
ໃນການປະເມີນຜົນກະທົບຈາກມາດຕະການພາສີຂອງປະທານາທິບໍດີ ໂດນັລ ທຣຳ ແຫ່ງສະຫະລັດອາເມຣິກາ, ບໍລິສັດໂຕໂຢຕ້າ ມໍເຕີ ເປີດເຜີຍວ່າ ໃນຊ່ວງເວລາພຽງ 2 ເດືອນ, ເຮັດໃຫ້ກຳໄລຈາກການດຳເນີນງານຂອງບໍລິສັດຫຼຸດລົງໄປປະມານ 180,000 ລ້ານເຢນ ຫຼື ກວ່າ 1,200 ລ້ານໂດລາສະຫະລັດ
ຍັງລະບຸວ່າ ຜົນກະທົບໃນເດືອນເມສາ ແລະ ພຶດສະພາ ໄດ້ຖືກນຳມາພິຈາລະນາຢ່າງໂດບະມານແລ້ວ ແຕ່ສະຖານະການຍັງມີຄວາມບໍ່ແນ່ນອນສູງຢູ່ ຊຶ່ງຈະສົ່ງຜົນຕໍ່ຜົນປະກອບການທັງປີ.
ບໍລິສັດຄາດການລາຍໄດ້ຈາກການດຳເນີນງານສຳລັບງວດປີທີ່ສິ້ນສຸດວັນທີ 31 ມີນາ 2026 ໄວ້ທີ່ 3 ລ້ານ 8 ແສນລ້ານເຢນ ຊຶ່ງຕ່ຳກວ່າທີ່ນັກວິເຄາະຄາດການໄວ້ທີ່ 4 ລ້ານ 7 ແສນລ້ານເຢນ.
ສ່ວນກຳໄລຈາກການດຳເນີນງານໃນປີງວດປີຫຼ້າສຸດ (ຄືງວດປີສິ້ນສຸດ 31 ມີນາ 2025) ຢູ່ທີ່ 4 ລ້ານ 8 ແສນລ້ານເຢນ, ຕ່ຳກວ່າສະຖິຕິສູງສຸດທີ່ໂຕໂຢຕ້າເຄີຍເຮັດໄດ້ໃນງວດປີ 2024 ຊຶ່ງເຄີຍເຮັດໄດ້ 5 ລ້ານ 3 ແສນ 5 ໝື່ນລ້ານເຢນ ຊຶ່ງຖືເປັນສະຖິຕິສູງສຸດຕະຫຼອດການສຳລັບບໍລິສັດດັ່ງກ່າວ.
ບລູມເບີກ ລາຍງານດ້ວຍວ່າ ໂຕໂຢຕ້າ ເປັນຜູ້ເສຍຫາຍລາຍໃຫຍ່ທີ່ສຸດໃນອຸດສາຫະກຳຍານຍົນ ແລະ ແມ້ຈະເພີ່ມການຜະລິດພາຍໃນປະເທດສະຫະລັດອາເມຣິກາຂຶ້ນມາເປັນກວ່າເຄິ່ງໜຶ່ງຂອງຍອດຂາຍພາຍໃນສະຫະລັດແລ້ວ
ແຕ່ຍັງຕ້ອງພຶ່ງພາການນຳເຂົ້າຊິ້ນສ່ວນລົດຍົນ ແລະ ນຳເຂົ້າລົດຍົນຮຸ່ນສຳຄັນໆ ຫຼາຍເຖິງປີລະປະມານ 1 ລ້ານ 2 ແສນຄັນ ແລະ ດ້ວຍເຫດນີ້ ຈຶ່ງຖືກທຣຳນຳໄປເວົ້າເຖິງເມື່ອວັນທີ 2 ເມສາທີ່ຜ່ານມາ ວ່າລົດໂຕໂຢຕ້າທີ່ຂາຍໃນສະຫະລັດຈຳນວນກວ່າ 1 ລ້ານຄັນນັ້ນ ເປັນການຜະລິດຈາກຕ່າງປະເທດ.
ຜົນກະທົບຢ່າງມະຫາສານນີ້ ສະທ້ອນເຖິງການຕັດສິນໃຈຂອງບໍລິສັດທີ່ຈະຮັກສາລະດັບລາຄາຂາຍ ແລະ ປະລິມານການຜະລິດໃນອາເມຣິກາ ຊຶ່ງມີໂຮງງານເຖິງ 11 ແຫ່ງ ທ່າມກາງການເລີ່ມຕົ້ນຂອງການເຈລະຈາການຄ້າລະດັບທະວິພາຄີ ລະຫວ່າງສະຫະລັດອາເມຣິກາ ແລະ ຍີ່ປຸ່ນ ຊຶ່ງການເຈລະຈານັ້ນໄດ້ເລີ່ມຕົ້ນຂຶ້ນເມື່ອເດືອນກຸມພາ ແລະ ຍັງບໍ່ຊັດເຈນວ່າຈະສິ້ນສຸດລົງເມື່ອໃດ ແລະ ບົດສະຫຼຸບເປັນແນວໃດ.
ໂກຈິ ຊາໂຕະ (Koji Sato) ປະທານເຈົ້າໜ້າທີ່ບໍລິຫານ ໂຕໂຢຕ້າ ກ່າວເມື່ອອາທິດທີ່ແລ້ວວ່າ ກ່ຽວກັບເລື່ອງພາສີ, ລາຍລະອຽດຍັງບໍ່ຊັດເຈນນັກ ແລະ ຍັງເປັນເລື່ອງຍາກທີ່ຈະດຳເນີນການຫຼືປະເມີນເຖິງຜົນກະທົບໃດໆ.
ຢ່າງໃດກໍດີ, ສຳລັບໂຕໂຢຕ້າໄດ້ລົງທຶນຢ່າງມະຫາສານເພື່ອສ້າງຖານການຜະລິດໃນສະຫະລັດ ລວມເຖິງການລົງທຶນໂຮງງານແບັດເຕີຣີແຫ່ງໃໝ່ທີ່ລັດນອດ ແຄໂຣໄລນາ ມູນຄ່າ 13,900 ລ້ານໂດລາ ແຕ່ບໍລິສັດດັ່ງກ່າວຍັງຄົງມຸ່ງໝັ້ນທີ່ຈະຮັກສາຖານການຜະລິດໃນປະເທດເອົາໄວ້ດ້ວຍ.
ປະທານບໍລິສັດ ອາກິໂອະ ໂຕໂຢດະ (Akio Toyoda) ໄດ້ໃຫ້ຄຳໝັ້ນໄວ້ສະເໝີວ່າ ບໍລິສັດຈະມີການຜະລິດໃນຍີ່ປຸ່ນຢ່າງໜ້ອຍ 3 ລ້ານຄັນຕໍ່ປີ ຊຶ່ງເມື່ອປີທີ່ແລ້ວ ໂຕໂຢຕ້າຜະລິດລົດຍົນໃນບ້ານເກີດຈຳນວນ 3 ລ້ານ 1 ແສນຄັນ ຊຶ່ງຄິດເປັນ 1 ໃນ 3 ຂອງຍອດຜະລິດທັງໝົດທົ່ວໂລກ.
ດ້ານຍອດຂາຍ ໂຕໂຢຕ້າມີຍອດຈຳໜ່າຍທົ່ວໂລກໃນປີທີ່ຜ່ານມາຢູ່ຈຳນວນ 10 ລ້ານ 8 ແສນຄັນ, ສະເພາະຕະຫຼາດສະຫະລັດຄິດເປັນເກືອບ 1 ໃນ 4 ຂອງຍອດຂາຍທັງໝົດ ແລະ ໃນຈຳນວນຍອດຂາຍໃນສະຫະລັດນັ້ນ ເປັນລົດທີ່ຜະລິດໃນສະຫະລັດປະມານຮ້ອຍລະ 50 ຫຼື ເຄິ່ງໜຶ່ງ ແລະ ອີກຮ້ອຍລະ 30 ມາຈາກແຄນາດາແລະເມັກຊິໂກ ຊຶ່ງເປັນປະເທດເພື່ອນບ້ານກັນ.
ສ່ວນລົດຍົນອີກຈຳນວນ 281,000 ຄັນ ນຳເຂົ້າຈາກຍີ່ປຸ່ນ ລວມເຖິງຮຸ່ນຍອດນິຍົມເຊັ່ນ ໂຟຣ໌ ຣັນເນີ ທີ່ເປັນເອສຢູວີຂະໜາດກາງ, ລົດພຣີອຸສ ເຄື່ອງຈັກໄຮບຣິດ ແລະ ແບຣນ ເລັກຊັສ ອີກຫຼາຍຮຸ່ນ.
ທັງນີ້, ການກຳນົດພາສີສຳລັບລົດຍົນນຳເຂົ້າສ່ວນໃຫຍ່ຕ້ອງເສຍພາສີທີ່ອັດຕາຮ້ອຍລະ 25 ມີຜົນຕັ້ງແຕ່ວັນທີ 3 ເມສາ ແລະ ຊິ້ນສ່ວນລົດຍົນສ່ວນໃຫຍ່ຕ້ອງເສຍພາສີດັ່ງກ່າວຕັ້ງແຕ່ວັນທີ 3 ພຶດສະພາ.
ນອກຈາກຜູ້ຜະລິດລົດຍົນຄ່າຍຍີ່ປຸ່ນແລ້ວ, ຜູ້ຜະລິດລົດຍົນອີກຫຼາຍລາຍຕ່າງປະເມີນຜົນກະທົບຕໍ່ຜົນປະກອບການໄວ້ຄ່ອນຂ້າງຫຼາຍທີເດຍວ ລວມເຖິງການຖອນຄາດການລາຍໄດ້ທັງໝົດໃນປີນີ້ອອກໄປດ້ວຍ ບໍ່ວ່າຈະເປັນ:
- ເຈນເນີຣັລ ມໍເຕີສ ທີ່ປັບຫຼຸດການຄາດການກຳໄລທັງປີລົງຫຼາຍເຖິງ 5,000 ລ້ານໂດລາສະຫະລັດ
- ຟອດ ມໍເຕີ ຈຳກັດ ກຽມຮັບມືກັບຜົນກະທົບປະຈຳປີທີ່ຄາດວ່າຈະເກີດຂຶ້ນ 1,500 ລ້ານໂດລາ
- ກຸ່ມສະເຕລແລນທິສ (Stellantis) ແລະ ເມີເຊເດສ ເບັນຊ໌ ກຣຸບ (Mercedes-Benz Group) ກໍໄດ້ຖອນການຄາດການລາຍໄດ້ທັງໝົດໃນປີນີ້ອອກໄປແລ້ວ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














