site-cover (77)
"ໂຣດຣິໂກ ດູເຕີເຕ" ອາດໄດ້ຮັບເລືອກເຈົ້າເມືອງ ເຖິງແມ່ນວ່າຍັງຖືກຄຸມຂັງຢູ່
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 13 May, 2025
ໝວດ: ຂ່າວ

ເລືອກຕັ້ງກາງເທີມ “ຟິລິບປິນ” ຜົນຄະແນນເບື້ອງຕົ້ນ “ໂຣດຣິໂກ ດູເຕີເຕ” ອາດໄດ້ຮັບເລືອກເຈົ້າເມືອງ ເມືອງດາເວົາອີກສະໄໝ ແມ່ນວ່າຖືກຄຸມຂັງໃນສານອາຍາລະຫວ່າງປະເທດ ທ່າມກາງສຶກຊິງບ່ອນນັ່ງ ສວ.ຂອງສອງຂົ້ວການເມືອງ

 

“ຟິລິບປິນ” ຈັດການເລືອກຕັ້ງກາງເທີມ ເມື່ອວັນທີ 12 ພຶດສະພາ 2025 ໂດຍມີຊາວຟິລິບປິນລົງທະບຽນໃຊ້ສິດເລືອກຕັ້ງຫຼາຍກວ່າ 68 ລ້ານຄົນ ຕາມພື້ນທີ່ຕ່າງໆ ທົ່ວປະເທດ

 

ຂະນະທີ່ ເຟີດິນານ ມາກອສ ຈູເນຍ ປະທານາທິບໍດີຟິລິບປິນ ໄປໃຊ້ສິດເລືອກຕັ້ງທີ່ໂຮງຮຽນປະຖົມສຶກສາ Mariano Marcos Memorial ໃນເມືອງ Batac ແຂວງ Ilocos Norte ທາງຕອນເໜືອຂອງຟິລິບປິນ ຖານສຽງສຳຄັນຂອງຕະກູນມາກອສ ພ້ອມກັບອິເມລດາ ມາກອສ ໃນຊຸດສີແດງສົດ ອະດີດສຸພາບສະຕີໝາຍເລກ 1 ແມ່ຂອງຜູ້ນຳຟິລິບປິນຄົນປັດຈຸບັນ

 

ອີກດ້ານໜຶ່ງ ຊາຣາ ດູເຕີເຕ ຮອງປະທານາທິບໍດີຟິລິບປິນ ໄປໃຊ້ສິດທີ່ເມືອງດາເວົາ ຖານສຽງທາງຕອນໃຕ້ຂອງປະເທດ ທ່າມກາງຜູ້ສະໜັບສະໜູນທີ່ຫ້ອມລ້ອມທາຍາດອະດີດປະທານາທິບໍດີຟິລິບປິນ

 

ການເລືອກຕັ້ງຄັ້ງນີ້ແມ່ນເປັນພຽງການເລືອກຕັ້ງກາງເທີມ ແລະ ບໍ່ໄດ້ກຳນົດອະນາຄົດຢ່າງຊັດເຈນເທົ່າກັບການເລືອກຕັ້ງປະທານາທິບໍດີ ເມື່ອປີ 2022 ຫຼື ຮອບຖັດໄປທີ່ຈະເກີດຂຶ້ນອີກໃນ 3 ປີຂ້າງໜ້າ ແຕ່ການເມືອງຟິລິບປິນກຳລັງຮ້ອນລະອຸຈາກການປະທະກັນຂອງ 2 ຕະກູນໃຫຍ່ ແລະ ທາຍາດທີ່ຊົງອິດທິພົນທີ່ສຸດອັນດັບ 1 ແລະ 2 ຂອງປະເທດ

 

ທີ່ນັ່ງ ສວ. 12 ທີ່ນັ່ງທີ່ໝົດວາລະ ແລະ ຫວ່າງລົງໃຫ້ຜູ້ສະໝັກແຍ່ງຊິງກັນໃນການເລືອກຕັ້ງຄັ້ງນີ້ ຈຶ່ງໝາຍຄວາມວ່າຝ່າຍໃດສົ່ງຄົນເຂົ້າໄປຄອງທີ່ນັ່ງໄດ້ຫຼາຍກວ່າ ກໍຈະໄດ້ປຽບທາງການເມືອງຫຼາຍກວ່າ

 

ຊາຣາ ດູເຕີເຕ ຮອງປະທານາທິບໍດີຟິລິບປິນ

 

ກ່ອນໜ້ານີ້ ຊາຣາ ດູເຕີເຕ ຊຶ່ງຖືກລົງມະຕິຖອດຈາກຕຳແໜ່ງເມື່ອ ເດືອນ ກຸມພາ 2025 ຈາກກໍລະນີການວາງແຜນລອບສັງຫານປະທານາທິບໍດີ ແລະ ການທຸຈະລິດງົບປະມານ

 

ຊຶ່ງໃນ ເດືອນກໍລະກົດ ນີ້ ສວ.ຟິລິບປິນຈະສືບສວນ ແລະ ລົງມະຕິ ຫາກຈະລອດຈາກມະຕິຖອດຖອນດັ່ງກ່າວໄດ້ ຊາຣາຕ້ອງໄດ້ສຽງສະໜັບສະໜູນຢ່າງໜ້ອຍ 9 ສຽງຈາກ ສວ.ທັງໝົດ 24 ຄົນ ຊຶ່ງຫາກຖືກຖອດຖອນ ອະນາຄົດທາງການເມືອງທີ່ຫຼາຍຝ່າຍເຊື່ອວ່າລລາວຈະລົງຊິງທີ່ນັ່ງ ຜູ້ນຳຟິລິບປິນໃນປີ 2028 ອາດຕ້ອງຈົບລົງ

 

ແຕ່ຫາກຊາຣາຍັງລອດຈາກສະມໍລະພູມິນີ້ໄປໄດ້ ແລະ ໄດ້ລົງເລືອກຕັ້ງ ລວມເຖິງຊະນະເລືອກຕັ້ງປີ 2028 ອາດໄດ້ເຫັນການປິດບັນຊີແຄ້ນຂອງ 2 ຕະກູນໃຫຍ່

 

ເນື່ອງຈາກທີ່ຜ່ານມາຄວາມບໍ່ລົງຮອຍກັນທາງການເມືອງກາຍເປັນເລື່ອງສ່ວນຕົວ ເມື່ອລັດຖະບານຟິລິບປິນພາຍໃຕ້ການນຳຂອງເຟີດິນານ ມາກອສ ຈູເນຍ ເປີດທາງໃຫ້ຕຳຫຼວດສາກົນເຂົ້າຮວບຕົວໂຣດຣິໂກ ດູເຕີເຕ ອະດີດປະທານາທິບໍດີຟິລິບປິນ ຈົນນຳໄປສູ່ການຖືກຄຸມຂັງຢູ່ທີ່ສານອາຍາລະຫວ່າງປະເທດ (ICC) ທີ່ນະຄອນເຮກ ເນເທີແລນ ໃນຂໍ້ກ່າວຫາກໍ່ອາຊະຍາກຳຕໍ່ມະນຸດຊາດ ຈາກການເຮັດສົງຄາມປາບປາມຢາເສບຕິດ

 

ແມ່ນວ່າຈະຍັງຢູ່ໃນການຄຸມຂັງຂອງ ICC ມາໄດ້ 2 ເດືອນ ດູເຕີເຕຜູ້ເເປັນພໍ່ກໍໜ້າຈະໄດ້ຮັບເລືອກເປັນເຈົ້າເມືອງ ເມືອງດາເວົາອີກສະໄໝ ຈາກຜົນການນັບຄະແນນເບື້ອງຕົ້ນ

 

ຊຶ່ງບໍ່ໄດ້ຜິດໄປຈາກຄວາມຄາດໝາຍ ໂດຍທີ່ນັ່ງນີ້ເປັນຂອງເພິ່ນມານານຫຼາຍສິບປີຕັ້ງແຕ່ຊ່ວງກາງທົດສະວັດທີ 1980 ຊ່ວງທີ່ດູເຕີເຕຜູ້ເປັນພໍ່ໄປນັ່ງຕຳແໜ່ງຜູ້ນຳປະເທດໃນປີ 2016-2022

 

ລູກຊາຍຫຼ້າ Sebastian ໄດ້ມາດຳລົງຕຳແໜ່ງນີ້ຕໍ່ ຂະນະນີ້ພໍ່ກັບມາຊະນະ ແລະ ຄອງທີ່ນັ່ງເຈົ້າເມືອງ ລູກຊາຍກໍຊະນະຕຳແໜ່ງຮອງເຈົ້າເມືອງ ເທົ່າກັບວ່າຈະເຮັດວຽກແທນພໍ່ໄດ້

 

ການເລືອກຕັ້ງຄັ້ງນີ້ ຊາວຟິລິບປິນຈະໄດ້ເລືອກຜູ້ດຳລົງຕຳແໜ່ງທາງການເມືອງກວ່າ 18,000 ຕຳແໜ່ງ ທັງເຈົ້າເມືອງ ເຈົ້າແຂວງ ແລະ ສະມາຊິກສະພາຕ່າງໆ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-13T163234.534
ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
ຢ່າລື່ມກົດຕິດຕາມ