ໃນສັງຄົມປັດຈຸບັນມີແຕ່ການແຂ່ງຂັນ ເຮັດໃຫ້ການດໍາເນີນຊີວິດໃນແຕ່ລະວັນຂອງທຸກຄົນຕ້ອງຟ້າວຟັ່ງໄປດ້ວຍ ສົ່ງຜົນໃຫ້ສຸຂະພາບຂອງຄົນໃນສັງຄົມແຍ່ລົງ ແລະ ບັນຫາທາງສຸຂະພາບທີ່ພົບໄດ້ເລື້ອຍ ຄື ການເກີດແຜໃນກະເພາະອາຫານ ຫຼື ລໍາໄສ້ນ້ອຍສ່ວນຕົ້ນ ຊຶ່ງໂດຍທົ່ວໄປເຮົາເອີ້ນກັນວ່າ “ໂລກກະເພາະ”
ໂລກກະເພາະ ເປັນໂລກທີ່ພົບໄດ້ເລື້ອຍໂລກໜຶ່ງ ປະມານວ່າຄົນທົ່ວໄປມີໂອກາດເປັນໂລກນີ້ໃນຊ່ວງໃດຊ່ວງໜຶ່ງຂອງຊີວິດ ໂດຍການເກີດແຜໃນກະເພາະມັກພົບໃນໄວກາງຄົນ ຂະນະທີ່ການເກີດແຜທີ່ລໍາໄສ້ນ້ອຍສ່ວນຕົ້ນຈະພົບໃນໄວໜຸ່ມສາວ ເຖິງຢ່າງໃດກໍຕາມ ການເກີດແຜໃນກະເພາະອາຫານ ຫຼື ແຜທີ່ລໍາໄສ້ນ້ອຍສ່ວນຕົ້ນສາມາດເກີດຂຶ້ນໄດ້ໃນຄົນທຸກເພດ ແລະ ທຸກໄວ
ສາເຫດ ໂລກກະເພາະ ເກີດຈາກມີການຫຼັ່ງກົດໃນກະເພາະອາຫານຫຼາຍເກີນໄປ ຮ່ວມກັບຄວາມຕ້ານທານຕໍ່ກົດຂອງເຍື່ອບຸກະເພາະອາຫານ ແລະ ລໍາໄສ້ລົດລົງ ຈຶ່ງເຮັດໃຫ້ມີແຜເກີດຂຶ້ນ ແລະ ປັດຈຸບັນພົບວ່າຍັງມີປັດໄຈເສີມອື່ນໆ ທີ່ເຮັດໃຫ້ເກີດໂລກໄດ້ອີກ ໄດ້ແກ່:
ການຕິດເຊື້ອ ເຮລິໂຄແບັກເຕີ ໄພໂລໄຣ (Helicobactor Pylori) ຊຶ່ງເປັນແບັກທີເຣຍຊະນິດໜຶ່ງທີ່ຕິດຕໍ່ໂດຍການຮັບປະທານອາຫານ ຫຼື ດື່ມນໍ້າທີ່ປົນເປື້ອນເຊື້ອຈາກອຸຈຈາລະຂອງຜູ້ຕິດເຊື້ອ ເຊື້ອນີ້ເມື່ອເຂົ້າສູ່ຮ່າງກາຍຈະເຂົ້າໄປຝັງຕົວຢູ່ໃຕ້ເຍື່ອບຸກະເພາະ ຜະໜັງກະເພາະຈຶ່ງອ່ອນແອລົງ ແລະ ມີຄວາມທົນຕໍ່ກົດລົດລົງ ເຮັດໃຫ້ກະເພາະອາຫານ ແລະ ລໍາໄສ້ນ້ອຍສ່ວນຕົ້ນເກີດແຜໄດ້ງ່າຍ ແຜຫາຍຊ້າ ແລະ ເກີດແຜຊໍ້າໄດ້ອີກ
ຮັບປະທານສິ່ງທີ່ກໍ່ໃຫ້ເກີດການລະຄາຍເຄືອງຕໍ່ກະເພາະ ແລະ ລໍາໄສ້ ເຊັ່ນ ດື່ມຊາ ກາເຟ ຫຼື ເຄື່ອງດື່ມທີ່ມີຄາເຟອີນ ຫຼື ເຄື່ອງດື່ມທີ່ມີແອລກໍຮໍ, ນໍ້າອັດລົມ ແລະ ການຮັບປະທານຢາບາງຊະນິດ ເຊັ່ນ ຢາແກ້ປວດຈໍາພວກແອສໄພຣິນ, ຢາປິ່ນປົວໂລກກະດູກ ແລະ ຂໍ້ອັກເສບ, ຢາຊຸດ ຫຼື ຢາລູກກອນທີ່ມີສະເຕັຍຣອຍ ເປັນຕົ້ນ
ມີອຸປະນິໄສການຮັບປະທານອາຫານທີ່ບໍ່ຖືກຕ້ອງ ເຊັ່ນ ການຮັບປະທານອາຫານຢ່າງຟ້າວຟັ່ງ, ຮັບປະທານບໍ່ເປັນເວລາ ຫຼື ອົດອາຫານບາງມື້ ເປັນຕົ້ນ
ການສູບຢາ ເພີ່ມໂອກາດຂອງການເປັນແຜທີ່ລໍາໄສ້ນ້ອຍສ່ວນຕົ້ນ
ອື່ນໆ ເຊັ່ນ ຊຶມເສົ້າ, ວິຕົກກັງວົນ, ຄິດຫຼາຍ, ນອນບໍ່ຫຼັບ, ຄຽດ, ອາລົມຫງຸດຫງິດ, ພັກຜ່ອນບໍ່ພຽງພໍ ເປັນຕົ້ນ
ອາການເມື່ອເປັນໂລກກະເພາະ ມັກມີອາການປວດແສບ, ປວດຕື້ອ, ຈຸກແໜ້ນ ຫຼື ຈຸກແໜ້ນບໍລິເວນໃຕ້ລີ້ນປີ່ ອາການປວດເຫຼົ່ານີ້ເປັນໄດ້ທັງເວລາກ່ອນຮັບປະທານອາຫານ ຫຼື ຫຼັງຮັບປະທານອາຫານໃໝ່ໆ ແລະ ເວລາທ້ອງຫວ່າງ ເຊັ່ນ ເວລາຫິວເຂົ້າ, ຕອນເຊົ້າມືດ ຫຼື ຕອນດຶກໆ ກໍປວດທ້ອງໄດ້ເຊັ່ນກັນ ອາການປວດຈະເປັນໆ ຫາຍໆ ເປັນໄດ້ວັນລະຫຼາຍໆຄັ້ງ ຫຼື ຕາມມື້ອາຫານ ແລະ ແຕ່ລະຄັ້ງທີ່ປວດຈະນານປະມານ 15 – 30 ນາທີ ອາການປວດຈະບັນເທົາລົງໄດ້ຖ້າຮັບປະທານອາຫານ, ດື່ມນົມ ຫຼື ຮັບປະທານຢາລົດກົດ
ອາການແຊກຊ້ອນ ໂລກກະເພາະຖ້າໄດ້ຮັບການປິ່ນປົວ ແລະ ດູແລຕົນເອງໃຫ້ຖືກຕ້ອງສ່ວນໃຫຍ່ເປັນແລ້ວຈະຫາຍ ແຕ່ຖ້າບໍ່ໄດ້ຮັບການດູແລປິ່ນປົວທີ່ຖືກຕ້ອງຈົນມີອາການຫຼາຍ ແລະ ຊໍາເຮື້ອ ອາດເກີດພາວະແຊກຊ້ອນທີ່ເປັນອັນຕະລາຍແກ່ຊີວິດໄດ້ ເຊັ່ນ:
ເລືອດອອກໃນກະເພາະອາຫານ ໂດຍສັງເກດໄດ້ຈາກມີຖ່າຍອຸຈຈາລະສີດໍາ ຫຼື ອາຈຽນເປັນເລືອດ ຫຼື ອາຈຽນມີລັກສະນະຄ້າຍຜົງກາເຟບົດປົນຢູ່
ກະເພາະລໍາໄສ້ເປັນແຜທະລຸ ໂດຍສັງເກດໄດ້ຈາກມີອາການປວດທ້ອງຮຸນແຮງທັນທີທັນໃດ, ໜ້າທ້ອງແຂງ, ກົດເຈັບ
ກະເພາະລໍາໄສ້ຕີບຕັນ ໂດຍສັງເກດໄດ້ຈາກມີອາການປວດທ້ອງ, ຮັບປະທານອາຫານໄດ້ໜ້ອຍ, ອິ່ມໄວ ແລະ ອາຈຽນເປັນອາຫານທີ່ບໍ່ຍ່ອຍຫຼັງຮັບປະທານອາຫານ
ປວດທ້ອງແບບໃດທີ່ແມ່ນໂລກກະເພາະ? ປວດທ້ອງສຸກເສີນ ນັບເປັນການປວດຮຸນແຮງທີ່ອາດບໍ່ເຄີຍເກີດຂຶ້ນມາກ່ອນ ໂດຍເຮົາຕ້ອງໃຫ້ຄວາມສົນໃຈເປັນພິເສດ ເພາະອາດເກີດຈາກໂລກອື່ນທີ່ບໍ່ແມ່ນໂລກກະເພາະກໍເປັນໄດ້ ເຊັ່ນ ໂລກນິ່ວໃນຖົງນໍ້າບີ ຫຼື ຕັບອ່ອນອັກເສບ ເປັນຕົ້ນ
ປວດທ້ອງຊໍາເຮື້ອ ນັບເປັນອາການປວດທ້ອງທີ່ສາມາດພົບໄດ້ເລື້ອຍທີ່ສຸດ ຈະມີລັກສະນະອາການເປັນປວດໆ ຫາຍໆ ຕໍ່ເນື່ອງກັນມາບໍ່ໜ້ອຍກວ່າ 1 ເດືອນ ອາດເປັນການປວດທ້ອງທີ່ກ່ຽວຂ້ອງກັບມື້ອາຫານ ເຊັ່ນ ປວດຂະນະທີ່ຫິວ ຫຼື ປວດຂະນະທີ່ອິ່ມ ແຕ່ເປັນການປວດທີ່ທົນໄດ້ ຊຶ່ງເມື່ອຮັບປະທານຢາລົດກົດ ຫຼື ຮັບປະທານອາຫານແລ້ວກໍມີອາການດີຂຶ້ນ
ໂລກໃນກະເພາະອາຫານທີ່ກ່ຽວຂ້ອງກັບອາການປວດຊໍາເຮື້ອ ໄດ້ມີແພດທ່ານໜຶ່ງອະທິບາຍເພີ່ມເຕີມເອົາໄວ້ວ່າສາມາດແບ່ງອອກໄດ້ເປັນຫຼາຍຊະນິດ ເລີ່ມຈາກ ໂລກທີ່ເກີດຈາກຄວາມຜິດປົກກະຕິຂອງກະເພາະອາຫານ ເຊັ່ນ ການເປັນແຜໃນກະເພາະ, ເປັນແຜໃນລໍາໄສ້ນ້ອຍສ່ວນຕົ້ນ, ກະເພາະອາຫານອັກເສບ ຫຼື ເປັນມະເຮັງໃນກະເພາະອາຫານ ຊຶ່ງອັດຕາທີ່ຈະເກີດໂລກ ຫຼື ພາວະເຫຼົ່ານີ້ນັ້ນມີປະມານຮ້ອຍລະ 20 – 25 ຂອງຜູ້ປ່ວຍທີ່ເປັນໂລກກະເພາະຊໍາເຮື້ອ
ນອກຈາກນັ້ນ ໂລກກະເພາະກໍອາດຂຶ້ນໄດ້ ເຖິງແມ່ນວ່າຈະບໍ່ມີຄວາມຜິດປົກກະຕິທາງກາຍະພາບພາຍໃນກະເພາະເລີຍ ແຕ່ກໍອາດເກີດຂຶ້ນໂດຍມີສາເຫດມາຈາກການເຮັດວຽກທີ່ຜິດປົກກະຕິ ເຊັ່ນ ການບີບຕົວຂອງກະເພາະກັບລໍາໄສ້ທີ່ເຮັດວຽກບໍ່ປະສານກັນ ຫຼື ອາດເກີດຈາກສະພາບກົດໃນກະເພາະທີ່ມີຫຼາຍເກີນໄປ ແຕ່ບໍ່ເຮັດໃຫ້ເກີດແຜ ຊຶ່ງສາເຫດທີ່ວ່າມານີ້ກໍເຮັດໃຫ້ຜູ້ປ່ວຍຮ້ອຍລະ 70 – 75 ຕ້ອງເດີນທາງມາພົບແພດ
ແຕ່ເຖິງຢ່າງໃດກໍຕາມ ຄວາມຜິດປົກກະຕິພາຍໃນກະເພາະອາຫານທີ່ເກີດຈາກກົດນັ້ນ ຜູ້ປ່ວຍກໍອາດບໍ່ມີອາການປວດທ້ອງສະເໝີໄປ ໂດຍຜູ້ປ່ວຍຫຼາຍລາຍອາດມີອາການອາຈຽນເປັນເລືອດ ຫຼື ຖ່າຍອຸຈຈາລະດໍາ ມີສາເຫດມາຈາກແຜໃນກະເພາະອາຫານທີ່ເກີດມາຈາກກົດເກີນ ໃນບາງລາຍອາດມີອາການແສບແໜ້ນທີ່ໜ້າເອິກເນື່ອງຈາກກົດໄຫຼຍ້ອນ ເຮັດໃຫ້ຫຼອດອາຫານອັກເສບ ລວມໄປເຖິງມີອາການໄອ ເນື່ອງຈາກມີການອັກເສບຂຶ້ນມາເຖິງຄໍ ໂດຍລວມແລ້ວກໍເປັນເລື່ອງຂອງໂລກກະເພາະອາຫານທັງສິ້ນ
ໂລກກະເພາະ ຮຸນແຮງຫຼືບໍ່? ຕາມປົກກະຕິແລ້ວ ໂລກກະເພາະ ນັ້ນເປັນໂລກທີ່ບໍ່ຮຸນແຮງ ສາມາດປິ່ນປົວໃຫ້ຫາຍໄດ້ສະເໝີຫາກວ່າມີການພະຍາກອນໂລກທີ່ດີ ໂດຍການໃຫ້ຢາ ແລະ ປັບພຶດຕິກໍາການໃຊ້ຊີວິດຂອງຜູ້ປ່ວຍ ແຕ່ເມື່ອໃດທີ່ໂລກກະເພາະເຮັດໃຫ້ເກີດຜົນຂ້າງຄຽງຕໍ່ຮ່າງກາຍກໍອາດເຮັດໃຫ້ເສຍຊີວິດໄດ້ ເນື່ອງຈາກການທີ່ເລືອດອອກບໍ່ຢຸດໃນບໍລິເວນທີ່ເກີດແຜ ຫຼື ອັກເສບ ແລະ ເມື່ອເກີດການຊໍາເຮື້ອ ນັບເປັນສາເຫດສໍາຄັນທີ່ເຮັດໃຫ້ເກີດຄວາມສ່ຽງຕໍ່ການເປັນໂລກມະເຮັງກະເພາະອາຫານ ແລະ ໂລກມະເຮັງຕ່ອມນໍ້າເຫຼືອງຂອງກະເພາະອາຫານໄດ້ ສະນັ້ນ ຕ້ອງໝັ່ນດູແລຕົວເອງໃຫ້ດີ ຮັບປະທານອາຫານໃຫ້ຕົງເວລາ ແລະ ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ
5 ສັນຍານເສີ່ງບອກວ່າໃກ້ຈະເປັນໂລກກະເພາະ ໃນເວລາທີ່ເຮົາມີອາການປວດທ້ອງອັນເກີດມາຈາກການມີແຜໃນກະເພາະອາຫານ ອາດມີລັກສະນະອາການທີ່ຜູ້ປ່ວຍຮູ້ໆ ກັນດີນັ້ນຄື ອິ່ມກໍປວດ ຫິວກໍປວດ ຊຶ່ງອາການປວດຂອງໂລກກະເພາະນັ້ນຈະຄ້າຍຄືກັນກັບການປວດທ້ອງໃນແບບອື່ນໆ ຢູ່ເໝືອນກັນຈົນແທບແຍກບໍ່ອອກ ສະນັ້ນ ຈະຮູ້ໄດ້ແນວໃດວ່າເຮົາກໍາລັງເປັນໂລກກະເພາະ ລອງມາກວດເບິ່ງຈາກ 5 ສັນຍານເສີ່ງເກີດໂລກກະເພາະໄປພ້ອມໆ ກັນເລີຍ…
ສັນຍານເສີ່ງເກີດໂລກກະເພາະ 1 ອາການປວດທ້ອງແບບຈຸກໆ ແສບໆ ເປັນລັກສະນະຂອງອາການປວດທີ່ຈູ່ໆ ກໍຈີ໊ດຂຶ້ນມາ ແລ້ວຈູ່ໆ ກໍຫາຍໄປທາງບໍລິເວນເໜືອສະດື ນັ້ນກໍຄືແຖວໆ ລີ້ນປີ່
ສັນຍານເສີ່ງເກີດໂລກກະເພາະ 2 ເວລາທີ່ຫິວ ຫຼື ເວລາທີ່ອິ່ມກໍຈະມີອາການປວດທ້ອງທາງຝັ່ງຂວາມື ອາດບໍ່ໄດ້ເຮັດໃຫ້ເຮົາຮູ້ສຶກປວດຫຼາຍ ຫາກວ່າກິນຢາລົດກົດເຂົ້າໄປກໍຍັງພໍຊ່ວຍບັນເທົາອາການໄດ້
ສັນຍານເສີ່ງເກີດໂລກກະເພາະ 3 ມີອາການປວດແສບບໍລິເວນທ້ອງ ບາງຄັ້ງກໍຈະເຈັບຂຶ້ນມາເຖິງຕອນລີ້ນປີ່ ໂດຍບໍ່ໄດ້ກ່ຽວວ່າເຮົາຈະທ້ອງຫວ່າງ ຫຼື ອິ່ມແລ້ວ
ສັນຍານເສີ່ງເກີດໂລກກະເພາະ 4 ເມື່ອເວລາທີ່ເຮົານອນຫຼັບກໍມີອາການປວດທ້ອງຈົນເຮັດໃຫ້ຕ້ອງຕື່ນ ເປັນອາການທີ່ເກີດຂຶ້ນແບບບໍ່ແນ່ນອນ
ສັນຍານເສີ່ງເກີດໂລກກະເພາະ 5 ມີອາການປວດທ້ອງຫຼາຍໆ ຈົນອາດເກີດອາການຂ້າງຄຽງ ຄື ອາຈຽນ ຫຼື ບາງທີເຖິງຂັ້ນທີ່ຖ່າຍເປັນເລືອດ
ໃນຄວາມເປັນຈິງ ການທີ່ຈະວິເຄາະວ່າຜູ້ປ່ວຍນັ້ນມີອາການປວດທ້ອງອັນເກີດມາຈາກໂລກກະເພາະອັກເສບຫຼືບໍ່ ກໍຍັງມີຄວາມກໍ້າກຶ່ງຂອງລັກສະນະການປວດໃນໂລກອື່ນໆ ຢູ່ເຊັ່ນກັນ ເພາະບາງອາການປວດທີ່ເກີດຂຶ້ນກໍບໍ່ໄດ້ໝາຍຄວາມວ່າຈະເປັນໂລກກະເພາະສະເໝີໄປ ຊຶ່ງແມ່ນແຕ່ແພດເອງກໍຍັງຕ້ອງມີການທົດສອບວ່າເປັນໂລກກະເພາະອັກເສບຈິງ ຫຼື ວ່າປ່ວຍດ້ວຍໂລກອື່ນ ເພື່ອໃຫ້ເກີດຜົນດີຕໍ່ການປິ່ນປົວ ແລະ ການດູແລຕົນເອງຂອງຜູ້ປ່ວຍ ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງສຶກສາເຖິງອາການປວດທ້ອງເນື່ອງຈາກສາເຫດອື່ນໆ ຮ່ວມດ້ວຍ ເພື່ອຈະໄດ້ລົດຄວາມວິຕົກກັງວົນໄປ
ການວິນິດໄສຜູ້ປ່ວຍທີ່ເປັນໂລກກະເພາະ ໂດຍປົກກະຕິແລ້ວຜູ້ປ່ວຍທີ່ມີອາການເຂົ້າຂ່າຍວ່າຈະເປັນໂລກກະເພາະນັ້ນເມື່ອເດີນມາທາງມາໃຫ້ແພດໄດ້ເຮັດການກວດວິນິດໄສ ແພດກໍຈະເຮັດການສອບຖາມປະຫວັດ ແລະ ລັກສະນະອາການທີ່ເປັນເບື້ອງຕົ້ນ ຈາກນັ້ນຈຶ່ງຈະເຮັດການກວດຮ່າງກາຍເພື່ອຊອກຫາສາເຫດທີ່ແນ່ຊັດວ່າອາດເຂົ້າຂ່າຍເປັນໂລກກະເພາະອາຫານອັກເສບຫຼືບໍ່ ລວມເຖິງເຮັດການກວດພິເສດອື່ນໆ ເພີ່ມເຕີມ ເຊັ່ນ ການສ່ອງກ້ອງກວດກະເພາະອາຫານ (Endoscopy), ການເອັກສເລກະເພາະອາຫານດ້ວຍການກືນແປ້ງແບເຣຍມເພື່ອກວດເບິ່ງຄວາມຜິດປົກກະຕິ ຫຼື ອາດມີການກວດຫາເຊື້ອເຮລິໂຄແບັກເຕີ ໄພໂລໄຣ ດ້ວຍການກວດເລືອດ, ກວດອຸຈຈາລະ ຫຼື ການກວດດ້ວຍວິທີການພົ່ນລົມຫາຍໃຈ ເປັນຕົ້ນ
ການປິ່ນປົວຜູ້ປ່ວຍທີ່ເປັນໂລກກະເພາະ ໂດຍສ່ວນຫຼາຍຜູ້ປ່ວຍທີ່ເປັນໂລກກະເພາະອາຫານອັກເສບມັກຈະປິ່ນປົວຕາມອາການເປັນຫຼັກ ຊຶ່ງຫາກຜູ້ປ່ວຍທີ່ເປັນໂລກກະເພາະອາຫານອັກເສບຈາກການຕິດເຊື້ອເຮລິໂຄແບັກເຕີ ໄພໂລໄຣທີ່ມັກພົບໄດ້ເລື້ອຍ ແພດກໍຈະເຮັດການປິ່ນປົວດ້ວຍການໃຊ້ຢາປະຕິຊີວະນະ ເຊັ່ນ ຢາຄລາຣິໂທຣມັຍຊິນ (Clarithromycin), ຢາອະມອກຊິຊິລລິນ (Amoxicillin) ຫຼື ຢາເມໂທຣນິດາໂຊລ (Metronidazole) ເພື່ອຊ່ວຍການຂ້າເຊື້ອ
ໃນກໍລະນີທີ່ຜູ້ປ່ວຍເປັນໂລກກະເພາະອາຫານອັກເສບຈາກສາເຫດອື່ນໆ ແພດກໍຈະປິ່ນປົວໄປຕາມອາການ ເພື່ອເປັນການປະຄັບປະຄອງ ແລະ ຊ່ວຍໃຫ້ຜູ້ປ່ວຍຮູ້ສຶກດີຂຶ້ນ ເຊັ່ນ ຈ່າຍຢາລົດກົດໃນກຸ່ມໂປຣຕອນ ປັ໊ມ ອິນຮິບິເຕີ (Proton Pump Inhibitors) ຫຼື ເອັຊ 2 ຣີເຊບເຕີ ແອນຕາໂກນີສຕ໌ (H2-Receptor Antagonist ຫຼື H2 Blocker) ເພື່ອຊ່ວຍໃຫ້ເກີດການຫຼັ່ງກົດ ແລະ ປິ່ນປົວແຜທີ່ເກີດໃນກະເພາະອາຫານ
ນອກຈາກນັ້ນ ຜູ້ປ່ວຍທີ່ເປັນໂລກກະເພາະອາຫານອັກເສບຊໍາເຮື້ອຈາກການຮັບປະທານຢາໃນກຸ່ມຢາບັນເທົາອາການປວດ ແພດກໍຈະແນະນໍາໃຫ້ຢຸດພຶດຕິກໍາການໃຊ້ຢາໃນເບື້ອງຕົ້ນ ລວມເຖິງເຮັດການປັບປ່ຽນຢາທີ່ຢູ່ໃນກຸ່ມດຽວກັນໃຫ້ແທນ ອີກທັງແພດກໍຈະແນະນໍາໃຫ້ຢຸດພຶດຕິກໍາທີ່ອາດສົ່ງຜົນໃຫ້ອາການແຍ່ລົງ ເຊັ່ນ ການດື່ມເຄື່ອງດື່ມທີ່ມີຄາເຟອີນ, ເຄື່ອງດື່ມທີ່ມີແອລກໍຮໍ ລວມໄປເຖິງການສູບຢາ
ເມື່ອເປັນ “ໂລກກະເພາະ” ຕ້ອງກິນຢາແບບໃດ? ດົນປານໃດ? ໂດຍປົກກະຕິແລ້ວເມື່ອເຮົາເປັນໂລກກະເພາະກໍຈະຕ້ອງກິນຢາຢູ່ 2 ກຸ່ມ ຄື ຢາລົດກົດໃນກະເພາະອາຫານ ແລະ ຢາກະຕຸ້ນການບີບຕົວຂອງກະເພາະອາຫານ ຊຶ່ງຖ້າຜູ້ປ່ວຍມີແຜເກີດຂຶ້ນໃນກະເພາະອາຫານ ແພດກໍຈະແນະນໍາໃຫ້ກິນຢາລົດກົດຕໍ່ເນື່ອງເປັນເວລາ 6 – 8 ອາທິດ ຫຼື ຈົນກວ່າແຜຈະຫາຍຜ່ານການເບິ່ງດ້ວຍການສ່ອງກ້ອງທາງເດີນອາຫານ ສ່ວນຜູ້ປ່ວຍທີ່ບໍ່ມີຄວາມຜິດປົກກະຕິໃນເບື້ອງຕົ້ນ ແພດກໍມັກຈະແນະນໍາໃຫ້ກິນຢາລົດກົດສະເພາະເມື່ອມີຄວາມຜິດປົກກະຕິເກີດຂຶ້ນເທົ່ານັ້ນ ສ່ວນຢາປະເພດອື່ນໆ ເຊັ່ນ ຢາຂັບລົມ ກໍແນະນໍາວ່າໃຫ້ກິນສະເພາະຕອນທີ່ມີອາການແໜ້ນທ້ອງຈາກລົມທີ່ເກີດຂຶ້ນຫຼາຍໃນກະເພາະອາຫານ ໂດຍກິນໃນເວລາທີ່ມີອາການໄດ້ຕາມຕ້ອງການ
ການດູແລຕົນເອງເມື່ອເປັນໂລກກະເພາະ ຮັບປະທານອາຫານໃຫ້ຕົງເວລາ
ຮັບປະທານອາຫານອ່ອນທີ່ຍ່ອຍງ່າຍ ແລະ ຄວນຄ້ຽວອາຫານໃຫ້ລະອຽດ
ຫຼີກລ້ຽງສິ່ງລະຄາຍເຄືອງຕໍ່ກະເພາະອາຫານ ເຊັ່ນ ຢາຊຸດ, ຢາແກ້ປວດຂໍ້, ຢາແກ້ປວດແອສໄພຣິນ, ຢາທີ່ມີສະເຕັຍຣອຍ, ນໍ້າອັດລົມ, ອາຫານລົດຈັດ, ເຄື່ອງດື່ມທີ່ມີແອລກໍຮໍ, ອາຫານຫຼືເຄື່ອງດື່ມທີ່ມີຄາເຟອີນ ເຊັ່ນ ຊັອກໂກແລັດ, ຊາ, ກາເຟ ເປັນຕົ້ນ
ງົດສູບຢາ
ອາຫານທີ່ຮັບປະທານໃນແຕ່ລະມື້ບໍ່ຄວນມີປະລິມານຫຼາຍເກີນໄປ
ຖ້າຄຽດພະຍາຍາມລົດຄວາມຄຽດ ເຊັ່ນ ເບິ່ງໜັງ, ຟັງເພງ, ເຮັດສະມາທິ, ການຝຶກຜ່ອນຄາຍກ້າມເນື້ອ ເປັນຕົ້ນ
ໝັ່ນອອກກໍາລັງກາຍ
ຮັບປະທານຢາລົດກົດ ຢານໍ້າ 1 – 2 ບ່ວງໂຕະ ຫຼື ຢາເມັດ 1 – 2 ເມັດ (ຄ້ຽວກ່ອນກືນ) ວັນລະ 4 ຄັ້ງ ເຊົ້າ, ກາງເວັນ, ແລງຫຼັງອາຫານ 1 ຊົ່ວໂມງ ແລະ ກ່ອນນອນ ກໍລະນີມີອາການປວດທ້ອງກ່ອນເວລາຢາສາມາດຮັບປະທານເພີ່ມໄດ້ ແລະ ຄວນຮັບປະທານຢາຕິດຕໍ່ກັນນານຢ່າງໜ້ອຍ 4 – 8 ອາທິດ
ຖ້າປະຕິບັດຕາມນີ້ແລ້ວອາການບໍ່ດີຂຶ້ນ ຄວນໄປພົບແພດທີ່ໂຮງໝໍ ເພື່ອການກວດວິນິດໄສທີ່ແນ່ນອນ
ຮັບປະທານຢາສະໝໍ່າສະເໝີຕາມທີ່ແພດແນະນໍາ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,479 | 21,690 |
![]() THB | 645.44 | 657.70 |
![]() EUR | 23,823 | 24,300 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |