site-cover (90)
8 ກັບດັກການເງິນທີ່ເຮັດໃຫ້ຫຼາຍຄົນ ພົບເຈີກັບບັນຫາໜີ້ ພ້ອມບອກວິທີແກ້ໄຂ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 14 May, 2025

8 ກັບດັກການເງິນທີ່ເຮັດໃຫ້ຫຼາຍຄົນພົບເຈີກັບບັນຫາໜີ້ ພ້ອມບອກວິທີແກ້ໄຂ

 

ໃນຍຸກທີ່ເສດຖະກິດຍັງບໍ່ໜ້າໄວ້ວາງໃຈ ແລະ ຄ່າຄອງຊີບສູງຂຶ້ນຢ່າງຕໍ່ເນື່ອງ, ການວາງແຜນການເງິນທີ່ດີຈຶ່ງເປັນເລື່ອງສຳຄັນທີ່ບໍ່ຄວນເບິ່ງຂ້າມ.

 

ກັບດັກທາງການເງິນທີ່ຫຼາຍຄົນພົບຢູ່ອາດນຳໄປສູ່ບັນຫາໜີ້ສິນ, ການຂາດສະຖຽນລະພາບທາງການເງິນ, ແລະ ຄວາມຄຽດໃນການດຳເນີນຊີວິດ.

 

ຢ່າງໃດກໍຕາມ, ຫາກເຂົ້າໃຈແລະຮູ້ເທົ່າທັນກັບດັກເຫຼົ່ານີ້ ພ້ອມທັງມີແນວທາງແກ້ໄຂທີ່ຖືກຕ້ອງ, ກໍສາມາດພິກວິກິດໃຫ້ເປັນໂອກາດ ແລະ ສ້າງຮາກຖານທາງການເງິນທີ່ໝັ້ນຄົງສູ່ອິດສະຫຼະພາບທາງການເງິນທີ່ຍືນຍົງໄດ້.

 

ການຂາດເປົ້າໝາຍທາງການເງິນທີ່ຊັດເຈນ

 

ຫຼາຍຄົນອາດເຄີຍຮູ້ຄຶກຳລັງບໍ່ມີເປົ້າໝາຍທາງການເງິນທີ່ຊັດເຈນ ຫຼື ອາດຫາເງິນໄປແຕ່ລະວັນ ໂດຍບໍ່ຮູ້ວ່າຕ້ອງການອັນໃດໃນອະນາຄົດ.

 

ວິທີແກ້ໄຂ:

 

  • ຂຽນແຜນທີ່ເປົ້າໝາຍການເງິນ ເລີ່ມຈາກຂຽນເປົ້າໝາຍໄລຍະສັ້ນທີ່ຕ້ອງເຮັດຮີບດ່ວນ ເຊັ່ນ: ການເກັບເງິນເພື່ອສຸກເສີນ
  • ຂຽນເປົ້າໝາຍລົງເທິງເຈ້ຍແລະຕິດໄວ້ໃນບ່ອນທີ່ເບິ່ງເຫັນໄດ້ທຸກມື້
  • ທົບທວນແລະປັບເປົ້າໝາຍທຸກໆ 3-6 ເດືອນ
  • ແບ່ງເປົ້າໝາຍໃຫຍ່ເປັນເປົ້າໝາຍຍ່ອຍໆທີ່ຈັບຕ້ອງໄດ້

 

ການປະເມີນຄວາມສ່ຽງຜິດພາດ

 

ຫຼາຍຄົນມັກປະເມີນຄວາມສ່ຽງຜິດພາດໄປທັງສອງດ້ານ – ບາງຄົນກັງວົນຫຼາຍເກີນໄປຈົນເກັບເງິນໄວ້ແຕ່ໃນບັນຊີອອມຊັບທີ່ໃຫ້ດອກເບ້ຍຕ່ຳ, ໃນຂະນະທີ່ບາງຄົນກ້າສ່ຽງຫຼາຍເກີນໄປຈົນລົງທຶນໃນຊັບສິນສ່ຽງສູງເກີນຄວາມສາມາດໃນການຮັບຄວາມສ່ຽງ.

 

ວິທີແກ້ໄຂ:

    • ເຮັດແບບປະເມີນຄວາມສ່ຽງທີ່ຍອມຮັບໄດ້
    • ກະຈາຍການລົງທຶນຕາມຫຼັກ Asset Allocation
    • ສ້າງພອດລົງທຶນທີ່ສົມດຸນ
    • ສຶກສາແລະເຂົ້າໃຈຜະລິດຕະພັນການລົງທຶນ

 

ການລະເລີຍການເກັບເງິນສຳຮອງເພື່ອສຸກເສີນ

 

ວິກິດໂຄວິດ-19 ເຮັດໃຫ້ເຫັນຊັດວ່າເຫດການບໍ່ຄາດຝັນສາມາດເກີດຂຶ້ນໄດ້ທຸກເມື່ອ. ຫຼາຍຄົນຕົກງານກະທັນຫັນແຕ່ກັບບໍ່ມີເງິນສຳຮອງພໍທີ່ຈະປະຄອງຊີວິດໄດ້ແມ່ນແຕ່ 1 ເດືອນ.

 

ວິທີແກ້ໄຂ:

      • ມີເງິນສຳຮອງຢ່າງໜ້ອຍ 6-12 ເດືອນຂອງຄ່າໃຊ້ຈ່າຍປະຈຳລາຍເດືອນ
      • ແຍກບັນຊີເງິນສຳຮອງອອກຈາກບັນຊີໃຊ້ຈ່າຍປະຈຳວັນ
      • ຕັ້ງລະບົບອອມເງິນອັດຕະໂນມັດ 

         

         

 

ການຈັດການໜີ້ຢ່າງບໍ່ມີປະສິດທິພາບ

 

ເປັນບັນຫາທີ່ພົບເລື້ອຍ​​​​​​​​​​​​ໆ  ໂດຍສະເພາະການມີໜີ້ຫຼາຍປະເພດພ້ອມກັນ ເຊັ່ນ: ໜີ້ບັດເຄຣດິດ, ສິນເຊື່ອສ່ວນບຸກຄົນ, ໜີ້ນອກລະບົບ ຊຶ່ງມັກເກີດຈາກການຂາດການວາງແຜນທາງການເງິນທີ່ດີ.

 

ວິທີແກ້ໄຂ:

        • ກຳຈັດໜີ້ກ້ອນນ້ອຍທີ່ສຸດກ່ອນ ເພື່ອສ້າງກຳລັງໃຈ ຫຼື ກຳຈັດໜີ້ທີ່ມີດອກເບ້ຍສູງສຸດກ່ອນ
        • ລວມໜີ້ນຳໜີ້ຫຼາຍກ້ອນມາລວມກັນເປັນກ້ອນດຽວ
        • ຕັ້ງງົບປະມານແລະຕິດຕາມຄ່າໃຊ້ຈ່າຍ
        • ຫຼີກລ້ຽງການກໍ່ໜີ້ເພື່ອຊື້ສິນຄ້າຟຸມເຟືອຍ 

 

ການຂາດການວາງແຜນພາສີ

 

ພາສີ ຄື ການລົງທຶນເພື່ອສັງຄົມ ແຕ່ການຈ່າຍພາສີເກີນຄວາມຈຳເປັນ ຄື ການຂາດທຶນໂດຍບໍ່ຈຳເປັນ. ຫຼາຍຄົນມອງຂ້າມການວາງແຜນພາສີ ທັງທີ່ມີເຄື່ອງມືຫຼຸດຜ່ອນພາສີຫຼາຍຢ່າງ.

 

ວິທີແກ້ໄຂ:

          • ວາງແຜນຫຼຸດຜ່ອນພາສີຕັ້ງແຕ່ຕົ້ນປີ
          • ສຶກສາສິດທິປະໂຫຍດທາງພາສີທີ່ລັດໃຫ້ການສະໜັບສະໜູນ
          • ຈັດພອດລົງທຶນໃຫ້ເກີດປະໂຫຍດທາງພາສີສູງສຸດ

 

ການລະເລີຍການວາງແຜນກະສຽນ

 

ເປັນບັນຫາສຳຄັນທີ່ມັກເບິິ່ງຂ້າມ. ຫຼາຍຄົນຄິດວ່າຍັງມີເວລາອີກດົນ ຈຶ່ງເລື່ອນການເລີ່ມອອມແລະລົງທຶນເພື່ອໄວກະສຽນອອກໄປເລື້ອຍໆ.

 

ວິທີແກ້ໄຂ:

    • ຄຳນວນເປົ້າໝາຍເງິນກະສຽນ
    • ເລີ່ມລົງທຶນເພື່ອກະສຽນຕັ້ງແຕ່ເລີ່ມເຮັດວຽກ
    • ກະຈາຍການລົງທຶນໃນຊັບສິນຫຼາກຫຼາຍປະເພດ
    • ທົບທວນແລະປັບແຜນບຳນານທຸກປີ

 

ການຂາດຄວາມຫຼາກຫຼາຍໃນການລົງທຶນ

 

“ຢ່າເອົາໄຂ່ທຸກໜ່ວຍໃສ່ໃນກະຕ່າໜ່ວຍດຽວ” ຫຼັກການນີ້ຍັງຄົງໃຊ້ໄດ້ດີສະເໝີ. ແຕ່ຫຼາຍຄົນຍັງຄົງລົງທຶນແບບ “ທຸ້ມສຸດ ຫຼື ບໍ່ທຸ້ມເລີຍ”.

 

ວິທີແກ້ໄຂ:

    • ສ້າງພອດລົງທຶນຕາມຫຼັກ Modern Portfolio Theory (MPT)
    • ກະຈາຍການລົງທຶນທັງໃນແງ່ປະເພດຊັບສິນ, ພູມິພາກ, ແລະ ອຸດສາຫະກຳ
    • ປັບສັດສ່ວນການລົງທຶນສະໝ່ຳສະເໝີ
    • ບໍ່ລົງທຶນໃນສິ່ງທີ່ບໍ່ເຂົ້າໃຈ

 

ການບໍ່ປັບແຜນການເງິນຕາມການປ່ຽນແປງຂອງຊີວິດ

 

ຊີວິດ ຄື ການປ່ຽນແປງ. ແຜນການເງິນກໍເຊັ່ນກັນ. ການບໍ່ປັບແຜນການເງິນຕາມການປ່ຽນແປງຂອງຊີວິດ ເປັນຄວາມສ່ຽງທາງການເງິນທີ່ຫຼາຍຄົນເບິ່ງຂ້າມ.

 

ວິທີແກ້ໄຂ:

    • ທົບທວນແຜນການເງິນຢ່າງໜ້ອຍປີລະຄັ້ງ
    • ສ້າງຄວາມຍືດຫຍຸ່ນໃນແຜນການເງິນ
    • ປັບເປົ້າໝາຍແລະກົນລະຍຸດການລົງທຶນ
    • ກຽມແຜນສຳຮອງ

 

ການເອົາຊະນະກັບດັກທາງການເງິນທັງ 8 ປະການ ອາດເບິ່ງເປັນເລື່ອງທ້າທາຍ ແຕ່ດ້ວຍຄວາມມຸ່ງໝັ້ນ, ວິໄນ, ແລະການວາງແຜນທີ່ດີ, ທຸກຄົນສາມາດກ້າວຂ້າມອຸປະສັກເຫຼົ່ານີ້ໄດ້.

 

ການເລີ່ມຕົ້ນມື້ນີ້ ເຖິງຈະເປັນກ້າວນ້ອຍໆ ກໍມີຄ່າຫຼາຍກວ່າການບໍ່ເລີ່ມຕົ້ນເລີຍ. ແນ່ນອນຄວາມໝັ້ງຄັ່ງບໍ່ໄດ້ວັດຈາກຈຳນວນເງິນທີ່ຫາມາໄດ້ ແຕ່ຢູ່ທີ່ຄວາມສາມາດໃນການບໍລິຫານຈັດການເງິນທີ່ມີປະສິດທິພາບ ເພື່ອສ້າງອິດສະຫຼະພາບທາງການເງິນທີ່ຍືນຍົງໃນອະນາຄົດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
ຢ່າລື່ມກົດຕິດຕາມ