ໃນການປະຊຸມຜູ້ຖືຮຸ້ນປະຈຳປີຂອງບໍລິສັດ Berkshire Hathaway ເມື່ອວັນທີ 3 ພຶດສະພາ ທີ່ຜ່ານມາ ມະຫາເສດຖີ “ວໍເຣັນ ບັຟເຟັດ” ປະກາດວ່າ ເພິ່ນຈະລົງຈາກຕຳແໜ່ງຊີອີໂອພາຍໃນສິ້ນປີນີ້ ແຕ່ຍັງຄົງດຳລົງຕຳແໜ່ງປະທານຄະນະກຳມະການບໍລິຫານຕໍ່ໄປ
ບັຟເຟັດເວົ້າຕໍ່ເນື່ອງເຖິງ 4 ຊົ່ວໂມງໃນງານ ແລະ ຕອບຄຳຖາມທຸກຂໍ້ຢ່າງເຕັມທີ່ ເພິ່ນມີແນວຄິດການໃຊ້ຊີວິດທີ່ຮຽບງ່າຍ ໂດຍເຊື່ອວ່າ ການລົງທຶນທີ່ຄຸ້ມຄ່າທີ່ສຸດໃນຊີວິດ ບໍ່ແມ່ນເງິນຄຳໃນບັນຊີ ແຕ່ຄືການໄດ້ຢູ່ຮ່ວມກັບຜູ້ຄົນທີ່ມີເປົ້າໝາຍດຽວກັນແລະມີທັດສະນະຄະຕິທີ່ດີ
ວໍເຣັນ ບັຟເຟັດ ເຄີຍໃຫ້ຄຳແນະນຳວ່າ “ຈົ່ງຢູ່ທ່າມກາງຄົນສະຫຼາດ ແລະ ຮຽນຮູ້ໄປນຳກັນ” ເພາະເມື່ອທຽບກັບການລົງທຶນໃນຊັບສິນຕ່າງໆແລ້ວ ການລົງທຶນກັບມິດຕະພາບຄືສິ່ງທີ່ມີຄຸນຄ່າຢ່າງແທ້ຈິງ ເຊັ່ນດຽວກັບທີ່ເພິ່ນໄດ້ພົບກັບຊາລີ ມັງເກີ ຕັ້ງແຕ່ໄວໜຸ່ມ ທັງສອງເປັນທັງໝູ່ສະໜິດ, ເພື່ອນຮ່ວມງານ, ແລະ ຫຸ້ນສ່ວນທາງຄວາມຄິດ ເພາະມີມຸມມອງແລະຄວາມສົນໃຈຄ້າຍກັນ
ພວກເຂົາສະໜັບສະໜູນແລະສ້າງແຮງບັນດານໃຈໃຫ້ກັນສະເໝີ ຈົນເຮັດໃຫ້ Berkshire Hathaway ກ້າວຂຶ້ນມາເປັນໜຶ່ງໃນບໍລິສັດຊັ້ນນຳຂອງໂລກດ້ານການລົງທຶນ
ມີຄຳກ່າວວ່າ “ລະດັບຂອງຄົນໜຶ່ງຄົນ ມັກເທົ່າກັບຄ່າສະເລ່ຍຂອງໝູ່ສະໜິດ 5 ຄົນຂອງລາວ” ຫາກທ່ານຄົບຫາກັບຄົນທີ່ມີຄວາມຮູ້ແລະມຸມມອງກວ້າງໄກ, ຄວາມຄິດແລະການຮັບຮູ້ຂອງທ່ານກໍຈະພັດທະນາໄປຕາມນັ້ນ
ການຄົບໝູ່ທີ່ມີວິໄສທັດກວ້າງໄກຈະຊ່ວຍເປີດໂລກທັດຂອງທ່ານ ແຕ່ຫາກທ່ານຄົບກັບຄົນທີ່ເບິ່ງໂລກໃນແງ່ຮ້າຍ, ຈິດໃຈໝົ່ນໝອງ, ທ່ານກໍອາດຄ່ອຍໆຈົມລົງໃນຄວາມຄິດດ້ານລົບເຊັ່ນດຽວກັນ.
ຫາກຄົບກັບຄົນໃຈແຄບແລະດື້, ທ່ານກໍອາດກາຍເປັນຄົນຫົວຮຸນແຮງໂດຍບໍ່ຮູ້ຕົວ
ໝູ່ທີ່ຢູ່ອ້ອມຕົວທ່ານ ຄືຜູ້ກຳນົດທິດທາງໃນອະນາຄົດຂອງທ່ານ ດັ່ງນັ້ນອອກໄປພົບພໍ້ຜູ້ຄົນດີໆເພື່ອສ້າງຕົວຕົນທີ່ດີກວ່າເດີມເຖິດ
ມະຫາເສດຖີລະດັບຕຳນານຢ່າງ ວໍເຣັນ ບັຟເຟັດ ເຄີຍກ່າວວ່າ “ຫາກທ່ານຄົ້ນພົບສິ່ງທີ່ທ່ານຮັກຕັ້ງແຕ່ອາຍຸຍັງນ້ອຍ ແລະ ມັນສອດຄ່ອງກັບຄວາມສົນໃຈຂອງທ່ານ, ທ່ານຈະເຮັດວຽກຢ່າງເຕັມທີ່ແລະພະຍາຍາມເພື່ອມັນ. ຢ່າເພິ່ງກັງວົນເລື່ອງເງິນຕັ້ງແຕ່ເລີ່ມຕົ້ນ”
ໃນມຸມມອງຂອງບັຟເຟັດ “ວຽກ” ຄືການລົງທຶນທີ່ດີທີ່ສຸດຂອງຄົນໜຸ່ມສາວ ຫາກເລືອກອາຊີບຜິດ ທ່ານອາດສູນເສຍອະນາຄົດໄປເລີຍກໍໄດ້ ເພາະເກນໃນການເລືອກວຽກທີ່ດີບໍ່ແມ່ນແຕ່ເລື່ອງເງິນເດືອນ ແຕ່ຄື “ທ່ານຮັກໃນສິ່ງທີ່ເຮັດຢູ່ຫຼືບໍ່”
ທຸກວັນນີ້ຫຼາຍຄົນເຮັດວຽກໄປດ້ວຍຄວາມຄຽດແລະບໍ່ພໍໃຈ ຕ້ອງຄອຍລະວັງຫົວໜ້າ, ລະແວງເພື່ອນຮ່ວມງານ ອາດເປັນເພາະພວກເຂົາຍັງບໍ່ພົບວຽກທີ່ແມ່ນສຳລັບຕົນເອງ
ເບິ່ງຢ່າງບັຟເຟັດເປັນຕົວຢ່າງ ເພິ່ນອາຍຸເກີນ 90 ແລ້ວແຕ່ຍັງບໍ່ເຄີຍຄິດກະສຽນ ເພາະເພິ່ນມອງວ່າວຽກຄືຄວາມສຸກ ເພິ່ນເຄີຍບອກວ່າ “ວຽກເຮັດໃຫ້ຂ້ອຍມີຄວາມສຸກ ການກະສຽນຈະເຮັດໃຫ້ຂ້ອຍເບື່ອໜ່າຍ ສຳລັບຂ້ອຍ ວຽກຄືງານອະດິເລກ, ຄືຊີວິດ, ແລະ ຄືຄຸນຄ່າ”
ເພິ່ນຈຶ່ງໃຊ້ເວລາໃນແຕ່ລະວັນຢ່າງກະຕືລືລົ້ນກັບວຽກ ໂດຍບໍ່ຮູ້ສຶກເມື່ອຍເລີຍ ເພາະວຽກເປັນແຫຼ່ງພະລັງໃຈຂອງເພິ່ນ
ເມື່ອທ່ານເຂົ້າເຮັດວຽກກັບບໍລິສັດໃດບໍລິສັດໜຶ່ງ ຫຼື ເລືອກເຮັດວຽກໃນສາຍອາຊີບໃດ ນັ້ນຄືທ່ານກຳລັງ “ລົງທຶນຊີວິດ” ຊຶ່ງສຳຄັນແລະຕ້ອງລະມັດລະວັງຍິ່ງກວ່າການລົງທຶນດ້ວຍເງິນເສຍອີກ ເພາະຜົນລັບຂອງວຽກຈະສະທ້ອນເປັນຜົນລັບຂອງຊີວິດ
ດັ່ງນັ້ນຈົ່ງເລືອກເຮັດໃນສິ່ງທີ່ທ່ານຮັກ ແລ້ວທຸ້ມເທໃຫ້ສຸດຫົວໃຈ
ວໍເຣັນ ບັຟເຟັດ ເຄີຍກ່າວໄວ້ວ່າ “ການຕັດສິນໃຈທີ່ສຳຄັນທີ່ສຸດໃນຊີວິດ ບໍ່ແມ່ນເລື່ອງການລົງທຶນໃດໆ ແຕ່ຄືການເລືອກວ່າທ່ານຈະແຕ່ງງານກັບໃຜ” ເພາະການເລືອກຄູ່ຊີວິດຜິດ ບໍ່ພຽງແຕ່ເຮັດໃຫ້ສູນເສຍເງິນຄຳ ແຕ່ຍັງອາດເຮັດໃຫ້ພາດໂອກາດດີໆໃນຊີວິດອີກຫຼາຍຢ່າງ
ການມີຄູ່ຊີວິດທີ່ດີປຽບເໝືອນມີຫຼັກຍຶດໝັ້ນໃນຊີວິດ ເພາະ “ຄອບຄົວ” ຄືທີ່ພັກພິງສຸດທ້າຍ ທີ່ຊຶ່ງເຮົາຈະກັບມາໄດ້ສະເໝີເມື່ອເມື່ອຍ ມີພຽງຄົນຂ້າງກາຍທີ່ເຂົ້າໃຈແລະອົບອຸ່ນ ເຮົາຈຶ່ງຈະມີຄວາມສຸກໃຈແລະມີແຮງໄປຕໍ່ໃນເສັ້ນທາງອາຊີບ
ໃນໜັງສື Logic of Life ຂອງເຟີງຫຼຸນ ນັກຂຽນຊາວຈີນ ໄດ້ເລົ່າເລື່ອງລາວຊີວິດທີ່ກິນໃຈວ່າ ເມື່ອຕອນເລີ່ມຕົ້ນເຮັດວຽກ ລາວຮູ້ສຶກບໍ່ພໍໃຈເມຍຂອງລາວ ທີ່ມັກຈະຈົ່ມລາວວ່າ “ຂີ້ຄ້ານ” ແລະ “ຫາເງິນໄດ້ໜ້ອຍ” ແຕ່ເມື່ອເວລາຜ່ານໄປ ລາວແລະເມຍລາວກັບກາຍເປັນຄູ່ຄິດທີ່ສາມາດຮ່ວມຝ່າຟັນບັນຫາໄດ້ຢ່າງມີສະຕິແລະມອງໂລກໃນແງ່ດີ ບໍ່ແມ່ນພຽງແຕ່ຈົ່ມຫຼືທໍ້ຖອຍ
ລາວຍອມຮັບວ່າ ຄວາມສຳເລັດໃນຊີວິດຂອງລາວມາຈາກການໄດ້ຮັບແຮງສະໜັບສະໜູນຢ່າງໝັ້ນຄົງຈາກເມຍຂອງລາວ
ເຊັ່ນດຽວກັບບັຟເຟັດທີ່ເຄີຍກ່າວໄວ້ວ່າ “ການແຕ່ງງານແລະຄອບຄົວ ຄືການລົງທຶນຄັ້ງຍິ່ງໃຫຍ່ທີ່ສຸດໃນຊີວິດ ແບບບໍ່ມີຂໍ້ສົງໄສໃດໆ”
ການໄດ້ພົບຄູ່ຊີວິດທີ່ດີ ແລະ ຮັກສາຄວາມສຳພັນໃຫ້ໝັ້ນຄົງ ຄືຄວາມສຸກແລະຄວາມສຳເລັດທີ່ຍິ່ງໃຫຍ່ທີ່ສຸດຂອງຊີວິດຄົນຄົນໜຶ່ງ
ໃນງານປະຊຸມ ມີຄົນຖາມບັຟເຟັດວ່າລາວມອງແນວໃດເມື່ອຕ້ອງປະເຊີນຊ່ວງເວລາທີ່ຍາກລຳບາກໃນຊີວິດ ບັຟເຟັດຕອບວ່າ “ເລື່ອງທີ່ບໍ່ດີ ເກີດຂຶ້ນໄດ້ສະເໝີ ແຕ່ຈົ່ງເບິ່ງໄປທີ່ສິ່ງດີໆໃຫ້ຫຼາຍກວ່າ”
ຕະຫຼອດເຄິ່ງສະຕະວັດທີ່ຜ່ານມາ ບັຟເຟັດບອກວ່າລາວບໍ່ເຄີຍຮູ້ສຶກວ່າໄດ້ເຈີກັບອັນໃດທີ່ຮ້າຍແຮງເກີນຮັບມື ລາວມັກເລືອກທີ່ຈະ “ໂຟກັດທີ່ສິ່ງດີໆ” ເພາະຕາບໃດທີ່ທ່ານຮັກສາວິທີຄິດໃຫ້ຖືກຕ້ອງ ທ່ານກໍຈະຫາທາງແກ້ບັນຫາໄດ້ ແລະ ສຸດທ້າຍສິ່ງດີໆກໍຈະຕາມມາ
ແມ້ໃນຊີວິດຈະມີຄວາມຜິດພາດ, ການລົງທຶນລົ້ມເຫຼວ, ຕະຫຼາດຫຸ້ນຜັນຜວນ ຫຼື ຖືກຜູ້ຄົນຕັ້ງຄຳຖາມ ແຕ່ບັຟເຟັດຍັງຄົງເບິ່ງໂລກໃນແງ່ດີສະເໝີ ລາວຍັງເຄີຍເວົ້າຕິດຕະຫຼົກວ່າ “ຕອນນີ້ຂ້ອຍອາຍຸ 94 ແລ້ວ ແລະ ຍັງໄດ້ດື່ມໂຄກທີ່ມັກທຸກມື້ ພຽງເທົ່ານັ້ນກໍດີຫຼາຍແລ້ວ”
ທັດສະນະຄະຕິເຊີງບວກແບບນີ້ເອງ ທີ່ເຮັດໃຫ້ລາວສາມາດກ້າວຂ້າມຊ່ວງເວລາຮ້າຍແຮງໄປໄດ້ສະເໝີ ແລະ ຢືນຢັດຢ່າງໝັ້ນຄົງຈົນເຖິງທຸກວັນນີ້
ມີຄົນຖາມບັຟເຟັດວ່າ ເປັນຫຍັງໃນໄວ 94 ປີ ລາວຍັງຫຼັກແຫຼມ ແລະ ຄິດອ່ານໄດ້ດີແນວນີ້? ລາວຕອບວ່າ “ເພາະຂ້ອຍຍັງຄົງຮູ້ສຶກຢາກຮູ້ຢາກເຫັນຢູ່ຕະຫຼອດເວລາ”
ເມື່ອເຮົາຍັງມີຄວາມໃຝ່ຮູ້ ເຮົາຈະບໍ່ຢຸດຮຽນຮູ້ ສະໝອງຈຶ່ງບໍ່ຢຸດພັດທະນາ ແລະ ຄວາມຄິດກໍບໍ່ຢຸດເຕີບໂຕ ທັດສະນະຄະຕິແບບນີ້ເອງທີ່ເຮັດໃຫ້ເຮົາບໍ່ຕົກຍຸກແລະມອງເຫັນໂອກາດກ່ອນໃຜ
ຫຼາຍຄົນປະຫຼາດໃຈໃນຄວາມສາມາດຂອງບັຟເຟັດໃນການມອງເທຣນອະນາຄົດ ແຕ່ຄວາມລັບຄື ລາວໃຊ້ເວລາວັນລະ 4-5 ຊົ່ວໂມງໃນການອ່ານໜັງສື
ລາວເຄີຍກ່າວວ່າ “ການອ່ານໜັງສື ຄືການລົງທຶນທີ່ໃຫ້ຜົນຕອບແທນດີທີ່ສຸດໃນໂລກ” ບໍ່ວ່າເວລາຈະຫຍຸ້ງປານໃດ ລາວກໍບໍ່ເຄີຍລະເລີຍການອ່ານ ແລະ ນັ້ນເອງຄືກະແຈສູ່ການຕັດສິນໃຈທີ່ຖືກຕ້ອງໃນຊີວິດແລະການລົງທຶນ
ທຸກຄັ້ງທີ່ເປີດໜັງສືອ່ານ ກໍເໝືອນໄດ້ລົມກັບຜູ້ຊ່ຽວຊານຫຼືຟັງຄຳແນະນຳຈາກຄົນທີ່ປະສົບຄວາມສຳເລັດ ຍິ່ງອ່ານຫຼາຍ ສະໝອງຍິ່ງຄົມ ແລະ ທັກສະການແກ້ບັນຫາຍິ່ງດີຂຶ້ນຕາມໄປດ້ວຍ
ອີລອນ ມັສກ໌ ເອງກໍເຄີຍກ່າວທີ່ມະຫາວິທະຍາໄລຊິງຫົວວ່າ “ຂ້ອຍປະສົບຄວາມສຳເລັດ ເພາະຂ້ອຍອ່ານໜັງສືຫຼາຍ”
ໜັງສືສາມາດປ່ຽນຊາຕາຊີວິດທ່ານໄດ້ ເມື່ອທ່ານເລີ່ມເປີດໜ້າໜັງສື ຊີວິດທ່ານກໍເລີ່ມເປີດປະຕູສູ່ບົດໃໝ່ເຊັ່ນກັນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,477 | 21,686 |
![]() THB | 643.41 | 655.63 |
![]() EUR | 23,729 | 24,202 |
![]() CNY | 2,898 | 2,954 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |