ແຈ້ງການ
ເລື່ອງ:ການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການຕັດທໍ່ຂະໜາດ DIP DN 150 mm ສຳໃສ່ທໍ່ນ້ຳຂະໜາດ uPVC DN 100 mm.
ສະຖານທີ່: ບ້ານ ຄຳຮຸ່ງ ຮ່ອມ 2/1 ເມືອງໄຊທານີ ນະຄອນຫຼວງວຽງຈັນ
ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳປະປາ ໃນເຂດເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຊາບວ່າ:
ໃນວັນທີ 21 ພຶດສະພາ 2025 ກົງກັບ ວັນພຸດ ເລີ່ມແຕ່ເວລາ: 9:00ໂມງ ຫາ 16:00 ໂມງ ຈະໄດ້ປິດນ້ຳຊົ່ວຄາວ ເພື່ອດຳເນີນການຕັດທໍ່ຂະໜາດ DIP DN 150 mm ສຳໃສ່ທໍ່ນ້ຳ ຂະໜາດ uPVC DN 100 mm ເພື່ອແກ້ໄຂລະບົບນ້ຳ,
ສະຖານທີ່: ບ້ານຄຳຮຸ່ງ ຮ່ອມ 2/1 ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ໃນລະຫວ່າງການດຳເນີນງານ
ຈະສົ່ງຜົນກະທົບເຮັດໃຫ້ ນ້ຳປະປາໄຫຼອອກຄ່ອຍ ຫາ ບໍ່ມີນ້ຳໃນຂອບເຂດພື້ນທີ່ ດັ່ງຕໍ່ໄປນີ້: ບ້ານ ຄຳຮຸ່ງ, ບ້ານ ສີວິໄລ, ບ້ານ ສາຍນ້ຳເງິນ ແລະ ບ້ານອື່ນໆທີ່ຢູ່ໃກ້ຄຽງ ຂອງເມືອງໄຊທານີ ນະຄອນຫຼວງວຽງຈັນ
ດັ່ງນັ່ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ກະກຽມໂຕ່ງນ້ຳ, ເພື່ອຊົມໃຊ້ຊົ່ວຄາວຈົນກວ່າແຮງດັນນ້ຳມາເປັນປົກກະຕິ ແລະ ຂໍອະໄພໃນຄວາມບໍ່ສະດວກຕໍ່ການຊົມໃຊ້ນ້ຳປະປາ ໃນຄັ້ງນີ້ດ້ວຍ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |