site-cover (99)
ໝໍປາຍ ເປີດດວງ7ວັນເກີດ ຫຼັງດາວຕຣີເທບເຄື່ອນໜັກ ຄົນເກີດວັນໃດດີ-ເກີດວັນໃດລະວັງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 15 May, 2025

ໝໍປາຍ ເປີດດວງຊາຕາ7ວັນເກີດ ຫຼັງດາວຕຣີເທບເຄື່ອນໜັກເດືອນນີ້ ຄົນເກີດວັນໃດດີ ທັງໂຊກລາບ ການງານ ຄົນເກີດວັນໃດລະວັງ

 

ເດືອນນີ້ດາວຍ້າຍໃຫຍ່ ໝໍປາຍ ພຣາຍກະຊິບ ທຳນາຍດວງຊາຕາດວງຄົນເກີດ 7 ວັນ “ດາວຕຣີເທບພາເຫຼດເຄື່ອນ ຜົນກະທົບຕໍ່ຄົນຕາມວັນເກີດ ໝໍປາຍທຳນາຍຈັດເຕັມ” 

 

“ເລື່ອງຣາຫູຍ້າຍຕ້ອງລະວັງຫຼາຍໆ ເພາະຣາຫູມີພະລັງຄວາມມືດ ຖ້າຄົນເຮັດທຸລະກິດສີດຳລ້ວນແລ້ວບໍ່ເຮັດບຸນເລີຍມີສິດຊີວິດຕົກຕ່ຳ ຄົນເຮັດບຸນຫຼາຍໆ ແຕ່ບໍ່ເຮັດທານຫຼືເຮັດອັນໃດເສີມ ກໍຈະຈະຂຶ້ນໆລົງໆ”

 

“ຣາຫູມີອິດທິພົນກັບຊີວິດມະນຸດຊ່ວງປະມານ10ກວ່າປີນີ້ ຈະດີກັບຄົນເຮັດທຸລະກິດກ່ຽວກັບເທັກໂນໂລຢີ ສື່ອອນລາຍ ອັນໃດທີ່ເຮົາບໍ່ຕ້ອງປະເຊີນໜ້າໂດຍກົງ ຈະປະສົບຄວາມສຳເລັດຫາເງິນໄດ້ຫຼາຍ”

 

ໝໍປາຍ ທຳນາຍດວງຊາຕາສຳລັບດວງທັງ7ວັນເກີດ ດັ່ງນີ້

 

ຄົນເກີດວັນຈັນ

 

ຕ້ອງໄຫວ້ຣາຫູໜັກໆ ບໍ່ຈຳເປັນຕ້ອງໄຫວ້ສະເພາະ ວັນທີ5 ພຶດສະພາ ທີ່ຮັບທ່ານເຂົ້າມາເທົ່ານັ້ນ ສາມາດໄຫວ້ໄດ້ທຸກເດືອນທີ່ເປັນວັນຂ້າງແຮມ ຂໍພອນໃຫ້ຊ່ວຍປັດເປົ່າສິ່ງບໍ່ດີ ເພາະຈະໂດນສຸຂະພາບ ກ່ຽວກັບນ້ຳ ຕົວບວມ ເປັນໂຣກກະເພາະ ກົດໄຫຼຍ້ອນ ການຜ່າຕັດສັນຍະກຳບໍ່ປະສົບຄວາມສຳເລັດເທົ່າໃດ ຕ້ອງລະວັງ

 

ຄົນເກີດວັນອັງຄານ

 

ຈະມີຣິດສູ້ກັບຣາຫູໄດ້ ເຮັດໃຫ້ດວງແຂງ ແຕ່ຕ້ອງລະວັງຫຼາຍໆເລື່ອງ ຄຳເວົ້າ ຈະກາຍເປັນຄົນເວົ້າແຮງ ອາລົມແຮງ ໂມໂຫງ່າຍ ມີສິດພັງໄດ້

 

ຄົນເກີດວັນພຸດກາງເວັນ

 

ໃຫ້ເຮັດບຸນໝາກໄມ້ລັກສະນະກົມ ໃສ່ບາດພະດ້ວຍພາຊະນະຊົງກົມ ແກ້ໄຂເລື່ອງການງານ ແລະ ການເງິນຖ້າຖະຫວາຍຂອງແບບນີ້ຈະເຮັດໃຫ້ເງິນໄຫຼເຂົ້າມາງ່າຍຂຶ້ນ ບໍ່ຖືກເລື່ອງຂອງອຸປະສັກທີ່ເຂົ້າມາຫຼາຍຫຼາຍ

 

ຄົນເກີດວັນພຸດກາງຄືນ

 

ຢາກໃຫ້ໄຫວ້ຣາຫູຢູ່ແລ້ວ ໃຫ້ລະວັງຖືກຂອງ ການໄປທ່ຽວທີ່ອະໂຄຈອນທີ່ອະບາຍມຸກ ຈະເຮັດໃຫ້ດວງຕົກກວ່າເົກົ່າໄດ້ ມືດກັບມືດມາພົບກັນ ເຮັດໃຫ້ມີບັນຫາ

 

ຄົນເກີດວັນພະຫັດ

ຈະດີໜ້ອຍໜຶ່ງ ຖ້າເຮັດບຸນໃຫ້ປ່ອຍປາ ສູດມົນຄາຖາພາຫຸງຯ ເລື້ອຍໆ ຈະເສີມໂຊກລາບ ການເດີນທາງ ໃຫ້ປະສົບຄວາມສຳເລັດ ມີແຕ່ຄົນຮັກໃຄ່ເມດຕາ ສຳເລັດເລື່ອງການງານຫຼາຍຂຶ້ນ

 

ຄົນເກີດວັນສຸກ

ລະວັງເດີນທາງທາງນ້ຳ ຣາຫູເຂົ້າ ມີເກນຕົກນ້ຳງ່າຍ ຈົມນ້ຳງ່າຍ ລັກສະນະຄືກັນກັບອັນໃດດຶງຂາ ຫ້າມໄປຫຼິ້ນນ້ຳ ຫຼື ອັນໃດກໍຕາມທີ່ມີນ້ຳ ຫຼື ລົງທະເລ

 

ຄົນເກີດວັນເສົາ

ຖ້າໄດ້ເຮັດບຸນໂລງສົບ ຄົນທີ່ເສຍຊີວິດ ຈະຊ່ວຍສົ່ງເສີມໂຊກລາບ ເລື່ອງເຈົ້າທີ່ ພໍເຈົ້າທີ່ເຮົາໄດ້ພະລັງຈາກທີ່ເຮົາເຮັດບຸນ ກໍຈະໃຫ້ໂຊກລາບ ຕົວເລກ ຄວາມສຸກຄວາມຈະເລີນໃນເຮືອນ

 

ຄົນເກີດວັນອາທິດ

ແນະນຳຢາກໃຫ້ຖະຫວາຍຂອງຊົງກົມສີແດງ ເຊັ່ນ: ແອັບເປີ້ນ ຫຼື ຂອງໃຊ້ຢ່າງອື່ນ ຊົງກົມ ໄປຖະຫວາຍພະ ແລ້ວກວດນ້ຳໃຫ້ເຈົ້າກຳນາຍເວນ ເອົາຫຼອດໄຟສີສົ້ມໄປຖະຫວາຍ ຈະຊ່ວຍເລື່ອງ ການງານ ຄວາມຮັກ ການເງິນ ໄດ້ຫຼາຍ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
ຢ່າລື່ມກົດຕິດຕາມ