ສະຖານະທີ່ເກີດໄຟໄໝ້ສາງເກັບສິນຄ້າ ບໍລິສັດເຟີນິເຈີຫ້ອງຄົວທີ່ມີຊື່ສຽງ ພາຍໃນຊອຍສະຫຼອງກຸງ 55 ໄຟລຸກລາມເປັນເວລາກວ່າ 6 ຊົ່ວໂມງ ເຈົ້າໜ້າທີ່ກວ່າ 100 ຄົນ ພ້ອມດ້ວຍລົດດັບເພີງເລັ່ງສີດນໍ້າ ຄວບຄຸມສະຖານະການ
https://www.facebook.com/watch/?v=1405187700682238
ວັນທີ່ 11 ພຶດສະພາ ເວລາ 16.10 ນ. ສູນວິທະຍຸພຣະຣາມ 199 ໄດ້ຮັບແຈ້ງເຫດໄຟໄໝ້ພາຍໃນເຮືອນສາງ ຊອຍສະຫຼອງກຸງ 55 ຖະໜົນສະຫຼອງກຸງ ແຂວງລຳປາທິວ ເຂດລາດກະບັງ ກຸງເທບ ປະເທດໄທ
ເຈົ້າໜ້າທີ່ສະຖານີດັບເພີງແລະກູ້ໄພລາດກະບັງ ແລະອາສາດັບເພີງໃກ້ຄຽງຫຼາຍໜ່ວຍງານ ນຳລົດນໍ້າດັບເພີງກວ່າ 20 ຄັນໄປກວດສອບທີ່ເກີດເຫດເປັນອາຄານເກັບສິນຄ້າ 2 ຫຼັງ ຂອງບໍລິສັດເຄື່ອງຄົວ ຊື່ “KING kitchen”
ລັກສະນະເປັນເຮືອນສາງຊັ້ນດຽວຂະໜາດໃຫຍ່ ເກັບສິນຄ້າປະເພດພລາສຕິກ, ເຟີນິເຈີຫ້ອງຄົວ ແລະ ບານຊິງ
ໂດຍຕົ້ນໄຟໄດ້ໄໝ້ລຸກລາມທີ່ຊັ້ນໃຕ້ດິນທາງເຊື່ອມອາຄານ 1 ແລະອາຄານ 2 ເຈົ້າໜ້າທີ່ກວ່າ 100 ຄົນ ລະດົມສີດນໍ້າຄວບຄຸມສະຖານະການໂດຍແສງເພີງແລະກຸ່ມຄວັນທີ່ໜາ ກ່ອນລຸກລາມໄປອີກ 2 ໂກດັງຢ່າງວ່ອງໄວ
ເນື່ອງຈາກມີວັດສະດຸປະເພດພລາສຕິກແລະໄມ້ເຊີຣາ ຊຶ່ງເປັນເຊື້ອເພີງຢູ່ຊັ້ນໃຕ້ດິນ ກວດສອບບໍລິເວນພື້ນມີຮອຍແຕກລ້າວ ເນື່ອງຈາກມີສິນຄ້າທີ່ມີນໍ້າໜັກຫຼາຍວາງຢູ່ ເຈົ້າໜ້າທີ່ຈຶ່ງຖອນກຳລັງອອກມາພ້ອມລະດົມເລັ່ງສີດນໍ້າດ້ວຍຄວາມລະມັດລະວັງຢູ່ດ້ານນອກອາຄານ ຈົນຮອດຂະນະນີ້ຜ່ານໄປຮ່ວມ 6 ຊົ່ວໂມງ ເຈົ້າໜ້າທີ່ຍັງບໍ່ສາມາດຄວບຄຸມເພີງໄດ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |