site_cover (19)
ສະຫະລັດ ພົບອຸປະກອນສື່ສານຕ້ອງສົງໄສໃນໂຊລາເຊວຈາກຈີນກັງວົນເລື່ອງຄວາມໝັ້ນຄົງເຄືອຂ່າຍໄຟຟ້າ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 20 May, 2025
ໝວດ: ຂ່າວ

ສຳນັກຂ່າວຣອຍເຕີ ລາຍງານວ່າ ເຈົ້າໜ້າທີ່ດ້ານພະລັງງານຂອງສະຫະລັດ ກຳລັງກວດສອບຄວາມສ່ຽງຈາກອຸປະກອນໂຊລາເຊວທີ່ຜະລິດໃນຈີນ ຫຼັງພົບຊິ້ນສ່ວນສື່ສານທີ່ບໍ່ຢູ່ໃນເອກະສານທາງເທັກນິກເຊື່ອງຢູ່ໃນອິນເວີເຕີພະລັງງານແສງຕາເວັນ ແລະ ແບັດເຕີຣີຂອງຈີນ ຊຶ່ງອາດໃຊ້ຫຼີກລ່ຽງລະບົບໄຟຣ໌ວອລ ແລະ ເຂົ້າເຖິງລະບົບໄຟຟ້າຂອງປະເທດຈາກໄລຍະໄກ

 

ອຸປະກອນອິນເວີເຕີຕ້ອງສົງໄສ

 

ອິນເວີເຕີເປັນອຸປະກອນສຳຄັນທີ່ເຮັດໜ້າທີ່ເຊື່ອມຕໍ່ແຜງໂຊລາເຊວ ແລະ ກັງຫັນລົມເຂົ້າກັບໂຄງຂ່າຍໄຟຟ້າ ໂດຍເຮັດໜ້າທີ່ແປງກະແສໄຟຟ້າຈາກກະແສຕົງ (DC) ເປັນກະແສສະຫຼັບ (AC) ເພື່ອນຳໄປໃຊ້ງານໃນລະບົບໄຟຟ້າ ອິນເວີເຕີສ່ວນໃຫຍ່ມັກຜະລິດໃນປະເທດຈີນ ແລະ ໃຊ້ງານຢ່າງແພ່ຫຼາຍທົ່ວໂລກ

 

ເຖິງຢ່າງໃດກໍ່ຕາມ ຜູ້ຊ່ຽວຊານດ້ານຄວາມປອດໄພພົບວ່າ ອິນເວີເຕີບາງລຸ້ນມີຊິ້ນສ່ວນສື່ສານ ເຊັ່ນ: ວິທະຍຸເຊລລູລາ ທີ່ບໍ່ໄດ້ລະບຸໄວ້ໃນເອກະສານທາງເທັກນິກຂອງຜະລິດຕະພັນ ອຸປະກອນເຫຼົ່ານີ້ອາດຖືກໃຊ້ເພື່ອເຂົ້າຄວບຄຸມຫຼືປິດລະບົບອິນເວີເຕີຈາກໄລຍະໄກ ຊຶ່ງສ່ຽງຕໍ່ການເຮັດໃຫ້ໂຄງຂ່າຍໄຟຟ້າເກີດຄວາມບໍ່ສະຖຽນ ຫຼື ອາດນຳໄປສູ່ໄຟດັບໃນວົງກວ້າງ

 

ໂດຍທົ່ວໄປ ອິນເວີເຕີຖືກອອກແບບໃຫ້ສາມາດອັບເດດຊອຟແວ ແລະ ປັບປ່ຽນການຕັ້ງຄ່າຈາກໄລຍະໄກໄດ້ເພື່ອຄວາມສະດວກໃນການບຳລຸງຮັກສາ ແຕ່ລະບົບສາທາລະນຸປະໂພກມັກຕິດຕັ້ງໄຟຣ໌ວອລ ຫຼື ມາດຕະການຄວາມປອດໄພອື່ນໆ

 

ເພື່ອປ້ອງກັນການເຂົ້າເຖິງຈາກບຸກຄົນພາຍນອກ ເຖິງຢ່າງໃດກໍ່ຕາມ ການມີອຸປະກອນສື່ສານທີ່ບໍ່ໄດ້ຮັບອະນຸຍາດຕິດຕັ້ງຢູ່ພາຍໃນອິນເວີເຕີ ອາດເຮັດໃຫ້ມາດຕະການເຫຼົ່ານັ້ນບໍ່ສາມາດປ້ອງກັນການເຂົ້າເຖິງຈາກໄລຍະໄກໄດ້ຢ່າງມີປະສິດທິພາບ

 

ໄມຄ໌ ໂຣເຈີສ໌ (Mike Rogers) ອະດີດຜູ້ອຳນວຍການສຳນັກງານຄວາມໝັ້ນຄົງແຫ່ງຊາດສະຫະລັດ ລະບຸວ່າ ຈີນອາດໃຊ້ໂຄງສ້າງພື້ນຖານດ້ານພະລັງງານເປັນເຄື່ອງຕໍ່ລອງໃນການປະເຊີນໜ້າກັບປະເທດຕາເວັນຕົກ

 

ດ້ານສະຖານທູດຈີນໃນວໍຊິງຕັນປະຕິເສດຂໍ້ກ່າວຫາ ໂດຍເບິ່ງວ່າເປັນການບິດເບືອນຂໍ້ມູນດ້ານໂຄງສ້າງພື້ນຖານຂອງຈີນ

 

ແຫຼ່ງຂ່າວລະບຸວ່າສະຫະລັດຍັງບໍ່ເປີດເຜີຍຕໍ່ສາທາລະນະກ່ຽວກັບຈຳນວນອຸປະກອນທີ່ໄດ້ຮັບຜົນກະທົບ ແລະ ປະຕິເສດທີ່ຈະເປີດເຜີຍລາຍຊື່ຜູ້ຜະລິດຈີນທີ່ກ່ຽວຂ້ອງ

 

ນອກຈາກນີ້ ກະຊວງພະລັງງານສະຫະລັດ (DOE) ຍອມຮັບວ່າກຳລັງເລັ່ງປັບປຸງຂະບວນການປະເມີນຄວາມສ່ຽງ ແລະ ກຽມບັງຄັບໃຊ້ລະບົບລາຍການວັດສະດຸຊອຟແວ (Software Bill of Materials) ເພື່ອເປີດເຜີຍຂໍ້ມູນສ່ວນປະກອບພາຍໃນໃຫ້ຊັດເຈນຫຼາຍຂຶ້ນ

 

ສສ. ສະຫະລັດ ຮຽກຮ້ອງໃຫ້ສະແດງທ່າທີແຂງກ້າວ

 

ໃນພາກການເມືອງ ສສ. ອໍກັສ ຟລູເກີ (U.S. Representative August Pfluger) ຈາກພັກຣີພັບລິກັນກ່າວວ່າ “ໄພຄຸກຄາມຈາກພັກຄອມມິວນິສຈີນມີຄວາມຈິງ ແລະ ຮຸນແຮງຂຶ້ນເລື້ອຍໆ”

 

ແລະ ຮຽກຮ້ອງໃຫ້ສະຫະລັດສະແດງທ່າທີແຂງກ້າວຂຶ້ນ ໂດຍໃນເດືອນກຸມພາ ວຸດທິສະມາຊິກສອງຄົນໄດ້ສະເໜີຮ່າງກົດໝາຍຫ້າມກະຊວງຄວາມໝັ້ນຄົງແຫ່ງມາຕຸພູມຂອງສະຫະລັດ ຈັດຊື້ແບັດເຕີຣີຈາກບໍລິສັດຈີນ 6 ແຫ່ງ ທີ່ມີຄວາມກ່ຽວຂ້ອງກັບພັກຄອມມິວນິສຈີນ ຊຶ່ງລວມເຖິງ CATL, BYD, Gotion ແລະ ບໍລິສັດຊັ້ນນຳອື່ນໆ ໂດຍຮ່າງກົດໝາຍຍັງຢູ່ລະຫວ່າງພິຈາລະນາ

 

ຂະນະດຽວກັນ ບໍລິສັດສາທາລະນຸປະໂພກບາງແຫ່ງ ເຊັ່ນ: Florida Power & Light ກຳລັງເລີ່ມຫຼຸດການເພິ່ງພາອິນເວີເຕີຈາກຈີນ ໂດຍຈັດຫາອຸປະກອນຈາກແຫຼ່ງອື່ນແທນ

 

ຄວາມກັງວົນຈາກກຸ່ມປະເທດຢູໂຣບ

 

ຄວາມກັງວົນບໍ່ໄດ້ຈຳກັດຢູ່ໃນສະຫະລັດເທົ່ານັ້ນ ຫຼາຍປະເທດໃນຢູໂຣບເລີ່ມດຳເນີນມາດຕະການຄວບຄຸມເຊັ່ນກັນ ລິທົວເນຍຜ່ານກົດໝາຍຫ້າມຄວບຄຸມລະບົບພະລັງງານຈາກໄລຍະໄກໂດຍບໍລິສັດຕ່າງຊາດ ແລະ ເອສໂຕເນຍເຕືອນເຖິງຄວາມສ່ຽງດ້ານການແບລັກເມລ໌ຈາກຈີນ

 

ຂໍ້ມູນຈາກ Wood Mackenzie ບໍລິສັດວິໄຈ ແລະ ທີ່ປຶກສາລະດັບໂລກທີ່ຊ່ຽວຊານດ້ານພະລັງງານ ຊັບພະຍາກອນທຳມະຊາດ ແລະ ການປ່ຽນຜ່ານສູ່ພະລັງງານສະອາດ ລະບຸວ່າບໍລິສັດ Huawei, Sungrow ແລະ Ginlong Solis ຄື ຜູ້ຜະລິດອິນເວີເຕີລາຍໃຫຍ່ທີ່ສຸດ ໂດຍສະເພາະບໍລິສັດ Huawei ມີສ່ວນແບ່ງຕະຫຼາດສູງເຖິງ 29% ໃນປີ 2022

 

ເຖິງຢ່າງໃດກໍ່ຕາມ ບໍລິສັດພະລັງງານແສງຕາເວັນຈາກເຢຍລະມັນ 1Komma5 ຢືນຢັນວ່າຫຼີກລ່ຽງການໃຊ້ອຸປະກອນຂອງ Huawei ເພາະກັງວົນເລື່ອງຄວາມປອດໄພ

 

ໂດຍຟິລິບ ຊໂຣເດີ (Philipp Schroeder) ຊີອີໂອຂອງ 1Komma5 ບໍລິສັດເທັກໂນໂລຢີພະລັງງານສະອາດຈາກເຢຍລະມັນ ເຕືອນວ່າການເຕີບໂຕຂອງພະລັງງານໝູນວຽນໃນຢູໂຣບເຮັດໃຫ້ຊ່ອງຫວ່າງດ້ານຄວາມໝັ້ນຄົງມີນັຍສຳຄັນຫຼາຍຂຶ້ນ ໂດຍລະບຸວ່າ “ເມື່ອ 10 ປີກ່ອນ ອິນເວີເຕີຂອງຈີນອາດບໍ່ມີຜົນກະທົບຫຼາຍເທົ່າໃດ ແຕ່ປັດຈຸບັນສະຖານະການປ່ຽນໄປແລ້ວ”

 

ລາຍງານຍັງລະບຸວ່າ ອິນເວີເຕີພະລັງງານແສງຕາເວັນໃນບາງປະເທດຖືກປິດໃຊ້ງານຈາກໄລຍະໄກເມື່ອປາຍປີ 2024 ຊຶ່ງຢ້ຳເຖິງຄວາມສ່ຽງດ້ານອິດທິພົນຈາກຕ່າງປະເທດ ເຖິງຢ່າງໃດກໍ່ຕາມ ກະຊວງພະລັງງານສະຫະລັດ ປະຕິເສດໃຫ້ຄວາມເຫັນກ່ຽວກັບເຫດການດັ່ງກ່າວ

 

ທາງດ້ານຂອງອົງການນາໂຕ (NATO) ແລະ ຜູ້ຊ່ຽວຊານດ້ານຄວາມໝັ້ນຄົງຕ່າງຊີ້ວ່າ ເຖິງເວລາແລ້ວທີ່ຊາດຕາເວັນຕົກຈະຕ້ອງຫຼຸດການເພິ່ງພາໂຄງສ້າງພື້ນຖານຈາກຈີນ ໂດຍສະເພາະເທັກໂນໂລຢີທີ່ກ່ຽວຂ້ອງກັບໂຄງຂ່າຍໄຟຟ້າ ຊຶ່ງອາດຖືກໃຊ້ເປັນອາວຸດໃນຄວາມຂັດແຍ້ງທາງພູມິລັດສາດ

 

ປະຕິກິລິຍາຈາກລັດຖະບານຈີນ

 

ນອກຈາກນີ້ສຳນັກຂ່າວຣອຍເຕີ ລາຍງານເພີ່ມເຕີມວ່າ ໂຄສົກສະຖານທູດຈີນໃນກຸງວໍຊິງຕັນ ສະຫະລັດອາເມລິກາ ໄດ້ຕອບກັບ ແລະ ຊີ້ແຈງໃນປະເດັນດັ່ງກ່າວເມື່ອວັນທີ 14 ພຶດສະພາທີ່ຜ່ານມາວ່າ “ພວກເຮົາຄັດຄ້ານການສະຫຼຸບແນວຄິດເລື່ອງຄວາມໝັ້ນຄົງຂອງຊາດໂດຍລວມ ການບິດເບືອນ ແລະ ໃສ່ຮ້າຍຄວາມສຳເລັດດ້ານໂຄງສ້າງພື້ນຖານຂອງຈີນ”

 

ຄຳຖະແຫຼງນີ້ເປັນການຕອບສະໜອງຕໍ່ລາຍງານທີ່ລະບຸວ່າພົບອຸປະກອນສື່ສານທີ່ບໍ່ໄດ້ລະບຸໄວ້ໃນເອກະສານຜະລິດຕະພັນພາຍໃນອິນເວີເຕີພະລັງງານແສງຕາເວັນ ແລະ ແບັດເຕີຣີທີ່ຜະລິດໃນຈີນ ຊຶ່ງອາດເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງໂຄງຂ່າຍໄຟຟ້າ ແລະ ຈົນເຖິງຂະນະນີ້ ຍັງບໍ່ມີການຊີ້ແຈງເພີ່ມເຕີມຈາກກະຊວງການຕ່າງປະເທດຈີນ ຫຼື ໜ່ວຍງານອື່ນໆ ທີ່ກ່ຽວຂ້ອງ ລວມໄປເຖິງຍັງບໍ່ມີຄຳຊີ້ແຈງສະເພາະຈາກບໍລິສັດຜູ້ຜະລິດຈີນທີ່ຖືກພາດພິງໃນລາຍງານດັ່ງກ່າວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 22 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,460
21,671
thailand (1)
THB
647.21
659.51
european-union
EUR
22,976
23,436
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
VP LANDSCAPE COVER - 2025-05-22T104720.009
ປະກາດການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ
site_cover (29)
ມອບຮັບຂອງຂວັນເປັນເຄື່ອງບິນໂບອິງ ມູນຄ່າກວ່າ 400 ລ້ານໂດລາສະຫະລັດ ຈາກກາຕາຣ໌
VP LANDSCAPE COVER - 2025-05-22T102014.348
ອາຫານໄຂມັນສູງ ເປັນອັນຕະລາຍຕໍ່ລຳໄສ້
site_cover (28)
ພົບແບັກທີເຣັຍພັນໃໝ່ເທິງສະຖານີອະວະກາດ "ທຽນກົງ" ຂອງຈີນ
site_cover (27)
ຜົນກະທົບຈາກສິນຄ້າຈີນ "ພານາໂຊນິກ" ກຳໄລຫຼຸດລົງ ຍອດຂາຍຕົກ ປົດອອກພະນັກງານ 10,000 ຕຳແໜ່ງ
site_cover (26)
ແຈ້ງຢຸດຕິຊົ່ວຄາວ ການອອກອະນຸຍາດດໍາເນີນທຸລະກິດ ກິດຈະການຈໍາໜ່າຍພາຫານະ
site_cover (25)
ກ້າວແລກສູ່ສັງວຽນ ຈີນຈັດແຂ່ງຫຸ່ນຍົນຊົກມວຍນັດແລກຂອງໂລກ
VP LANDSCAPE COVER - 2025-05-21T154731.819
ຖ້ຽວລົດໄຟຕູ້ສິນຄ້າຖ້ຽວທໍາອິດ ຈາກນະຄອນຕ່າງຢາງແຂວງຫູເປີຍ ຈະມາຮອດປະເທດລາວໃນໄວໆນີ້
site_cover (24)
ເກີດເຫດ 'ລະເບີດພຼີຊີບ' ລົດເມນັກຮຽນໃນປາກີສຖານ ຕາຍ 4 ບາດເຈັບກວ່າ 30 ຄົນ
site_cover (23)
ຫວຽດນາມຈັບມືສະຫະລັດ ພັດທະນາ 'ໂຮງໄຟຟ້ານິວເຄລຍ' ຮ່ວມລົງທຶນ-ຖ່າຍທອດເຕັກໂນໂລຢີ
ຢ່າລື່ມກົດຕິດຕາມ