site-cover (83)
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 13 May, 2025

ພາວະສຸຂະພາບຈິດທີ່ພົບໄດ້ໃນຊ່ວງນີ້ “ພະຍາດຢ້ານການຂຶ້ນເຄື່ອງບິນ”

 

ຄລິບເຄື່ອງບິນຕົກຫຼຸມອາກາດ ແລະ ສຽງຮ້ອງຈາກຜູ້ໂດຍສານທີ່ຖືກແຊຣ໌ຕໍ່ກັນໃນໂລກອອນລາຍ

ຊ່ວງມໍລະສຸມຂອງທຸກປີ ມັກມາພ້ອມກັບຂ່າວພາຍຸ ບາງຄົນເບິ່ງຄລິບພຽງແຕ່ 15 ວິນາທີ ແຕ່ກາຍເປັນພາບຕິດຕາໄປຫຼາຍປີ ບໍ່ແມ່ນແຄ່ຮູ້ສຶກຫວາດສຽວ ຫຼື ຕົກໃຈຊົ່ວຄາວ ແຕ່ເປັນອາການຈິງຈັງທີ່ຮຽກວ່າ Aerophobia ຫຼື “ພະຍາດຢ້ານການຂຶ້ນເຄື່ອງບິນ”

 

ງານວິໄຈພົບວ່າ ປະຊາກອນ ປະມານ 6.5% ມີອາການຢ້ານການຂຶ້ນເຄື່ອງບິນໃນລະດັບທີ່ກະທົບຊີວິດປະຈຳວັນ

ໂດຍສະເພາະເມື່ອມີປັດໄຈກະຕຸ້ນ ເຊັ່ນ: ພາຍຸ, ຄລິບອຸບັດຕິເຫດ ຫຼື ສຽງກັບຕັນປະກາດ “ຂໍໃຫ້ຮັດເຂັມຂັດແໜ້ນ” ໃນມຸມຈິດເວດ Aerophobia ຈັດຢູ່ໃນກຸ່ມຂອງພະຍາດຢ້ານ (Specific Phobia) ຊຶ່ງມີລັກສະນະຄື ຄວາມຢ້ານທີ່ຮຸນແຮງເກີນເຫດ ແລະ ຄວບຄຸມບໍ່ໄດ້ ເຖິງຂັ້ນຫຼີກລ້ຽງກິດຈະກຳທີ່ກ່ຽວຂ້ອງ ແມ່ນຕ້ອງເສຍງານ ເສຍໂອກາດ ຫຼື ແມ່ນກະທັ້ງເສີ່ຍແຕກຫັກກັບຄົນຮັກທີ່ຢາກທ່ຽວຕ່າງປະເທດ

 

 

ມີເຄສໜຶ່ງທີ່ໝໍຈື່ໄດ້ດີ…ຍິງໄວສາມສິບ ຫາກໍເລີ່ມຕົ້ນງານໃໝ່ທີ່ຕ້ອງບິນໄປປະຊຸມທີ່ຕ່າງປະເທດ ຄືນກ່ອນເດີນທາງ ລາວໄດ້ເບິ່ງຄລິບເຫດການ turbulence ທີ່ແຊຣ໌ກັນເທິງ TikTok ແລ້ວນອນບໍ່ຫຼັບໝົດຄືນ

ພໍເຖິງສະໜາມບິນ ລາວມີອາການໃຈສັ່ນ, ເຫື່ອອອກ, ປວດຮາກ ແລະ ສຸດທ້າຍກໍຮ້ອງໄຫ້ອອກມາ…ກ່ອນຈະຂໍຍົກເລີກທຸກໄຟລ໌

“ໝໍ…ຂ້ອຍບໍ່ໄດ້ຢ້ານເຄື່ອງບິນຕົກຂ້ອຍຢ້ານ ຄວາມຮູ້ສຶກທີ່ຄວບຄຸມຫຍັງບໍ່ໄດ້ເລີຍ ຕອນນັ້ນຫຼາຍກວ່າ”

 

ສິ່ງທີ່ຄວນຮູ້ຄື ການຢ້ານເຄື່ອງບິນ ບໍ່ແມ່ນຄວາມອ່ອນແອ ແລະ ບໍ່ຕ້ອງລໍໃຫ້ຫາຍເອງ

 

ປັດຈຸບັນມີວິທີຊ່ວຍບັນເທົາອາການ ເຊັ່ນ: Exposure Therapy ແບບຄ່ອຍເປັນຄ່ອຍໄປລວມເຖິງການໃຊ້ຈິດບຳບັດແບບ CBT (Cognitive Behavioral Therapy) ຫຼື ແມ່ນກະທັ້ງຢາຄາຍຄວາມກັງວົນໃນບາງລາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 9 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,497
21,774
thailand (1)
THB
669.86
680.18
european-union
EUR
24,095
24,577
china
CNY
2,921
2,979
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
jane (15)
ອົງການອະນາໄມໂລກ ປະກາດຢຸດຕິພາວະສຸກເສີນການລະບາດຂອງພະຍາດໝາກສຸກລິງ
jane (14)
ເກີດແຜ່ນດິນໄຫວຢູ່ບັນດາປະເທດໃກ້ຄຽງ
jane (13)
ເປີດໄຟນອນ ຂັດຂວາງການຫຼັ່ງເມລາໂທນິນ ກະທົບຄຸນນະພາບການນອນ ສຸຂະພາບພັງ
jane (12)
ທ່ານ ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີ ຍີ່ປຸ່ນ ລາອອກຈາກຕຳແໜ່ງ ຫວັງຫລຸດຄວາມຂັດແຍ່ງພາຍໃນພັກ ແລະ ເປີດທາງໃຫ້ເລືອກຫົວໜ້າພັກຄົນໃໝ່
jane (11)
ເບິ່ງດວງປະຈຳວັນອັງຄານ ທີ 9 ກັນຍາ 2025 ສຳລັບທ່ານທີ່ເກີດໃນແຕ່ລະວັນ
pele - 2025-09-09T094206.579
ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ໃນແຕ່ລະພາກ ແລະ ຈະຕົກລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ
jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
ຢ່າລື່ມກົດຕິດຕາມ