site-cover (97)
"ຂີປະນາວຸດເກົາຫຼີເໜືອ" ເຄື່ອງມືຕໍ່ລອງນານາຊາດ? ແລະ ການຜູກສຳພັນກັບຣັດເຊຍ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 15 May, 2025
ໝວດ: ຂ່າວ

ເມື່ອເວົ້າເຖິງເກົາຫຼີເໜືອ ແນ່ນອນວ່າ ພວກເຮົາຕ້ອງຄິດເຖິງ “ຂີປະນາວຸດ” ຊຶ່ງຕະຫຼອດໄລຍະເວລາທີ່ຜ່ານມາ ກໍຄົງເຄີຍເຫັນພາບການທົດສອບຂີປະນາວຸດຊະນິດຕ່າງໆ ຈາກປະເທດນີ້ ຈົນເອີ້ນໄດ້ວ່າ ເກືອບວ່າຈະເປັນເລື່ອງປົກກະຕິຂອງທີ່ນີ້

 

ເຖິງແມ່ນວ່າຈະຖືກນານາຊາດຄວ່ຳບາດ ແຕ່ “ຄິມ ຈອງອຶນ” ຜູ້ນຳສູງສຸດເກົາຫຼີເໜືອ ກໍປະກາດມຸ່ງໝັ້ນຈະພັດທະນາໂຄງການນິວເຄຼຍຍ່າງຕໍ່ເນື່ອງ ເພື່ອໃຫ້ປະເທດໄດ້ຂຶ້ນເປັນ “ມະຫາອຳນາດນິວເຄລຍ”

Digital Marketing Agency in Laos - Emerging Digital Solutions

 

ເກົາຫຼີເໜືອທົດສອບຂີປະນາວຸດຄັ້ງທີ 4 ໃນປີ 2025

 

ຫຼ້າສຸດ ເມື່ອວັນທີ 8 ພຶດສະພາ ເກົາຫຼີເໜືອເພິ່ງໄດ້ທົດສອບຂີປະນາວຸດຍຸດທະວິທີພິໄສໃກ້ ຮວາຊອງ-11 ແລະ ປືນໃຫຍ່ພິໄສໄກ ເພື່ອກຽມຄວາມພ້ອມທາງທະຫານໃຫ້ເຂັ້ມງວດຍິ່ງຂຶ້ນ ແລະ ຢ້ຳເຖິງຄວາມຈຳເປັນໃນການຂະຫຍາຍບົດບາດຂອງກອງກຳລັງນິວເຄລຍທັງໃນສະຖານະການຍັບຍັ້ງ ແລະ ການຕໍ່ສູ້

 

ການທົດສອບຄັ້ງນີ້ ນັບໄດ້ວ່າ ເປັນການທົດສອບຄັ້ງທີ 4 ຂອງປີ 2025 ຫຼັງຈາກຍິງທົດສອບຄັ້ງທຳອິດ ເມື່ອຕົ້ນເດືອນມັງກອນທີ່ຜ່ານມາ ໂດຍຫຼາຍຝ່າຍມອງວ່າ ການຍິງທົດສອບຂີປະນາວຸດ ອາດເປັນການທົດສອບ ເພື່ອສົ່ງອາວຸດອອກໄປຍັງຣັດເຊຍ ເນື່ອງຈາກຕອນນີ້ ເກົາຫຼີເໜືອກໍໄດ້ເຂົ້າມາມີບົດບາດບົນຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ຢູເຄຣນແລ້ວ

 

ມຸ່ງພັດທະນາອາວຸດນິວເຄລຍ ດັນປະເທດກ້າວສູ່ມະຫາອຳນາດ

 

ສິ່ງທີ່ເກົາຫຼີເໜືອໃຫ້ຄວາມສຳຄັນ ແລະ ກຳລັງພັດທະນາຢ່າງໜັກ ນັ້ນຄື “ອາວຸດນິວເຄລຍ” ທີ່ຕົວ ຄິມ ຈອງອຶນ ເອງ ກໍປະກາດຈະເຮັດໃຫ້ປະເທດເດີນໜ້າໄປສູ່ການເປັນ “ມະຫາອຳນາດນິວເຄລຍ” ໃຫ້ໄດ້ ແລະ ກໍມີການຂູ່ວ່າ ຈະໃຊ້ອາວຸດນິວເຄລຍຢູ່ເລື້ອຍໆ

 

ການທົດສອບຂີປະນາວຸດນິວເຄລຍຂອງເກົາຫຼີເໜືອ ເກີດຂຶ້ນທັງໝົດ 6 ຄັ້ງ ໂດຍຄັ້ງທຳອິດເກີດຂຶ້ນໃນປີ 2006 ຫຼັງເກົາຫຼີເໜືອ ຖອນຕົວອອກຈາກສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄລຍ ຫຼື NPT ໄດ້ພຽງ 3 ປີ ໂດຍຄັ້ງຫຼ້າສຸດ ທີ່ມີການທົດສອບອາວຸດນິວເຄລຍຂອງເກົາຫຼີເໜືອເກີດຂຶ້ນໃນປີ 2017 ສ້າງຄວາມຫວັ່ນວິຕົກບົນຄາບສະໝຸດເກົາຫຼີຢ່າງຫຼວງຫຼາຍ

 

ດ້ານສະມາຄົມຄວບຄຸມອາວຸດ ປະມານການໄວ້ວ່າ ປີ 2024 ເກົາຫຼີເໜືອມີຫົວຮົບນິວເຄລຍປະມານ 50 ໜ່ວຍ

 

ຂະນະທີ່ ຜູ້ຊ່ຽວຊານຈາກໂຄງການນະໂຍບາຍນິວເຄລຍຂອງມູນນິທິຄາເນກີ ເປີດເຜີຍວ່າ ເກົາຫຼີເໜືອອາດມີອາວຸດນິວເຄລຍຄອບຄອງຫຼາຍເຖິງ 300 ໜ່ວຍພາຍໃນອີກ 10 ປີຂ້າງໜ້າ

 

ເປັນຫຍັງເກົາຫຼີເໜືອຕ້ອງພັດທະນາອາວຸດນິວເຄລຍ

 

ຄຳຖາມຕໍ່ມາຄື ເປັນຫຍັງເກົາຫຼີເໜືອຈຶ່ງຕ້ອງທຸ່ມເທໃຫ້ກັບການພັດທະນາໂຄງການອາວຸດນິວເຄລຍ

 

ສຳນັກຂ່າວ BBC ເປີດເຜີຍວ່າ ເກົາຫຼີເໜືອຂາດແຫຼ່ງເງິນທຶນ ແລະ ອາວຸດ ຫຼັງສະຫະພາບໂຊວຽດລົ້ມສະລາຍລົງໃນປີ 1991 ເມື່ອປະເທດຂາດເງິນທຶນ ແລະ ປະສົບກັບໄພພິບັດຫຼາຍຄັ້ງ ເຮັດໃຫ້ສະຖານະການເກົາຫຼີເໜືອຮ້າຍແຮງລົງ

 

ສົ່ງຜົນໃຫ້ເກີດບັນຫາຂາດແຄນອາຫານຮຸນແຮງຕໍ່ເນື່ອງຫຼາຍປີ ເຮັດໃຫ້ປະຊາຊົນເສຍຊີວິດ 3 ລ້ານຄົນ ເມື່ອຖືກນານາຊາດໂດດດ່ຽວ ເກົາຫຼີເໜືອຈຶ່ງຫັນໄປລົງທຶນດ້ານອາວຸດນິວເຄລຍເພື່ອຄວາມຢູ່ລອດ

 

ສ່ວນທາງດ້ານ Heritage Foundation ຊຶ່ງເປັນອົງການວິໄຈນະໂຍບາຍສາທາລະນະແນວອະນຸລັກນິຍົມຂອງອາເມຣິກາ ວິເຄາະເຖິງເລື່ອງນີ້ໄວ້ວ່າ

 

  1. ຕ້ອງການປົກປ້ອງລະບອບການປົກຄອງ ເກົາຫຼີເໜືອເຊື່ອວ່າ ການມີອາວຸດນິວເຄລຍຈະຊ່ວຍປົກປ້ອງພວກເຂົາຈາກການໂຈມຕີໄດ້ ໂດຍສະເພາະສະຫະລັດຯ
  2. ມີໄວ້ເພື່ອເປັນອຳນາດຕໍ່ລອງກັບນານາຊາດ ເຖິງແມ່ນວ່າຕົວຜູ້ນຳຄິມຈະບອກວ່າ ອາວຸດນິວເຄລຍບໍ່ໄດ້ມີໄວ້ເພື່ອການຕໍ່ລອງ ແຕ່ອອກແບບມາເພື່ອໃຊ້ໃນການຮົບ ແຕ່ການຂົ່ມຂູ່ວ່າ ຈະໃຊ້ອາວຸດນິວເຄລຍຫຼາຍຄັ້ງຂອງເກົາຫຼີເໜືອ ກໍເຮັດໃຫ້ຫຼາຍຊາດຕ່າງເຝົ້າລະວັງເລື່ອງນີ້ຢ່າງຫຼວງຫຼາຍ ແລະ ບາງຄັ້ງເກົາຫຼີເໜືອກໍໄດ້ຮັບໃນສິ່ງທີ່ຕົນເອງຕ້ອງການ
  3. ເພື່ອສ້າງພາບລັກຂອງຜູ້ນຳ ການມີອາວຸດນິວເຄລຍ ຈະເຮັດໃຫ້ພາບລັກຂອງຜູ້ນຳເບິ່ງແຂງແກ່ງ ແລະ ສຳຄັນຕໍ່ປະເທດ
  4. ເພື່ອເຮັດໃຫ້ພັນທະມິດສະຫະລັດຯ-ເກົາຫຼີໃຕ້ອ່ອນແອລົງ ຫາກສະຫະລັດຯ ຢ້ານທີ່ຈະຖືກໂຈມຕີດ້ວຍອາວຸດນິວເຄລຍ ເກົາຫຼີເໜືອຫວັງວ່າສະຫະລັດຯ ອາດລັງເລທີ່ຈະປົກປ້ອງເກົາຫຼີໃຕ້

 

ເກົາຫຼີເໜືອ-ຣັດເຊຍ ມິດຕະພາບໃໝ່ເທິງຄວາມຂັດແຍ່ງ

 

ທ່າມກາງຄວາມຂັດແຍ່ງໂລກທີ່ເພີ່ມຂຶ້ນ 2 ຊາດທີ່ມີອາວຸດນິວເຄລຍເຊັ່ນ: ຣັດເຊຍ ແລະ ເກົາຫຼີເໜືອ ກັບຜູກສຳພັນໜັກແໜ້ນຫຼາຍຂຶ້ນ

 

ຜົນຈາກມາດຕະການຄວ່ຳບາດ ຈຶ່ງເຮັດໃຫ້ພວກເຂົາໂດດດ່ຽວຫຼາຍຂຶ້ນ ນັ້ນຈຶ່ງເປັນໜຶ່ງໃນປັດໄຈສຳຄັນທີ່ເຮັດໃຫ້ຣັດເຊຍ ແລະ ເກົາຫຼີຫັນມາຈັບມືກັນ ເພື່ອແລກປ່ຽນຄວາມຕ້ອງການຮ່ວມກັນ ແລະ ບັນເທົາຜົນກະທົບທີ່ເກີດຂຶ້ນຈາກຊາດຕາເວັນ

 

ເກົາຫຼີເໜືອສົ່ງທະຫານໄປຮ່ວມຮົບໃນສົງຄາມຢູເຄຣນ ຂະນະທີ່ ຣັດເຊຍຈະສົ່ງອາຫານ, ຊ່ວຍເຫຼືອທັງທາງການເງິນ ແລະ ທາງທະຫານໃຫ້ກັບເກົາຫຼີເໜືອ ຊຶ່ງຄາດວ່າ ເກົາຫຼີເໜືອອາດຂໍໃຫ້ຣັດເຊຍຊ່ວຍພັດທະນາໂຄງການອາວຸດນິວເຄລຍ ເພື່ອບັນລຸເປົ້າໝາຍຂອງຕົນ

 

ໂດຍ ວລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ເດີນທາງຢ້ຽມຢາມເກົາຫຼີເໜືອດ້ວຍຕົນເອງເມື່ອປີ 2024 ພ້ອມລົງນາມບັງຄັບໃຊ້ກົດໝາຍທີ່ໃຫ້ສັດຕະຍາບັນຮັບຮອງສົນທິສັນຍາຄວາມເປັນຫຸ້ນສ່ວນທີ່ຄອບຄຸມກັບເກົາຫຼີເໜືອ ທີ່ລວມທັງຄຳໝັ້ນທີ່ຈະໃຫ້ການຊ່ວຍເຫຼືອທາງການທະຫານລະຫວ່າງກັນ ຖ້າຝ່າຍໃດຝ່າຍໜຶ່ງຖືກໂຈມຕີ

 

ຄວາມສຳພັນຂອງ 2 ປະເທດ ຍິ່ງເຮັດໃຫ້ທົ່ວໂລກມອງວ່າ ເປັນຄວາມສຳພັນທີ່ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງໂລກ ເພາະອາດເຮັດໃຫ້ການສູ້ຮົບຂະຫຍາຍຕົວເພີ່ມຂຶ້ນໃນພາກພື້ນ, ທ້າທາຍກົດເກນແລະລະບົບທີ່ໂລກໃຊ້ເພື່ອຮັກສາສັນຕິພາບ ລວມເຖິງຍັງອາດເປັນການສົ່ງສັນຍານເຕືອນສະຫະລັດຯ ແລະ ພັນທະມິດໃຫ້ຖືເອົາຄວາມຮ່ວມມືລະຫວ່າງ “ຄິມ-ປູຕິນ” ຢ່າງຈິງຈັງ ແລະ ກຽມພ້ອມສຳລັບສິ່ງທີ່ອາດເກີດຂຶ້ນຕໍ່ໄປ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
ຢ່າລື່ມກົດຕິດຕາມ