VP LANDSCAPE COVER - 2025-05-19T143312.900
ມຶນປາຍມື ປາຍຕີນ ເປັນໂລກຫຍັງ?
ຮຽບຮຽງໂດຍ:patthana
ເຜີຍແຜ່: 19 May, 2025

ຜູ້ທີ່ມີອາການມຶນຕາມປາຍນິ້ວມື, ນິ້ວຕີນ, ຫຼື ແມ້ກະທັ້ງແຂນ, ຂາ, ມື, ແລະ ໃບໜ້າ, ແພດອາດສັນນິຖານວ່າເປັນໂລກອັນຕະລາຍທີ່ກ່ຽວຂ້ອງກັບປາຍປະສາດອັກເສບ. ອາການເຫຼົ່ານີ້ຈະເພີ່ມຄວາມສ່ຽງໃນການເປັນໂລກທີ່ໜັກຂຶ້ນຢ່າງ ໂລກອຳພຶກ, ອຳພາດ ຫຼື ບໍ່? ພວກເຮົາຈະມີວິທີປ້ອງກັນແນວໃດ? ມາເບິ່ງກັນເນາະ.

ປາຍປະສາດອັກເສບ ແມ່ນຫຍັງ?

ເມື່ອສະໝອງປຽບເໝືອນສູນຄວບຄຸມການສົ່ງກະແສໄຟຟ້າ, ສະໝອງຈະຄວບຄຸມການສົ່ງກະແສໄຟຟ້າໄປຍັງອະໄວຍະວະຕ່າງໆ ຜ່ານທາງສາຍໄຟ ຫຼື ໃນທີ່ນີ້ຄືເສັ້ນປະສາດ, ແລະ ມີສາຍໄຟແຮງສູງ ຫຼື ເສັ້ນປະສາດໃຫຍ່ຢູ່ທີ່ໄຂກະດູກສັນຫຼັງ, ທີ່ພ້ອມກະຈາຍໄຟຟ້າໄປຍັງເສັ້ນປະສາດອື່ນໆ ຕໍ່ອີກຕໍ່ໜຶ່ງ.

ແຕ່ເມື່ອເສັ້ນປະສາດເລີ່ມມີບັນຫາໃນຈຸດໃດຈຸດໜຶ່ງ, ເຮັດໃຫ້ອະໄວຍະວະສ່ວນນັ້ນເຮັດວຽກຜິດປົກກະຕິ, ຈຶ່ງອາດເປັນທີ່ມາຂອງປາຍປະສາດອັກເສບ, ທີ່ເຮັດໃຫ້ເກີດອາການມຶນຕາມປາຍມືປາຍຕີນ. ເສັ້ນປະສາດບໍ່ສາມາດຮັບຮູ້ໄດ້ເຖິງອາການເຈັບປວດ, ແສບຮ້ອນ, ສັ່ນສະເທືອນ, ຫຼື ບໍ່ສາມາດຄວບຄຸມກ້າມຊີ້ນສ່ວນນັ້ນໄດ້.

ເສັ້ນປະສາດ ມີຄວາມສຳຄັນແນວໃດ?

ຄືກັນກັບທີ່ກ່າວໄວ້ຂ້າງເທິງວ່າ, ເສັ້ນປະສາດປຽບເໝືອນສາຍໄຟຟ້າທີ່ລຳລຽງພະລັງງານໄປຕາມສ່ວນຕ່າງໆ ຂອງຮ່າງກາຍ. ດັ່ງນັ້ນຫາກເສັ້ນປະສາດເຮັດວຽກຜິດປົກກະຕິ, ກໍ່ຈະສົ່ງໃຫ້ອະໄວຍະວະນັ້ນໆ ເຮັດວຽກຜິດປົກກະຕິໄປດ້ວຍ.

ເສັ້ນປະສາດມີ 2 ປະເພດໃຫຍ່ໆ ທັງເສັ້ນປະສາດໃນສະໝອງ, ທີ່ຄວບຄຸມຈາກສະໝອງໂດຍກົງ, ບໍ່ຜ່ານໄຂກະດູກສັນຫຼັງ, ຄວບຄຸມການເຮັດວຽກຂອງປະສາດສຳຜັດຕ່າງໆ ເຊັ່ນ: ການເບິ່ງເຫັນ, ການໄດ້ກິ່ນ, ການລິ້ມລົດ, ການຊົງຕົວ, ການກືນອາຫານ, ການຂະຫຍັບກ້າມຊີ້ນເທິງໃບໜ້າ, ການອອກສຽງ, ແລະ ຄວບຄຸມກ້າມຊີ້ນບໍລິເວນຫົວໄຫຼ່, ຄໍ, ແລະ ລີ້ນ.

ເສັ້ນປະສາດອີກ 1 ຊະນິດ ຄື ເສັ້ນປະສາດທົ່ວໄປທີ່ກະຈາຍຢູ່ທົ່ວຮ່າງກາຍ, ເປັນເສັ້ນປະສາດທີ່ຕໍ່ມາອີກທີຈາກໄຂກະດູກສັນຫຼັງ. ໂດຍສາມາດແບ່ງຍ່ອຍເປັນສ່ວນໆ ທັງຮາກປະສາດທີ່ຕໍ່ມາຈາກເສັ້ນປະສາດທີ່ໄຂສັນຫຼັງໂດຍກົງ, ກຸ່ມຂອງຮາກປະສາດ, ແລະ ເສັ້ນປະສາດສ່ວນປາຍ, ທີ່ດູແລກ້າມຊີ້ນຂອງອະໄວຍະວະຕ່າງໆ.

ປາຍປະສາດອັກເສບ ມີສາເຫດມາຈາກຫຍັງ?

  • ມີອາການໝອນຮອງກະດູກທັບເສັ້ນປະສາດ, ການນອນກົດທັບເສັ້ນປະສາດ, ຫຼື ການກົດທັບຈາກເສັ້ນປະສາດໂດຍເນື້ອງອກ
  • ຜົນຂ້າງຄຽງຈາກອາການຕິດເຊື້ອຈາກໂລກຕ່າງໆ ເຊັ່ນ: ວັນນະໂລກ
  • ເກີດພາວະຂາດເລືອດມາຫຼໍ່ລ້ຽງ
  • ມີໂລກຊຳເຮື້ອຕ່າງໆ ເຊັ່ນ: ເບົາຫວານ, ໄຕວາຍ
  • ມີຄວາມຜິດປົກກະຕິມາຕັ້ງແຕ່ກຳເນີດ

ປັດໄຈສ່ຽງໃນການເປັນໂລກປາຍປະສາດອັກເສບ

  • ພັນທຸກຳຈາກຄອບຄົວ, ທີ່ອາດເຄີຍເປັນໂລກທີ່ກ່ຽວຂ້ອງກັບການເຮັດວຽກຜິດປົກກະຕິຂອງເສັ້ນປະສາດ
  • ມີປະຫວັດການຕິດເຊື້ອຈາກໂລກໃດໂລກໜຶ່ງ
  • ລະດັບນ້ຳຕານໃນເລືອດສູງ, ອາດສ່ຽງໂລກເສັ້ນປະສາດທີ່ເກີດຈາກໂລກເບົາຫວານ
  • ເຮັດວຽກໂດຍໃຊ້ຂໍ້ມືຫຼາຍໆ ຈົນອາດສ່ຽງເປັນໂລກເສັ້ນປະສາດບໍລິເວນຂໍ້ມືຖືກກົດທັບ
  • ເປັນຜູ້ປ່ວຍໂລກໄຕ, ທີ່ຕ້ອງໃຫ້ການປິ່ນປົວໂດຍການຟອກເລືອດ, ຟອກໄຕ

ມຶນປາຍມືປາຍຕີນ ອັນຕະລາຍ ສ່ຽງອຳພາດ?

ເພາະອາການມຶນຕາມປາຍນິ້ວມືນິ້ວຕີນ ກ່ຽວຂ້ອງກັບການເຮັດວຽກຂອງເສັ້ນປະສາດຜິດປົກກະຕິ, ດັ່ງນັ້ນຫາກມີຄວາມຜິດປົກກະຕິຈົນເຖິງຂັ້ນເປັນໂລກເສັ້ນປະສາດສະໝອງຄູ່ທີ 7 ອັກເສບ, ກໍ່ອາດເປັນໂລກອຳພາດຊະນິດໜຶ່ງທີ່ເອີ້ນວ່າ ໂລກອຳພາດເບວ, ເຊິ່ງເປັນໂລກເສັ້ນປະສາດສະໝອງທີ່ພົບເລື້ອຍທີ່ສຸດໄດ້ເຊັ່ນກັນ.

ມຶນປາຍມືປາຍຕີນຫຼາຍຄືຊິໃດ ຈຶ່ງຄວນໄປພົບໝໍ?

ຫາກມີອາການມຶນທີ່ບໍລິເວນປາຍມືປາຍຕີນເລັກນ້ອຍຫຼາຍກວ່າ 2-3 ວັນ, ແລະ ບໍ່ມີທີທ່າວ່າຈະດີຂຶ້ນ, ໃຫ້ລອງປັບປ່ຽນພຶດຕິກຳເບິ່ງກ່ອນ. ອາດຈະອອກກຳລັງກາຍ, ປ່ຽນອິລິຍາບົດເລື້ອຍໆ ລະຫວ່າງວັນ, ຫຼື ປ່ຽນບ່ອນນອນ, ປ່ຽນໝອນ. ຫາກຍັງບໍ່ດີຂຶ້ນພາຍໃນໄລຍະເວລາບໍ່ເກີນ 1 ອາທິດ, ຄວນຮີບພົບໝໍກ່ອນມີອາການຫຼາຍຂຶ້ນ.

ຈະເຫັນໄດ້ວ່າອາການມຶນຕາມປາຍນິ້ວມືນິ້ວຕີນ, ຈະເລີ່ມພົບຫຼາຍຂຶ້ນໃນກຸ່ມຂອງຄົນຮຸ່ນເຮັດວຽກ, ຫຼື ແມ້ກະທັ້ງຄົນທີ່ເຮັດວຽກໃຊ້ຂໍ້ມືໜັກໆ ຢ່າງແມ່ເຮືອນ, ແມ່ຄົວ, ເນື່ອງມາຈາກການໃຊ້ຊີວິດທີ່ເຮັດວຽກໜັກ, ບໍ່ມີເວລາອອກກຳລັງກາຍ, ບໍ່ມີເວລາປ່ຽນອິລິຍາບົດລະຫວ່າງວັນ, ແລະ ການພັກຜ່ອນທີ່ບໍ່ພຽງພໍ ຫຼື ບໍ່ຖືກຕ້ອງ. ດັ່ງນັ້ນຫາກຮູ້ສຶກມີອາການຜິດປົກກະຕິເກີດຂຶ້ນ, ຄວນຮີບພົບໝໍເພື່ອການວິນິດໄສຢ່າງທັນທ່ວງທີກ່ອນຊ້າເກີນແກ້ເນາະ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-21T163456.766
ຣັດເຊຍ ກັບ ອູແກຣນ ຄວນ “ແບ່ງປັນ” ເຂດດອນບາສ ອີງຕາມເຂດສູ້ຮົບໃນປັດຈຸບັນ
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
ຢ່າລື່ມກົດຕິດຕາມ