ຫຼາຍຄົນຮູ້ດີຢູ່ແລ້ວວ່າການ “ບໍລິຈາກເລືອດ” ມີປະໂຫຍດໃນເລື່ອງຂອງການໄດ້ຊ່ວຍຊີວິດເພື່ອນມະນຸດທີ່ຕ້ອງການເລືອດເພື່ອການປິ່ນປົວ ແຕ່ນອກຈາກໄດ້ອິ່ມໃຈທີ່ໄດ້ຊ່ວຍເຫຼືອຄົນອື່ນແລ້ວ ການບໍລິຈາກເລືອດຍັງມີຂໍ້ມູນທີ່ໜ້າສົນໃຈທີ່ທ່ານອາດບໍ່ເຄີຍຮູ້ອີກຫຼາຍ

12 ເລື່ອງທີ່ທ່ານອາດບໍ່ຮູ້ກ່ຽວກັບການ “ບໍລິຈາກເລືອດ”

  1. ໃຜທີ່ຄິດວ່າເຫັນຄົນໄປບໍລິຈາກເລືອດກັນຫຼາຍຄົນ ຄິດວ່າໜ້າຈະພຽງພໍແລ້ວ ຂໍບອກເລີຍວ່າຄິດຜິດ ເພາະປັດຈຸບັນມີຄວາມຕ້ອງການໃຊ້ເລືອດໃນແຕ່ລະວັນສູງເຖິງ 5,000 ຢູນິດຕໍ່ວັນ ແຕ່ຕອນນີ້ເລືອດທີ່ໄດ້ຮັບບໍລິຈາກມາມີພຽງ 2,000 ຢູນິດຕໍ່ວັນເທົ່ານັ້ນ
  2. ທີ່ເຫັນໄປລໍຖ້າຄິວບໍລິຈາກເລືອດກັນຫຼາຍ ຄວາມຈິງແລ້ວເປັນພຽງ 3% ຂອງປະຊາກອນໄທທັງປະເທດເອງນະ ແລ້ວມັນຈະໄປພໍທີ່ໃດ ແມ່ນບໍ່?
  3. ເລືອດທີ່ພວກເຮົາບໍລິຈາກໄປໃນແຕ່ລະຄັ້ງ ສາມາດແຍກອອກມາໃຊ້ງານໄດ້ຫຼາຍສ່ວນ ທັງເກັດເລືອດ ພລາສມາ ແລະ ເມັດເລືອດແດງ ພວກເຮົາບໍ່ໄດ້ໃຊ້ເລືອດເພື່ອການຜ່າຕັດປິ່ນປົວຄົນເຈັບແຕ່ພຽງຢ່າງດຽວນະ
  4. ແຕ່ເຖິງຢ່າງໃດ ຄົນເຈັບທີ່ຕ້ອງການໃຊ້ເລືອດຫຼາຍທີ່ສຸດ ກໍ່ໜີບໍ່ພົ້ນກຸ່ມຄົນເຈັບທີ່ຕ້ອງຜ່າຕັດໃຫຍ່ ຫຼື ປະສົບອຸບັດຕິເຫດ ແລ້ວປະເທດເຮົາກໍ່ປະສົບອຸບັດຕິເຫດກັນເລື້ອຍອີກດ້ວຍ
  5. ການບໍລິຈາກເລືອດຊ່ວຍກະຕຸ້ນການເຮັດວຽກຂອງໄຂກະດູກໃຫ້ສ້າງເມັດເລືອດໃໝ່ໆ ທີ່ມີຄຸນນະພາບມາໝູນວຽນໃຊ້ບໍາລຸງຮ່າງກາຍ ເປັນການປ່ຽນຖ່າຍເລືອດເກົ່າ ເລືອດໃໝ່ໄດ້ຢ່າງມີປະໂຫຍດ ແລະ ປອດໄພທີ່ສຸດ
  6. ເມື່ອພວກເຮົາໄດ້ປ່ຽນຖ່າຍເລືອດເກົ່າ-ໃໝ່ ສົ່ງຜົນໃຫ້ເລືອດໃໝ່ທີ່ໄປລ້ຽງຕາມຮ່າງກາຍເຮັດວຽກໄດ້ດີຂຶ້ນ ຜິວພັນເປັ່ງປັ່ງສົດໃສຍິ່ງຂຶ້ນ
  7. ຫາກທ່ານຕັ້ງໃຈຈະບໍລິຈາກເລືອດເປັນປະຈໍາຕາມທີ່ສະພາກາຊາດແນະນໍາ ນັ້ນໝາຍຄວາມວ່າທ່ານຈະຕ້ອງດູແລສຸຂະພາບຮ່າງກາຍຂອງຕົວເອງໃຫ້ສົມບູນແຂງແຮງຕະຫຼອດເວລາ ຕ້ອງລະວັງເລື່ອງອາຫານການກິນ ການອອກກໍາລັງກາຍ ການພັກຜ່ອນ ບໍ່ຄຽດ ເລີຍເຮັດໃຫ້ກາຍເປັນຄົນທີ່ມີສຸຂະພາບດີໄປໂດຍທໍາມະຊາດ
  8. ເມື່ອຮ່າງກາຍແຂງແຮງ ກໍ່ຫ່າງໄກຈາກພະຍາດໄຂ້ເຈັບຕ່າງໆ ໂດຍສະເພາະພະຍາດທີ່ໃຜໆ ກໍ່ຢ້ານຢ່າງ ພະຍາດມະເຮັງ ຊຶ່ງຄົນທີ່ບໍລິຈາກເລືອດຈະມີໂອກາດສ່ຽງຕໍ່ພະຍາດຮ້າຍຢ່າງມະເຮັງໜ້ອຍກວ່າຄົນທີ່ບໍ່ເຄີຍບໍລິຈາກເລືອດດ້ວຍນະ
  9. ສຸຂະພາບຈິດດີຕາມໄປດ້ວຍ ເມື່ອພວກເຮົາຮູ້ຕົວວ່າພວກເຮົາກໍາລັງເຮັດອັນດີໆ ເພື່ອຄົນອື່ນ ຄວາມສຸກໃຈ ອິ່ມເອີມໃຈ ຈະສົ່ງຜົນຕໍ່ຈິດໃຈຂອງພວກເຮົາທີ່ຮູ້ສຶກວ່າຕົວເອງມີຄ່າ ມີປະໂຫຍດຕໍ່ຜູ້ອື່ນ ໄດ້ເຮັດອັນດີໆ ເພື່ອສັງຄົມ ລົດຄວາມສ່ຽງພະຍາດຊຶມເສົ້າໄດ້ດ້ວຍ
  10. ພວກເຮົາບໍລິຈາກເລືອດໄດ້ສູງສຸດ 4 ຄັ້ງຕໍ່ປີເລີຍນະ (ໂດຍທີ່ບໍ່ເຮັດໃຫ້ຮ່າງກາຍຂອງພວກເຮົາໄດ້ຮັບອັນຕະລາຍໃດໆ) ຫຼື ທັງຊີວິດຂອງພວກເຮົາບໍລິຈາກເລືອດໄດ້ຫຼາຍເຖິງ 212 ຄັ້ງເລີຍທີດຽວ
  11. ກຸບເລືອດທີ່ຕ້ອງການຫຼາຍທີ່ສຸດກໍ່ຄື ກຸບ AB ຕາມມາດ້ວຍກຸບ A, B ແລະ O ຕາມສັດສ່ວນຂອງປະຊາກອນໃນປະເທດ
  12. ເຄີຍໄດ້ຍິນເລື່ອງກຸບເລືອດແບບ negative ບໍ່? ຫາກໃຜທີ່ມີກຸບເລືອດ Rh- ນັ້ນໝາຍຄວາມວ່າທ່ານໃຊ້ເລືອດໂດຍສ່ວນໃຫຍ່ທີ່ຄົນໄທມີບໍ່ໄດ້ (ພວກເຮົາເອີ້ນລະບົບໝູ່ເລືອດນີ້ວ່າ Rh- ສ່ວນໃຫຍ່ຄົນໄທມີໝູ່ເລືອດເປັນ Rh+ ແຕ່ຈະພົບ Rh- ຫຼາຍຂຶ້ນໃນຊາວຕ່າງຊາດ) ໃຜທີ່ຮູ້ຕົວ ຫຼື ຮູ້ຈັກຄົນທີ່ມີໝູ່ເລືອດ Rh- ຊວນໄປບໍລິຈາກເລືອດນໍາກັນດ່ວນໆ ເລີຍ ເພາະກຸບເລືອດນີ້ຖືວ່າເປັນກຸບເລືອດຫາຍາກ ແລະ ພິເສດຫຼາຍຈິງໆ

ຄຸນສົມບັດ ຜູ້ທີ່ສາມາດບໍລິຈາກເລືອດໄດ້ ມີດັ່ງນີ້

  1. ອາຍຸ 17-70 ປີບໍລິບູນ
  2. ນໍ້າໜັກເກີນ 45 ກິໂລກຣາມ
  3. ນອນຫຼັບພັກຜ່ອນເກີນ 6 ຊົ່ວໂມງ ກ່ອນມາບໍລິຈາກ
  4. ສະພາບຮ່າງກາຍສົມບູນແຂງແຮງ ບໍ່ເປັນໄຂ້ຫວັດ ບໍ່ມີອາການທ້ອງເສຍ ທ້ອງຮ່ວງໃນ 7 ວັນທີ່ຜ່ານມາ
  5. ຢຸດທານຢາທຸກຢ່າງມາແລ້ວ 7 ວັນ
  6. ບໍ່ເປັນພະຍາດຫອບຫືດ, ຜິວໜັງຊໍາເຮື້ອ, ວັນນະໂລກ ຫຼື ພູມແພ້ອື່ນໆ
  7. ບໍ່ມີພະຍາດປະຈໍາຕົວ ເຊັ່ນ ຄວາມດັນເລືອດສູງ ເບົາຫວານ ຫົວໃຈ ຕັບ ໄຂ່ຫຼັງ ໄທຣອຍ ຫຼື ພະຍາດທີ່ກ່ຽວກັບເລືອດ
  8. ຫາກແຂ້ວແທງ ຄວນທິ້ງໄລຍະກ່ອນມາບໍລິຈາກເລືອດຢ່າງໜ້ອຍ 3 ວັນ
  9. ຫາກເຄີຍໄດ້ຮັບການຜ່າຕັດໃຫຍ່ຕ້ອງເກີນ 6 ເດືອນ ຜ່າຕັດນ້ອຍ ຕ້ອງເກີນ 1 ເດືອນ
  10. ບໍ່ມີປະຫວັດຢາເສບຕິດ ຫຼື ພົ້ນໂທດເກີນ 3 ປີ
  11. ຫາກເຈາະຫູ ສັກ ລົບຮອຍສັກ ຫຼື ຝັງເຂັມ ຕ້ອງເກີນ 1 ປີ
  12. ຫາກເຄີຍເປັນໄຂ້ມາລາເຣຍ ຕ້ອງເວັ້ນ 3 ປີ ແຕ່ຫາກເຄີຍເຂົ້າໄປໃນພື້ນທີ່ໆ ສ່ຽງຕໍ່ການຕິດຕໍ່ພະຍາດມາລາເຣຍ ຕ້ອງເວັ້ນ 1 ປີ
  13. ບໍ່ໄດ້ຮັບວັກຊີນໃດໆ ພາຍໃນ 14 ວັນ ຫຼື ເຊຣຸ່ມໃດໆ ພາຍໃນ 1 ປີ
  14. ຫຼີກລ້ຽງອາຫານໄຂມັນສູງ ນໍ້າຕານສູງທຸກຊະນິດ ແລະ ງົດສູບຢາ ດື່ມເຫຼົ້າ ຢ່າງໜ້ອຍ 24 ຊົ່ວໂມງ ກ່ອນບໍລິຈາກເລືອດ (ແຕ່ສາມາດທານອາຫານກ່ອນມາບໍລິຈາກເລືອດໄດ້ຕາມປົກກະຕິ ດື່ມນໍ້າໃຫ້ຫຼາຍຂຶ້ນ ເພື່ອປ້ອງກັນອາການວິງວຽນຫົວ)
  15. ຄົນທີ່ມີອາການແພ້ຕ່າງໆ ເຊັ່ນ ແພ້ອາຫານທະເລ ແພ້ຖົ່ວ ສາມາດບໍລິຈາກເລືອດໄດ້ ສະເພາະກໍລະນີທີ່ ຕອນນັ້ນສຸຂະພາບຮ່າງກາຍສົມບູນແຂງແຮງດີ ບໍ່ໄດ້ມີອາການແພ້ເກີດຂຶ້ນ
  16. ແມ່ຍິງທີ່ມີປະຈໍາເດືອນ ສາມາດບໍລິຈາກເລືອດໄດ້ ຫາກປະລິມານປະຈໍາເດືອນປົກກະຕິ ແລະ ສຸຂະພາບແຂງແຮງດີ ບໍ່ມີອາການອ່ອນເພຍ
  17. ຫາກເຄີຍຮັບເລືອດຂອງຄົນອື່ນເພື່ອການປິ່ນປົວ ຕ້ອງເກີນ 1 ປີ
  18. ທ່ານຫຼືຄູ່ຄອງຂອງທ່ານຕ້ອງບໍ່ມີພຶດຕິກໍາສ່ຽງທາງເພດ ຫຼື ບ່ຽງເບນທາງເພດ

ສະແດງຄຳຄິດເຫັນ

Leave a Reply

ຢ່າລື່ມກົດຕິດຕາມ