site-cover (60)
ສະໝອງກັບລຳໄສ້ຮ່ວມກັນເຮັດວຽກ ຄວບຄຸມອາລົມຂອງຄົນເຮົາໄດ້ແນວໃດ?
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 May, 2025

ລຳໄສ້ຂອງມະນຸດປະກອບດ້ວຍເຊລປະສາດກວ່າ 100 ລ້ານເຊລ ຊຶ່ງຮັບຜິດຊອບການຜະລິດຮໍໂມນເຊໂຣໂທນິນເຖິງ 95% ຂອງທີ່ມີທັງໝົດໃນຮ່າງກາຍ ໂດຍຮໍໂມນນີ້ແມ່ນສານສື່ປະສາດ (neurotransmitter) ທີ່ກ່ຽວຂ້ອງສຳພັນກັບສຸຂະພາບກາຍແລະຈິດທີ່ດີຂອງຄົນເຮົາຢ່າງຍິ່ງ.

 

ບໍ່ດົນມານີ້, ຫຼັກຖານຈາກງານຄົ້ນຄວ້າໃໝ່ລ້າສຸດພົບວ່າ ຈຸລິນຊີທຸກຊະນິດພັນທີ່ອາໄສຢູ່ໃນຮ່າງກາຍຂອງມະນຸດ ຫຼື ທີ່ຮຽກວ່າ “ໄມໂຄຣໄບໂອຕາ” (microbiota) ຊຶ່ງປະກອບດ້ວຍແບັກທີເຣຍ, ໄວຣັສ, ເຊື້ອລາ, ແລະ ຈຸລະຊີບອື່ນໆ ອີກນັບລ້ານລ້ານຕົວ ມີຄວາມສຳຄັນຊະນິດຈະມອງຂ້າມບໍ່ໄດ້ ໂດຍສະເພາະຢ່າງຍິ່ງຈຸລິນຊີທີ່ອາໄສຢູ່ໃນລຳໄສ້.

 

ຫຼັກຖານທາງວິທະຍາສາດເບື້ອງຕົ້ນ ບົ່ງຊີ້ເຖິງຄວາມເຊື່ອມໂຍງກ່ຽວຂ້ອງລະຫວ່າງລຳໄສ້ກັບສະໝອງ ໂດຍພິສູດວ່າອະໄວຍະວະທັງສອງຕ່າງກໍ່ມີອິດທິພົນຕໍ່ກັນ. ເຊັ່ນທ່ານອາດຈະເຄີຍມີຄວາມຮູ້ສຶກແປກໆ ຄືກັບເປັນລາງສັງຫອນ (gut feeling) ທີ່ສະແດງອອກເປັນອາການປັ່ນປ່ວນໃນທ້ອງຫຼືຮູ້ສຶກຄື່ນເຂົ້າ ໃນເວລາທີ່ຄຽດຫຼືຕື່ນເຕັ້ນກ່ອນເຂົ້າປະຊຸມຄັ້ງສຳຄັນ ຫຼື ບາງຄົນອາດຮູ້ສຶກຫງຸດຫງິດໂມໂຫງ່າຍ ໃນເວລາທີ່ມີອາການທ້ອງຜູກໄດ້.

 

ແຕ່ຄວາມສຳພັນອັນແປກປະຫຼາດລະຫວ່າງສອງອະໄວຍະວະທີ່ເບິ່ງຄືຈະບໍ່ກ່ຽວຂ້ອງກັນເລີຍນີ້ ເກີດຂຶ້ນໄດ້ແນວໃດ ແລະ ພວກເຮົາມີວິທີການດູແລເປັນພິເສດ ເພື່ອປັບປຸງໃຫ້ສະໝອງແລະລຳໄສ້ເຮັດວຽກຮ່ວມກັນໄດ້ດີຂຶ້ນຫຼືບໍ່? ເພາະຄຳຕອບໃນເລື່ອງນີ້ອາດເປັນກະແຈສຳຄັນ ທີ່ຊ່ວຍໄຂຄວາມລັບຂອງການມີຄວາມສຸກແລະຄຸນນະພາບຊີວິດທີ່ດີກໍ່ເປັນໄດ້.

 

ແກນລຳໄສ້-ສະໝອງ

 

ແກນລຳໄສ້-ສະໝອງ (gut-brain axis) ຄືລະບົບເຊື່ອມຕໍ່ສື່ສານສອງທາງລະຫວ່າງຄູ່ອະໄວຍະວະດັ່ງກ່າວ ໂດຍທ່ານໝໍຊາລີຮາ ມາຮ໌ມູດ ອາເຫມັດ ແພດຜູ້ຊ່ຽວຊານພະຍາດລະບົບທາງເດີນອາຫານ (gastroenterologist) ຈາກສະຫະລາຊະອານາຈັກ ແລະ ທູດສັນຖະວະໄມຕີຂອງອົງການຄົ້ນຄວ້າ Bowel Research UK ອະທິບາຍວ່າ ແກນລຳໄສ້-ສະໝອງ ມີເສັ້ນທາງເຊື່ອມຕໍ່ສື່ສານຢູ່ 3 ທາງດ້ວຍກັນ.

 

ເສັ້ນທາງທຳອິດຄືການເຊື່ອມຕໍ່ຜ່ານ “ເສັ້ນປະສາດວາກັສ” (Vagus nerve) ຊຶ່ງເປັນໂຄງສ້າງສຳຄັນສ່ວນໜຶ່ງໃນລະບົບປະສາດຂອງມະນຸດ ເຮັດໜ້າທີ່ເຊື່ອມຕໍ່ສະໝອງເຂົ້າກັບອະໄວຍະວະສຳຄັນຕ່າງໆ ໂດຍກົງ ເຊັ່ນຫົວໃຈແລະລຳໄສ້.

 

ເສັ້ນທາງທີສອງຄືການສື່ສານກັນຜ່ານຮໍໂມນ ເນື່ອງຈາກການຫຼັ່ງຮໍໂມນບາງຊະນິດຈາກຕ່ອມໄຮ້ທໍ່ ເຊັ່ນຮໍໂມນຄວາມຫິວຫຼືເກຣລິນ (ghrelin) ແລະ ຮໍໂມນທີ່ເຮັດໃຫ້ຮູ້ສຶກອີ່ມຫຼືຈີແອລພີ-ວັນ (GLP-1) ສາມາດສົ່ງສັນຍານສື່ປະສາດໄປທົ່ວຮ່າງກາຍຂອງຄົນເຮົາໄດ້.

 

ເສັ້ນທາງທີສາມຄືການສື່ສານຜ່ານລະບົບພູມຄຸ້ມກັນ. “ຫຼາຍຄົນອາດຄິດວ່າ ເຊລພູມຄຸ້ມກັນມີຢູ່ແຕ່ໃນເລືອດຫຼືຕ່ອມນ້ຳເຫຼືອງ ແຕ່ອັນທີ່ຈິງແລ້ວ ເຊລພູມຄຸ້ມກັນຈຳນວນມະຫາສານເຮັດໜ້າທີ່ຂອງມັນຢູ່ໃນລຳໄສ້ ທັງຍັງຕົວກາງທີ່ຊ່ວຍໃຫ້ສະໝອງສື່ສານກັບທຸກອົງຄະພະຍົບຂອງສິ່ງມີຊີວິດໄດ້” ທ່ານໝໍອາເຫມັດ ກ່າວອະທິບາຍ.

 

ທ່ານໝໍປານກາຈ ເຈ. ປາສຣີຊາ ແພດຜູ້ຊ່ຽວຊານພະຍາດລະບົບທາງເດີນອາຫານ ຈາກສູນການແພດເມໂຢຄລີນິກອັນມີຊື່ສຽງຂອງສະຫະລັດຯ ບອກວ່າສາຍສຳພັນທີ່ເຊື່ອມໂຍງສະໝອງແລະລຳໄສ້ເຂົ້າດ້ວຍກັນ ອາດເກີດຂຶ້ນເພາະສະໝອງຕ້ອງການພະລັງງານປະລິມານມະຫາສານ ເພື່ອໃຊ້ໃນການປະມວນຜົນຂໍ້ມູນຕ່າງໆ ຊຶ່ງລຳໄສ້ນັ້ນຂຶ້ນຊື່ວ່າເປັນສະເໝືອນ “ໂຮງໄຟຟ້າ” ທີ່ຜະລິດພະລັງງານປ້ອນໃຫ້ກັບຮ່າງກາຍຂອງເຮົາເປັນຫຼັກ.

 

ທ່ານໝໍປາສຣີຊາຍັງບອກວ່າ ເນື້ອສະໝອງນັ້ນຄິດເປັນພຽງ 2% ຂອງນ້ຳໜັກຕົວທັງໝົດ ແຕ່ກັບໃຊ້ພະລັງງານໄປເຖິງ 20% ຂອງທີ່ຮ່າງກາຍມີຢູ່ ໃນຂະນະທີ່ລຳໄສ້ນັ້ນເຮັດໜ້າທີ່ຍ່ອຍສະຫຼາຍອາຫານ ເພື່ອໃຫ້ກາຍເປັນໂມເລກຸນນ້ອຍໆ ທີ່ມີໂຄງສ້າງຮຽບງ່າຍ ຊຶ່ງຈະຖືກດູດຊຶມເຂົ້າສູ່ກະແສເລືອດໃນຮູບຂອງ “ເຊື້ອເພີງ” ເພື່ອໃຫ້ເຊລຕ່າງໆ ນຳໄປເຜົາຜານສ້າງພະລັງງານຂອງຕົນເອງຂຶ້ນ.

 

ເຖິງຢ່າງໃດກໍ່ຕາມ ແກນລຳໄສ້-ສະໝອງນັ້ນເປັນລະບົບການສື່ສານສອງທາງ ຊຶ່ງໝາຍຄວາມວ່າໃນຂະນະທີ່ສະໝອງມີອິດທິພົນຕໍ່ການເຮັດວຽກຂອງລຳໄສ້ ລຳໄສ້ເອງກໍ່ສາມາດມີອິດທິພົນຕໍ່ການເຮັດວຽກຂອງສະໝອງໄດ້ເຊັ່ນກັນ.

 

ຕົວຢ່າງທີ່ເຫັນໄດ້ຊັດເຈນໃນຊີວິດປະຈຳວັນຂອງຄົນເຮົາ ໄດ້ແກ່ຊ່ວງເວລາທີ່ເຈີໄພອັນຕະລາຍ ຫຼື ຊ່ວງເວລາສຳຄັນໃນຊີວິດທີ່ຕ້ອງເຈີກັບຄວາມຄຽດກົດດັນຢ່າງໜັກ. ປະຕິກິລິຍາຕອບສະໜອງທາງກາຍະພາບທີ່ເກີດຂຶ້ນເປັນຢ່າງແລກມັກຈະເກີດຂຶ້ນທີ່ລຳໄສ້ ໂດຍອາດມີອາການປວດເກັງທ້ອງ, ຄື່ນເຂົ້າຮາກ, ຫຼື ແມ່ນແຕ່ທ້ອງເສຍໄດ້.

 

ແມ່ນແຕ່ຍາມທີ່ຕົກຢູ່ໃນຫ້ວງຮັກ ເຮົາມັກຮູ້ສຶກປັ່ນປ່ວນພາຍໃນທ້ອງຄືກັບມີແມງກະເບື້ອຫຼາຍຕົວກະພືປີກບິນຢູ່ໃນນັ້ນ ຊຶ່ງແທ້ຈິງແລ້ວຄືພາວະມີອາລົມຕື່ນເຕັ້ນເລົ້າໃຈ ໃນເວລາທີ່ໄດ້ຢູ່ໃກ້ກັບຄົນພິເສດທີ່ແອບມັກ.

 

ສ່ວນໃນເວລາທີ່ລຳໄສ້ຕ້ອງທົນທຸກ ເຊັ່ນມີອາການທ້ອງຜູກຖ່າຍບໍ່ອອກມາຫຼາຍມື້ ສະໝອງຈະຮູ້ສຶກເຄັ່ງຄຽດແລະເຮັດໃຫ້ຜູ້ນັ້ນມີອາລົມຫງຸດຫງິດກະວົນກະວາຍໂດຍບໍ່ຮູ້ສາເຫດ.

 

ມີເຄື່ອງດື່ມ “ໂພຣໄບໂອຕິກ” ຫຼາຍຊະນິດ ວາງຈຳໜ່າຍໃນຊູເປີມາກເກັດຂອງອິນເດຍ

 

ສູດອາຫານເພື່ອຮັກສາສົມດຸນຈຸລິນຊີ

 

ທ່ານໝໍອາເຫມັດແນະນຳວ່າ ການຮັກສາສົມດຸນຈຸລິນຊີໃນຮ່າງກາຍມະນຸດ ເພື່ອໃຫ້ແກນລຳໄສ້-ສະໝອງ ເຮັດວຽກປະສານກັນຢ່າງລາບລື່ນແລະມີປະສິດທິພາບນັ້ນ ເປັນເລື່ອງທີ່ເຮັດໄດ້ຍາກຍິ່ງ ເພາະແຕ່ລະຄົນມີອົງປະກອບຂອງຈຸລິນຊີຊະນິດພັນຕ່າງໆ ຢູ່ໃນສັດສ່ວນທີ່ບໍ່ຄືກັນ. “ລະບົບຈຸລະຊີວະນິເວດຫຼືໄມໂຄຣໄບໂອມຂອງຄົນເຮົານັ້ນຕ່າງກັນອອກໄປ ບໍ່ແມ່ນວ່າທາລົກທຸກຄົນທີ່ເກີດມາຈະມີຈຸລິນຊີທຸກຊະນິດຢູ່ໃນຕົວຄືກັນ.”

 

ແຕ່ເຖິງຂັ້ນນັ້ນ ບັນດາຜູ້ຊ່ຽວຊານເຊື່ອວ່າມີເທັກນິກວິທີການບາງຢ່າງ ຊຶ່ງສາມາດນຳມາໃຊ້ເພື່ອປັບປຸງສຸຂະພາບຂອງລະບົບທາງເດີນອາຫານໄດ້ ເຊັ່ນການກິນອາຫານຫຼາກຫຼາຍປະເພດໃຫ້ໄດ້ສັດສ່ວນສົມດຸນຄົບທຸກໝູ່ ຖືວ່າເປັນຂໍ້ປະຕິບັດໃນຊ່ວງເລີ່ມຕົ້ນທີ່ດີເລີຍທີດຽວ.

 

ການກິນອາຫານປະເພດ “ໂພຣໄບໂອຕິກ” (probiotic) ຫຼື ອາຫານທີ່ມີແບັກທີເຣຍຊະນິດດີ ເຊັ່ນໂຢເກິດສູດທຳມະຊາດ, ນົມສົ້ມຄີເຟີ (kefir), ຊາໝັກຄອມບູຊະ (kombucha) ລວມທັງການກິນອາຫານປະເພດ “ພຣີໄບໂອຕິກ” (prebiotic) ຫຼື ອາຫານທີ່ມີກາກໄຍໄຟເບີສູງຢ່າງຜັກໝາກໄມ້ ຊຶ່ງຈະກາຍໄປເປັນອາຫານຂອງຈຸລິນຊີໃນລຳໄສ້ໂດຍກົງ ກໍ່ໄດ້ຮັບການສະໜັບສະໜູນຈາກບັນດາຜູ້ຊ່ຽວຊານໃຫ້ຄົນທົ່ວໄປບໍລິໂພກດ້ວຍເຊັ່ນກັນ.

 

ທ່ານໝໍອາເຫມັດແນະນຳວ່າ “ການກິນອາຫານໃຫ້ຫຼາກຫຼາຍນັ້ນສຳຄັນຫຼາຍ ໂດຍສະເພາະຢ່າງຍິ່ງອາຫານຈາກພືດຫຼືແພລນເບສ (plant-based) ທີ່ທ່ານກິນເຂົ້າໄປ” ຍັງເນັ້ນຢ້ຳວ່າ ທຸກຄົນຄວນຈະຄຳນຶງເຖິງປະລິມານຂອງອາຫານປະເພດຜັກ, ໝາກໄມ້, ທັນຍະພືດເຕັມເມັດ, ຖົ່ວເມັດແຫ້ງ (legumes), ຖົ່ວເປືອກແຂງ, ເມັດພືດ, ແລະ ເຄື່ອງເທດ ທີ່ຄວນໄດ້ຮັບໃນແຕ່ລະຄາບແຕ່ລະມື້.

 

“ຂ້ອຍບໍ່ແມ່ນຄົນກິນມັງສະວິລັດ ແຕ່ເຊື່ອວ່າຄົນເຮົາຈຳເປັນຕ້ອງປັບອາຫານການກິນ ໃຫ້ມີອາຫານຈາກພືດເປັນຫຼັກໄດ້ແລ້ວ.”

 

ມີງານວິໄຈທີ່ລະບຸວ່າ ຄົນທີ່ກິນອາຫານປະເພດພືດຜັກໝາກໄມ້ຫຼາຍເຖິງ 30% ຂອງອາຫານທັງໝົດໃນໜຶ່ງອາທິດ ມີລະບົບຈຸລະຊີວະນິເວດຫຼືໄມໂຄຣໄບໂອມໃນລຳໄສ້ທີ່ມີສຸຂະພາບດີ. ນອກຈາກນີ້ຍັງມີງານວິໄຈທີ່ພົບວ່າ ການປ່ຽນມາກິນອາຫານທີ່ດີຕໍ່ສົມດຸນຈຸລິນຊີໃນລຳໄສ້ຫຼາຍຂຶ້ນ ຊ່ວຍຮັກສາພາວະອາລົມແປປວນແລະພະຍາດທາງໃຈຢ່າງພະຍາດຊຶມເສົ້າໄດ້ດ້ວຍ.

 

ຜົນການສຶກສາໜຶ່ງຂອງມະຫາວິທະຍາໄລອັອກຟອດໃນສະຫະລາຊະອານາຈັກ ລະບຸວ່າໄດ້ທົດລອງໃຫ້ອາສາສະໝັກທີ່ປ່ວຍເປັນພະຍາດຊຶມເສົ້າ 71 ຄົນ ແບ່ງອອກເປັນ 2 ກຸ່ມ ໂດຍກຸ່ມທຳອິດໄດ້ຮັບໂພຣໄບໂອຕິກເປັນເວລາ 4 ອາທິດ ສ່ວນອີກກຸ່ມໄດ້ຮັບຢາປອມ (placebo) ຊຶ່ງການແບ່ງກຸ່ມນີ້ເຮັດດ້ວຍວິທີສຸ່ມ ແລະ ນັກຄົ້ນຄວ້າເອງກໍ່ບໍ່ຮູ້ວ່າອາສາສະໝັກຄົນໃດໄດ້ຮັບຢາຊະນິດໃດໄປ.

 

ໃນລະຫວ່າງການທົດລອງ ທີມຜູ້ວິໄຈຈະຄອຍເຮັດການທົດສອບອາລົມ, ຄວາມວິຕົກກັງວົນ, ຄຸນນະພາບການນອນຫຼັບ, ແລະ ວັດລະດັບຮໍໂມນຄອຕິຊອນຫຼືຮໍໂມນຄວາມຄຽດໃນນ້ຳລາຍ ໂດຍມຸ່ງສັງເກດວ່າ ຄົນທີ່ຊຶມເສົ້າມີແນວໂນ້ມຈະໃຫ້ຄວາມສົນໃຈຕໍ່ອາລົມເຊີງລົບ ຫຼື ການສະແດງສີໜ້າໃນທາງລົບ ຫຼາຍກວ່າສິ່ງກະຕຸ້ນທີ່ເປັນກາງຫຼືເປັນບວກທາງອາລົມ.

 

ຜູ້ຊ່ວຍສາດສະດາຈານ ດຣ.ຣິຕາ ໄບໂຢ ນັກຈິດຕະວິທະຍາຄລີນິກຜູ້ນຳທີມວິໄຈດັ່ງກ່າວ ຊຶ່ງປັດຈຸບັນເປັນອາຈານຜູ້ສອນທີ່ມະຫາວິທະຍາໄລ ISCTE ແຫ່ງກຸງລິສບອນຂອງໂປຕຸເກສ ບອກວ່າ “ງານວິໄຈຂອງເຮົາມຸ່ງຫາຄຳຕອບວ່າ ໂພຣໄບໂອຕິກສາມາດຈະມີອິດທິພົນ ຕໍ່ການປະມວນຜົນຂໍ້ມູນທາງອາລົມໃນສະໝອງໄດ້ຫຼືບໍ່ ຊຶ່ງຜົນປະກົດວ່າກຸ່ມທົດລອງທີ່ໄດ້ຮັບໂພຣໄບໂອຕິກ ມີແນວໂນ້ມຈະໃສ່ໃຈຕໍ່ສີໜ້າແລະອາລົມເຊີງລົບຫຼຸດນ້ອຍລົງຫຼາຍ.”

 

ເຖິງຢ່າງໃດກໍ່ຕາມ ເຖິງແມ່ນ ຜູ້ຊ່ວຍສາດສະດາຈານ ດຣ.ໄບໂຢ ຈະເຊື່ອວ່າ ໂພຣໄບໂອຕິກສາມາດບັນເທົາອາການບາງຢ່າງຂອງພະຍາດຊຶມເສົ້າໄດ້ ແຕ່ເທິນເນັ້ນຢ້ຳວ່າຍັງຄົງຕ້ອງສຶກສາຄົ້ນຄວ້າກັນຕໍ່ໄປ “ເພື່ອໃຫ້ໄດ້ຂໍ້ມູນເພີ່ມເຕີມຫຼາຍຂຶ້ນຈົນແນ່ໃຈວ່າ ໂພຣໄບໂອຕິກສົ່ງຜົນໃນທາງບວກຢ່າງແທ້ຈິງ ຊ່ວຍຕ້ານທານອາລົມເຊີງລົບໄດ້ເຖິງລະດັບທີ່ມີໄນຍະສຳຄັນ ລວມທັງມີຜົນຂ້າງຄຽງນ້ອຍ.”

 

ທ່ານໝໍປາສຣີຊາ ກ່າວທິ້ງທ້າຍວ່າ “ການປ່ຽນແປງເພື່ອປັບສົມດຸນຂອງອົງປະກອບຈຸລິນຊີໃນລຳໄສ້ນັ້ນ ອາດຕ້ອງໃຊ້ເວລາດົນຫຼາຍສິບປີ ທັງຍັງເປັນເລື່ອງຍາກທີ່ຄົນສ່ວນຫຼາຍຈະປ່ຽນແປງນິໄສການກິນໄດ້ຕະຫຼອດຮອດຝັ່ງ ບໍ່ຢ່າງນັ້ນພະຍາດອ້ວນຄົງບໍ່ແຜ່ລະບາດໄປທົ່ວໂລກເຊັ່ນນີ້. ເຖິງຢ່າງໃດກໍ່ຕາມ ພວກເຮົາກຳລັງພະຍາຍາມຄົ້ນຫາຕົວຕໍ່ຊິ້ນສຳຄັນ ທີ່ຈະມາໃຫ້ຄວາມກະຈ່າງໃນເລື່ອງນີ້ຢູ່.”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 9 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
645.44
657.70
european-union
EUR
23,823
24,300
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (65)
ຖອດລະຫັດຄວາມສ່ຽງ 'ນວດຜິດວິທີ' ໂດຍສະເພາະໃນຜູ້ປ່ວຍພະຍາດປະຈຳຕົວ
Copy of site cover (18)
Grand Theft Auto 6 ເປີດເຜີຍຕົວຢ່າງ Vice City ພ້ອມດ້ວຍລາຍລະອຽດບາງສ່ວນຂອງເນື້ອເລື່ອງ
site-cover (64)
ຜູ້ບໍລິຫານເອໄອຢ້ຳສະຫະລັດຕ້ອງເພີ່ມສົ່ງອອກຊິບຈຶ່ງຈະນຳໜ້າຈີນ
site-cover (63)
ຈີນ-ລັດເຊຍຮ່ວມປົກປ້ອງອຳນາດຢູເອັນ-ຜົນປະໂຫຍດປະເທດກຳລັງພັດທະນາ
Copy of site cover (52)
ຕ້ອງແຊມປ໌ເທົ່ານັ້ນ! ອາໂມຣິມ ອອກມາກ່າວວ່າ ແມນຢູ ເຂົ້າຊິງບໍ່ມີຄວາມໝາຍຫາກບໍ່ໄດ້ແຊມປ໌
site-cover (62)
ຝຸ່ນດວງຈັນ "ຫາຍາກກວ່າຄຳ" ເດີນທາງຈາກຈີນມາເຖິງອັງກິດແລ້ວ
site-cover (61)
ສະຫະລັດ-ອັງກິດຍົກຍ່ອງຂໍ້ຕົກລົງການຄ້າທີ່ບັນລຸເປັນຊາດທຳອິດ
Copy of site cover (51)
Alibaba ເປີດເຜີຍວິທີ ZeroSearch ໃຫ້ AI ຮຽນຮູ້ການຄົ້ນຫາດ້ວຍຕົນເອງ ຫຼຸດຄ່າໃຊ້ຈ່າຍໃນການສອນໂມເດລໄດ້ຢ່າງມະຫາສານ
site-cover (60)
ສະໝອງກັບລຳໄສ້ຮ່ວມກັນເຮັດວຽກ ຄວບຄຸມອາລົມຂອງຄົນເຮົາໄດ້ແນວໃດ?
site-cover (59)
ຄຳເຕືອນຈາກໝໍຍີ່ປຸ່ນ: ເຄື່ອງດື່ມ 5 ຊະນິດ ທີ່ເບິ່ງຄືວ່າດີຕໍ່ສຸຂະພາບ ແຕ່ທຳລາຍຕັບບໍ່ໜ້ອຍກວ່າເຫລົ້າເບຍ
ຢ່າລື່ມກົດຕິດຕາມ