site_cover (9)
ອິສຣາເອນຈະອະນຸຍາດໃຫ້ສົ່ງອາຫານ "ປະລິມານພື້ນຖານ" ເຂົ້າໄປໃນ ກາຊາ ຫຼັງປິດລ້ອມ 10 ອາທິດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 19 May, 2025

ອິສຣາເອນປະກາດວ່າຈະອະນຸຍາດໃຫ້ສົ່ງອາຫານ “ໃນປະລິມານພື້ນຖານ” ເຂົ້າໄປໃນກາຊາ ເພື່ອໃຫ້ແນ່ໃຈວ່າ “ຈະບໍ່ເກີດວິກິດຂາດແຄນອາຫານ” ຫຼັງຈາກປິດລ້ອມພື້ນທີ່ດັ່ງກ່າວເປັນເວລາ 10 ອາທິດ

 

ຖະແຫຼງການຈາກສຳນັກງານນາຍົກລັດຖະມົນຕີອິສຣາເອນລະບຸວ່າ ການເຄື່ອນໄຫວດັ່ງກ່າວເກີດຂຶ້ນຕາມຄຳແນະນຳຂອງກອງກຳລັງປ້ອງກັນອິສຣາເອນ (IDF) ແລະ ອີງຕາມຄວາມຈຳເປັນໃນການສະໜັບສະໜູນການໂຈມຕີທາງທະຫານຕໍ່ກຸ່ມຮາມາສ ການປະກາດດັ່ງກ່າວເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ກອງທັບອິສຣາເອນກ່າວວ່າໄດ້ເລີ່ມປະຕິບັດການພາກພື້ນດິນຢ່າງຄອບຄຸມທົ່ວກາຊາ

 

ອິສຣາເອນຕົກຢູ່ພາຍໃຕ້ແຮງກົດດັນທີ່ເພີ່ມຂຶ້ນໃຫ້ຍົກເລີກການປິດລ້ອມ ຊຶ່ງບໍ່ອະນຸຍາດໃຫ້ສົ່ງອາຫານ ເຊື້ອເພີງ ຫຼື ຢາຮັກສາໂລກໃດໆ ເຂົ້າໄປໃນກາຊາ ໜ່ວຍງານດ້ານຄວາມຊ່ວຍເຫຼືອໄດ້ເຕືອນກ່ຽວກັບຄວາມສ່ຽງຕໍ່ການເກີດຄວາມອຶດຢາກໃນໝູ່ປະຊາກອນ 2.1 ລ້ານຄົນຂອງກາຊາ ໂດຍມີການເຜີຍແຜ່ພາບແລະລາຍງານຂອງເດັກນ້ອຍຈ່ອຍໂຊທີ່ຂາດສານອາຫານ

[email protected] +856 21 417 234 ບໍລິສັດ ດາຕາຄອມ ຈຳກັດ Delivering complete technology solutions

 

 

ຖະແຫຼງການຈາກສຳນັກງານນາຍົກລັດຖະມົນຕີເບນຈາມິນ ເນທັນຢາຮູ ລະບຸວ່າ ອິສຣາເອນຈະອະນຸຍາດໃຫ້ “ນຳອາຫານຈຳນວນໜຶ່ງມາໃຫ້ກັບປະຊາຊົນໃນກາຊາ”

 

ເພື່ອໃຫ້ແນ່ໃຈວ່າຈະບໍ່ມີວິກິດອາຫານຂາດແຄນ ແລະ ເສີມວ່າສະຖານະການດັ່ງກ່າວຈະສົ່ງຜົນກະທົບຕໍ່ປະຕິບັດການໃໝ່ທີ່ຮຽກວ່າ Operation Gideon’s Chariot ໂດຍອິສຣາເອນຈະດຳເນີນການເພື່ອປະຕິເສດຄວາມສາມາດຂອງຮາມາສໃນການຄວບຄຸມການແຈກຈ່າຍຄວາມຊ່ວຍເຫຼືອດ້ານມະນຸດສະທຳ

 

ກ່ອນໜ້ານີ້ໃນວັນອາທິດ ກອງທັບອິສຣາເອນໄດ້ເປີດສາກໂຈມຕີສະຖານທີ່ຕ່າງໆ ລວມເຖິງໂຮງໝໍໃນກາຊາຕອນເໜືອ ອິສຣາເອນກ່າວວ່າມີເປົ້າໝາຍທີ່ຈະປ່ອຍຕົວປະກັນທີ່ຖືກຈັບກຸມໃນສະຫນວນກາຊາ ແລະ ເອົາຊະນະກຸ່ມຮາມາສ

 

ເຈົ້າໜ້າທີ່ກູ້ໄພກ່າວວ່າ ການໂຈມຕີດັ່ງກ່າວເກີດຂຶ້ນທີ່ເມືອງຂ່ານຢູນິສທາງຕອນໃຕ້ ລວມເຖິງເມືອງຕ່າງໆ ທາງຕອນເໜືອຂອງກາຊາ ເຊັ່ນ: ເບດ, ລາເຮຍ ແລະ ຄ້າຍຜູ້ລີ້ໄພຈາບາເລຍ

 

ກະຊວງສາທາລະນະສຸກທີ່ຢູ່ພາຍໃຕ້ການບໍລິຫານຂອງກຸ່ມຮາມາສກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 67 ລາຍ ແລະ ໄດ້ຮັບບາດເຈັບ 361 ລາຍໃນກາຊາໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ

 

 

ໜ່ວຍປ້ອງກັນພົນລະເຮືອນ ຊຶ່ງເປັນໜ່ວຍງານສຸກເສີນຫຼັກຂອງກາຊາ ກ່າວວ່າຄ້າຍອັລມາວາຊີທາງຕອນໃຕ້ ຊຶ່ງເປັນທີ່ລີ້ໄພຂອງຜູ້ພັດຖິ່ນ ຖືກໂຈມຕີມື້ຄືນນີ້ເຊັ່ນກັນ ເຮັດໃຫ້ມີຜູ້ເສຍຊີວິດ 22 ລາຍ ແລະ ບາດເຈັບ 100 ລາຍ ກ່ອນໜ້ານີ້ ຄ້າຍດັ່ງກ່າວໄດ້ຮັບການກຳນົດໃຫ້ເປັນ “ເຂດປອດໄພ”

 

ໃນຄຳສັ່ງອົບພະຍົບທົ່ວໄປເມື່ອວັນອາທິດ ຊຶ່ງລະບຸວ່າເປັນ “ຄຳເຕືອນຄັ້ງສຸດທ້າຍ” ກອງທັບອິສຣາເອນກ່າວວ່າຈະ “ເປີດສາກໂຈມຕີຢ່າງຮຸນແຮງໃນພື້ນທີ່ໃດໆ ທີ່ໃຊ້ຍິງຈະຫຼວດ” ແລະ ຮຽກຮ້ອງໃຫ້ປະຊາຊົນ “ອົບພະຍົບໄປທາງຕາເວັນຕົກທັນທີໄປຍັງສູນພັກພິງທີ່ຊາບໃນອັລມາວາຊີ”

 

ກະຊວງສາທາລະນະສຸກກ່າວວ່າໂຮງໝໍຂອງລັດ 3 ແຫ່ງໃນເຂດປົກຄອງກາຊາເໜືອ “ຢຸດໃຫ້ບໍລິການ” ທ່າມກາງການໂຈມຕີທາງອາກາດທີ່ທະວີຄວາມຮຸນແຮງຂຶ້ນຂອງອິສຣາເອນ ກອງທັບອິສຣາເອນກ່າວວ່າກອງກຳລັງຂອງຕົນກຳລັງຕໍ່ສູ້ກັບ “ໂຄງສ້າງພື້ນຖານຂອງກຸ່ມກໍ່ການຮ້າຍ” ທາງຕອນເໜືອຂອງກາຊາ ລວມເຖິງພື້ນທີ່ທີ່ຢູ່ຕິດກັບໂຮງໝໍອິນໂດເນເຊຍ

 

ກ່ອນໜ້ານີ້ໃນວັນອາທິດ ກະຊວງສາທາລະນະສຸກຂອງກາຊາກ່າວວ່າເຈົ້າໜ້າທີ່ ແລະ ຄົນເຈັບນັ້ນຖືກ “ຍິງຖະຫຼົ່ມຢ່າງໜັກ” ກະຊວງກ່າວຫາອິສຣາເອນວ່າປິດລ້ອມໂຮງໝໍ ຕັດທາງເຂົ້າ ແລະ “ບັງຄັບໃຫ້ໂຮງໝໍຢຸດໃຫ້ບໍລິການຢ່າງແທ້ຈິງ” ແພດກ່າວວ່າບໍ່ມີຄຳສັ່ງອົບພະຍົບ ຫຼື ຄຳເຕືອນໃດໆ ກ່ອນການໂຈມຕີ ແລະ ບໍ່ມີເປົ້າໝາຍທາງທະຫານໃນໂຮງໝໍອິນໂດເນເຊຍ

 

ການໂຈມຕີດັ່ງກ່າວເກີດຂຶ້ນໃນຂະນະທີ່ຜູ້ເຈລະຈາຈາກອິສຣາເອນ ແລະ ຮາມາສຍັງຄົງພະຍາຍາມບັນລຸຂໍ້ຕົກລົງຢຸດຍິງໃນກາຕາ ສື່ອິສຣາເອນອ້າງຄຳເວົ້າຂອງສຳນັກງານນາຍົກລັດຖະມົນຕີວ່າຄະນະເຈລະຈາຂອງອິສຣາເອນກຳລັງພະຍາຍາມຢ່າງເຕັມທີ່ເພື່ອບັນລຸຂໍ້ຕົກລົງໃນວັນອາທິດ (18 ພຶດສະພາ)

 

ລາຍງານລະບຸວ່າຖະແຫຼງການຂອງເນທັນຢາຮູລະບຸວ່າ “ຈະລວມເຖິງການປ່ອຍຕົວປະກັນທັງໝົດ ການເນລະເທດຜູ້ກໍ່ການຮ້າຍຮາມາສ ແລະ ການປົດອາວຸດກາຊາ”

 

ແຫຼ່ງຂ່າວລະບຸວ່າ ຮາມາສສະແດງຄວາມເຕັມໃຈທີ່ຈະປ່ອຍຕົວປະກັນຊາວອິສຣາເອນທັງໝົດໃນຄັ້ງດຽວ

 

“ພາຍໃຕ້ເງື່ອນໄຂວ່າຕ້ອງບັນລຸຂໍ້ຕົກລົງຢຸດຍິງຢ່າງຄອບຄຸມ ແລະ ຖາວອນ ຊຶ່ງຝ່າຍອິສຣາເອນຍັງຄົງປະຕິເສດ ເນື່ອງຈາກທີມເຈລະຈາຂອງພວກເຂົາບໍ່ມີອຳນາດໃນການຕັດສິນໃຈໃນປະເດັນສຳຄັນ” ແຫຼ່ງຂ່າວເນັ້ນຢ້ຳວ່າຮາມາສ “ປະຕິເສດຂໍ້ຕົກລົງໃດໆ ບໍ່ວ່າຈະບາງສ່ວນຫຼືຊົ່ວຄາວ”

 

ກຸ່ມຮາມາສເສນີປ່ອຍຕົວປະກັນທັງໝົດໂດຍແລກກັບນັກໂທດຊາວປາເລສໄຕຈຳນວນໜຶ່ງທີ່ຕົກລົງກັນໄວ້ ການຖອນຕົວຂອງອິສຣາເອນທັງໝົດຈາກກາຊາ ແລະ ການເຂົ້າມາຂອງຄວາມຊ່ວຍເຫຼືອດ້ານມະນຸດສະທຳ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 29 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,417
21,693
thailand (1)
THB
660.53
670.70
european-union
EUR
24,119
24,602
china
CNY
2,913
2,971
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-30T164239.877
ສພຂ ຄໍາມ່ວນ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9
_cover - 2025-07-30T155110.966
ນະຄອນຫຼວງພະບາງ ກະກຽມຈັດງານບຸນຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອເດືອນເກົ້າ ທີ່ຍຶ່ງນ້ຳຄານ ວັນທີ 14-23 ສິງຫາ 2025
pele - 2025-07-30T160430.943
ຫ້ອງການເມືອງກອງພົນທີ 4 ສຳເລັດການປັກດຳເຂົ້ານາປີ ປະຈຳປີ 2025
pele - 2025-07-30T144220.491
ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບຫວຽດນາມ
_cover - 2025-07-30T142826.587
"ໝວກ AI" ຖອດລະຫັດຄື່ນສະໝອງ ຕໍ່ຍອດສູ່ການຄຸມອຸປະກອນດ້ວຍຄວາມຄິດ.
_cover - 2025-07-30T134559.075
ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 (The 13th ASEAN Labour Inspection Conference)
_cover - 2025-07-30T113201.978
ສືບຕໍ່ເສີມສ້າງມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ ເຂົ້າສູ່ລວງເລິກ ເພື່ອສັນຕິພາບ ແລະ ການພັດທະນາ
_cover - 2025-07-30T094634.311
ເຕືອນສຶນາມິ ຍີ່ປຸ່ນ-ຣັດເຊຍ ຫຼັງເກີດແຜ່ນດິນໄຫວຮຸນແຮງ 8.7 ໃນພື້ນທີ່ຕາເວັນອອກຂອງຣັດເຊຍ
_cover - 2025-07-29T162928.540
"ປັກກິ່ງ" ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແລະ ດິນເຈື່ອນ ຝົນຕົກໜັກທຸບສະຖິຕິ ສັ່ງອົບພະຍົບນັບແສນຄົນ
pele - 2025-07-29T160321.622
ກຕສ ເຂົ້າຮ່ວມງານສັບປະດາ ແລກປ່ຽນການຮ່ວມມືດ້ານການສຶກສາ ຈີນ-ອາຊຽນ2025.
ຢ່າລື່ມກົດຕິດຕາມ