site-cover - 2025-05-16T113113.692
ຈີນ-ກຳປູເຈຍເປີດສາກຊ້ອມຮົບ "ມັງກອນທອງ" ທະຫານກວ່າ 2 ພັນນາຍ-ຈັດເຕັມອາວຸດສຸດໄຮເທັກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 16 May, 2025
ໝວດ: ຂ່າວ

ຈີນ-ກຳປູເຈຍເປີດສາກຊ້ອມຮົບ – ວັນທີ 15 ພຶດສະພາ ສະເຕຣັດທາມສ໌ ລາຍງານວ່າ ຈີນ ແລະ ກຳປູເຈຍເປີດສາກຊ້ອມຮົບຮ່ວມຄັ້ງໃຫຍ່ທີ່ສຸດເມື່ອວັນທີ 14 ພຶດສະພາ ໂດຍມີທະຫານຈີນເກືອບ 900 ນາຍ ແລະທະຫານກຳປູເຈຍກວ່າ 1,300 ນາຍເຂົ້າຮ່ວມການຊ້ອມຮົບທີ່ມີການໃຊ້ອຸປະກອນທາງທະຫານຂັ້ນສູງຂອງຈີນ

 

ລວມເຖິງຍານເກາະ ປືນໃຫຍ່ ເຮລິຄອບເຕີ ເຮືອຮົບ ໂດຣນລາດຕະເວນ ຫຸ່ນຍົນຮົບສຸນັກ ແລະຈະຝຶກຊ້ອມຈົນເຖິງວັນທີ 28 ພຶດສະພາ ຄວາມເຄື່ອນໄຫວດັ່ງກ່າວເຮັດໃຫ້ສະຫະລັດອາເມລິກາວິຕົກກັງວົນວ່າຈີນກຳລັງໃຊ້ຖານທັບເຮືອກຳປູເຈຍທີ່ປັບປຸງໃໝ່ເພື່ອຂະຫຍາຍອິດທິພົນໃນພູມິພາກອາຊີຕາເວັນອອກສ່ຽງໃຕ້

 

 

ໂຄສົກກອງທັບກຳປູເຈຍ (ອາຣ໌ຊີເອເອຟ) ລະບຸໃນຖະແຫຼງການວ່າການຊ້ອມຮົບປະຈຳປີຈະ “ພັດທະນາຄວາມສຳພັນແລະຄວາມຮ່ວມມືທີ່ເລິກເຊິ່ງຍິ່ງຂຶ້ນລະຫວ່າງກອງທັບຂອງທັງສອງປະເທດ ການຊ້ອມຮົບຄັ້ງນີ້ມີກຳລັງພົນແລະອຸປະກອນຫຼາຍກວ່າປີທີ່ແລ້ວ”

 

ຂະນະທີ່ ທ່ານອູ ວິຣັກ ນັກວິເຄາະການເມືອງກຳປູເຈຍ ໃຫ້ສຳພາດວ່າຈີນຕ້ອງການສະແດງພະລັງ ແລະ ສົ່ງສັນຍານວ່າຈີນເປັນມະຫາອຳນາດຜ່ານການຊ້ອມຮົບຮ່ວມທີ່ເອີ້ນວ່າ “ມັງກອນທອງ” ແນ່ນອນວ່າຈີນກຳລັງພະຍາຍາມຂະຫຍາຍອິດທິພົນພາຍໃນພູມິພາກ

 

 

ລວມທັງສ້າງຄວາມເຊື່ອໝັ້ນໃນກຸ່ມປະເທດພັນທະມິດວ່າຈີນກຳລັງເຕີບໂຕ ຂະຫຍາຍຕົວ ແລະ ແຂງແກ່ງຂຶ້ນ ທັງໃນດ້ານຂະໜາດ ຄວາມກ້າວໜ້າທາງເຕັກໂນໂລຢີ ແລະ ຄວາມແຂງແກ່ງທາງທະຫານ” ພ້ອມເສີມວ່າມີການຄາດການວ່າກຳປູເຈຍຈະໄດ້ຮັບເຮືອຮົບຈາກຈີນ 2 ລຳດ້ວຍ

 

ທັງນີ້ ການຊ້ອມຮົບຮ່ວມລະຫັດມັງກອນທອງຈັດຂຶ້ນຄັ້ງທຳອິດໃນປີ 2016 ຕໍ່ມາຊ່ວງຕົ້ນປີ 2017 ກຳປູເຈຍຍົກເລີກການຊ້ອມຮົບຮ່ວມກັບກອງທັບສະຫະລັດທີ່ຮຽກວ່າ “ອັງກອຣ໌ເຊນຕິເນລ” ຊຶ່ງຈັດຂຶ້ນເປັນເວລາ 7 ປີກ່ອນໜ້ານັ້ນ ການຊ້ອມຮົບມັງກອນທອງໃນປີນີ້ຍັງເກີດຂຶ້ນຫຼັງຈາກປະທານາທິບໍດີສີ ຈິ້ນຜິງ ຜູ້ນຳຈີນ ເດີນທາງຢ້ຽມຢາມກຳປູເຈຍເປັນເວລາ 2 ວັນເມື່ອ ເດືອນເມສາ ທີ່ຜ່ານມາ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
ຢ່າລື່ມກົດຕິດຕາມ