VP LANDSCAPE COVER - 2025-05-19T095654.833
ຖອດຖອນບົດຮຽນການສະເຫລີມ ສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ
ຮຽບຮຽງໂດຍ:patthana
ເຜີຍແຜ່: 19 May, 2025

ອະນຸກໍາມະການໂຄສະນາ ຂະບວນການແຂ່ງຂັນ ແລະ ຍ້ອງຍໍ ຈັດກອງປະຊຸມຖອດຖອນບົດຮຽນ ການສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ແລະ ກະກຽມຄວາມພ້ອມ ໃນການສະເຫລີມສະຫລອງ ວັນ ສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃນວັນທີ 14 ພຶດສະພາ 2025 ໂດຍການ​ເປັນ​ປະທານ​ຂອງ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະ ທານສູນກາງແນວລາວສ້າງຊາດ ຫົວໜ້າອະນຸດັ່ງກ່າວມີ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກຮອງປະທານ ສນຊ, ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະທໍາ ແລະ ການທ່ອງ ທ່ຽວ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

​ໃນກອງປະຊຸມໄດ້ຍົກໃຫ້ເຫັນຜົນງານ-ຜົນສໍາເລັດຂອງ ອະນຸກໍາມະການໂຄສະນາ ຂະບວນການແຂ່ງຂັນ ແລະ ຍ້ອງຍໍ ເປັນຕົ້ນ ຂະບວນການຍ່າງເພື່ອສຸຂະພາບ ທີ່ປະຕູໄຊສໍາເລັດການປະດັບປະດາຕົວເມືອງສໍາເລັດການຈັດພິທີການຍ້ອງຍໍໃນການປະດັບຫລຽນກາລະນຶກ 70 ປີສໍາເລັດການ ສະແດງສິລະປະ ​ໃນພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງພັກ ຄົບຮອບ 70 ປີ. ພ້ອມ​ນີ້, ກອງປະຊຸມ ຍັງໄດ້ລາຍງານການກະກຽມຄວາມພ້ອມ ໃນການສະເຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້. ໃນນັ້ນອະນຸກໍາມະການໂຄສະນາ ຂະບວນການແຂ່ງຂັນ ແລະ ຍ້ອງຍໍ ມີ 7 ແຜນວຽກພື້ນຖານ ເຊິ່ງໄດ້ລະບຸຢູ່ ໃນຂໍ້ຕົກລົງຂອງກົມການເມືອງສູນກາງພັກຕ້ອງໄດ້ປະຊາສໍາພັນຕື່ມບັນດາແຜນວຽກ ໂດຍສະເພາະ ໜ່ວຍງານແຂ່ງຂັນຍ້ອງຍໍ ການແຂ່ງຂັນຮັກຊາດ ແລະ ພັດທະນາ ເນື່ອງໃນໂອກາດ 50 ປີ ເພື່ອຍ້ອງຍໍໃຫ້ຖືກຄົນທີ່ມີຜົນງານອັນພົ້ນເດັ່ນແທ້.

ພ້ອມ​ກັນ​ນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບ ການອອກແບບໃນການສະແດງ ໃຫ້ເຫັນອັນໃໝ່ຕື່ມ ເປັນຕົ້ນ ການນໍາໃຊ້ AI ເຂົ້າໃນການສະແດງບັນດາກິດຈະກໍາຕ່າງໆ ເພື່ອສະເຫລີມສະ ຫລອງ 2 ວັນປະຫວັດສາດທີ່ຈະມາເຖິງນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
jane - 2025-10-13T131830.391
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກຽມຈະເປີດບໍລິການທ້າຍປິ 2025 ນີ້ (ແຂວງບໍລິຄໍາໄຊ-ຈັງຫວັດບຶງການ)
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
ຢ່າລື່ມກົດຕິດຕາມ