
ໂຄວິດລະບາດຢ່າງໜັກຫຼັງເຂົ້າລະດູຝົນ ອາການຄ້າຍກັບໄຂ້ຫວັດໃຫຍ່ແຕ່ບໍ່ຄືກັນ ຮູ້ກ່ອນຮັບມືທັນ ຊ່ວຍບັນເທົາອາການໄດ້ບໍ່ໜັກ ຟື້ນຕົວໄວ
ຊ່ວງລະດູຝົນທີ່ເຮັດໃຫ້ການແຜ່ລະບາດຂອງພະຍາດຕິດເຊື້ອໃນລະບົບທາງເດີນຫາຍໃຈງ່າຍຂຶ້ນ ເຮັດໃຫ້ໂຄວິດ 19 ກັບມາລະບາດອີກຄັ້ງ ຊຶ່ງຍັງມີທັງຜູ້ຕິດເຊື້ອ ປ່ວຍໜັກ ແລະ ເສຍຊີວິດ ເຮັດໃຫ້ຫຼາຍຄົນເລີ່ມກັງວົນວ່າອາການຄັ່ນເນື້ອຄັ່ນຕົວ ທີ່ເປັນຢູ່ ຫຼື ກຳລັງຈະເປັນນີ້ ເປັນຫຍັງກັນແນ່ ໄຂ້ຫວັດໃຫຍ່ ຫຼື ໂຄວິດ 19 ທີ່ເປັນຕາຍ້ານບໍ່ແພ້ກັນ ອີກທັງຍັງມີລັກສະນະອາການໃກ້ຄຽງກັນ ຕັ້ງແຕ່ອາການເລັກນ້ອຍໄປຈົນຮອດຮຸນແຮງ
ໂຄວິດ VS ໄຂ້ຫວັດໃຫຍ່
ພະຍາດໂຄວິດ-19 ການຕິດເຊື້ອ ບາງຄົນອາດມີອາການຮຸນແຮງບໍ່ຫຼາຍ ມີລັກສະນະຄືກັບໄຂ້ຫວັດທົ່ວໄປ ຂະນະທີ່ບາງຄົນມີອາການຮຸນແຮງຫຼາຍ ເຮັດໃຫ້ເກີດປອດອັກເສບໄດ້
ອາການພະຍາດໂຄວິດ-19
- ໄຂ້
- ຮູ້ສຶກເມື່ອຍລ້າ
- ໄອແຫ້ງໆ
- ຫາຍໃຈໄດ້ລຳບາກ
- ບາງຄັ້ງອາດມີອາການເຈັບຄໍ
ທັງນີ້ພະຍາດນີ້ສາມາດຫາຍໄດ້ເອງ ຮູບແບບການປິ່ນປົວເປັນໄປຕາມອາການທີ່ແຕກຕ່າງກັນໃນແຕ່ລະບຸກຄົນ ການເຮັດຄວາມເຂົ້າໃຈກ່ຽວກັບໄວຣັສຊະນິດນີ້ຈະຊ່ວຍໃຫ້ດູແລສຸຂະພາບ ສຸຂະອະນາໄມ ແລະ ສາມາດປ້ອງກັນຕົນເອງໄດ້ຢ່າງຖືກວິທີ
ພະຍາດໄຂ້ຫວັດໃຫຍ່ ເກີດຈາກການຕິດເຊື້ອໄວຣັສອິນຟລູເອັນຊາ (Influenza Virus) ແບ່ງເປັນໄຂ້ຫວັດໃຫຍ່ຕາມລະດູການ ເປັນເຊື້ອໄຂ້ຫວັດໃຫຍ່ທີ່ພົບກັນມານານແລ້ວ ອາການມັກຈະບໍ່ຮຸນແຮງ ແລະ ໄຂ້ຫວັດໃຫຍ່ສາຍພັນໃໝ່ທີ່ປັດຈຸບັນໄດ້ກາຍເປັນໄຂ້ຫວັດໃຫຍ່ຕາມລະດູການທີ່ພົບປະປົນກັບສາຍພັນຕ່າງໆ ທົ່ວໄປ
ອາການໄຂ້ຫວັດໃຫຍ່
- ມີໄຂ້ສູງຕິດກັນຫຼາຍວັນ
- ເຈັບຫົວ
- ປວດເມື່ອຍກ້າມເນື້ອ
- ໄອແຫ້ງໆ
- ຈາມ
- ເຈັບຄໍ
- ບາງຄັ້ງມີນ້ຳມູກ
ໄຂ້ຫວັດໃຫຍ່ອາການຈະຄ້າຍກັບການຕິດເຊື້ອໄວຣັສໂຄວິດ-19 ຄ່ອນຂ້າງຫຼາຍ ແຕ່ທີ່ແຕກຕ່າງຄືມັກຈະບໍ່ມີອາການທາງເດີນຫາຍໃຈສ່ວນລຸ່ມ ຄື: ຫາຍໃຈລຳບາກ ແໜ້ນໜ້າເອິກ
ເມື່ອອາການມີຄວາມຄ້າຍຄຶກັນ ໃນໄລຍະເລີ່ມຕົ້ນຂອງອາການປ່ວຍລັກສະນະນີ້ ເວລາທີ່ໄປພົບແພດ ແພດຈະເຮັດການສົ່ງກວດເຊື້ອໄຂ້ຫວັດໃຫຍ່ກ່ອນອັນດັບທຳອິດ ເພື່ອຕັດປະເດັນຄວາມຄ້າຍຄຶກັນຂອງອາການອອກໄປ ການປ້ອງກັນພະຍາດທີ່ດີທີ່ສຸດ
- ລ້າງມືເລື້ອຍໆ ບໍ່ເອົາມືໄປສຳຜັດໜ້າຕາ
- ຫຼີກລ່ຽງການສຳຜັດໃກ້ຊິດກັບຄນເຈັບ
- ຫຼີກລ່ຽງພື້ນທີ່ທີ່ມີຄົນແອອັດໃນຊ່ວງທີ່ມີການລະບາດ
- ເວັ້ນໄລຍະຫ່າງ (Social Distancing)
- ໃສ່ໜ້າກາກຜ້າ ຫຼື ໜ້າກາກອະນາໄມໃນສະຖານທີ່ແອອັດ
- ໃນຜູ້ສູງອາຍຸ ແລະ ເດັກຄວນໄດ້ຮັບການສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ປີລະ 1 ຄັ້ງ ເພື່ອໃຫ້ຫ່າງໄກພະຍາດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,524 | 21,801 |
THB | 665.41 | 676.72 |
EUR | 24,181 | 24,665 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














