site-cover (79)
ທຣຳປເພີ່ມເຈົ້າໜ້າທີ່ 20,000 ຄົນ ເລັ່ງການເນລະເທດຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 13 May, 2025
ໝວດ: ຂ່າວ

ປະທານາທິບໍດີໂດນັລ ທຣຳປ ຂອງສະຫະລັດ ອອກຄຳສັ່ງໃຫ້ກະຊວງຄວາມໝັ້ນຄົງແຫ່ງມາຕຸພູມ (DHS) ຈັດຫາເຈົ້າໜ້າທີ່ເພີ່ມຢ່າງໜ້ອຍ 20,000 ຕຳແໜ່ງ

 

ເພື່ອດຳເນີນນະໂຍບາຍການເນລະເທດຜູ້ອົບພະຍົບຜິດກົດໝາຍ ໂດຍຄຳສັ່ງດັ່ງກ່າວຖືກອອກເມື່ອວັນທີ 9 ພຶດສະພາທີ່ຜ່ານມາ ແລະ ເປັນສ່ວນໜຶ່ງຂອງແຜນການບໍລິຫານທີ່ມີເປົ້າໝາຍ “ກະຕຸ້ນໃຫ້ຜູ້ອົບພະຍົບຜິດກົດໝາຍເດີນທາງອອກນອກປະເທດດ້ວຍຕົນເອງ”

 

ທຣຳປກ່າວໃນວິດີໂອວ່າ ລາວຕ້ອງການເຮັດໃຫ້ “ຂະບວນການອອກຈາກສະຫະລັດ ງ່າຍທີ່ສຸດເທົ່າທີ່ຈະເປັນໄປໄດ້” ສຳລັບຜູ້ທີ່ບໍ່ມີເອກະສານຖືກຕ້ອງ

 

ພາຍໃຕ້ຄຳສັ່ງຝ່າຍບໍລິຫານນີ້ ລັດຖະບານກາງຈະໃຫ້ ເງິນສະໜັບສະໜູນຄ່າປີ້ຍົນ ສຳລັບຜູ້ອົບພະຍົບທີ່ສະໝັກໃຈເດີນທາງກັບປະເທດ ພ້ອມກັບມອບ “ໂບນັດຂາອອກ” (exit bonus)

 

ເຖິງຢ່າງໃດກໍຕາມ ຄຳສັ່ງນີ້ບໍ່ໄດ້ລະບຸຊັດວ່າ ການເພີ່ມຈຳນວນເຈົ້າໜ້າທີ່ DHS ຈະໃຊ້ງົບປະມານຈາກແຫຼ່ງໃດ

 

ປັດຈຸບັນ ໜ່ວຍງານທີ່ຮັບຜິດຊອບເລື່ອງຜູ້ອົບພະຍົບໂດຍກົງຄື ICE (Immigrations and Customs Enforcement) ຊຶ່ງມີພະນັກງານຫຼາຍກວ່າ 21,000 ຄົນ ໂດຍໃນຈຳນວນນີ້ ມີເຈົ້າໜ້າທີ່ເນລະເທດປະມານ 6,100 ຄົນ ແລະ ຜູ້ຊ່ວຍດ້ານການເນລະເທດອີກ 750 ຄົນ ຕາມຂໍ້ມູນຈາກເວັບໄຊຂອງໜ່ວຍງານ

 

ທຣຳປເຄີຍສະເໜີໃຫ້ ຕຳຫຼວດທ້ອງຖິ່ນ ໜ່ວຍງານລັດ ແລະ ກອງກຳລັງພິທັກຊາດ (National Guard) ເຂົ້າມາຊ່ວຍໃນການບັງຄັບໃຊ້ກົດໝາຍຜູ້ອົບພະຍົບ ໂດຍໃນຄຳສັ່ງລ່າສຸດ ລະບຸວ່າ ກະຊວງຄວາມໝັ້ນຄົງແຫ່ງມາຕຸພູມຄວນວ່າຈ້າງຫຼືແຕ່ງຕັ້ງເຈົ້າໜ້າທີ່ຈາກຕຳຫຼວດທ້ອງຖິ່ນ ອະດີດເຈົ້າໜ້າທີ່ລັດຖະບານກາງ ຫຼື ເຈົ້າໜ້າທີ່ຈາກໜ່ວຍງານກາງອື່ນໆ ເພື່ອເສີມກຳລັງເຈົ້າໜ້າທີ່ທີ່ມີຢູ່

 

ການເພີ່ມເຈົ້າໜ້າທີ່ນີ້ເປັນສ່ວນໜຶ່ງຂອງຍຸດທະສາດຫຼາກຫຼາຍຂອງທຣຳປ ເພື່ອເລັ່ງໃຫ້ຜູ້ອົບພະຍົບຜິດກົດໝາຍອອກນອກປະເທດ ໂດຍທຣຳປໄດ້ເປີດຕົວແອັບພລິເຄຊັນຂອງລັດຖະບານຊື່ CPB Home ສຳລັບການຂໍເດີນທາງອອກດ້ວຍຕົນເອງ

 

ເມື່ອຕົ້ນອາທິດທີ່ຜ່ານມາ ຄຣິສຕີ ໂນມ ລັດຖະມົນຕີວ່າການກະຊວງ DHS ປະກາດໃຫ້ ໂບນັດ 1,000 ໂດລາສະຫະລັດ ແລະ ອອກຄ່າເດີນທາງໃຫ້ ສຳລັບຜູ້ທີ່ອອກຈາກສະຫະລັດໂດຍສະໝັກໃຈ

 

ມາດຕະການເນລະເທດແບບອື່ນໆ ຫຼາຍແນວທາງຂອງລັດຖະບານທຣຳປຖືກທ້າທາຍ ແລະ ຖືກສານລັດຖະບານກາງລະງັບ ເຊັ່ນ: ການໃຊ້ອຳນາດຕາມກົດໝາຍ Alien Enemies Act ທີ່ມີມາຕັ້ງແຕ່ສະຕະວັດທີ 18 ເພື່ອເນລະເທດຜູ້ອົບພະຍົບຊາວເວເນຊູເອລາທີ່ຖືກກ່າວຫາວ່າກ່ຽວຂ້ອງກັບແກັງອາຊະຍາກຳ

 

ເມື່ອຕົ້ນເດືອນທີ່ຜ່ານມາ ຜູ້ພິພາກສາສານລັດຖະບານກາງ ເຟີນັນໂດ ໂຣດຣິເກສ ໃນລັດເທັກຊັສ ຊຶ່ງທຣຳປເປັນຜູ້ແຕ່ງຕັ້ງ ຕັດສິນວ່າການໃຊ້ກົດໝາຍດັ່ງກ່າວນັ້ນ “ບໍ່ຊອບດ້ວຍກົດໝາຍ”

 

ແລະ ຜູ້ພິພາກສາອີກຄົນໃນນິວຢອກກໍມີຄຳຕັດສິນໃນທຳນອງດຽວກັນ ທຣຳປຕັ້ງຊື່ແຜນນີ້ວ່າ “Project Homecoming” ຫຼື “ໂຄງການຄືນບ້ານ” ໂດຍຜູ້ທີ່ຢູ່ໃນສະຫະລັດຢ່າງຜິດກົດໝາຍຈະຕ້ອງເຈີກັບບົດລົງໂທດຮຸນແຮງ ເຊັ່ນ: ໂທດຈຳຄຸກ ຄ່າປັບສູງ, ການຍຶດຊັບທັງໝົດ, ການຫັກເງິນເດືອນ, ການຄວບຄຸມຕົວ ແລະ ການເນລະເທດໂດຍທັນທີ ໂດຍລັດຈະເປັນຜູ້ຕັດສິນໃຈວ່າຈະສົ່ງໄປທີ່ໃດ ແລະ ເມື່ອໃດ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-13T163234.534
ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
ຢ່າລື່ມກົດຕິດຕາມ