site-cover (95)
ຢຶດໄດ້ອີກແລ້ວຢາບ້າ 50 ເປົາ ປອມປ້າຍ "ລົດລັດ" ບັງໜ້າແຕ່ປ້າຍຫຼັງເປັນ "ປ້າຍເຫຼືອງ" ເຈົ້າໜ້າທີ່ໄລ່ຈັບຢ່າງດຸເດືອດ.
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 15 May, 2025
ໝວດ: ຂ່າວ

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ບໍ່ແກ້ວ ລາຍງານວ່າ: ວັນທີ 10 ພຶດສະພາ 2025, ເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ ປ້າຍທະບຽນສີຟ້າ ກກ 0399 ບໍ່ເເກ້ວ

 

ຂັບຂີ່ມາແຕ່ທາງເມືອງຕົ້ນເຜິ້ງ ໄດ້ຜ່ານຈຸດກວດການໍ້າເກິ່ງ ຈະມຸ້ງໜ້າໄປເມືອງຫ້ວຍຊາຍ ແຕ່ເຈົ້າໜ້າທີ່ແມ່ນບໍ່ໄດ້ລັດ, ພໍລົດຄັນດັ່ງກ່າວຜ່ານຈຸດກວດກາໄປ ທາງເຈົ້າໜ້າທີ່ຈຶ່ງສັງເກດເຫັນປ້າຍທາງຫຼັງລົດແມ່ນຜິດປົກກະຕິຄື: ທາງດ້ານໜ້າແມ່ນຕິດປ້າຍລັດ ທະບຽນສີຟ້າ ກກ 0399 ບໍ່ເເກ້ວ ແຕ່ທາງດ້ານຫຼັງແມ່ນຕິດປ້າຍເຫຼືອງ ທະບຽນ ກກ 8220 ໄຊຍະບູລີ.

ເມື່ອເຫັນແນວນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂີ່ລົດຕິດຕາມໄປ ຈົນຮອດເຂດປ່າຊ້າບ້ານ ນໍ້າຍອນ ເມືອງຫ້ວຍຊາຍ ຈຶ່ງເຫັນລົດຟໍຈຸນເນີຄັນດັ່ງກ່າວ ແລະ ລົດກະບະລີໂວ ສີຂາວ ບໍ່ຈື່ປ້າຍທະບຽນ ຈອດຢູ່ແຄມທາງ ພ້ອມທັງມີຄົນ ປະມານ 2-3 ຄົນ ລົງຈາກລົດມາປ່ຽນປ້າຍທະບຽນລົດຟໍຈູນເນີ;

 

ເຈົ້າໜ້າທີຈຶ່ງໄດ້ຈອດລົດເພື່ອຈະລົງໄປກວດກາ ແຕ່ກຸ່ມຄົນດັ່ງກ່າວແມ່ນໄດ້ແລ່ນຂຶ້ນລົດແລ້ວຂັບລົບໜີ, ເຈົ້າໜ້າທີ່ຈຶ່ງໄດ້ຍິງປືນໃສ່ ຈໍານວນ 02 ນັດ ແຕ່ພວກກ່ຽວບໍ່ຈອດ, ເຈົ້າໜ້າທີ່ຈຶ່ງໄດ້ຂີ່ລົດໄລ່ຕາມ ຈົນຮອດສົ້ນຂົວບ້ານປາກງາວ ລົດຟໍຈຸນເນີ ແມ່ນໄດ້ລ້ຽວເຂົ້າໄປທາງບ້ານ ນໍ້າແລ, ສ່ວນລົດກະບະລີໂວ ແມ່ນໄດ້ແລ່ນໄປທາງເມືອງຫ້ວຍຊາຍ,

 

ເຈົ້າໜ້າທີ່ແມ່ນໄດ້ຂີ່ລົດໄລ່ຕາມລົດຟໍຈູນເນີ ເຂົ້າໄປທາງບ້ານ ນໍ້າແລ ພ້ອມທັງຍິງປືນໃສ່ຈຳນວນ 08 ນັດ ແຕ່ກໍຍັງບໍ່ຍອມຈອດ, ໄລ່ຕາມໄປໄດ້ປະມານ 02 ກິໂລແມັດ ໄດ້ເຫັນລົດຄັນດັ່ງກ່າວຈອດຢູ່ແຄມທາງ ສ່ວນຄົນຂັບແມ່ນໄດ້ແລ່ນໜີເຂົ້າໄປໃນປ່າ ທາງເຈົ້າໜ້າທີ່ກໍໄດ້ໄລ່ຈັບ ແຕ່ຜູ້ກ່ຽວເອົາຕົວລົບໜີໄດ້.

 

ຈາກນັ້ນ, ເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງ ຈຶ່ງໄດ້ປະສານຫາກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອໃຫ້ໄປສົມທົບກວດກາລົດຄັນດັ່ງກ່າວ.

ຜ່ານການກວດກາຂອງເຈົ້າໜ້າທີ່ ເຫັນວ່າລົດຄັນດັ່ງກ່າວແມ່ນຕ່າງຢາເສບຕິດ ປະເພດຢາບ້າ ຈໍານວນ 50 ເປົາມີ 5.000 ມັດ, ເທົ່າກັບ 10.000.000 ເມັດ ຢູ່ພາຍໃນລົດ, ເຫັນວ່າລົດຟໍຈູນເນີ ສີປອນ ປ້າຍທະບຽນແມ່ນ ກກ 8220 ໄຊຍະບູລີ, ສ່ວນປ້າຍທະບຽນສີຟ້າ ກກ 03999 ບໍ່ແກ້ວ ແມ່ນພຽງແຕ່ເອົາກາວສອງໜ້າມາຕິດທັບໃສ ເພື່ອອໍາພາງເຈົ້າໜ້າທີ່.

 

 

 

 

 

ພາບ-ຂ່າວ: ປກສ ແຂວງບໍ່ແກ້ວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-13T163234.534
ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
ຢ່າລື່ມກົດຕິດຕາມ