site-cover (59)
ຄຳເຕືອນຈາກໝໍຍີ່ປຸ່ນ: ເຄື່ອງດື່ມ 5 ຊະນິດ ທີ່ເບິ່ງຄືວ່າດີຕໍ່ສຸຂະພາບ ແຕ່ທຳລາຍຕັບບໍ່ໜ້ອຍກວ່າເຫລົ້າເບຍ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 May, 2025

ຄຳເຕືອນຈາກໝໍຍີ່ປຸ່ນ: ເຄື່ອງດື່ມ 5 ຊະນິດ ທີ່ເບິ່ງຄືວ່າດີຕໍ່ສຸຂະພາບ ແຕ່ທຳລາຍຕັບບໍ່ໜ້ອຍກວ່າເຫລົ້າເບຍ ດື່ມຫຼາຍເກີນໄປຄືກັບການ “ສູບໄຂມັນເຂົ້າຕັບ”

 

ຖ້າທ່ານຄິດວ່າພະຍາດໄຂມັນພອກຕັບເປັນພະຍາດຂອງຄົນທີ່ມັກດື່ມເຫຼົ້າ ຫຼື ຄົນອ້ວນເທົ່ານັ້ນ, ຂໍບອກວ່າທ່ານກຳລັງເຂົ້າໃຈຜິດ ເພາະແມ່ນແຕ່ຄົນຜອມ ຫຼື ຜູ້ທີ່ດື່ມເຄື່ອງດື່ມ 5 ຊະນິດນີ້ຫຼາຍເກີນໄປ ກໍ່ອາດຫຼີກລ່ຽງພະຍາດນີ້ບໍ່ພົ້ນ.

 

ແພດອາຍຸລະກຳຊາວຍີ່ປຸ່ນ ດຣ. ຄຸຣິຮາຣະ ທາເຄຊິ

 

ອະທິບາຍວ່າ ຖ້າໄຂມັນໃນຕັບມີຫຼາຍກວ່າ 5% ຂອງນ້ຳໜັກຕັບ ແມ່ນວ່າທ່ານກຳລັງເປັນພະຍາດໄຂມັນພອກຕັບ ເຊິ່ງແຕ່ກ່ອນເຄີຍຖືວ່າເປັນພະຍາດຂອງຜູ້ຕິດເຫຼົ້າ ແຕ່ປັດຈຸບັນແມ່ນແຕ່ຄົນທີ່ກິນອາຫານສຸຂະພາບ ແຕ່ຂາດຄວາມສົມດຸນ ກໍ່ມີໂອກາດເປັນໄດ້. ໂດຍໜຶ່ງໃນສາເຫດຫຼັກຂອງພະຍາດນີ້ໃນຍຸກປັດຈຸບັນຄື ນ້ຳຕານ ເຊິ່ງພົບໄດ້ຫຼາຍກວ່າເຫຼົ້າອີກ.

 

ໄຂມັນພອກຕັບອາດນຳໄປສູ່ພະຍາດຕັບອັກເສບ, ຕັບແຂງ, ຕັບວາຍ ແລະ ເພີ່ມຄວາມສ່ຽງຕໍ່ມະເຮັງຕັບ.

 

ດັ່ງນັ້ນ, ດຣ. ຄຸຣິຮາຣະ ຈຶ່ງເຕືອນວ່າຢ່າຫຼົງເຊື່ອພາບລັກສະນະຂອງ “ອາຫານສຸຂະພາບ” ແຕ່ຕ້ອງຄວບຄຸມການບໍລິໂພກໃຫ້ເໝາະສົມ ໂດຍສະເພາະເຄື່ອງດື່ມ 5 ຊະນິດຕໍ່ໄປນີ້ ທີ່ເຖິງແມ່ນຈະເບິ່ງຄືດີ ແຕ່ຖ້າດື່ມຫຼາຍເກີນໄປກັບຄືກັບ “ສູບໄຂມັນເຂົ້າຕັບ”

 

1. ນ້ຳໝາກໄມ້

 

ເຖິງຈະເບິ່ງຄືມີວິຕາມິນສູງແລະດີຕໍ່ສຸຂະພາບ ແຕ່ນ້ຳຕານຈາກທຳມະຊາດໃນໝາກໄມ້ ໂດຍສະເພາະຟຣຸກໂຕສ ມີປະລິມານສູງຫຼາຍ. ເມື່ອຄັ້ນນ້ຳຈະສູນເສຍເສັ້ນໃຍອາຫານ ເຫຼືອພຽງນ້ຳແລະນ້ຳຕານ ເຮັດໃຫ້ຮ່າງກາຍດູດຊຶມໄດ້ໄວ ຕັບຈຶ່ງຕ້ອງເຮັດວຽກໜັກຂຶ້ນ. ຖ້າດື່ມເລື້ອຍໆອາດສ່ຽງຕໍ່ໄຂມັນພອກຕັບ ໂດຍສະເພາະນ້ຳໝາກໄມ້ທີ່ມາຈາກໝາກໄມ້ທີ່ມີນ້ຳຕານສູງ.

 

2. ກາເຟກະປ໋ອງ

 

ກາເຟດຳທີ່ບໍ່ມີນ້ຳຕານນັ້ນດີຕໍ່ຕັບ ແຕ່ກາເຟກະປ໋ອງຫຼືກາເຟພ້ອມດື່ມມັກມີນ້ຳຕານ, ນົມຂຸ້ນ ແລະ ນ້ຳເຊື່ອມຟຣຸກໂຕສສູງ. ຄາເຟອີນຍັງໄປກະຕຸ້ນການເຜົາຜານໄວ ເຮັດໃຫ້ຮ່າງກາຍແປຮູບຄາໂບໄຮເດຣດເປັນໄຂມັນໄວຂຶ້ນ. ຖ້າດື່ມທຸກມື້ໂດຍບໍ່ຮູ້ຕົວ ຕັບອາດເລີ່ມສະສົມໄຂມັນໄດ້.

 

3. ນ້ຳເຜິ້ງປະສົມນ້ຳ

 

ເຖິງແມ່ນນ້ຳເຜິ້ງຈະມີປະໂຫຍດ ແຕ່ຖ້າດື່ມຫຼາຍເກີນໄປກໍ່ອາດເປັນໄພໄດ້ ໂດຍສະເພາະກັບຕັບ ເພາະສ່ວນຫຼາຍຂອງນ້ຳເຜິ້ງຄືນ້ຳຕານປະເພດຟຣຸກໂຕສແລະກລູໂຄສ. ເຖິງແມ່ນວ່າການດື່ມຕອນເຊົ້າຫຼືກ່ອນນອນຈະຊ່ວຍໃຫ້ຫຼັບສະບາຍແລະຫຼຸດການອັກເສບໃນລຳຄໍ ແຕ່ຖ້າດື່ມທຸກມື້ຫຼືປະສົມເຂັ້ມເກີນໄປ ຕັບຈະເຮັດວຽກໜັກເພື່ອຈັດການນ້ຳຕານ. ຖ້າດື່ມຕອນທ້ອງວ່າງອາດເຮັດໃຫ້ນ້ຳຕານໃນເລືອດພຸ່ງແລະສ່ຽງຕໍ່ໄຂມັນພອກຕັບຫຼາຍຂຶ້ນ.

 

4. ນ້ຳຜັກໝາກໄມ້ບັນຈຸຂວດ

 

ເປັນຕົວເລືອກຍອດນິຍົມຂອງຄົນຍຸກໃໝ່ທີ່ໃສ່ໃຈສຸຂະພາບ ແຕ່ຫຼາຍຍີ່ຫໍ້ກັບໃສ່ນ້ຳຕານເພີ່ມ ຫຼື ໃຊ້ສານສະກັດເຂັ້ມຂຸ້ນທີ່ມີນ້ຳຕານສູງ. ນອກຈາກນັ້ນຍັງຂາດເສັ້ນໃຍອາຫານທີ່ຊ່ວຍຊະລໍການດູດຊຶມນ້ຳຕານ ເຮັດໃຫ້ຕັບຕ້ອງເຮັດວຽກໜັກຫຼາຍໃນການຈັດການກັບຟຣຸກໂຕສທີ່ເຂົ້າສູ່ຮ່າງກາຍ.

 

5. ເຄື່ອງດື່ມເກືອແຮ່ແລະເຄື່ອງດື່ມຊູກຳລັງ

 

ເຖິງຈະອອກແບບມາເພື່ອເຕີມນ້ຳແລະແຮ່ທາດໃຫ້ຮ່າງກາຍ ແຕ່ເຄື່ອງດື່ມຫຼາຍຍີ່ຫໍ້ກັບມີນ້ຳເຊື່ອມຟຣຸກໂຕສສູງ ເຊິ່ງເປັນປັດໄຈຫຼັກຂອງພະຍາດອ້ວນແລະໄຂມັນພອກຕັບ. ຍິ່ງເຄື່ອງດື່ມຊູກຳລັງທີ່ມີທັງນ້ຳຕານແລະຄາເຟອີນ ຈະຍິ່ງເລັ່ງການປ່ຽນຮູບຄາໂບໄຮເດຣດໃຫ້ກາຍເປັນໄຂມັນ ເຮັດໃຫ້ຕັບຮັບພາລະໜັກ. ຖ້າບໍ່ອອກກຳລັງກາຍຄວບຄູ່ ຮ່າງກາຍຈະສະສົມໄຂມັນໃນຕັບແທນທີ່ຈະປ່ຽນເປັນພະລັງງານ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 29 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,524
21,801
thailand (1)
THB
665.41
676.72
european-union
EUR
24,181
24,665
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-29T164702.675
ແຈ້ງໄພນໍ້າຖ້ວມຢູ່ 24 ບ້ານ ເເຈ້ງການດັ່ງລຸ່ມນີ້:
jane - 2025-10-29T160031.841
ໄຂລະຫັດລັບ "Trick or Treat" ຄຳເວົ້າຍອດນິຍົມໃນວັນຮາໂລວີນ (Halloween)
pele - 2025-10-29T155408.470
ຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ ໃຫ້ປະຊາຊົນແຂວງຫລວງພະບາງ
site cover1 - 2025-10-29T150451.746
YouTube ຄຸມເຂັ້ມ! ປິດກັ້ນເນື້ອຫາ “ຄວາມຮຸນແຮງ” ໃນວິດີໂອເກມ ຈຳກັດອາຍຸຜູ້ຊົມຕໍ່າກວ່າ 18 ປີ
pele - 2025-10-29T141500.112
ເຈົ້າແຂວງຄຳມ່ວນ ຊຸກຍູ້ການຜະລິດເຄື່ອງປັ່ນດິນເຜົາຢູ່ເມືອງໜອງບົກ
jane - 2025-10-29T140308.919
ດ່ວນເເຈ້ງການສະບັບທີ 2! ຈະມີການລະບາຍນໍ້າອອກເພີ່ມຈາກເຂື່ອນໄຟຟ້າເຊກະໝານ 1 ແລະ ເຂື່ອນອື່ນໆພາຍໃນແຂວງອັດຕະປື 12:00 ໂມງ ຂອງວັນທີ 29/10/2025 ຫາ ເວລາ 12:00 ໂມງ ຂອງວັນທີ 30/10/2025.
jane - 2025-10-29T131800.370
ໃນຕອນເຊົ້າຂອງວັນທີ 29 ຕຸລາ 2025 ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ
pele - 2025-10-29T114914.142
ເຕືອນ! 5 ເມືອງ, ແຂວງອັດຕະປື ແລະ ເຊກອງ “ເຂື່ອນເຊກະໝານ1 ຈະມີການປ່ອຍນໍ້າເພີ່ມ ຄາດຄະເນລະດັບນໍ້າເຊກອງຈະເພີ່ມຂຶ້ນ 15.20 cm-16.30 cm
jane - 2025-10-29T114947.909
ສຳນັກຂ່າວຕ່າງປະເທດລາຍງານວ່າລົດບັນທຸກຂົນລິງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ
jane - 2025-10-29T113336.923
ຂ່າວຕ່າງປະເທດລາຍງານ ຄາດວ່າ ທອງຄຳໂລກ ມີແນວໂນ້ມເເຕະ 5,000 ໂດລາ ໃນອີກ 1 ປີ ເຕືອນລະວັງ 'ປັບຖານ' ແຮງ
ຢ່າລື່ມກົດຕິດຕາມ