ທີມນັກວິໄຈຈາກມະຫາວິທະຍາໄລຊິງຫວາ ພັດທະນາໂຮງໝໍລະບົບປັນຍາປະດິດ ປິ່ນປົວຄົນເຈັບກວ່າ 10,000 ຄົນພາຍໃນບໍ່ເທົ່າໃດມື້
ໂຮງໝໍທີ່ປິ່ນປົວດ້ວຍລະບົບປັນຍາປະດິດແຫ່ງນີ້ ພັດທະນາໂດຍທີມນັກວິໄຈຈາກມະຫາວິທະຍາໄລຊິງຫວາຂອງປະເທດຈີນ ໂດຍແພດ ແລະ ພະຍາບານເອໄອຈະຂັບເຄື່ອນໂດຍ LLM (Large Language Model)
ຊຶ່ງເປັນເອໄອທີ່ຊ່ວຍເກັບຂໍ້ມູນເຊິງເລິກຈຳນວນຫຼາຍ ເຮັດໃຫ້ກຸ່ມແພດເອໄອສາມາດນຳຂໍ້ມູນໄປຮຽນຮູ້ ແລະ ນຳໄປໃຊ້ກັບຄົນເຈັບໄດ້ ໂດຍມີລາຍງານຈາກ MedQA dataset ວ່າມີອັດຕາຄວາມແມ່ນຢຳໃນການປິ່ນປົວເຖິງ 93.06%
ໂດຍກວດສອບທັງລະບົບການປິ່ນປົວ ຕັ້ງແຕ່ການວິນິດໄສໄປຈົນເຖິງການຕິດຕາມອາການຫຼັງຈາກປິ່ນປົວຫາຍແລ້ວ
ແຕ່ໂຮງໝໍເອໄອແຫ່ງນີ້ກໍ່ຍັງມີບັນຫາໃນການປັບໃຫ້ເຂົ້າກັບລະບຽບປະຕິບັດທາງການແພດຂອງປະເທດ ແລະ ບັນຫາທີ່ຫຼາຍຄົນອາດຈະເບິ່ງວ່າເອໄອຈະມາຍາດວຽກມະນຸດຫຼືບໍ່
ໂດຍ ດຣ.ຕົງຈຽຫົງ ແຫ່ງມະຫາວິທະຍາໄລຊິງຫວາ ກ່າວວ່າ ເຖິງແມ່ນວ່າ ເອໄອຈະຊ່ວຍເພີ່ມປະສິດທິພາບການປິ່ນປົວພະຍາດ ແລະ ດູແລສຸຂະພາບໄດ້ຢ່າງທ່ຽງຕົງ ແຕ່ລະບົບເອໄອກໍ່ຍັງບໍ່ສາມາດແທນທີ່ບຸກຄະລາກອນທາງການແພດທີ່ເປັນມະນຸດ ຊຶ່ງມີຄວາມໃສ່ໃຈ ແລະ ເຫັນອົກເຫັນໃຈຄົນເຈັບໄດ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |