VP LANDSCAPE COVER - 2025-05-19T153045.073
ເປັນຫຍັງພວກເຮົາຈຶ່ງຢຸດຫຼິ້ນໂທລະສັບກ່ອນນອນບໍ່ໄດ້ຈັກເທື່ອ
ຮຽບຮຽງໂດຍ:patthana
ເຜີຍແຜ່: 19 May, 2025

ຕັ້ງໃຈຈະບໍ່ຫຼິ້ນໂທລະສັບກ່ອນນອນ, ແຕ່ສຸດທ້າຍກໍ່ຍັງຈັບຂຶ້ນມາເລື່ອນ TikTok, ເບິ່ງ Instagram ຈົນເຜີຫຼັບໄປພ້ອມໜ້າຈໍ. ພໍຕື່ນເຊົ້າກໍ່ຮູ້ສຶກບໍ່ສົດຊື່ນ, ເມື່ອຍ, ແລະ ຫງຸດຫງິດງ່າຍ. ມາທຳຄວາມເຂົ້າໃຈເບື້ອງເລິກຂອງພຶດຕິກຳ “ຫຼິ້ນໂທລະສັບກ່ອນນອນ” ແລະ ວິທີຮັບມືແບບບໍ່ຕ້ອງຝືນໃຈຈົນຄຽດ.

ເປັນຫຍັງສະໝອງພວກເຮົາຈຶ່ງຕິດການຫຼິ້ນໂທລະສັບກ່ອນນອນ

1. ໜີຄວາມຄຽດຈາກຊີວິດຈິງ

ຕອນກາງເວັນພວກເຮົາຕ້ອງພົບກັບວຽກ, ຄວາມກົດດັນ, ຫຼື ບັນຫາໜັກໆ. ພໍຮອດເວລາກ່ອນນອນ, ສະໝອງກໍ່ຢາກໄດ້ “ລາງວັນ” ຫຼື ສິ່ງທີ່ໃຫ້ຄວາມຮູ້ສຶກດີ. ໂທລະສັບຈຶ່ງກາຍເປັນເຄື່ອງມືທີ່ງ່າຍແລະຕອບສະໜອງທັນທີ.

2. ແສງສີຟ້າກະຕຸ້ນສະໝອງໃຫ້ຕື່ນ

ເຖິງແມ່ນວ່າຮູ້ວ່າແສງຈາກໜ້າຈໍໂທລະສັບເຮັດໃຫ້ຫຼັບຍາກ, ແຕ່ມັນກໍ່ເຮັດໃຫ້ສະໝອງຕື່ນຕົວຄືກັບກຳລັງໄດ້ຮັບຄວາມມ່ວນ, ບໍ່ຢາກນອນ, ເພາະຮູ້ສຶກວ່າຍັງມີເລື່ອງໃຫ້ຕິດຕາມອີກຫຼາຍຫຼາຍ.

Digital Marketing Agency in Laos - Emerging Digital Solutions

3. ອາການ FOMO ຢ້ານພາດຂ່າວສານ

ຫຼາຍຄົນຮູ້ສຶກວ່າ ຖ້າບໍ່ເຊັກໂທລະສັບກ່ອນນອນຈະຕົກຂ່າວ ຫຼື ພາດອັນໃດບາງຢ່າງ, ເຊັ່ນ: ຂໍ້ຄວາມຈາກໝູ່, ອັບເດດຈາກດາລາທີ່ມັກ, ຫຼື ຂ່າວສານສຳຄັນຕ່າງໆ.

ພຶດຕິກຳຫຼິ້ນໂທລະສັບກ່ອນນອນກະທົບສຸຂະພາບແນວໃດ

  • ນອນບໍ່ຫຼັບ, ຫຼັບບໍ່ສະໜິດ, ເພາະແສງຈາກຈໍລົບກວນການຜະລິດເມລາໂທນິນ
  • ຕື່ນຍາກໃນຕອນເຊົ້າ, ຮູ້ສຶກງ່ວງແມ້ນອນດົນ
  • ສ່ຽງພາວະຊຶມເສົ້າ ແລະ ວິຕົກກັງວົນ ຈາກການບໍລິໂພກເນື້ອຫາໜັກໆກ່ອນນອນ
  • ສາຍຕາລ້າ, ປວດຫົວ ຫຼື ປວດຄໍຈາກການຈ້ອງຈໍໃນທ່ານອນ
  • ປະສິດທິພາບການເຮັດວຽກຫຼຸດລົງ, ເພາະສະໝອງພັກບໍ່ເຕັມທີ່

ວິທີເລີກຫຼິ້ນໂທລະສັບກ່ອນນອນແບບບໍ່ຕ້ອງທໍລະມານ

1. ຕັ້ງເວລາຢຸດຫຼິ້ນໂທລະສັບທີ່ແນ່ນອນ

ລອງກຳນົດວ່າ 30-60 ນາທີກ່ອນນອນ, ຈະຢຸດຫຼິ້ນໂທລະສັບເພື່ອໃຫ້ສະໝອງເລີ່ມຜ່ອນຄາຍຈາກສິ່ງເລົ້າ.

2. ປ່ຽນກິດຈະກຳແທນການຫຼິ້ນໂທລະສັບ

  • ອ່ານໜັງສືເຫຼັ້ມຈິງ
  • ຟັງເພງຊ້າ ຫຼື ສຽງທຳມະຊາດ
  • ຈົດບັນທຶກ Gratitude journal ສັ້ນໆ
  • ເຮັດສະມາທິ ຫຼື ຝຶກຫາຍໃຈເລິກໆ

3. ໃຊ້ໂໝດກາງຄືນ ຫຼື ແອັບຊ່ວຍຕັດແສງສີຟ້າ

ຖ້າຫຼີກລ່ຽງບໍ່ໄດ້ຈິງໆ, ໃຫ້ຕັ້ງຄ່າໜ້າຈໍເປັນໂໝດ Night Shift ຫຼື ໃຊ້ແອັບຫຼຸດແສງສີຟ້າ, ເພື່ອຫຼຸດຜົນກະທົບຕໍ່ການນອນ.

4. ເກັບໂທລະສັບໄວ້ນອກຕຽງ

ວາງໂທລະສັບໄວ້ໄກຕົວ ຫຼື ຊາດນອກຫ້ອງນອນ. ຖ້າຈັບໂທລະສັບບໍ່ສະດວກ, ກໍ່ຈະບໍ່ເຜີຫຍິບມາຫຼິ້ນງ່າຍໆ.

ຖ້າເຮັດບໍ່ໄດ້ທັນທີ ໃຫ້ເລີ່ມຈາກຫຼຸດບໍ່ຕ້ອງເລີກ

ໃຜທີ່ພະຍາຍາມເລີກຫຼິ້ນໂທລະສັບກ່ອນນອນແລ້ວລົ້ມເຫຼວຫຼາຍຄັ້ງ, ຢ່າເພິ່ງໂທດຕົວເອງ, ເພາະພຶດຕິກຳນີ້ເປັນທັງເລື່ອງຂອງນິໄສແລະຄວາມຄຽດສະສົມ. ລອງເລີ່ມຈາກຫຼຸດເວລາຈາກ 2 ຊົ່ວໂມງ ເຫຼືອ 30 ນາທີ, ຄ່ອຍໆປັບ. ພໍເຫັນຜົນດີ, ສະໝອງຈະເລີ່ມຮຽນຮູ້ວ່າການບໍ່ແຕະໂທລະສັບກ່ອນນອນກໍ່ດີຄືກັນ.

ຢຸດຫຼິ້ນໂທລະສັບກ່ອນນອນໃຫ້ສະໝອງໄດ້ພັກ, ຜິວໄດ້ຟື້ນ, ແລະ ໃຈໄດ້ງຽບລົງ

ການເລີກຫຼິ້ນໂທລະສັບກ່ອນນອນ ບໍ່ໄດ້ແຄ່ຊ່ວຍໃຫ້ຫຼັບສະບາຍຂຶ້ນ, ແຕ່ຍັງສົ່ງຜົນດີຕໍ່ສຸຂະພາບໂດຍລວມໃນໄລຍະຍາວ. ຢ່າລືມວ່າເວລາເຂົ້ານອນຄືຊ່ວງເວລາທີ່ຮ່າງກາຍຕ້ອງການການເຍີຍວຍາຈິງໆ. ລອງໃຫ້ໂອກາດຕົວເອງໄດ້ພັກຈາກໂລກອອນລາຍ, ແລ້ວທ່ານຈະພົບຄວາມປ່ຽນແປງທີ່ໜ້າທຶ່ງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 21 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,920,000
48,450,000
47,296,000
48,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-21T154926.955
ເຊັກດວງການເງິນ–ໂຊກລາບ ຂອງຄົນເກີດທັງ 7 ມື້ ສົ່ງທ້າຍເດືອນ ຕຸລາ 2025
pele - 2025-10-21T144328.209
ຊາວແຄລິຟໍເນຍ ຫຼາຍກວ່າ 10 ລ້ານຄົນ ຝຶກຊ້ອມຮັບມືກັບແຜ່ນດິນໄຫວ
jane - 2025-10-21T114147.836
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ.
jane - 2025-10-21T110548.419
ແຈ້ງການຄຸ້ມຄອງການບໍລິການລົດແທັກຊີ ດ້ວຍລະບົບອອນລາຍ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ.
pele - 2025-10-21T110008.835
ຈະມີບໍລິການກວດ ແລະ ຜ່າຕັດແກ່ນຕາຂຸ້ນ ຟຣີ ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ
pele - 2025-10-21T102701.925
ເມືອງພຽງ ເປີດຝຶກອົບຮົມໃຫ້ແກ່ນັກເດີນສຳຫຼວດ ພົນລະເມືອງ ຄັ້ງທີ V ປີ 2025
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
Screenshot 2025-10-20 at 9.28.02 PM
ໄຟໄຫມ້ທີ່ສູນສິນຄ້າຂອງສະໜາມບິນ ສ້າງຜົນກະທົບຕໍ່ການສົ່ງອອກເສື້ອຜ້າຂອງບັງກະລາເທດ
ຢ່າລື່ມກົດຕິດຕາມ