site_cover (18)
ເປັນຫຍັງຄົນຈຶ່ງຕິດການພະນັນ ເຖິງແມ່ນວ່າເສຍເງິນເປັນຮ້ອຍລ້ານກໍ່ຢຸດຫຼິ້ນບໍ່ໄດ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 20 May, 2025

ຄົນທົ່ວໄປອາດຈະຄິດວ່າຄົນທີ່ຫຼິ້ນການພະນັນສ່ວນໃຫຍ່ ມີສາເຫດຫຼັກໆ ຄືຕ້ອງການເງິນ ເພາະເຊື່ອວ່າຕົວເອງມີໂຊກ ມີເທັກນິກການຫຼິ້ນທີ່ສາມາດເອົາຊະນະບ່ອນພະນັນ ຫຼື ເອົາຊະນະເຈົ້າມືໄດ້

 

ມອງວ່າການພະນັນຄືໂອກາດທີ່ຈະສາມາດສ້າງເງິນແສນ ເງິນລ້ານໄດ້ງ່າຍໆ ໂດຍບໍ່ຕ້ອງລົງມືເຮັດວຽກຫຍັງ

 

ແຕ່ໃນຄວາມເປັນຈິງຄົນທີ່ຫຼິ້ນການພະນັນກໍ່ບໍ່ໄດ້ມີສາເຫດ ພຽງເພາະຢາກໄດ້ເງິນພຽງຢ່າງດຽວ ເຮົາຈະເຫັນໄດ້ວ່າມີຄົນທີ່ຕິດການພະນັນຈຳນວນຫຼາຍ ເປັນຄົນທີ່ຮັ່ງມີ ເປັນມະຫາເສດຖີຢູ່ແລ້ວ

 

ແຕ່ກໍ່ຍັງຕິດການພະນັນ ທັງທີ່ຫຼິ້ນໄປກໍ່ມີແຕ່ເສຍກັບເສຍ ແລະ ເຖິງບໍ່ຫຼິ້ນພວກເຂົາກໍ່ມີເງິນເຫຼືອໃຊ້ຫຼາຍຢູ່ແລ້ວ ແລ້ວພວກເຂົາຈະຫຼິ້ນການພະນັນໄປເພື່ອຫຍັງ ໃຫ້ເສຍເງິນໄປລ້າໆ

 

Kindbridge ຊຶ່ງເປັນເວັບໄຊທີ່ໃຫ້ຄຳປຶກສາບັນຫາຕິດການພະນັນ ລະບຸວ່າສາເຫດຫຼັກທີ່ເຮັດໃຫ້ຄົນຮັ່ງມີຫຼິ້ນການພະນັນ ເພາະໂດຍທົ່ວໄປແລ້ວ ຄົນລວຍມີນິໄສມັກຄວາມສ່ຽງ

 

ເຮັດໃຫ້ພວກເຂົາຊື່ນມັກກິດຈະກຳທີ່ມີຄວາມສ່ຽງ ບໍ່ວ່າຈະເປັນການຂັບລົດແຂ່ງ, ການກະໂດດຮົ່ມ, ການປີນເຂົາ, ລວມທັງການພະນັນ ແມ່ນຈະມີຄວາມສ່ຽງ

 

ແຕ່ຄົນຮັ່ງມີຈະຮູ້ສຶກວ່າຕົວເອງມີການຈັດການທີ່ດີພໍທີ່ຈະສາມາດປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນໄດ້ ສຳລັບການພະນັນ ຄົນຮັ່ງມີເຊື່ອໝັ້ນວ່າຕົວເອງມີສະຕິ ມີຄວາມຮູ້ ມີປະສົບການຫຼາຍພໍທີ່ຈະຄວບຄຸມຕົວເອງໄດ້ ແລະ ເມື່ອຫຼິ້ນເສຍ ການທີ່ພວກເຂົາມີເງິນເຫຼືອກິນເຫຼືອໃຊ້ຢູ່ແລ້ວ ເຮັດໃຫ້ພວກເຂົາຫຼິ້ນການພະນັນໄດ້ນານຂຶ້ນ ເສຍເງິນໄດ້ນານຂຶ້ນ ຍິ່ງເຮັດໃຫ້ຄົນລວຍຫຼິ້ນການພະນັນເສຍໜັກໄດ້ຫຼາຍກວ່າຄົນທົ່ວໄປຫຼາຍສິບເທົ່າ

 

 

ສຳລັບຄົນລວຍທີ່ໄດ້ເງິນມາງ່າຍໆ ເຊັ່ນ: ຮັ່ງມີຈາກການເຮັດທຸລະກິດທີ່ຜິດກົດໝາຍ ຫຼື ການຫຼອກລວງເງິນຈາກຜູ້ອື່ນ ຍິ່ງມີຄວາມສ່ຽງທີ່ຈະເຂົ້າສູ່ວົງຈອນການພະນັນໄດ້ງ່າຍ ເພາະຄົນກຸ່ມນີ້ຕ້ອງການການຍອມຮັບຈາກຜູ້ອື່ນ ຕ້ອງການຄວາມຮູ້ສຶກວ່າຕົວເອງເປັນຜູ້ຊະນະ ແລະ ຄາສິໂນ ຫຼື ເວັບການພະນັນ ໃຫ້ຄວາມຮູ້ສຶກນີ້ກັບພວກເຂົາໄດ້

 

ເພາະທຸລະກິດການພະນັນມັກສ້າງພາບລັກ ຫຼື ໂຄສະນາໃຫ້ຄົນຫຼິ້ນຮູ້ສຶກວ່າຕົວເອງເປັນຄົນທີ່ມີຄວາມສຳຄັນ ເປັນ VIP ເປັນ Somebody ແລະ ເປັນຜູ້ຊະນະ ເຮັດໃຫ້ຄົນລວຍທີ່ຮູ້ສຶກວ່າຕົວເອງຍັງຂາດຫຍັງບາງຢ່າງໃນຊີວິດ ຫັນເຫເຂົ້າສູ່ວົງຈອນການພະນັນເພື່ອຄົ້ນຫາສິ່ງທີ່ຕົວເອງຂາດ

 

ຄົນຮັ່ງມີທີ່ເຮັດທຸລະກິດຈິງຈັງ ປະສົບຜົນສຳເລັດຈາກການເຮັດວຽກໜັກ ອາດຈະບໍ່ໄດ້ຮູ້ສຶກວ່າມີຫຍັງຂາດຫາຍຕອນນີ້ ແຕ່ສຳລັບຄົນທີ່ບໍ່ໄດ້ຮັ່ງມີຈາກການເຮັດວຽກ ເຊັ່ນ: ເກີດມາໃນຄອບຄົວທີ່ຮັ່ງມີຢູ່ແລ້ວ ອາດຈະຕ້ອງການເຮັດຫຍັງຈັກຢ່າງເພື່ອພິສູດໃຫ້ຕົວເອງໄດ້ຮັບການຍອມຮັບ

 

ຫຼື ຄົນທີ່ຮັ່ງມີຈາກການເຮັດທຸລະກິດສີເທົາ ຫຼື ທຸລະກິດຜິດກົດໝາຍ ກໍ່ມີແນວໂນ້ມຈະເຂົ້າສູ່ວົງຈອນການພະນັນໄດ້ຫຼາຍກວ່າ ເພາະພວກເຂົາບໍ່ໄດ້ຮັບການຍອມຮັບໃນຖານະນັກທຸລະກິດທີ່ປະສົບຜົນສຳເລັດຢ່າງຖືກຕ້ອງ ຈຶ່ງຕ້ອງໄປຊອກຫາການຍອມຮັບຈາກການຫຼິ້ນການພະນັນແທນ

 

ແລະ ທີ່ສຳຄັນເຖິງພວກເຂົາຈະຫຼິ້ນເສຍເປັນເງິນສິບລ້ານ ຫຼື ຮ້ອຍລ້ານ ກໍ່ຄົງບໍ່ໄດ້ຮູ້ສຶກເສຍດາຍຫຍັງຫຼາຍ ເພາະຄິດວ່າເງິນທີ່ຫຼິ້ນເສຍໄປ ບໍ່ແມ່ນເງິນຂອງຕົວເອງ ແຕ່ເປັນເງິນທີ່ໄດ້ມາຈາກການຫຼອກລວງຜູ້ອື່ນ ເຖິງເສຍໄປ ອີກບໍ່ດົນກໍ່ສາມາດຫຼອກເງິນຈາກຄົນອື່ນມາຫຼິ້ນການພະນັນຕໍ່ໄດ້ເລື້ອຍໆ

 

ອົງການອະນາໄມໂລກກຳນົດໃຫ້ພຶດຕິກຳຕິດການພະນັນເປັນຄວາມຜິດປົກກະຕິທາງຈິດໃຈຊະນິດໜຶ່ງ ເອີ້ນວ່າ: Pathological Gambling

 

ຊຶ່ງໝາຍເຖິງຄົນທີ່ຕິດການພະນັນຮຸນແຮງຈົນເຖິງຂັ້ນຄວບຄຸມຕົວເອງບໍ່ໄດ້ ແມ່ນໂດຍປົກກະຕິແລ້ວ ຄົນທົ່ວໄປມີຄວາມສ່ຽງທີ່ຈະຕິດການພະນັນໃນລະດັບໜຶ່ງ ແຕ່ເມື່ອການຫຼິ້ນການພະນັນເລີ່ມສົ່ງຜົນເສຍຕໍ່ຮ່າງກາຍ ຈິດໃຈ ແລະ ການເງິນຫຼາຍຂຶ້ນເລື້ອຍໆ ຄົນສ່ວນໃຫຍ່ຈະເລີ່ມມີສະຕິ ຮູ້ຕົວ ແລະ ຢຸດຫຼິ້ນການພະນັນໄດ້

 

ແຕ່ສຳລັບຄົນທີ່ຕິດການພະນັນຮຸນແຮງຈົນເຖິງຂັ້ນ Pathological Gambling ນັ້ນ ຈະບໍ່ສາມາດຢຸດຫຼິ້ນການພະນັນໄດ້ເລີຍ ແມ່ນວ່າຈະຫຼິ້ນການພະນັນຈົນສຸຂະພາບຍ່ຳແຍ່ ເສຍເງິນຈົນໝົດຕົວ ກໍ່ຍັງຢຸດຫຼິ້ນບໍ່ໄດ້ ຕ້ອງໄປກູ້ໜີ້ຢືມສິນຄົນອື່ນມາ ເພື່ອມາຫຼິ້ນການພະນັນຕໍ່ ຊຶ່ງຄົນສ່ວນຫຼາຍຈະໃຊ້ຄຳເອີ້ນຄົນທີ່ຕິດການພະນັນຮຸນແຮງແບບນີ້ວ່າ “ຜີພະນັນ”

 

ຊຶ່ງສື່ເຖິງຄົນທີ່ຕິດການພະນັນຫຼາຍຄືກັບມີຜີມາເຂົ້າສິງ ຈົນຄວບຄຸມຕົວເອງບໍ່ໄດ້ ຊຶ່ງຄົນກຸ່ມນີ້ຈຳເປັນຕ້ອງເຂົ້າຮັບການປິ່ນປົວ ແລະ ການບຳບັດຢ່າງຕໍ່ເນື່ອງ ເພື່ອບັນເທົາອາການຕິດການພະນັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ