site-cover (65)
ຖອດລະຫັດຄວາມສ່ຽງ 'ນວດຜິດວິທີ' ໂດຍສະເພາະໃນຜູ້ປ່ວຍພະຍາດປະຈຳຕົວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 May, 2025

ໝໍສັນຍະກຳສະໝອງເຕືອນຢ່ານວດຕົ້ນຄໍໂດຍບໍ່ມີຄວາມຮູ້ ສ່ຽງຫຼອດເລືອດປິ ລິ່ມເລືອດອຸດສະໝອງເຖິງຂັ້ນເປັນອຳພາດ ຊີ້ 5 ຈຸດຫ້າມນວດແລະກຸ່ມສ່ຽງສຳຄັນຕ້ອງຫຼີກລ່ຽງ

 

 

ເມື່ອອາການເມື່ອຍລ້າທົ່ວໄປກາຍເປັນອັນຕະລາຍເຖິງຊີວິດ, ທ່ານໝໍປະຊາ ກັນຍາປະສິດ ສັນຍະແພດຜູ້ຊ່ຽວຊານດ້ານສະໝອງ ປະເທດໄທ ເຜີຍຜ່ານເພຈ “ໝໍປະຊາ ຜ່າສະໝອງ” ເຖິງກໍລະນີຊາຍວັຍ 54 ປີມີອາການປວດຕົ້ນຄໍເລັກນ້ອຍຫຼັງຮັບປະທານອາຫານ ກ່ອນໃຫ້ພັນລະຍາຊ່ວຍນວດ ແຕ່ກັບຕື່ນມາພົບວ່າເຄິ່ງຊີກຂວາຂອງຮ່າງກາຍອ່ອນແຮງ ບໍ່ສາມາດເວົ້າໄດ້ ກ່ອນພົບວ່າເສັ້ນເລືອດທີ່ຄໍເກີດການປິແຕກ ແລະ ລິ່ມເລືອດອຸດຕັນໃນສະໝອງ.

ເສັ້ນເລືອດໃນຄໍບໍ່ແມ່ນຂອງຫຼິ້ນ

 

ເຄສນີ້ສະແດງໃຫ້ເຫັນວ່າ “ການນວດໂດຍບໍ່ມີຄວາມຮູ້ດ້ານກາຍະວິພາກ” ໂດຍສະເພາະທີ່ຕົ້ນຄໍ ອາດເຮັດໃຫ້ເສັ້ນເລືອດໃຫຍ່ປິ, ແຕກ ຫຼື ຫຼຸດລອກຈາກຝາຫຼອດເລືອດ ແລ້ວກາຍເປັນລິ່ມເລືອດໄຫຼໄປອຸດເສັ້ນເລືອດສະໝອງ ສົ່ງຜົນໃຫ້ເກີດອຳພາດຫຼືເຖິງຂັ້ນເສຍຊີວິດໄດ້.

 

ຜູ້ປ່ວຍໃນກໍລະນີນີ້ຕ້ອງເຂົ້າຮັບການຜ່າຕັດເປີດກະໂຫຼກຫຼຸດແຮງດັນໃນສະໝອງ ເນື່ອງຈາກເສັ້ນເລືອດສະໝອງສ່ວນໜຶ່ງຕາຍໄປແລ້ວ (ຕາມຜົນ CT Scan ທີ່ສະແດງຈຸດສີດຳໃນສະໝອງ).

 

5 ຈຸດຕ້ອງຫ້າມໃນການນວດ

 

ຂໍ້ມູນຈາກຄະນະແພດສາດໂຮງໝໍລາມາທິບໍດີ ມະຫາວິທະຍາໄລມະຫິດົນ ແລະ ສະຖານການແພດແຜນໄທປະຍຸກ ຄະນະແພດສາດສິລິລາດພະຍາບານ ລະບຸວ່າ ມີ 5 ຈຸດທີ່ “ບໍ່ຄວນນວດ” ຫາກບໍ່ມີຄວາມຮູ້ ໄດ້ແກ່:

 

  • ຂະມັບ – ກະດູກບາງ ເສັ້ນເລືອດເປາະ
  • ຕົ້ນຄໍ – ມີຫຼອດເລືອດແດງໃຫຍ່ທີ່ໄປລ້ຽງສະໝອງ
  • ກະດູກສັນຫຼັງ/ອຸ້ງຊິງກຣານ – ສ່ຽງຕໍ່ການກະດູກເຄື່ອນຫຼືຫັກ
  • ຮັກແຮ້ – ຈຸດລວມເສັ້ນປະສາດແລະເສັ້ນເລືອດສຳຄັນ
  • ທ້ອງ – ມີອະໄວຍະວະພາຍໃນແລະເສັ້ນເລືອດໃຫຍ່ ຫາກມີຫຼອດເລືອດໂປ່ງພອງອາດປິແຕກໄດ້

ໃຜແດ່ “ບໍ່ຄວນນວດ”

ກຸ່ມສ່ຽງທີ່ອາດເກີດອັນຕະລາຍຈາກການນວດ ໄດ້ແກ່:

 

  • ຜູ້ມີພະຍາດກ່ຽວກັບຫຼອດເລືອດ (ໂປ່ງພອງ, ອັກເສບ)
  • ພະຍາດກະດູກພຸ, ກະດູກເປາະ
  • ຜູ້ມີພະຍາດເລືອດຫຼືກິນຢາລະລາຍລິ່ມເລືອດ
  • ພະຍາດມະເຮັງ, ພູມຄຸ້ມກັນບົກພ່ອງ
  • ຍິງຖືພາ, ເດັກ, ແລະ ຜູ້ສູງອາຍຸ (ຄວນນວດໂດຍຜູ້ຊ່ຽວຊານເທົ່ານັ້ນ)

 

ຂໍ້ມູນຈາກ ຄະນະແພດສາດ ໂຮງໝໍ ລາມາທິບໍດີ ແລະ ສິລິລາດພະຍາບານ ຍັງລະບຸວ່າການນວດທີ່ບໍ່ເໝາະສົມອາດເຮັດໃຫ້ເກີດ stroke ຈາກການນວດ ໄດ້ຈິງ ຫາກເຮັດໃນຈຸດສ່ຽງຫຼືຜູ້ປ່ວຍມີພະຍາດປະຈຳຕົວຢູ່.

 

ນວດແນວໃດໃຫ້ປອດໄພ?

 

ການນວດໄທແມ່ນເປັນສາດດັ້ງເດີມທີ່ມີປະໂຫຍດໃນການຄາຍກ້າມເນື້ອ, ກະຕຸ້ນການໄຫຼວຽນໂລຫິດ, ແລະ ບັນເທົາອາການປວດເມື່ອຍ ແຕ່ຕ້ອງອາໄສຄວາມຮູ້ທາງກາຍະວິພາກ, ການຝຶກອົບຮົມ, ແລະ ໃບອະນຸຍາດຈາກສະຖານສຶກສາ/ໜ່ວຍງານຮັບຮອງ ເພື່ອປ້ອງກັນອັນຕະລາຍຈາກ “ການນວດດ້ວຍມືສະໝັກຫຼິ້ນ”

 

ໝໍປະຊາຈຶ່ງທິ້ງທ້າຍວ່າ:

 

“ຢາກໃຫ້ພັນລະຍານວດ ຕ້ອງໃຫ້ພັນລະຍາໄປຮຽນກ່ອນ ເພາະການນວດຜິດຈຸດອາດເຮັດໃຫ້ສະໝອງຕາຍ ແຂນຂາອ່ອນແຮງ ຫຼື ພິການຖາວອນໄດ້”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 29 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,524
21,801
thailand (1)
THB
665.41
676.72
european-union
EUR
24,181
24,665
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-10-29T150451.746
YouTube ຄຸມເຂັ້ມ! ປິດກັ້ນເນື້ອຫາ “ຄວາມຮຸນແຮງ” ໃນວິດີໂອເກມ ຈຳກັດອາຍຸຜູ້ຊົມຕໍ່າກວ່າ 18 ປີ
pele - 2025-10-29T141500.112
ເຈົ້າແຂວງຄຳມ່ວນ ຊຸກຍູ້ການຜະລິດເຄື່ອງປັ່ນດິນເຜົາຢູ່ເມືອງໜອງບົກ
jane - 2025-10-29T140308.919
ດ່ວນເເຈ້ງການສະບັບທີ 2! ຈະມີການລະບາຍນໍ້າອອກເພີ່ມຈາກເຂື່ອນໄຟຟ້າເຊກະໝານ 1 ແລະ ເຂື່ອນອື່ນໆພາຍໃນແຂວງອັດຕະປື 12:00 ໂມງ ຂອງວັນທີ 29/10/2025 ຫາ ເວລາ 12:00 ໂມງ ຂອງວັນທີ 30/10/2025.
jane - 2025-10-29T131800.370
ໃນຕອນເຊົ້າຂອງວັນທີ 29 ຕຸລາ 2025 ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ
pele - 2025-10-29T114914.142
ເຕືອນ! 5 ເມືອງ, ແຂວງອັດຕະປື ແລະ ເຊກອງ “ເຂື່ອນເຊກະໝານ1 ຈະມີການປ່ອຍນໍ້າເພີ່ມ ຄາດຄະເນລະດັບນໍ້າເຊກອງຈະເພີ່ມຂຶ້ນ 15.20 cm-16.30 cm
jane - 2025-10-29T114947.909
ສຳນັກຂ່າວຕ່າງປະເທດລາຍງານວ່າລົດບັນທຸກຂົນລິງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ
jane - 2025-10-29T113336.923
ຂ່າວຕ່າງປະເທດລາຍງານ ຄາດວ່າ ທອງຄຳໂລກ ມີແນວໂນ້ມເເຕະ 5,000 ໂດລາ ໃນອີກ 1 ປີ ເຕືອນລະວັງ 'ປັບຖານ' ແຮງ
pele - 2025-10-29T101422.786
ເຫດໄຟໄໝ້ທີ່ Marina Bay Sands ສິງກະໂປ
jane - 2025-10-29T100304.972
ກວດເຊັກເບິ່ງເລີຍ ອຢ ໄທອອກແຈ້ງເຕືອນ ຢາດົມສະໜຸນໄພກາຫົງໄທ ສູດ 2 ພົບສານປົນເປື້ອນ ບໍ່ຜ່ານມາດຕະຖານ.
jane - 2025-10-29T091150.098
ລາຍງານສະພາບອາກາດປະຈໍາວັນທີ 29 ຕຸລາ 2025
ຢ່າລື່ມກົດຕິດຕາມ