ. ສານປະຊາຊົນສູງສຸດລາວ ໄດ້ປະກາດແຜນການຈັດຕັ້ງສານພິເສດໃນເຂດ GTSEZ ເພື່ອຈັດການກັບທຸລະກິດທີ່ກ່ຽວກັບການສໍ້ໂກງ, ການຄ້າມະນຸດ ແລະ ການຄ້າຢາເສບຕິດ ໂດຍກົງ.

ເຖິງແມ່ນວ່າ ລັດຖະບານຈະມີຄວາມພະຍາຍາມໃນການແກ້ໄຂບັນຫາເຫຼົ່ານີ້, ແຕ່ກໍ່ຍັງມີຄວາມທ້າທາຍໃນຫຼາຍປະການ ເຊັ່ນວ່າ: ບໍ່ສາມາດຈັບກຸມ ຫຼື ດຳເນີນການຕໍ່ບຸກຄົນທີ່ມີອຳນາດແລະອິດທິພົນ ຍ້ອນສາເຫດການມີເສັ້ນສາຍທີ່ກ່ຽວຂ້ອງກັບທັງພາກເອກະຊົນ ແລະ ພາກລັດ, ເຮັດໃຫ້ປະສົບກັບຄວາມຫຍຸ້ງຍາກ ແລະຊັບຊ້ອນໃນການຈັບກຸມບຸກຄົນສຳຄັນເຫຼົ່ານັ້ນ.

ກຸ່ມແກັ່ງ Call Center ຫຼາຍແຫ່ງຈ້າງບຸກຄົນທີ່ຕົກເປັນເຫຍື່ອຂອງການຄ້າມະນຸດມາເຮັດວຽກໃຫ້, ເຊິ່ງມັນເປັນເລື່ອງລະອຽດອ່ອນໃນການຄຸ້ມຄອງ ແລະ ຟື້ນຟູສະພາບຈິດໃຈຂອງເຫຍື່ອ ເພາະວ່າ ບຸກຄົນທີ່ຕົກເປັນເຫຍື່ອນັ້ນ ສ່ວນໜຶ່ງກໍ່ຕອບຮັບດ້ວຍຄວາມເຕັມໃຈ ແຕ່ກໍ່ມີບາງສ່ວນທີ່ຖືກຫລອກລວງໃຫ້ເຂົ້າມາເຮັດວຽກໃນກຸ່ມແກັ່ງເຫຼົ່ານີ້ ແລະໃນທີ່ສຸດກໍກາຍເປັນເລື່ອງຂອງອຸປະສັກທາງດ້ານກົດໝາຍ ເຊິ່ງເຂດເສດຖະກິດພິເສດ GTSEZ ແມ່ນຕັ້ງຢູ່ໃນອານາເຂດທີ່ ຄຸ້ມຄອງໂດຍຜູ້ລົງທຶນຊາວຈີນ ທີ່ຊື່ວ່າ ຈ້າວ ເຫຍີຍ ດັ່ງນັ້ນຈຶ່ງມີຄວາມທ້າທາຍທາງດ້ານກົດໝາຍວ່າດ້ວຍການລົງທຶນ ອັນເປັນເລື້ອງທີ່ຍາກໃນການດຳເນີນຄະດີ ແລະ ບັງຄັບໃຊ້ກົດໝາຍ.

ປັດຈຸບັນ ລາວ ໄດ້ເຫັນເຖິງບັນຫານີ້ຢ່າງຊັດເຈນ, ຈຶ່ງເຮັດໃຫ້ມີການຮ່ວມມືລະຫວ່າງປະເທດ ໂດຍການຈັດຕັ້ງກອງກຳລັງພິເສດ ລາວ-ຈີນ ເຊິ່ງໄດ້ຮ່ວມມືກັນບຸກເຂົ້າກວດຄົ້ນໃນເຂດ GTSEZ ເຮັດໃຫ້ມີການຈັບກຸມ ແລະ ສົ່ງບຸກຄົນທີ່ກ່ຽວຂ້ອງກັບການສໍ້ໂກງກັບຄືນປະເທດໄປແລ້ວຈຳນວນນຶ່ງ. ນອກຈາກນີ້ ໄທ ແລະ ຈີນ ກໍ່ໄດ້ຕົກລົງທີ່ຈະຈັດຕັ້ງສູນປະສານງານເພື່ອປາບປາມກຸ່ມແກັ່ງ Call Center ຕາມເຂດຊາຍແດນຂອງ ໄທ-ມຽນມາ-ກຳປູເຈຍ ແລະລາວ ເຊິ່ງໄດ້ເລີ່ມດຳເນີນການໄປແລ້ວ ໃນຕົ້ນເດືອນ 2025 ນີ້ເອງ. ໂດຍສະເພາະເຂດຊາຍແດນ ໄທ-ມຽນມາ, ເຮັດໃຫ້ກຸ່ມແກັ່ງດັ່ງກ່າວ ຕື່ນຕົກໃຈ ບາງສ່ວນກໍ່ຢຸດກິດຈະການ ແລະ ເຮັດໃຫ້ບັນດາຜູ້ທີ່ຕົກເປັນເຫຍື່ອ ຫຼື ບຸກຄົນທີ່ເຮັດວຽກທີ່ຜິດກົດໝາຍຖືກສົ່ງກັບຄືນສູ່ປະເທດຂອງຕົນ.

ເຊິ່ງລັດຖະກອນທ່ານນຶ່ງ ກໍໄດ້ໃຫ້ທັດສະນະກ່ຽວກັບບັນຫາດັ່ງກ່າວວ່າ “ຢາກໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຫັ້ນ ຮ່ວມປະຕິບັດສະກັດກັ້ນຂະບວນການນີ້ໃຫ້ມັນເປັນຮູບປະທຳແລະເດັດຂາດເພື່ອຄວາມສະຫງົບສຸກຂອງປະຊາຊົນໃນພາກພື້ນນີ້. ແລະວິທີແກ້ຫັ້ນກະແມ່ນວ່າ ຮ່ວມມືແລ້ວກະແມ່ນສະກັດກັ້ນເດັດຂາດເພື່ອໃຫ້ມັນເປັນຮູບປະທຳ ໃຫ້ມັນຫາຍຢຸດເຊົາຂະບວນແກັ່ງນີ້ໂດຍຮີບດ່ວນ. ສຳລັບຂ້າພະເຈົ້າແລ້ວ ວິທີແກ້ໄຂຫັ້ນລະແມ່ນຕ້ອງມີເປົ້າໝາຍທີ່ຊັດເຈນເພື່ອໃຫ້ຜູ້ປະຕິບັດງານທີ່ກ່ຽວຂ້ອງລະຫວ່າງສີ່ປະເທດ ຈີນ-ໄທ-ມຽນມາ-ລາວ ຫັ້ນ ໃຫ້ຂໍ້ມູນຂ່າວສານທີ່ເປັນໜ້າເຊື່ອຖື ແລະຮ່ວມມືກັນຢ່າງຈິງໃຈເພື່ອໃຫ້ບັນຫານັ້ນ ມັນສິ້ນສຸດລົງເພາະວ່າ ຂ່າວນີ້ມັນເຄີຍໂດ່ງດັງມາໃນປີ 2023 ເທື່ອນຶ່ງແລ້ວ 2024 ແລະ ປີ 2025 ນີ້ ຂໍໃຫ້ມັນ ປີມ້ວນທ້າຍ ຂໍໃຫ້ຂະບວນການຫຼືວ່າແກັ່ງຄອລເຊັນເຕີນີ້ ໃຫ້ມັນດັບສູນໄປໃນພາກພື້ນນີ້ຊະ.”

ໃນອະນາຄົດຂ້າງໜ້າ ລັດຖະບານລາວເອງ ໄດ້ວາງແຜນເສີມສ້າງແນວທາງໃນການປາບປາມການສໍ້ໂກງດ້ານ Call Center ຫຼື ການສໍ້ໂກງດ້ານໂທລະຄົມມະນາຄົມ ໄວ້ຄື: ການຮ່ວມມືກັບບັນດາປະເທດເພື່ອນບ້ານ ໂດຍສະເພາະ ປະເທດຈີນ ໃນການຂໍຄວາມຊ່ວຍເຫຼືອດ້ານກອງກຳລັງ ແລະ ເທັກໂນໂລຈີ ເຊິ່ງຈະສາມາດຈັບກຸມ ແລະ ລະບຸຕຳແໜ່ງສູນກິດຈະການທີ່ຜິດກົດໝາຍ. ພ້ອມກັນນັ້ນ ກໍ່ຍັງຕ້ອງໄດ້ຍົກລະດັບກົດໝາຍ ແລະ ການບໍລິຫານຈັດການພາຍໃນເຂດເສດຖະກິດພິເສດນີ້ ໃຫ້ເຂັ້ມແຂງຂຶ້ນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 6 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,445
21,721
thailand (1)
THB
661.11
671.29
european-union
EUR
23,780
24,256
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 (77)
ສື່ມວນຊົນ ຕ້ອງຕື່ນຕົວໃນການນຳໃຊ້ ເຕັກໂນໂລຊີ ຢ່າງມີຈັນຍາບັນ ປ້ອງກັນການ ແຜ່ຂະຫຍາຍຂອງຂ່າວປອມ
site cover1 - 1
ນອນເກີນ 9 ຊົ່ວໂມງເປັນປະຈຳ ອາດຈະເສຍຊີວິດໄວກວ່າການນອນໜ້ອຍເຖິງ 34%
site cover1 (75)
Microsoft ເປີດໃຫ້ທົດສອບ Windows 365 Reserve ບໍລິການ Cloud PC ສໍາລັບກໍລະນີສຸກເສີນ
site cover1 (74)
ຝຶກອົບຮົມກຳມະການຕັດສິນກຽມໃສ່ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 16 ສິງຫາ 2025
site cover1 (73)
ບໍລິສັດຊິບຍັກໃຫຍ່ Nvidia ແລະ AMD ຈະຈ່າຍ 15% ຂອງລາຍຮັບຈາກຈີນໃຫ້ສະຫະລັດ
site cover1 (72)
NASA ປະກາດເລັ່ງສ້າງເຕົາປະຕິກອນນິວເຄຍ ເທິງຟື້ນຜິວດາວຈັນໃຫ້ສຳເລັດພາຍໃນປີ 2030
_cover - 2025-08-11T144325.607
ບົດວິໄຈເຕືອນ! ເດັກນ້ອຍທີ່ມີໂທລະສັບມືຖືກ່ອນອາຍຸ 13 ປີ ມີຄວາມສ່ຽງຕໍ່ບັນຫາສຸຂະພາບຈິດໃນອະນາຄົດ
_cover - 2025-08-11T134642.698
ປະຊາຊົນກາຊາຖືກສິ່ງຂອງຊ່ວຍເຫຼືອທີ່ສົ່ງມາທາງອາກາດ ຕົກທັບເສຍຊີວິດຢ່າງໜ້ອຍ 23 ຄົນ
site cover1 (71)
WhatsApp ລຶບບັນຊີສແກມເມີ ຫຼາຍກວ່າ 6.8 ລ້ານບັນຊີ ພ້ອມເຕືອນກ່ຽວກັບວິທີໃໝ່ຂອງມິດຈະຊີບ ທີ່ນຳໃຊ້ ChatGPT ສ້າງຂໍ້ຄວາມຫລອກເຫຍື່ອ
_cover - 2025-08-11T113732.652
ຣັດເຊຍ ປະກາດ 2 ແຜນຍຸດທະສາດ ສໍາຄັນ! ຂະຫຍາຍທາງລົດໄຟ ເຊື່ອມຕໍ່ ສປ ຈີນ- ສປປ ລາວ ແລະ ອາຊຽນ
ຢ່າລື່ມກົດຕິດຕາມ